ບໍລິຄໍາໄຊ ສ້າງຄວາມເຂັ້ມແຂງໃຫ້ວຽກງານ ປກຊ-ປກສ

ບໍລິຄໍາໄຊ ສ້າງຄວາມເຂັ້ມແຂງໃຫ້ວຽກງານ ປກຊ-ປກສ
ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ໄດ້ລາຍງານຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IV ກາງສະໄໝ ວ່າ: ໃນໄລຍະ 2 ປີເຄິ່ງຜ່ານມາ (2020-2023) ແຂວງໄດ້ເອົາໃຈໃສ່ເປັນພິເສດຕໍ່ວຽກງານປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ໄດ້ສຸມໃສ່ຈັດຕັ້ງ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງກະຊວງປ້ອງກັນປະເທດວາງອອກຢ່າງເຂັ້ມງວດ. ສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໄດ້ 27 ບ້ານ, ມີ 319 ໜ່ວຍ, ມີ 4.862 ຄອບຄົວ, ມີພົນລະເມືອງທັງໝົດ 27.348 ຄົນ ຍິງ 13.494 ຄົນ, ໄດ້ຢັ້ງຢືນເປັນຄອບຄົວປ້ອງກັນຊາດເຂັ້ມແຂງ 4.365 ຄອບຄົວ, ຄອບຄົວບໍ່ທັນຮັບຮອງ 497 ເທົ່າກັບ 89,77%, ໄດ້ນໍາໃຊ້ກໍາລັງອອກເຄື່ອນໄຫວນ້ອຍ ແລະ ໃຫຍ່ 313 ຄັ້ງ ຈໍານວນ 3.467 ເທື່ອຄົນ ເພື່ອຄວບຄຸມພື້ນທີ່ບໍລິເວນທີ່ມີຄວາມສ່ຽງ, ອັນພົ້ນເດັ່ນແມ່ນໄດ້ຕິດຕາມກຳແໜ້ນ ແລະ ຄວບຄຸມເປົ້າໝາຍບໍ່ໃຫ້ເຄື່ອນໄຫວກໍ່ຄວາມບໍ່ສະຫງົບ. ໄດ້ປັບປຸງການຈັດຕັ້ງກໍາລັງກອງຫຼອນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ເຮັດໃຫ້ຂອບເຂດຮັບຜິດຊອບມີຄວາມສະຫງົບ; ໄດ້ເປີດຊຸດອົບຮົມປະຈໍາປີໃຫ້ກອງຫຼອນໄດ້ 4 ບ້ານ, ຈໍານວນພົນເຂົ້າຮ່ວມ 187 ຄົນ, ສະເລ່ຍຜົນໄດ້ຮັບ 85%; ໄດ້ສ້າງບ້ານປ້ອມໝັ້ນສູ້ຮົບໄດ້ 3 ບ້ານ, ຈໍານວນພົນເຂົ້າຮ່ວມ 335 ຄົນ ຍິງ 158 ຄົນ, ມີກໍາລັງ ປກສ ບ້ານ 45 ຄົນ, ສະເລ່ຍຜົນໄດ້ຮັບ 79%. ເຄື່ອນໄຫວກວດກາຕິດຕາມສະກັດກັ້ນກັກຕົວກຸ່ມຄົນບໍ່ດີ ແລະ ຈັບ ຢຶດສິນຄ້າເຖື່ອນໄດ້ຈໍານວນໜຶ່ງ, ເຮັດໃຫ້ຂອບເຂດຊາຍແດນລະຫ່ວາງແຂວງ ແລະ ປະເທດມີຄວາມສະຫງົບເປັນລະບຽບຮຽບຮ້ອຍ. ນອກຈາກນີ້ພົວພັນແຮກສ່ຽວກັບກົມກອງເພື່ອນມິດຍຸດທະສາດໄດ້ 4 ກົມກອງ, ເຂົ້າຮ່ວມກວດກາ ຫຼັກໝາຍຊາຍແດນລະຫ່ວາງແຂວງບໍລິຄຳໄຊ-ແຂວງຮ່າຕິ່ງ-ແຂວງເງະອານ ສສ ຫວຽດນາມ ໄດ້ 30 ຄັ້ງ, ມີ 360 ເທື່ອຄົນ; ກວດກາລາດຕະເວນຕາມບໍລິເວນຊາຍແດນລາວ-ຫວຽດນາມ, ລາວ-ໄທ ໄດ້ 2.616 ຄັ້ງ, ມີ 10.464 ເທື່ອຄົນ.
ສໍາລັບວຽກງານ ປກສ 2 ປີເຄິ່ງຜ່ານມາ, ກອງບັນຊາການ ປກສ ແຂວງໄດ້ຈັດຕັ້ງປະຕິບັດວຽກງານ 4 ຄາດໝາຍ, 4 ແຜນງານໃຫຍ່, 41 ໂຄງການ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢ່າງເຂັ້ມງວດໄດ້ສຸມໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ທາງດ້ານສັງຄົມ ຕາມຄໍາສັ່ງເລກທີ 27/ນຍ, ຄໍາສັ່ງເລກທີ 15/ນຍ, ຄໍາສັ່ງເລກທີ 22/ຄລສພ, ຄໍາສັ່ງເລກທີ 1470/ປກສ ສ້າງເປັນແຜນວຽກ ແລະ ແຕ່ງຕັ້ງໜ່ວຍແກ້ໄຂປະກົດການຫຍໍ້ ທໍ້ໃນສັງຄົມ, ແກ້ໄຂບັນດາເປົ້າໝາຍກໍ່ອາດຊະຍາກໍາຕ່າງໆ, ພ້ອມທັງຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນການຍຸຕິທໍາ, ປັບປຸງພະນັກງານສືບສວນ-ສອບສວນໃຫ້ມີປະສິດທິພາບ, ດໍາເນີນຄະດີຢ່າງຖືກຕ້ອງຕາມລະບຽບກົດໝາຍສອດຄ່ອງກັບຫຼັກການວິຊາສະເພາະ ແລະ ຮັບປະກັນຕາມແນວທາງນະໂຍບາຍຂອງພັກ; ໃນໄລຍະຜ່ານມາເຈົ້າໜ້າທີ່ພວກເຮົາໄດ້ດໍາເນີນ ແລະ ແກ້ໄຂຄະດີລວມທັງໝົດ 2.367 ເລື່ອງ ຄື: ດໍາເນີນ ແລະ ແກ້ໄຂຄະດີອາຍາ, ເສດຖະກິດຄ້າມະນຸດ, ຄະດີຢາເສບຕິດ, ອຸບັດເຫດ, ອັກຄີໄຟ ແລະ ອື່ນໆ. ໄດ້ຈັດຕັ້ງປະຕິບັດວຽກງານລົງກໍ່ສ້າງຮາກຖານການເມືອງຈຸດສຸມໃຈກາງຂອງແຂວງ ຕາມມະຕິຂອງກົມການເມືອງສູນກາງພັກ ເລກທີ 025/ກມສພ, ລົງວັນທີ 24 ເມສາ 2017; ແຜນດໍາເນີນງານຂອງກອງບັນຊາການ ປກສ ແຂວງ ເລກທີ 3402/ປກສ.ຂ, ລົງວັນທີ 16 ມິຖຸນາ 2018 ວ່າດ້ວຍການແກ້ໄຂບັນດາໜໍ່ແໜງກໍ່ຄວາມບໍ່ສະຫງົບທີ່ແຂວງໄດ້ກໍານົດ 11 ບ້ານຫຼໍ່ແຫຼມໃນ 4 ເມືອງຄື: ເມືອງບໍລິຄັນ, ປາກກະດິງ, ຄໍາເກີດ ແລະ ວຽງທອງ, ມາຮອດປັດຈຸບັນສາມາດປົດອອກຈາກບ້ານບໍ່ສະຫງົບແລ້ວ 6 ບ້ານ, ຍັງ 5 ບ້ານທີ່ກໍາລັງ ປກຊ-ປກສ ແລະ ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ຕິດຕາມກວດກາ ແລະ ແກ້ໄຂ ເພື່ອໃຫ້ມີຜົນສໍາເລັດຕາມແຜນການທີ່ໄດ້ກໍານົດໄວ້.
ຂ່າວ: ວັນໄຊ ຕະວິນຍານ

ຄໍາເຫັນ

ຂ່າວການເມືອງ

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ