ບັນດາຜູ້ສະໝັກຮັບເລືອກຕັ້ງ 5 ທ່ານ ສຶບຕໍ່ ໂຄສະນາຫາສຽງ ຢູ່ເມືອງທ່າໂທມ

ບັນດາຜູ້ສະໝັກຮັບເລືອກຕັ້ງ 5 ທ່ານ ສຶບຕໍ່ ໂຄສະນາຫາສຽງ ຢູ່ເມືອງທ່າໂທມ

ບັນດາຜູ້ສະໝັກຮັບເລືອກຕັ້ງ 5 ທ່ານ ສຶບຕໍ່ ໂຄສະນາຫາສຽງ ຢູ່ເມືອງທ່າໂທມ
ຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ໄດ້ລົງເຄື່ອນໄຫວໂຄສະນາຫາສຽງ ຢູ່ຕາແສງ ແກ້ວມີໄຊ ໃນວັນທີ 17 ກຸມພາຜ່ານມາ ຢູ່ໂຮງຮຽນມັດທະຍົມສຶກສາສົມບູນຕາດຍອງ ຊຶ່ງຄະນະທີ 1 ມີຈຳນວນ 5 ທ່ານ ຍິງ 1 ທ່ານ, ມີປະທານຄະນະກຳມະການປົກຄອງເມືອງ ພ້ອມດ້ວຍປະທານຕາແສງ, ພະນັກງານຄູ-ອາຈານ ຕະຫຼອດຮອດ ອຳນາດການປົກຄອງ ແລະ ປະຊາຊົນພາຍໃນບ້ານ ເຂົ້າຮ່ວມດ້ວຍບັນຍາກາດຟົດຟື້ນ.
ບນດາຜສະໝກຮບເລອກຕງ 5 ທານ ສບຕ ໂຄສະນາຫາສຽງ ຢເມອງທາໂທມ - image 1
 

ການເລືອກຕັ້ງ ສສຊ ແລະ ສສຂ ເປັນສ່ວນໜຶ່ງໃນການປັບປຸງ, ບູລະນະກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ໃນລະບົບການເມືອງ ຢູ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ເພື່ອເຮັດໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ສາມາດປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ສະນັ້ນ ການເລືອກຕັ້ງ ແມ່ນໜ້າທີ່ການເມືອງ, ເປັນຄວາມຮັບຜິດຊອບຂອງພັກ, ລັດ ແລະ ທຸກພາກສ່ວນ ທັງສູນກາງ ຮອດທ້ອງຖິ່ນ ເພື່ອປະກອບສ່ວນເຂົ້າໃນການກະກຽມ ແລະ ດຳເນີນການເລືອກຕັ້ງ ພ້ອມທັງປຸກລະດົມປະຊາຊົນລາວບັນດາເຜົ່າເຂົ້າຮ່ວມ ໃຫ້ເປັນຂະບວນຟົດຟື້ນ ຖືເອົາການເລືອກຕັ້ງເປັນຄືປາງບຸນໃຫຍ່ຂອງຊາດ ດຳເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ ຮັບປະກັນໄດ້ 4 ຄາດໝາຍ: ເຂົ້າຮ່ວມການປ່ອນບັດຢ່າງຄົບຖ້ວນ, ປ່ອນບັດຖືກຕາມລະບຽບ, ມີຄວາມໂປ່ງໃສ ແລະ ຮັບປະກັນຄວາມສະຫງົບ.

ບນດາຜສະໝກຮບເລອກຕງ 5 ທານ ສບຕ ໂຄສະນາຫາສຽງ ຢເມອງທາໂທມ - image 2
 

ໃນການລົງໂຄສະນາຫາສຽງຄັ້ງນີ້, ຜູ້ສະໜັກຮັບເລືອກຕັ້ງ ໄດ້ສະເໜີຊື່, ແນະນຳຕົນເອງ ແລະ ປະຫວັດການເຄື່ອນໄຫວຂອງຕົນໂດຍຫຍໍ້ ເພື່ອໃຫ້ປະຊາຊົນໄດ້ຮັບຮູ້ ແລະ ທຳຄວາມເຂົ້າໃຈ ຕາມລຳດັບຄື: ນໍ້າເບີ 1 ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ, ນໍ້າເບີ 3 ທ່ານ ນາງ ຄຳສີ ສິດທິວໍລະດາ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ນໍ້າເບີ 7 ທ່ານ ຄຳເພັດ ດວງມາລາ ກຳມະການພັກແຂວງ ຮອງປະທານຄະນະກວດກາພັກ ອົງການກວດກາລັດ, ນໍ້າເບີ 8 ທ່ານ ນິກອນ ນາມມະໄຊ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງ, ນໍ້າເບີ 9 ທ່ານ ດົວຊົ່ງ ເລຍໂກ້ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ ຊຶ່ງແຕ່ລະທ່ານກໍ່ລ້ວນແລ້ວແຕ່ມີຄວາມຮູ້, ຄວາມສາມາດ, ມີມາດຖານ ແລະ ເງືອນໄຂຄົບຖ້ວນ. ພ້ອມດຽວກັນນັ້ນ ຜູ້ສະໜັກຮັບເລືອກຕັ້ງ ໄດ້ຝາກເຖິງປະຊາຊົນບັນດາເຜົ່າ, ພົນລະເມືອງລາວທຸກຄົນ ໂດຍບໍ່ຈຳແນກເພດ, ເຜົ່າ, ຖານະທາງດ້ານເສດຖະກິດ-ສັງຄົມ, ຄວາມເຊື່ອຖື, ສາສະໜາ, ທີ່ຕັ້ງພູມລຳເນົາ ລ້ວນແຕ່ມີສິດປ່ອນບັດເລືອກຕັ້ງ ນັບແຕ່ອາຍຸ 18 ປີຂຶ້ນໄປ ໂດຍມີມາດຕະຖານຄົບຖ້ວນຕາມກົດໝາຍ. ພ້ອມນັ້ນ ໃນວັນດຽວກັນນີ້, ຜູ້ແທນສະໝັກຮັບເລືອກຕັ້ງ 5 ທ່ານ ໄດ້ລົງເຄື່ອນໄຫວໂຄສະນາຫາສຽງ ພົບປະພະນັກງານ, ກົມກອງ ຢູ່ທີ່ກອງບັນຊາການທະຫານເມືອງຕື່ມອີກ. ສະນັ້ນ ຈຶ່ງຂໍເຊີນຊວນປະຊາຊົນລາວບັນດາເຜົ່າ ພ້ອມຈິດພ້ອມໃຈໄປປ່ອນບັດເລືອກຕັ້ງໃນຄັ້ງວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້.

(ຂ່າວ: ສີລິພອນ ສົງຄຳ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສາລະວັນ ສໍາເລັດການຍົກລະດັບວຽກງານເສນາທິການຮັບໃຊ້ການນໍາ

ສາລະວັນ ສໍາເລັດການຍົກລະດັບວຽກງານເສນາທິການຮັບໃຊ້ການນໍາ

ຊຸດຝຶກອົບຮົມຍົກລະດັບວຽກງານເສນາທິການຮັບໃຊ້ການນໍາ ໃຫ້ພະນັກງານ ຫ້ອງວ່າການແຂວງ, ພະແນກການ, ອົງການອ້ອມຂ້າງແຂວງ ແລະ ເມືອງ ທົ່ວແຂວງສາລະວັນ ປິດລົງເມື່ອ​ບໍ່​ດົນ​ມາ​ນີ້ ນີ້ ທີ່ ແຂວງສາລະວັນ ໂດຍ​ມີທ່ານ ຈັນເພັງ ສາຍທຳມະວົງ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ; ມີນັກສຳມະກອນ ທີ່ມາຈາກຫ້ອງວ່າການແຂວງ-ເມືອງ, ພະແນກການ ແລະ ອົງການອ້ອມຂ້າງແຂວງ ເຂົ້າຮ່ວມ.
ການນຳແຂວງຫຼວງພະບາງ ຢ້ຽມ​ຢາມບໍ​ລິ​ສັດຊີມັງຫຼວງພະບາງ ຈຽງເກີ ຈໍາກັດ

ການນຳແຂວງຫຼວງພະບາງ ຢ້ຽມ​ຢາມບໍ​ລິ​ສັດຊີມັງຫຼວງພະບາງ ຈຽງເກີ ຈໍາກັດ

ທ່ານ ບຸນເລື່ອມ ມະນີວົງ ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກແຂວງປະທານສະພາປະຊາຊົນ ແຂວງຫຼວງພະບາງ ພ້ອມດ້ວຍຄະນະ, ໄດ້ຢ້ຽມຢາມ-ເຮັດວຽກ ຢູ່ບໍລິສັດຊີມັງ ຫຼວງພະບາງ ຈຽງເກີ ຈໍາກັດຜູ້ດຽວ ເມື່ອ​ວັນ​ທີ 6 ສິງ​ຫາ​ຜ່ານ​ມາ, ໂຮງ​ງານ​ດັ່ງ​ກ່າວຕັ້ງຢູ່ເຂດພັດທະນານ້ຳຖ້ວມ ເມືອງນໍ້າບາກ, ໂດຍໄດ້ຮັບການຕ້ອນຮັບຈາກ ຜູ້ບໍລິຫານ ແລະພະນັກງານພາຍໃນໂຮງງານ.
ຄໍາມ່ວນ ປູກເຂົ້ານາປີໄດ້ທັງໝົດ 91,472 ເຮັກຕາ

ຄໍາມ່ວນ ປູກເຂົ້ານາປີໄດ້ທັງໝົດ 91,472 ເຮັກຕາ

ໃນລະດູການຜະລິດເຂົ້ານາປີ 2026 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນປູກເຂົ້ານາປີລວມທັງໝົດ 94,102 ເຮັກຕາ,ຄາດຄະເນຜົນຜະລິດ 344,651 ໂຕນ,ໝົດແນວພັນເຂົ້າ 5,646 ໂຕນ, ສ່ວນແຜນການປູກພືດເພື່ອເປັນສະບຽງອາຫານ 54,319 ເຮັກຕາ, ຄາດຄະເນຜົນຜະລິດ 197,009 ໂຕນ; ແຜນການປູກພືດເພື່ອເປັນສິນຄ້າ 39,783 ເຮັກຕາ, ຄາດຄະເນຜົນຜະລິດ 147,641 ໂຕນ.
ສະຫຼຸບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ 5 ປີ

ສະຫຼຸບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ 5 ປີ

ຄະນະກຳມະການອະໄພຍະໂທດລະດັບຊາດ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ 5 ປີ (2021-2025) ແລະ ວາງທິດທາງ 5 ປີ (2026-2030) ຂຶ້ນໃນວັນທີ 7 ສິງຫານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ ທັງເປັນປະທານຄະນະກຳມະການອະໄພຍະໂທດ ລະດັບຊາດ, ມີບັນດາທ່ານຄະນະກໍາມະການອະໄພຍະໂທດລະດັບຊາດ, ບັນດາທ່ານກອງເລຂາ ຄະນະກຳມະການອະໄພຍະໂທດລະດັບຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສື່ມວນຊົນແມ່ນຂົວຕໍ່ທີ່ສໍາຄັນທີ່ສຸດ ລະຫວ່າງພັກ-ລັດ ກັບປະຊາຊົນ

ສື່ມວນຊົນແມ່ນຂົວຕໍ່ທີ່ສໍາຄັນທີ່ສຸດ ລະຫວ່າງພັກ-ລັດ ກັບປະຊາຊົນ

ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນລາວ ຄົບຮອບ 76 ປີ (13 ສິງຫາ 1950 – 13 ສິງຫາ 2026) ທີ່ໃກ້ຈະມາເຖິງນີ້ ທ່ານ ທອງໃບ ໂພທິສານ ກໍາມະການສູນກາງແນວລາວສ້າງຊາດສິລະປິນດີເດັ່ນ ສາຂາວັນນະກໍາ ປະທານສະມາຄົມນັກປະພັນລາວ ໄດ້ໃຫ້ສໍາພາດ ແລະ ສະແດງຄວາມຮູ້ສຶກກ່ຽວກັບວັນດັ່ງກ່າວ ຕໍ່ນັກຂ່າວໜັງສືພິມປະຊາຊົນ.
ປະກາດກົງຈັກຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ແລະ ແຕ່ງຕັ້ງບຸກຄະລາກອນປະຈໍາ 3 ເຂດເລືອກຕັ້ງ

ປະກາດກົງຈັກຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ແລະ ແຕ່ງຕັ້ງບຸກຄະລາກອນປະຈໍາ 3 ເຂດເລືອກຕັ້ງ

ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ໄດ້ໄປປະກາດກົງຈັກທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງແລະ ການແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ, ເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ແລະ ເຂດເລືອກຕັ້ງທີ 3 ແຂວງຫຼວງນ້ຳທາ ໃນວັນທີ 3-5 ສິງຫາຜ່ານມານີ້ ທີ່ 3 ແຂວງດັ່ງກ່າວຕາມລຳດັບ; ເຂົ້າຮ່ວມມີບັນດາທ່ານເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ (ສພຂ); ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ; ຄະນະປະຈໍາ ແລະ ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ (ສສຂ); ພະແນກການອ້ອມຂ້າງ, ຄະນະຫ້ອງວ່າການ ແລະ ພະນັກງານ ສພຂ 3 ແຂວງ.
ພະແນກໂຍທາທິການ-ຂົນສົ່ງແຂວງສະຫວັນນະເຂດສະຫຼຸບວຽກງານ 6 ເດືອນ

ພະແນກໂຍທາທິການ-ຂົນສົ່ງແຂວງສະຫວັນນະເຂດສະຫຼຸບວຽກງານ 6 ເດືອນ

ໃນວັນທີ 6 ສິງຫາ 2026 ທີ່ສະໂມສອນ ເມືອງອຸທຸມພອນ,ທາງພະແນໂຍທາທິການ-ຂົນສົ່ງແຂວງສະຫວັນນະເຂດ,ໄດ້ສະຫຼຸບສັງເກດຕີລາຄາຄືນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາປະຈໍາປີ 2025,ປະເມີນແຜນພັດທະນາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026,ໂດຍມີທ່ານ ພູພະສອນໄຊ ເພັດສີນໍລາດ ຮອງຫົວໜ້າພະແນກໂຍທາທິການ-ຂົນສົ່ງແຂວງ,ທ່ານ ໂພໄຊອິນທະວົງສາ ປະທານຄະນະກໍາມະການປົກຄອງເມືອງອຸທຸມພອນ ແລະ ບັນດາທ່ານຈາກ 4 ເມືອງ,1 ນະຄອນໄກສອນ ເຂົ້າຮ່ວມ.
ມອບລົດຈັກໃຫ້ 3 ຕາແສງ ເພື່ອຮັບໃຊ້ວຽກງານບໍລິຫານ ແລະ ພັດທະນາ

ມອບລົດຈັກໃຫ້ 3 ຕາແສງ ເພື່ອຮັບໃຊ້ວຽກງານບໍລິຫານ ແລະ ພັດທະນາ

ໃນວັນທີ 6 ສິງຫານີ້, ທີ່ຫ້ອງວ່າການເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບລົດຈັກ ຮອນດາ ເວັບ (Honda Wave) ໃຫ້ 3 ຕາແສງພາຍໃນເມືອງ ເພື່ອນໍາໃຊ້ເຂົ້າໃນວຽກງານລວມຂອງຕາແສງໃຫ້ມີຄວາມສະດວກ ແລະ ມີປະສິດທິພາບສູງຂຶ້ນ ໃຫ້ກຽດເຂົ້າຮ່ວມ ແລະ ມອບໂດຍ ທ່ານ ອານຸສິດ ມະໂນສິນ ປະທານຄະນະກຳມະການປົກຄອງເມືອງ, ມີບັນດາທ່ານການນຳຂອງເມືອງ, ພະນັກງານ ທີ່ກ່ຽວຂ້ອງ ແລະ ຄະນະພັດທະນາຕາແສງຈາກ 3 ຕາແສງພາຍໃນເມືອງເຂົ້າຮ່ວມ ການມອບພາຫະນະ (ລົດຈັກ) ໃນຄັ້ງນີ້ປະກອບມີລົດຈັກຮອນດາ ເວັບ (Honda Wave) ຈໍານວນ 3 ຄັນມອບໃຫ້ 3 ຕາແສງພາຍໃນເມືອງບໍ່ແຕນ ຕາແສງລະ 1 ຄັນ ເປັນມູນຄ່າຄັນລະ 31,500,000 ກີບ
ການນຳ ແຂວງຫຼວງພະບາງ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງວຽງຄໍາ

ການນຳ ແຂວງຫຼວງພະບາງ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງວຽງຄໍາ

ວັນທີ 5 ສິງຫາຜ່ານມານີ້, ທ່ານ ບຸນເລື່ອມ ມະນີວົງ, ກຳມະການສູນກາງພັກ, ເລຂາບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6, ປະທານສະພາປະຊາຊົນແຂວງຫຼວງພະບາງ, ພ້ອມຄະນະ ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດປ່ອນບັດເລືອກຕັ້ງ ຢູ່ສະໂມ ສອນໃຫຍ່ຂອງເມືອງວຽງຄໍາ, ມີການນຳຂອງເມືອງ, ພະນັກງານລັດຖະກອນ, ຄະນະປະທານບ້ານ ແລະຜູ້ມີສິດປ່ອນບັດເລືອກຕັ້ງ ຈາກ 5 ບ້ານໃນເທດສະບານເມືອງ ເຂົ້າຮ່ວມ.
ແຕ່ງຕັ້ງ ຄະນະສະມາຊິກ ສພຊ ປະຈຳເຂດເລືອກຕັ້ງທີ 17 ແຂວງອັດຕະປື

ແຕ່ງຕັ້ງ ຄະນະສະມາຊິກ ສພຊ ປະຈຳເຂດເລືອກຕັ້ງທີ 17 ແຂວງອັດຕະປື

ໃນວັນທີ 6 ສິງຫາ ນີ້, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງອັດຕະປື ໄດ້ມີພິທີປະກາດແຕ່ງຕັ້ງ ປະທານ, ຮອງປະທານ ແລະ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 17 ແຂວງອັດຕະປື ຢ່າງເປັນທາງການ; ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ, ກໍາມະການສູນກາງພັກ, ປະທານກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສະພາແຫ່ງຊາດ ແລະ ທ່ານ ບຸນເຖິງ ດວງສະຫວັນ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງອັດຕະປື. ມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການທຽບເທົ່າ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ເພີ່ມເຕີມ