1. ສະເໜີໃຫ້ອົງການປົກຄອງແຂວງ ມີການກວດກາຄືນບັນດາຕົວເລກທີມີຄວາມຜິດດ່ຽງກັນ ລະຫວ່າງ ບົດສະຫຼຸບ 5 ປີຂອງແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະຕົວເລກຄາດໝາຍພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ທິດທາງ ແລະ ມາດຕະການໃນການຈັດຕັ້ງປະຕິບັດແກ້ໄຂຂໍ້ຄົງຄ້າງໃນໄລຍະຜ່ານມາ, ການຄຸ້ມຄອງ ແລະ ປົກປັກຮັກສາສິ່ງແວດລ້ອມ ຕິດພັນກັບການຂຸດຄົ້ນຊັບພະຍາກອນແຮ່ທາດ, ການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ຕິດພັນກັບເຕັກນິກ ແລະ ແຫຼ່ງທຶນໃນການຜະລິດ, ພ້ອມນັ້ນ ໃນການສ້າງແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນ 5 ປີຕໍ່ໜ້າ ຄວນຕິດພັນກັບການແກ້ໄຂ 2 ວາລະແຫ່ງຊາດຄື: ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ - ການເງິນ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, 2. ຄວນໄດ້ມີການປະສານສົມທົບກັບຫຼາຍພາກສ່ວນໃນການເກັບກໍາຖານຂໍ້ມູນໃຫ້ລະອຽດ, ຊັດເຈນ ແລະ ຄົບຖ້ວນ ໃນເຂດທີ່ເອື້ອອໍານວຍ ໃຫ້ເພີ່ມທະວີໃນການຊຸກຍູ້ວຽກງານການຫັນເປັນທັນສະໄໝເຂົ້າໃນການຈັດເກັບລາຍຮັບ ເພື່ອຮັບປະກັນການຈັດເກັບລາຍຮັບ ໄດ້ເກີນແຜນຫຼາຍຂຶ້ນ, 3. ຄົ້ນຄວ້າວິທີການ ແລະ ມາດຕະການໃນການແກ້ໄຂບັນຫາການບຸກລຸກເນື້ອທີ່ປ່າໄມ້ຂອງພໍ່ແມ່ປະຊາຊົນ ທີ່ຍັງເປັນຂໍ້ຄົງຄ້າງຢູ່ບາງເມືອງ, 4. ເອົາໃຈໃສ່ເພີ່ມເຕີ່ມກ່ຽວກັບການຄຸ້ມຄອງເນື້ອທີ່ດິນກະສິກໍາ ໃນການຫັນປ່ຽນດິນກະສິກໍາ ໄປເປັນທີ່ດິນປະເພດອື່ນ ຮັບປະກັນການຕອບສະໜອງພື້ນທີ່ຢ່າງພຽງພໍໃນການຜະລິດ, ຊຸກຍູ້, ສົ່ງເສີມການຜະລິດຂອງພໍ່ແມ່ປະຊາຊົນ ເພື່ອເປັນການຊົມໃຊ້ພາຍໃນ, ຫຼຸດຜ່ອນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ເປັນຕົ້ນ: ການຊຸກຍູ້ການເຂົ້າເຖິງແຫຼ່ງທຶນໃນອັດຕາດອກເບ້ຍຕໍ່າ, ການສົ່ງເສີມເຕັກນິກທາງດ້ານວິຊາການ, ແນວພັນພືດ, ພັນສັດ ແລະ ຕະຫຼາດຮອງຮັບ ເພື່ອຮັບປະກັນໃຫ້ການແກ້ໄຂບັນຫາຄ່າຄອງຊີບທີ່ສູງ ເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ດີຂຶ້ນ, 5. ເອົາໃຈໃສ່ເພີ່ມທະວີ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ມີມາດຕະການເຂັ້ມງວດຕື່ມ ໃນຄຸ້ມຄອງລາຄາສິນຄ້າທີ່ມີຜົນກະທົບໄວຕໍ່ການດໍາລົງຊີວິດຂອງພໍ່ແມ່ປະຊາຊົນ ເປັນຕົ້ນ ປະເພດອາຫານ, ສິນຄ້າຊົມໃຊ້ໃນຄົວເຮືອນ, ສິນຄ້າໃນການຜະລິດກະສິກໍາ, 6. ເອົາໃຈໃສ່ຕິດຕາມກວດກາຄືນ ແລະ ສືບຕໍ່ຂະຫຍາຍຕາຂ່າຍໄຟຟ້າໃຫ້ປະຊາຊົນໃນທົ່ວແຂວງ ໄດ້ຊົມໃຊ້ໄຟຟ້າໃຫ້ທົ່ວເຖິງ, ພ້ອມທັງ ແກ້ໄຂບັນຫາໄຟຟ້າຕົກ, ໄຟຟ້າບໍ່ພຽງພໍຕໍ່ການຊົມໃຊ້ ແລະ ການເກັບລາຄາການຊົມໃຊ້ໄຟຟ້າທີ່ມີລັກສະນະແຕກໂຕນກັນໃນແຕ່ລະເດືອນ, 7. ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ຕິດພັນກັບການກໍ່ສ້າງ ແລະ ສ້ອມແປງຊົນລະປະທານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ຮັບປະກັນໃຫ້ການນໍາໃຊ້ໄດ້ຍາວນານ, 8. ມີວິທີການ ແລະ ມາດຕະການເພີ່ມຕື່ມ ໃນການແກ້ໄຂຂອດຂັ້ນຄວາມຫຍຸ້ງຍາກຕ່າງໆ ທີ່ເປັນອຸປະສັກ ຕໍ່ວຽກງານການລົງທຶນ ເປັນຕົ້ນ ວຽກງານການລົງທຶນຂອງລັດ, ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ, 9. ເອົາໃຈໃສ່ຕິດຕາມກວດກາ ແລະ ປະເມີນຄືນການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດຢ່າງເຂັ້ມງວດ ເປັນຕົ້ນ ເຕັກນິກ ແລະ ມາດຕະຖານ ໃນການນໍາໃຊ້ເຂົ້າໃນການກໍ່ສ້າງຖະໜົນຫົນທາງ ໃຫ້ຮັບປະກັນ ຄຸນນະພາບໃນການນໍາໃຊ້ໃຫ້ໄດ້ຍາວນານ, ກວດກາ ແລະ ຄຸ້ມຄອງ ພາຫະນະຂົນສົ່ງທັງພາຍໃນ ແລະ ຕ່າງປະເທດ, ພ້ອມທັງມີມາດຕະການໃນການແກ້ໄຂ ພາຫະນະທີ່ບັນທຸກນໍ້າໜັກເກີນ, ການດັດແປງຕໍ່ເຕີມ, ການຄຸ້ມຄອງການຈອດລົດຊະຊາຍກີດຂວາງການສັນຈອນ, ການໃຊ້ຄວາມໄວເກີນກໍານົດ ເພື່ອແກ້ໄຂບັນຫາການເກີດອຸປະຕິເຫດໃຫ້ຫຼຸດລົງ, 10. ກວດກາຄືນ ແລະ ມີມາດຕະການເຂັ້ມງວດ ຕໍ່ບັນດາຜູ້ປະກອບການ, ຫົວໜ່ວຍທຸລະກິດ, ໂຮງຈັກ, ໂຮງງານ ທີ່ບໍ່ປະຕິບັດຕາມບົດບັນທຶກສັນຍາ, ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ - ສັງຄົມ ເປັນຕົ້ນ ການບຸກລຸກພື້ນທີ່, ບັນຫາການປ່ອຍນໍ້າເສຍ, ຝຸ່ນລະອອງທີ່ເປັນມົນລະພິດທາງອາກາດ, ພ້ອມທັງ ເພີ່ມທະວີການກວດກາຄືນ ແລະ ເອົາໃຈໃສ່ວຽກງານການຊົດເຊີຍຜົນກະທົບໃຫ້ແກ່ປະຊາຊົນ ຈາກໂຄງການລົງທຶນພາຍໃນແຂວງ ໃຫ້ຖືກຕ້ອງສອດຄ່ອງກັບກົດໝາຍ ແລະ ແທດເໝາະກັບສະພາບຜົນກະທົບຕົວຈິງ, 11. ເອົາໃຈໃສ່ແກ້ໄຂບັນຫາຂໍ້ຄົງຄ້າງທາງດ້ານການສຶກສາ ແລະ ສາທາລະນະສຸກ ໂດຍຄົ້ນຄວ້າຈັດສັນງົບປະມານ ແລະ ວັດຖຸອຸປະກອນເພີ່ມຕື່ມ ຕິດພັນກັບການກໍ່ສ້າງ, ສ້ອມແປງສຸກສາລາ ແລະ ໂຮງຮຽນ ໃຫ້ແກ່ບັນດາເມືອງທີ່ຍັງບໍ່ທັນພຽງພໍ, 12. ເອົາໃຈໃສ່ ເພີ່ມທະວີ ໃນການເກັບກໍາຂໍ້ມູນໃຫ້ລະອຽດ, ຊັດເຈນ ແລະ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີ ຕໍ່ປະເທດຊາດ ໃຫ້ຫຼາຍຂຶ້ນ, 13. ບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ: ບັນຫາຊາຍແດນ, ຢາເສບຕິດ, ການມົ້ວສຸມຂອງກຸ່ມເຍົາວະຊົນ, ຂີ້ລັກງັດແງະ, ອຸປະຕິເຫດ ເຖິງຈະໄດ້ຮັບການແກ້ໄຂຢ່າງຕໍ່ເນື່ອງໃນປັດຈຸບັນ ແຕ່ກໍຍັງສັງເກດເຫັນໄດ້ວ່າ ຕໍ່ກັບບັນຫາດັ່ງກ່າວຍັງມີລັກສະນະບໍ່ຫຼຸດລົງ, 14. ຕໍ່ກັບບັນຫາຜູ້ຕິດຢາເສບຕິດ ທີ່ນໍາເຂົ້າສູນບໍາບັດ ຄວນເອົາໃຈໃສ່ວຽກງານສຶກສາອົບຮົມຢ່າງເຂັ້ມງວດ ແລະ ຄົ້ນຄວ້າວິທີການຕ່າງໆເພື່ອຕື່ມ ໃນປິ່ນປົວບໍາບັດ, ເພີ່ມທະວີໃນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ອໍານາດການປົກຄອງຂັ້ນບ້ານ ມີມາດຕະການ ແລະ ວິທີການຕິດຕາມຜູ້ທີ່ໄດ້ຮັບການປ່ອຍຕົວຈາກສະຖານທີ່ບໍາບັດໄປແລ້ວນັ້ນ ເພື່ອສຶກສາອົບຮົມ ໃຫ້ບຸກຄົນດັ່ງກ່າວ ກາຍເປັນພົນລະເມືອງດີ ບໍ່ກັບມາກະທໍາຜິດຕື່ມອີກ.
(ຂ່າວພາບ: ກອງຄໍາ)
ຄໍາເຫັນ