ບໍລິຄຳໄຊ ວາງແຜນພັດທະນາແຂວງເພື່ອຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ

ບໍລິຄຳໄຊ ວາງແຜນພັດທະນາແຂວງເພື່ອຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ

ໂດຍ: ພູວັນ
    ດ້ວຍຄວາມເອົາໃຈໃສ່ຂອງພັກ-ລັດຖະບານ, ອົງການປົກຄອງທຸກຂັ້ນ, ການຮ່ວມແຮງຮ່ວມໃຈຂອງປະ
ຊາຊົນລວມທັງການຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ ແລະ ປະເທດເພື່ອນມິດເຮັດໃຫ້ການພັດທະນາເສດຖະ
ກິດ-ສັງຄົມຂອງແຂວງບໍລິຄຳໄຊດຳເນີນໄປໄດ້ປົກກະຕິ ແຕ່ໃນໄລຍະ 5 ປີຕໍ່ໜ້າ (2021-2025) ສປປ ລາວຍັງຈະສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍໃນຫຼາຍດ້ານ.
    ດັ່ງນັ້ນ, ເພື່ອຮັບປະກັນໃຫ້ແຜນ 5 ປີ ຄັ້ງທີ V ຂອງແຂວງບໍລິຄຳໄຊ ສາມາດດຳເນີນໄປຕາມຈຸດປະສົງ
ແລະ ເປົ້າໝາຍທີ່ກໍານົດໄວ້ ພວກເຮົາຕ້ອງມີມາດຕະການແກ້ໄຂບັນຫາທັງໄລຍະສັ້ນ, ໄລຍະກາງ, ໄລຍະຍາວເຮັດ
ໃຫ້ແຜນ 5 ປີ ຄັ້ງທີ V ເປັນແຜນການທີ່ແນໃສ່ສ້າງຜົນປະໂຫຍດສູງສຸດຕໍ່ແຂວງ ແລະ ປະຊາຊົນເປັນສ່ວນໃຫຍ່
ຕາມເງື່ອນໄຂທີ່ຍືນຍົງ, ຕາມທິດສີຂຽວ ແລະ ຫຼຸດຜ່ອນຕົ້ນທຶນການພັດທະນາທີ່ບໍ່ຈຳເປັນ, ສ້າງໃຫ້ເປັນແຜນທີ່
ເຕົ້າໂຮມທິດສະດີ ແລະ ພຶດຕິກໍາຂອງທຸກພາກສ່ວນ ແລະ ທຸກຂະແໜງການຂອງການພັດທະນາ.ສະນັ້ນ, ແຜນ
5 ປີຄັ້ງທີ V ແມ່ນສຸມໃສ່ການພັດທະນາເສດຖະກິດທີ່ມີຜົນປະໂຫຍດຕໍ່ປະຊາຊົນດ້ວຍການສ້າງວຽກເຮັດງານທຳ
ໃຫ້ຫຼາຍຂຶ້ນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (SME), ປັບປຸງຄ່າຄອງຊີບໃຫ້
ເໝາະສົມກັບລາຍໄດ້, ທຸກຄົນມີສິດສະເໝີພາບ ແລະ ມີສ່ວນຮ່ວມໃນທຸກຂະບວນການພັດທະນາ, ເສດຖະກິດ
ຂະຫຍາຍຕົວ, ການລົງທຶນເອກະຊົນຂະໜາດໃຫຍ່ມີຄຸນນະພາບ ແລະ ມີຄວາມຍືນຍົງ ພ້ອມທັງມີສະຖຽນລະ
ພາບດ້ານການເງິນ; ປັດໄຈສໍາຄັນຕ້ອງໄດ້ເພີ່ມທະວີຄວາມສາມາດໃນການຜະລິດ ແລະ ການສົ່ງເສີມນະວັດຕະ
ກຳໃໝ່ ແລະ ພູມປັນຍາເພື່ອເປັນປັດໄຈຂັບເຄື່ອນໃນການຂຸດຄົ້ນທ່າແຮງບົ່ມຊ້ອນ, ກາລະໂອກາດ ແລະ ສ້າງ
ຄວາມພ້ອມໃນການຮັບມືກັບສະພາບການພັດທະນາອຸດສະຫະກໍາ 4.0 ສ້າງໃຫ້ມີຄວາມກົມກຽວກັບຍຸດທະສາດ,
ບັນດາແຜນງານ ແລະ ໂຄງການ, ແຜນການ ເປັນປັດໄຈສຳຄັນບັນລຸເປົ້າໝາຍການພັດທະນາ.
    ແຂວງບໍລິຄຳໄຊ ໄດ້ວາງຈຸດໝາຍລວມຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V (2021-2025) ເພື່ອສຸມໃສ່ພັດທະນາເສດຖະກິດ-ສັງຄົມຕາມທ່າແຮງທີ່ມີຢ່າງເຕັມສ່ວນ ເພື່ອພັດທະນາແຂວງບໍລິຄຳໄຊບັນລຸເງື່ອນໄຂການຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາຢ່າງໜັກແໜ້ນ ດ້ວຍການເຕີບໂຕທີ່ມີຄຸນນະພາບຕາມທິດສົມດຸນ ແລະ ສີຂຽວ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງໃນປີ 2030 ຄື: “ສ້າງແຂວງບໍລິຄຳໄຊເປັນປະຕູເສດຖະກິດ, ແຫຼ່ງຜະລິດພະລັງງານ, ບໍລິການທາງຜ່ານ ແລະ ຄຸ້ມຄອງສິ່ງແວດລ້ອມແບບຍືນຍົງ ''ຕິດພັນກັບການປັບປຸງແບບແຜນດຳລົງຊີວິດໃໝ່ທີ່ກ້າວໜ້າ ເປັນຕົ້ນການຫັນປ່ຽນແນວຄິດທີ່ອາໃສແຕ່ການບໍລິໂພກເປັນຕົ້ນຕໍໃນໄລຍະຜ່ານມາ, ຫັນມາເຮັດການຜະລິດກຸ້ມຕົນເອງ ແລະ ກາຍເປັນສິນຄ້າທີ່ຍືນຍົງພັດທະນາຊົນນະບົດ, ລືບລ້າງຄວາມທຸກຍາກຂອງປະຊາຊົນໃນເຂດຊົນນະບົດພູດອຍໃຫ້ເປັນເຈົ້າການທໍາການຜະລິດໃຫ້ກຸ້ມກິນ, ມີໃຊ້ກຸ້ມຕົນເອງເພິ່ງຕົນເອງ, ຕີຖອຍແນວຄິດຄອງຄອຍລໍຖ້າ ແລະ ສ້າງວິຖີຊິວິດໃໝ່ວີທີທຳມາຫາກິນແບບໃໝ່, ພັດທະນາພື້ນຖານໂຄງລ່າງທີ່ຈຳເປັນຢູ່ໃນເຂດຫ່າງໄກສອກຫຼີກບັນດາເຂດຈຸດສຸມເພື່ອເຮັດໃຫ້ປະຊາຊົນໄດ້ຮັບການບໍລິການຂັ້ນພື້ນຖານຂອງລັດ ແລະ ໄດ້ສົ່ງສິນຄ້າອອກສູ່ຕະຫຼາດໃຫ້ຫຼາຍຂຶ້ນໂດຍເລີ່ມຈາກການຫັນປ່ຽນແນວຄິດຂອງພະນັກງານ, ສະມາຊິກພັກ, ຜູ້ປະກອບການ ແລະ ປະຊາຊົນບັນດາເຜົ່າຢ່າງເປັນເອກະພາບທົ່ວເຖິງ, ປະຕິບັດຢ່າງມີຈຸດສຸມ ແລະ ມີຜູ້ຮັບຜິດຊອບຢ່າງແທ້ຈິງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ