ເບຣຊິນ ອອກກົດໝາຍຈຳກັດການໃຊ້ໂທລະສັບມືຖື

ເບຣຊິນ ອອກກົດໝາຍຈຳກັດການໃຊ້ໂທລະສັບມືຖືໃນໂຮງຮຽນ

ເບຣຊິນ ອອກກົດໝາຍຈຳກັດການໃຊ້ໂທລະສັບມືຖືໃນໂຮງຮຽນ
ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ມັງກອນ ຜ່ານມາວ່າ: ທ່ານ ລູອິຊ ອິນາຊິໂອ ລູລາ ດາ ຊິລວາ ປະທານາທິບໍດີເບຣຊິນໄດ້ລົງນາມໃນຮ່າງກົດໝາຍຈໍາກັດການໃຊ້ໂທລະສັບມືຖືໃນໂຮງຮຽນ ໂດຍປະຕິບັດຕາມຫຼາຍປະເທດໃນທົ່ວໂລກທີ່ມີການອອກຂໍ້ຈໍາກັດທີ່ຄ້າຍຄືກັນນີ້.

ທ່ານປະທານາທິບໍດີເບຣຊິນໄດ້ລົງນາມໃນຮ່າງກົດໝາຍຈໍາກັດການໃຊ້ໂທລະສັບມືຖືໃນໂຮງຮຽນ ຊຶ່ງເປັນໄປຕາມທ່າອ່ຽງທົ່ວໂລກທີ່ມີການອອກຂໍ້ຈຳກັດທີ່ຄ້າຍຄືກັນນີ້, ໂດຍກົດໝາຍທີ່ຈໍາກັດການນໍາໃຊ້ໂທລະສັບມືຖືໃນໂຮງຮຽນ ຈະມີຜົນຕໍ່ນັກຮຽນຊັ້ນປະຖົມແລະມັດທະຍົມໃນປະເທດ. ໂດຍຈະນຳໃຊ້ຈະໂທລະສັບມືຖືໄດ້ສະເພາະໃນກໍລະນີສຸກເສີນ ແລະ ອັນຕະລາຍ, ໃຊ້ເພື່ອຈຸດປະສົງການສຶກສາ ຫຼືໃນກໍລະນີທີ່ນັກຮຽນມີຄວາມຈຳເປັນຕ້ອງໃຊ້ອຸປະກອນດັ່ງກ່າວ ແລະ ຈະມີຜົນສັກສິດໃນເດືອນກຸມພາຈະມາເຖິງນີ້.

ທ່ານ ຄາມິໂລ ຊານຕານາ ລັດຖະມົນຕີກະຊວງສຶກສາກ່າວວ່າ: ການທີ່ເດັກນ້ອຍເລີ່ມໃຊ້ອິນເຕີເນັດຕັ້ງແຕ່ອາຍຸຍັງນ້ອຍເຮັດໃຫ້ຜູ້ປົກຄອງຍາກທີ່ຈະຕິດຕາມວ່າເດັກນ້ອຍເຮັດຫຍັງ ແລະການຈໍາກັດການໃຊ້ໂທລະສັບມືຖືໃນໂຮງຮຽນສາມາດຊ່ວຍແກ້ໄຂບັນຫານີ້ໄດ້. ໂດຍລັດຖະບານຫວັງວ່າໂທລະສັບມືຖືຈະຖືກນໍາໄປໃຊ້ໃນຫ້ອງຮຽນເພື່ອຈຸດປະສົງດ້ານການສຶກສາແລະ ຢູ່ພາຍໃຕ້ການຊີ້ນໍາຂອງຄູສອນເທົ່ານັ້ນ ເຊັ່ນດຽວກັບໃນຫຼາຍປະເທດ.

ກົດໝາຍສະບັບນີ້ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງ ຈາກທັງຝ່າຍພັນທະມິດຂອງທ່ານປະທານາທິບໍດີແລະຝ່າຍຄ້ານ,ນອກຈາກນີ້ຜູ້ປົກຄອງ ແລະ ນັກຮຽນຈຳນວນຫຼາຍກໍເຫັນດີກັບການຈຳກັດການໃຊ້ງານນີ້. ຜົນການສໍາຫຼວດໃນເດືອນຕຸລາໂດຍ Datafolha ລະບຸວ່າ: ເກືອບສອງສ່ວນສາມຂອງຜູ້ຕອບແບບສອບຖາມສະໜັບສະໜູນການຫ້າມໃຊ້ໂທລະສັບມືຖືໃນໂຮງຮຽນແລະຫຼາຍກວ່າສາມສ່ວນສີ່ເຊື່ອວ່າອຸປະກອນດັ່ງກ່າວມີຜົນເສຍຫຼາຍກວ່າຜົນດີຕໍ່ເດັກນ້ອຍ.

ອີງຕາມການສໍາຫຼວດທີ່ເຜີຍແຜ່ໃນເດືອນສິງຫາ ຜ່ານມາ ໂດຍຄະນະກໍາມະການຄຸ້ມຄອງອິນເຕີເນັດຂອງເບຣຊິນພົບວ່າ: ໃນປີ 2023, ໂຮງຮຽນໃນເບຣຊິນ ປະມານສອງສ່ວນສາມ ມີການຈໍາກັດການໃຊ້ໂທລະສັບມືຖື, ຂະນະທີ່ 28% ຫ້າມນຳໃຊ້ທັງໝົດ. ລັດ Rio de Janeiro, Maranhão ແລະ Goiasໄດ້ຜ່ານກົດໝາຍທ້ອງຖິ່ນທີ່ຫ້າມໂທລະສັບມືຖືໃນໂຮງຮຽນແລ້ວ, ແຕ່ເຈົ້າໜ້າທີ່ກໍປະສົບກັບບັນຫາໃນການປະຕິບັດກົດໝາຍ. ປັດຈຸບັນ, ລັດ São Paulo ພວມປຶກສາຫາລືກ່ຽວກັບການຫ້າມໃຊ້ໂທລະສັບມືຖືໃນໂຮງຮຽນລັດ ແລະ ເອກະຊົນ.

ຕາມບົດລາຍງານຂອງ UNESCO ໃນເດືອນກັນຍາສະແດງໃຫ້ເຫັນວ່າ, ໜຶ່ງໃນສີ່ປະເທດທົ່ວໂລກມີຂໍ້ຈຳກັດໃນການໃຊ້ໂທລະສັບມືຖືໃນໂຮງຮຽນ.

ຄໍາເຫັນ

ຂ່າວຕ່າງປະເທດ

ຈາກ​ເຂົ້າ​ຂອງ​ເຄື່ອງ​ໃຊ້​ສຳ​ລັບ​ບຸນ​ກຸດ​ຈີນ​ຂອງ​ປະ​ຊາ​ຊົນ​ເຫັນ​ໄດ້​ເຖິງຄວາມ​ໂອບ​ເອື້ອ​ອາ​ລີ​ ແລະ ຄວາມ​ປາ​ຖະ​ໜາ​ອັນ​ແຮງ​ກ້າ​ທີ່​ສຸດ ຂອງ​ທ່ານ​ ສີ​ຈິ້ນ​ຜິງ

ຈາກ​ເຂົ້າ​ຂອງ​ເຄື່ອງ​ໃຊ້​ສຳ​ລັບ​ບຸນ​ກຸດ​ຈີນ​ຂອງ​ປະ​ຊາ​ຊົນ​ເຫັນ​ໄດ້​ເຖິງຄວາມ​ໂອບ​ເອື້ອ​ອາ​ລີ​ ແລະ ຄວາມ​ປາ​ຖະ​ໜາ​ອັນ​ແຮງ​ກ້າ​ທີ່​ສຸດ ຂອງ​ທ່ານ​ ສີ​ຈິ້ນ​ຜິງ

ຄຽງ​ຄູ່​ກັບ​ບຸນ​ກຸດ​ຈີນ​ໃກ້​ຈະ​ໝູນ​ວຽນ​ມາ​ເຖິງ, ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຂອງ​ຈີນ​ມີ​ບັນ​ຍາ​ກາດ​ສະຫຼອງ​ບຸນ​ປີ​ໃໝ່​ຄ່ອຍໆ​ເຂັ້ມ​ຂຸ້ນ​ຂຶ້ນ. ໃນວັນ​ທີ 10 ກຸມ​ພາ ຜ່ານມາ, ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນກງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ​ທີ່ກຳ​ລັງ​ເຄື່ອນ​ໄຫວ​ຢ້ຽມ​ຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໄດ້​ເດີນ​ທາງ​ໄປ​ເຖິງ​ເຂດ​ຖະ​ໜົນ​ວັດ​ໂຫຼງ​ຟູ​ເມືອງ​ຕົ່ງ​ເສີງ, ເພິ່ນ​ເວົ້າ​ກັບ​ນັກ​ທ່ອງ​ທ່ຽວ​ ແລະ​ ຊາວ​ເມືອງ​ທັງ​ຫຼາຍ​ວ່າ:
ຊາວໜຸ່ມປອກຕຸຍການ ໃຊ້ GenAI ສູງກວ່າອັດຕາສະເລ່ຍຂອງເອີຣົບ

ຊາວໜຸ່ມປອກຕຸຍການ ໃຊ້ GenAI ສູງກວ່າອັດຕາສະເລ່ຍຂອງເອີຣົບ

ຂ່າວຕ່າງປະເທດລາຍງານ ໃນວັນທີ 11 ກຸມພາ ຜ່ານມາວ່າ: ບົດລາຍງານຈາກມະຫາວິທະຍາໄລ Nova Lisbon ຂອງປອກຕຸຍການ ຊຶ່ງໄດ້ເຜີຍແຜ່ໃນໂອກາດສະເຫຼີມສະຫຼງວັນສາກົນ ເພື່ອການສົ່ງເສີມອິນເຕີເນັດທີ່ປອດໄພ (Safer Internet Day) ລະບຸວ່າ: ປະມານ 85% ຂອງເດັກນ້ອຍ ແລະ ໄວໜຸ່ມອາຍຸລະຫວ່າງ 9-17 ປີໃນປອກຕຸຍການໄດ້ໃຊ້ປັນຍາປະດິດທີ່ສ້າງສັນ (Generative AI) ໃນເດືອນທີ່ຜ່ານມາ ສູງກວ່າລະດັບສະເລ່ຍຂອງເອີຣົບ 10 ຈຸດ.
CGTN ປະກາດຜົນການສຳຫຼວດຄວາມເຫັນກ່ຽວກັບບຸນກຸດຈີນ

CGTN ປະກາດຜົນການສຳຫຼວດຄວາມເຫັນກ່ຽວກັບບຸນກຸດຈີນ

ຂ່າວສານຊີອາໄອລາຍງານວ່າ: ຫວ່າງມໍ່ໆມານີ້, ຄຳເວົ້າທີ່ວ່າ “ກາຍເປັນຄົນຈີນ” ໄດ້ສ້າງກະແສນິຍົມທາງອິນເຕີເນັດ, ບຸນກຸດຈີນທີ່ຈະໝູນວຽນມາເຖິງນີ້ຈະກາຍເປັນໂອກາດສຳຄັນສຳລັບຊາວເນັດຕ່າງປະເທດຈະໄດ້ຮັບຮູ້ກ່ຽວກັບປະເທດຈີນ .ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດການສຳຫຼວດຄວາມເຫັນຂອງຊາວເນັດທົ່ວໂລກກ່ຽວກັບບຸນກຸດຈີນ ໂດຍໄດ້ຮັບຜົນດັ່ງນີ້:
ເດືອນມັງກອນ 2026 ເປັນເດືອນທີ່ຮ້ອນທີ່ສຸດອັນດັບ 5 ຂອງໂລກ

ເດືອນມັງກອນ 2026 ເປັນເດືອນທີ່ຮ້ອນທີ່ສຸດອັນດັບ 5 ຂອງໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ກຸມພາ ຜ່ານມາວ່າ: ຫ້ອງການບໍລິການຕິດຕາມກວດກາການປ່ຽນແປງສະພາບອາກາດ Copernicus (C3S) ລາຍງານວ່າ: ເດືອນມັງກອນ 2026 ແມ່ນເດືອນມັງກອນທີ່ຮ້ອນທີ່ສຸດອັນດັບ 5 ຂອງໂລກ ແລະ ພົບອຸນຫະພູມທີ່ແຕກຕ່າງກັນຮຸນແຮງລະຫວ່າງສອງຊີກໂລກ. ໂດຍອຸນຫະພູມສະເລ່ຍທົ່ວໂລກແມ່ນ 12.95 ອົງສາ, ຕໍ່າກວ່າສະຖິຕິສູງສຸດໃນເດືອນມັງກອນ 2025 ຢູ່ 0.28 ອົງສາ, ແຕ່ຍັງຄົງເປັນເດືອນມັງກອນທີ່ຮ້ອນທີ່ສຸດອັນດັບ 5 ເທົ່າທີ່ເຄີຍມີການບັນທຶກໄວ້.
ຫວຽດນາມ ສ້າງ​ສູນ​ການ​ເງິນ​ສາ​ກົນ ຢູ່​ນະ​ຄອນໂຮ່​ຈິ​ມິນ ​

ຫວຽດນາມ ສ້າງ​ສູນ​ການ​ເງິນ​ສາ​ກົນ ຢູ່​ນະ​ຄອນໂຮ່​ຈິ​ມິນ ​

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 11 ກຸມພາ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມພິທີເປີດນຳໃຊ້ ສູນການເງິນສາກົນ ຫວຽດນາມ ຢູ່ນະຄອນໂຮ່ຈິມິນ, ທ່ານໄດ້ສະເໜີຕ້ອງສ້າງສູນການເງິນສາກົນ ຫວຽດນາມ ຢູ່ນະຄອນໂຮ່ຈິມິນ ກາຍເປັນກຳລັງໜູນ ແລະ ເປັນບ່ອນອີງຢ່າງໝັ້ນແກ່ນໃຫ້ແກ່ການເຕີບໂຕແບບຍືນຍົງຂອງປະເທດຊາດ.
ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ: ວິ​ທີ​ແກ້​ໄຂ​ທີ່​ດີ​ທີ່​ສຸດ​ທີ່​ຊຸກ​ຍູ້​ໃຫ້​ໂລກ​ກ້າວ​ໄປ​ສູ່​ອະ​ນາ​ຄົດ​ທີ່​ກົມ​ກຽວ ແລະ ຍືນ​ຍົງຫຼາຍກວ່າ

ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ: ວິ​ທີ​ແກ້​ໄຂ​ທີ່​ດີ​ທີ່​ສຸດ​ທີ່​ຊຸກ​ຍູ້​ໃຫ້​ໂລກ​ກ້າວ​ໄປ​ສູ່​ອະ​ນາ​ຄົດ​ທີ່​ກົມ​ກຽວ ແລະ ຍືນ​ຍົງຫຼາຍກວ່າ

ຂ່າວສານຊີອາໄອລາຍງານວ່າ: ໃນ​ທ້າຍ​ເດືອນ​ມັງ​ກອນ​ປີ 2026, ພາ​ຍຸ​ຫິ​ມະ​ທີ່​ຮ້າຍ​ແຮງ​ຄັ້ງ​ໜຶ່ງ​ໄດ້​ເກີດ​ຂຶ້ນ​ຢູ່​ລັດ​ເທັກ​ຊັ​ສ​ຂອງ​ອາ​ເມ​ຣິ​ກາ ຊຶ່ງ​ເຮັດ​ໃຫ້​ໂຮ​ງ​ງານ​ຜະ​ລິດ​ແຜ່ນ​ຊິບ​ຢຸດ​ການ​ຜະ​ລິດ, ລາ​ຄາ​ຂອງ​ໂທ​ລະ​ສັບ​ມື​ຖື​​ໄດ້​ເພີ່ມ​ຂຶ້ນ​ເກືອບ 2 ເທົ່າ.
ຟີລິບປິນຂາດດຸນການຄ້າກະສິກຳຫຼຸດລົງໃນເດືອນທັນວາ 2025

ຟີລິບປິນຂາດດຸນການຄ້າກະສິກຳຫຼຸດລົງໃນເດືອນທັນວາ 2025

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ກຸມພາ ຜ່ານມາວ່າ: ກະຊວງກະສິກຳຂອງຟີລິບປິນໄດ້ເປີດເຜີຍວ່າ, ຟີລິບປິນຂາດດຸນການຄ້າກະສິກຳຫຼຸດລົງຢ່າງຫຼວງຫຼາຍໃນເດືອນທັນວາ 2025. ເນື່ອງຈາກການສົ່ງອອກສິນຄ້າກະສິກຳເພີ່ມສູງຂຶ້ນ, ໂດຍສະເພາະແມ່ນໝາກໄມ້ເຂດຮ້ອນ ແລະ ຄຽງຄູ່ກັບການຫຼຸດລົງຂອງການນຳເຂົ້າ.
ເຄື່ອງດື່ມທີ່ມີລົດຊາດຫວານ ເຮັດໃຫ້ຊາວ ສ ເກົາຫຼີ ບໍລິໂພກນໍ້າຕານຫຼາຍເກີນໄປ

ເຄື່ອງດື່ມທີ່ມີລົດຊາດຫວານ ເຮັດໃຫ້ຊາວ ສ ເກົາຫຼີ ບໍລິໂພກນໍ້າຕານຫຼາຍເກີນໄປ

ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ກຸມພາ ຜ່ານມາວ່າ: ບົດລາຍງານຫຼ້າສຸດຈາກອົງການຄວບຄຸມ ແລະ ປ້ອງກັນພະຍາດ ສ ເກົາຫຼີ (KDCA) ເປີດເຜີຍວ່າ: ອັດຕາສ່ວນປະຊາກອນ ສ ເກົາຫຼີ ທີ່ບໍລິໂພກນໍ້າຕານຫຼາຍເກີນໄປ ມີທ່າອ່ຽງເພີ່ມຂຶ້ນໃນຊຸມປີມໍ່ໆມານີ້, ໂດຍສ່ວນໃຫຍ່ແມ່ນຍ້ອນການບໍລິໂພກເຄື່ອງດື່ມທີ່ລົດຊາດຫວານ.
ອິນເດຍ ເສີມສ້າງຄວາມສາມາດຂອງອຸດສາຫະກຳຊິບ

ອິນເດຍ ເສີມສ້າງຄວາມສາມາດຂອງອຸດສາຫະກຳຊິບ

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ກຸມພາ ຜ່ານມາວ່າ: ບົດຄວາມທີ່ເຜີຍແຜ່ຫວ່າງມໍ່ໆມານີ້, ໂດຍສຳນັກງານປະຊາສຳພັນ (PIB) ຊຶ່ງເປັນອົງການປະຊາສຳພັນຂອງລັດຖະບານອິນເດຍລະບຸວ່າ: ອິນເດຍວາງແຜນທີ່ຈະມີຄວາມສາມາດໃນການອອກແບບ ແລະ ຜະລິດຊິບໃຫ້ພຽງພໍຕໍ່ຄວາມຕ້ອງການພາຍໃນປະເທດເຖິງເກືອບ 70-75% ພາຍໃນປີ 2029.
ປະ​ກາດຜົນ​ການ​ເລືອກ​ຕັ້ງສະ​ພາ​ຕ່ຳ​ຍິ່​ປຸ່ນ​, ພັກ​ລັດ​ຖະ​ບ​ານປະ​ສົມ​ໄດ້​ຮັບ​ບ່ອນ​ນັ່ງ​​ເກີນ​ເຄິ່ງ​ໜຶ່ງ

ປະ​ກາດຜົນ​ການ​ເລືອກ​ຕັ້ງສະ​ພາ​ຕ່ຳ​ຍິ່​ປຸ່ນ​, ພັກ​ລັດ​ຖະ​ບ​ານປະ​ສົມ​ໄດ້​ຮັບ​ບ່ອນ​ນັ່ງ​​ເກີນ​ເຄິ່ງ​ໜຶ່ງ

ຂ່າວສານຊີອາໄອລາຍງານໃນວັນທີ 9 ກຸມພາ ຜ່ານມາວ່າ: ອີງຕາມຜົນການນັບຄະ​ແນນ​ສຽງຫຼ້າສຸດໃນການເລືອກຕັ້ງສະ​ພາ​ຕ່ຳ​ຍີ່ປຸ່ນທີ່ຈັດຂຶ້ນໃນວັນທີ 8 ກຸມພາ ຜ່ານມານີ້, ພັກ​ລັດ​ຖະ​ບ​ານປະ​ສົມທີ່ປະກອບດ້ວຍ ພັກເສ​ລີ​ປະ​ຊາ​ທິ​ປະ​ໄຕ ແລະ ພັກ​ຟື້ນ​ຟູຍີ່ປຸ່ນ ໄດ້ຮັບບ່ອນ​ນັ່ງຜູ້ແທນ​ເກີນເຄິ່ງໜຶ່ງ​.
ເພີ່ມເຕີມ