ບໍລິຄໍາໄຊ ສົ່ງເສີມການຜະລິດເປັນສິນຄ້າ ທີ່ແຂວງມີທ່າແຮງ ແລະ ມີຕະຫຼາດຮອງຮັບ

ໂດຍ:ວັນໄຊ ຕະວິນຍານ
ເພື່ອຈັດຕັ້ງປະຕິບັດບັນດາຄາໝາຍກ່ຽວກັບວຽກການຜະລິດເປັນສິນຄ້າທີ່ແຂວງມີທ່າແຮງ ແລະ ມີ ຕະຫຼາດຮອງຮັບ ແລະ ການຜັນຂະຫຍາຍວາລະແຫ່ງຊາດ, ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.ໃນປີ 2023 ຜ່ານມາ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງບໍລິຄໍາໄຊໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາໜ້າວຽກຕິດພັນກັບວຽກງານ ວິຊາສະເພາະພ້ອມທັງຊຸກຍູ້ບັນດາຫ້ອງການ ອຄ 7 ເມືອງ, ສຸມໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວມີຜົນສໍາເລັດຫຼາຍດ້ານ ໂດຍສະເພາະການສົ່ງເສີມການສົ່ງອອກ, ສົ່ງເສີມການຊົມໃຊ້ສິນຄ້າພາຍໃນ ແລະ ການຫຼຸດຜ່ອນການນໍາເຂົ້າ ສິນຄ້າທີ່ບໍ່ຈໍາເປັນຈາກຕ່າງປະເທດ, ຊຸກຍູ້ວິສາຫະກິດ SME ເຂົ້າຫາແຫຼ່ງທຶນ, ການຊຸກຍູ້ການຜະລິດທີ່ມີທ່າແຮງ ໃຫ້ໄດ້ຮັບກາໝາຍໂອດ໊ອບແຫ່ງຊາດ, ການສ້າງພື້ນຖານໂຄງລ່າງ ໃນການກໍານົດເຂດດິນອຸດສາຫະກໍາ, ການຢັ້ງຢືນ ລິຂະສິດທາງປັນຍາ-ກາໝາຍ ແລະ ມາດຕະຖານຂອງສິນຄ້າ, ການຄຸ້ມຄອງຕາໜ່າງການຄ້າ (ສິນຄ້າ, ລາຄາ, ການປົກປ້ອງຜູ້ຊົມໃຊ້ ແລະ ແກ້ໄຂ 4 ເຖື່ອນ), ການອໍານວຍຄວາມສະດວກທາງການຄ້າ ແລະ ຊຸກຍູ້ຫົວໜ່ວຍຈັດເກັບລາຍຮັບງົບປະມານ ແລະ ການຈັດຕັ້ງປະຕິບັດແຜນພັດທະນາອຸດສາຫະກໍາ ແລະ ການຄ້າ ຕິດພັນກັບການ ປະຕິບັດຄາດໝາຍໃຫຍ່ທີ 1 ສໍາເລັດຕາມຄາດໝາຍທີ່ວາງໄວ້.
ທ່ານຄອນສະຫວັນ ສຸກຂະເສີມ ຫົວຫນ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງບໍລິຄໍາໄຊ ໄດ້ລາຍງານຜົນສໍາເລັດໃນການປະຕິບັດວຽກງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II ໃນບໍ່ດົນມານີ້ວ່າ: ວຽກງານອຸດສາຫະກໍາປຸງແຕ່ງ, ຜະລິດສິນຄ້າທີ່ມີທ່າແຮງສົ່ງອອກ ແລະ ມີຕະຫຼາດຮອງຮັບ ແມ່ນໄດ້ ມອບ-ໂອນ ໂຮງງານປຸງແຕ່ງກະສິກໍາຂັ້ນຕົ້ນໃຫ້ພະແນກກະສິກໍາ ແລະ ປ່າໄມ້ແຂວງ ຄຸ້ມຄອງຕາມດໍາລັດຂອງນາຍົກເລກທີ 603/ນຍ, ແລະ 604/ນຍ ຊຶ່ງລວມມີ 11 ລາຍການ, ຈໍານວນທັງໝົດ 1.525 ໂຮງງານ, ພະແນກອຸດສາຫະກໍາ ແລະ ການຄ້າ ຄຸ້ມຄອງມີຈໍານວນ 721 ໂຮງງານ,ໃນນັ້ນໂຮງງານຂະໜາດໃຫຍ່ 11 ໂຮງງານ,ຂະໜາດກາງ 15 ໂຮງງານ ແລະ ຂະໜາດນ້ອຍ 695 ໂຮງງານ.ກໍານົດລາຍການສິນຄ້າທີ່ຈະສາມາດຜະລິດທົດແທນການນໍາເຂົ້າ ແລະ ຊຸກຍູ້ການຜະລິດ ແລະ ຊຸກຍູ້ສິນຄ້າອຸດສາຫະກໍາປຸງແຕ່ງການຜະລິດສາມາດທົດແທນການນໍາເຂົ້າພາຍໃນແຂວງມີ ສິນຄ້າອຸປະໂພກ: ມີຈໍານວນ 17 ລາຍການ ຄື: 1. ຜະລິດໝໍ້ຫຸງເຂົ້າໄຟຟ້າ, 2. ໝໍ້ກະທະໄຟຟ້າ, 3. ກະຕິກນໍ້າຮ້ອນ, 4. ພັດລົມຕັ້ງພື້ນ, 5. ເຄື່ອງປັ່ນໝາກໄມ້, 6. ຂໍເກາະເສື້ອ, 7. ເສື່ອນອນ, 8. ແປ້ງມັນຕົ້ນ, 9. ຫົວເຊື້ອນໍ້າຫອມໄມ້ເກດສະໜາ, 10. ໄມ້ອັດໂຍຮາວ, 11. ຖ່ານດໍາ, 12.ຖ່ານຂາວ, 13. ຖ່ານອັດຂີ້ເລື່ອຍ, 14. ຖ່ານດໍາອັດແທ່ງ, 15. ຢາງພາລາ ອົບແຫ້ງ, 16. ໄມ້ໜ້າຂຽງ, 17. ປຸ໋ຍຊີວະພາບ. ສໍາລັບ ສິນຄ້າບໍລິໂພກ: ມີຈໍານວນ 7 ລາຍການ ຄື: 1. ເສັ້ນເຂົ້າປຽກ, 2. ລູກຊີ້ນ, 3. ແປ້ງມັນຕົ້ນ, 4. ເກືອກິນ, 5. ນໍ້າດື່ມ, 6. ເຂົ້າປຸ້ນ, 7. ນໍ້າກ້ອນ, ໄດ້ສ້າງໂຮງງານອຸດສາຫະກໍາ ຫຼື ຫັດຖະກໍາຕົວແບບ ແລະ ການດັດສົມ, ບັນຊີໂຮງງານທີ່ດັດສົມສົ່ງເສີມ ສໍາເລັດການປະກາດໂຮງງານແສງແກ້ວ (ໂຮງງານນໍ້າດື່ມວັນ) ເປັນໂຮງງານອຸດສາຫະກໍາຕົວແບບ ໂຮງງານຕັ້ງຢູ່ບ້ານທົ່ງນ້ອຍເມືອງປາກຊັນ.ມູນຄ່າການຜະລິດ ສາມາດປະຕິບັດໄດ້ 3.134,11 ຕື້ກີບ. ມູນຄ່າ ການຈໍາໜ່າຍ ສາມາດປະຕິບັດໄດ້ 3.876,16 ຕື້ກີບ. 
ພະແນກອຸດສະຫະກໍາບການຄ້າແຂວງໄດ້ກໍານົດຄຸ້ມຄອງເຄມີ ແລະ ສິ່ງແວດລ້ອມ,ການຄຸ້ມຄອງເຄມີຕາມກົດໝາຍວ່າດ້ວຍການຄຸ້ມຄອງເຄມີ ສະບັບເລກທີ 07/ສພຊ, ລົງວັນທີ 10 ພະຈິກ 2016 ແລະ ສິ່ງແວດລ້ອມໂຮງງານ ແມ່ນຈັດຕັ້ງປະຕິບັດຕາມແຜນຄຸ້ມຄອງສິ່ງແວດລ້ອມ ຂອງໂຮງງານທີ່ສ້າງຂຶ້ນໂດຍຜ່ານການຢັ້ງຢືນຮັບຮອງຈາກຂະແໜງການກ່ຽວຂ້ອງພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ. 
ສໍາລັບວຽກປຸງແຕ່ງຫັດຖະກໍາ ແລະ ສົ່ງເສີມສີໄມ້ລາຍມືທີ່ມີມູນເຊື້ອດ້ານພູມປັນຍາກໍມີທ່າກ້າວຂະຫຍາຍຕົວດີຂຶ້ນ. ໂດຍສະເພາະປະເພດຫົວໜ່ວຍຜະລິດຫັດຖະກໍາເປັນສິນຄ້າຂອງກຸ່ມຫັດຖະກໍາຈັກສານ: ຕິບເຂົ້າ, ພາເຂົ້າ, ກະຕ່າໃສ່ຂອງຂວັນອື່ນໆ, ຫັດຖະກໍາຕໍ່າຫູກ ແລະ ປຸງແຕ່ງຢາພື້ນເມືອງ ເມືອງທ່າພະບາດ ແລະ ຈະເຮັດໃບຢັ້ງຢືນ ສີມືໄມ້ລາຍມື ຂັ້ນແຂວງໃຫ້ແກ່ຊ່າງຜູ້ທີ່ສາມາດເປັນຄູຝຶກໄດ້ ຈໍານວນ 7 ທ່ານ, ໃນ 3 ກິດຈະກໍາ ຄື: ຫັດຖະກໍາຕໍ່າຫູກ 1 ທ່ານ. ຫັດຖະກໍາຈັກສານ 5 ທ່ານ,ປຸງແຕ່ງຢາພື້ນເມືອງ 1 ທ່ານ ລວມມູນຄ່າຜະລິດຕະພັນສົ່ງອອກຈາກໂຮງງານສາມາດປະຕິບັດໄດ້ 97.413.893 ກວ່າໂດລາ.ການຂະຫຍາຍຕົວຂອງການຜະລິດປຸງແຕ່ງມີເຖິງ 10,3% ຕໍ່ປີ, ດ້ວຍການຊຸກຍູ້ສົ່ງເສີມ ແລະ ຄຸ້ມຄອງບັນດາໂຮງງານ ອຸດສາຫະກໍາປຸງແຕ່ງ, ໄດ້ລົງກວດກາການສ້າງຕັ້ງໂຮງງານໄດ້ 10 ຄັ້ງ, ອອກອະນຸຍາດດໍາເນີນໃໝ່ 12 ຄັ້ງ, ຕໍ່ອະນຸຍາດດໍາເນີນກິດຈະການ 21 ແຫ່ງ; ມາເຖິງປັດຈຸບັນ,ທົ່ວແຂວງມີຕະຫຼາດຈໍາໜ່າຍສິນຄ້າທັງໝົດ 32 ແຫ່ງ ໃນນີ້ ເມືອງປາກຊັນ ຈໍານວນ 7 ແຫ່ງ, ເມືອງທ່າພະບາດ 5 ແຫ່ງ ແລະ 5 ຈຸດແລກປ່ຽນຊື້-ຂາຍສິນຄ້າ, ເມືອງບໍລິຄັນ ຈໍານວນ 7 ແຫ່ງ ແລະ 3 ຈຸດແລກປ່ຽນຊື້-ຂາຍສິນຄ້າ, ເມືອງປາກກະດິງ 5 ແຫ່ງ, ເມືອງຄໍາເກີດ 6 ແຫ່ງ ແລະ ເມືອງວຽງທອງ 2 ແຫ່ງ ແລະ ມີຮ້ານຄ້າຂາຍຍ່ອຍທັງໝົດ 4.395 ແຫ່ງ, ສໍາລັບສິນຄ້າສົ່ງອອກຂອງແຂວງ ສ່ວນຫຼາຍເປັນວັດຖຸດິບສົ່ງໄປຈີນ, ໄທ ແລະ ຫວຽດນາມ ຊຶ່ງໃນປີຜ່ານມາ ສົ່ງມັນຕົ້ນຝານຕາກແຫ້ງ 279.496.900 ກິໂລ ເປັນເງິນ 46.152.475ໂດລາ,ແປ້ງມັນຕົ້ນ 36.159.834 ກິໂລ,ເປັນເງິນ 47.122.428 ໂດລາ.ຢາງພາລາ 7.020.335 ກິໂລ ເປັນເງິນ 5.030.011 ໂດລາ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ