ບາງຜົນສຳເລັດຂອງກອງເລຂາຄະນະສະພາກິດແກ້ໄຂບັນຫາເຄັ່ງຮ້ອນ

 ບາງຜົນສຳເລັດຂອງກອງເລຂາຄະນະສະພາກິດແກ້ໄຂບັນຫາເຄັ່ງຮ້ອນ
ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າຫ້ອງ ວ່າການສຳນັກງານນາຍົກລັດຖະມົນຕີ(ຫສນຍ)ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2023 ວ່າ:ໄລຍະກາງສະໄໝຫ້ອງວ່າການສຳນັກງານນາຍົກລັດຖະມົນຕີມີຜົນສຳເລັດຫຼາຍດ້ານສາມາດຕີລາຄາໄດ້ວ່າ, ມາຮອດປັດຈຸບັນເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ສາມຂັ້ນຊຶ່ງສະມາຊິກພັກ ແລະ ພະນັກງານແມ່ນມີຄວາມສາມະຄີເປັນເອກະພາບສູງ,ຄະນະພັກ, ຄະນະນຳ ຫສນຍໄດ້ນຳພາເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄັ້ງທີ XI, ມະຕິ, ຄຳສັ່ງຕ່າງໆ ຊຶ່ງໄດ້ສ້າງການຫັນປ່ຽນຢ່າງແຂງແຮງ,ເລິກເຊິ່ງ,ຮອບດ້ານໂດຍສະເພາະສ້າງການຫັນປ່ຽນ ດ້ວຍສາມການຫັນປ່ຽນຄື: ການຫັນປ່ຽນທາງດ້ານແນວຄິດຈາກແນວຄິດທີ່ລໍຖ້າຄຳສັ່ງ,ຄອງຄອຍໄດ້ຫັນມາເປັນເຈົ້າຕົນເອງຕາມພາລະບົດບາດ,ສິດ,ໜ້າທີ່,ພາລະບົດບາດຂອງແຕ່ລະສະຫາຍ,ແຕ່ລະພາກສ່ວນ, ຕົວຢ່າງການກະກຽມກອງປະຊຸມລັດຖະບານ ໂດຍບໍ່ໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບ ໜາຍຄວາມວ່າເປັນຄວາມຮັບຜິດຊອບຂອງກົມໃດແມ່ນກົມນັ້ນຈະເປັນເຈົ້າການຂຶ້ນແຜນ ແລະ ອະນຸມັດຕາມແບບແຜນ,ມືອາຊີບ; ອັນທີສອງແມ່ນການຫັນປ່ຽນຈາກການເຮັດວຽກທີ່ບໍ່ມີແຜນການ,ບໍ່ມີຄາດໝາຍ,ບໍ່ມີການແບ່ງຄວາມຮັບຜິດຊອບທີ່ຊັດເຈນໃຫ້ກາຍເປັນການເຮັດວຽກທີ່ມີແຜນດຳເນິນງານ ແລະ ມີຄາດໝາຍ ແລະ ສາມແມ່ນການຫັນປ່ຽນເຮັດວຽກຫຼາຍຂອດ,ຫຼາຍຂັ້ນ ໃຫ້ຫຼຸດໜ້ອຍຖອຍລົງ ຊຶ່ງໃນເມື່ອກອ່ນມີ 10ກວ່າຂອດຂັ້ນ ແຕ່ມາໃນປັດຈຸບັນ ມີຢູ່ 3ຂັ້ນ,ນອກຈາກນັ້ນ ໄດ້ອອກແບບໃບກິດສຳພັນໃນການປະສານງານ ຊຶ່ງໄດ້ເຮັດທົດລອງມາໄດ້ໄລຍະໜຶ່ງແລ້ວ ໂດຍເອົາໃບກິດສຳພັນກຳນົດເວລາເຮັດໃຫ້ການບໍລິການມີຄວາມວ່ອງໄວຂຶ້ນ ແລະ ຊັດເຈນຂຶ້ນ.
ທ່ານກ່າວຕື່ມວ່າ:ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ນອກຈາກປະຕິບັດບົດບາດເປັນເສນາທີການ ເປັນຜູ້ປະສານງານຮັບໃຊ້ລັດຖະບານແລ້ວ, ພວກເຮົາຕ້ອງໄດ້ເຮັດໜ້າທີ່ເປັນກອງເລຂາໃຫ້ຄະນະສະເພາະກິດ ຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ (ຄະນະສະເພາະກິດ 19/ກມສພ) ຊຶ່ງວຽກງານດັ່ງກ່າວນີ້ມີບົດບາດສຳຄັນເພື່ອແກ້ໄຂບັນຫາເສດຖະກິດ,ບັນຫາເຄັ່ງຮ້ອນ, ສະນັ້ນໃນນາມຫົວໜ້າກອງເລຂາຄະນະສະເພາະກິດ 19/ກມສພ ແມ່ນໄດ້ພະຍາຍາມປະຕິບັດຕາມທິດຊີ້ນຳ ແລະ ພາລະບົດບາດຂອງຕົນເອງໄປພ້ອມໆກັນ ຊຶ່ຶງວຽກຫຼັກໆທີ່ພວກເຮົາເຮັດອັນທຳອິດແມ່ນກຳສະພາບລວມກ່ຽວກັບ 4ເປົ້າໝາຍວຽກຄື: ການແກ້ໄຂບັນຫາອັດຕາເງິນເຟີ້; ການຄວບຄຸມອັດຕາແລກປ່ຽນ; ຕິດຕາມການແກ້ໄຂໜີ້ສິນ ແລະ ການຄຸ້ມຄອງລາຄາສິນຄ້າ, ນອກຈາກນັ້ນ ໄດ້ກຳສະພາບການອື່ນໆທີ່ປິ່ນອອ້ມກ່ຽວກັບການແກ້ໄຂບັນຫາເສດຖະກິດ-ສັງຄົມ,ຂຶ້ນແຜນໃນການເຄື່ອນໄຫວໃຫ້ແກ່ຄະນະສະເພາະກິດ 19/ກມສພກຳນົດບັນດາມາດຕະການ, ກຳນົດຄາດໝາຍ ໃນນັ້ນຍັງມີຄາດໝາຍລວມ,ຄາດໝາຍສະເພາະ ເວົ້າລວມແມ່ນເປັນການສ້າງແຜນໃຫ້ຮັດກຸມຂຶ້ນ,ສຸມໃສ່ໃນການສົມທົບ,ຄົ້ນຄວ້າໃນການສ້າງນິຕິກຳຕ່າງໆເພື່ອສົມທົບກັບຂະແໜງການກ່ຽວຂ້ອງແລະທ້ອງຖິ່ນເພື່ອບັງຂັບໃຊ້ໃນການແກ້ໄຂບັນຫາ,ທີ່ສຳຄັນໄດ້ອອກຄຳສັ່ງຈຳນວນໜຶ່ງຂອງ ທ່ານນາຍົກລັດຖະມົນຕີ ກໍຄືຫົວໜ້າຄະນະສະເພາະກິດ 19/ກມສພ,ໂດຍສະເພາະແມ່ນຄຳສັ່ງ ເລກທີ 10 ກຳນົດກ່ຽວກັບການຄຸ້ມຄອງເງິນຕາ; ຄຳສັ່ງ ເລກທີ 11 ຄຸ້ມຄອງເລື່ອງປ່າໄມ້ແລະຄຳສັ່ງເລກທີ 13 ຫັນຄວາມຮັບຜິດຊອບທົ່ວປວງຊົນທັງຊາດ ໜາຍວ່າໄດ້ກຳນົດ ສາມໜ້າທີ່ໃຫຍ່ຂອງທຸກຂະແໜງການ ແລະ ທ້ອງຖິ່ນທີ່ຈະຕ້ອງໄດ້ສຶກສາອົບຮົມນຳພາແນວຄິດ ໃຫ້ປະຊາຊົນລາວບັນດາເຜົ່າໂດຍບໍ່ໃຫ້ອາໃສແຕ່ພາກລັດໃນການແກ້ໄຂບັນຫາເສດຖະກິດ ໂດຍສະເພາະໃນການຄຸ້ມຄອງລາຄາສິນຄ້າ,ອັດຕາເງິນເຟີ້, ບັນຫາດັ່ງກ່າວປະຊາຊົນຕ້ອງເປັນເຈົ້າການຊ່ວຍກັນໃນການແກ້ໄຂບັນຫາຮ່ວມກັນ.
ທ່ານກ່າວໃຫ້ຮູ້ຕື່ມວ່າ:ຜົນຂອງການແກ່ໄຂບັນຫາເສດຖະກິດ, ມາເຖິງປັດຈຸບັນ ຊຶ່ງບາງຕົວເລກໄດ້ຮັບຜົນສຳເລັດເປັນທີ່ໜ້າພໍໃຈອັນພົ້ນເດັ່ນແມ່ນອັດຕາເງິນເຟີ້ຫຼຸດລົງ ຈາກເມື່ອກ່ອນ ຢູ່ໃນລະດັບຫຼາຍກວ່າ 28% ມາຮອດປັດຈຸບັນ ຢູ່ໃນລະດັບ 25%,ນອກຈາກນີ້ການເກັບລາຍຮັບໄດ້ສຸມໃສ່ການຫັນເປັນທັນສະໄໝສາມາດເກັບລາຍຮັບເພີ່ມຂຶ້ນເຮັດໃຫ້ຕົວເລກລາຍຮັບເກີນແຜນເມື່ອທຽບໃສ່ປີ 2022 ແມ່ນເພີ່ມຂຶ້ນ38%, ໃນຂະນະທີ່ການຄວບຄຸມການຂາຍຍົກ-ຂາຍຍ່ອຍໄດ້ມີການຂຶ້ນບັນຊີບໍລິສັດນຳເຂົ້າ-ສົ່ງອອກ ເພາະບັນດາບໍລິສັດດັ່ງກ່າວ ຈໍລະຈອນເງິນຕາຫຼາຍ ສະນັ້ນຈຶ່ງໄດ້ຄຸ້ມຄອງໃຫ້ຖືກຕ້ອງ ຈຶ່ງຈະສາມາດຄຸ້ມຄອງເງິນຕາໄດ້,ມາຮອດປັດຈຸບັນສາມາດມີຄັງແຮເງິນຕາ ແລະ ຈະສູ້ຊົນໃຫ້ມີສາມຄັງແຮຄື: ຄັງແຮເຂົ້າ ເພື່ອແກ້ໄຂໃນກໍລະນີສຸກເສິນ,ຄັງແຮນໍ້າມັນ ເພື່ອສະດວກໃນການນຳໃຊ້ໝູນວຽນ ແລະ ຄັງແຮເງິນຕາ.
(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ