ບໍລິສັດ ບູຢອງລາວ ມອບລົດເມ 600 ຄັນ ໃຫ້ແກ່ລັດຖະບານ ສປປ ລາວ

ບໍລິສັດ ບູຢອງລາວ ມອບລົດເມ 600 ຄັນ ໃຫ້ແກ່ລັດຖະບານ ສປປ ລາວ
ພິທີມອບ-ຮັບລົດເມຊ່ວຍເຫຼືອ ຈາກບໍລິສັດ ບູຢອງລາວ ຈຳກັດ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ຈໍານວນ 600 ຄັນ ໄດ້ຈັດຂຶ້ນໃນວັນທີ 13 ທັນວາ ຜ່ານມາ ທີ່ສໍານັກງານນາຍົກລັດຖະມົນຕີ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ທ່ານ ຈອງ ຢອງ ຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳລາວ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຮັບລົດຈໍານວນ 600 ຄັນ ຊຶ່ງມອບໂດຍທ່ານ ລີ ຈຸງ ກຶນ ປະທານກຸ່ມບໍລິສັດ ບູຢອງ ແລະ ຖືໂອກາດນີ້, ທ່ານ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ກຸ່ມບໍລິສັດ ບູຢອງ ທີ່ໃຫ້ການຊ່ວຍເຫຼືອມອບລົດຈຳນວນດັ່ງກ່າວ ໃຫ້ແກ່ລັດຖະບານ ກໍຄື ປະຊາຊົນລາວ ໃນຄັ້ງນີ້ ຊຶ່ງລັດຖະບານ ຈະສ້າງແຜນແຈກຢາຍລົດຈໍານວນດັ່ງກ່າວ ໃຫ້ພາກສ່ວນຕ່າງໆ ຕາມຄວາມເໝາະສົມ ແລະ ຖືກເປົ້າໝາຍທີ່ຈະນໍາໃຊ້ຕົວຈິງ, ພ້ອມທັງ ຈະເອົາໃຈໃສ່ການຄຸ້ມຄອງນຳໃຊ້ ໃຫ້ມີປະສິດທິຜົນ ແລະ ເກີດປະໂຫຍດສູງສຸດ ຕໍ່ປະເທດຊາດ ແລະ ປະຊາຊົນລາວ; ຈະສືບຕໍ່ພົວພັນຮ່ວມມືກັບ ກຸ່ມບໍລິສັດ ບູຢອງ ເພື່ອເປັນການປະກອບສ່ວນເສີມສ້າງສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຫຼາຍຂຶ້ນເປັນກ້າວໆ.
ທ່ານ ລີ ຈຸງ ກຶນ ປະທານກຸ່ມບໍລິສັດ ບູຢອງ ແມ່ນນັກລົງທຶນຈາກ ສ ເກົາຫຼີ ທີ່ໄດ້ມາລົງທຶນຢູ່ ສປປ ລາວ ເປັນເວລາຫຼາຍປີ ຊຶ່ງຕະຫຼອດໄລຍະການລົງທຶນດັ່ງກ່າວ ທ່ານໄດ້ເອົາໃຈໃສ່ຜັນຂະຫຍາຍ ແລະ ຈັດຕັ້ງແນວທາງນະໂຍບາຍຂອງພັກ, ກົດໝາຍ, ລະບຽບການຂອງລັດ ແລະ ປະກອບສ່ວນທຶນຮອນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ດ້ວຍຄວາມສະໝັກໃຈ ລວມມູນຄ່າການຊ່ວຍເຫຼືອທັງໝົດ ນັບແຕ່ປີ 2006 ເປັນຕົ້ນມາ ປະມານ 30 ລ້ານກວ່າໂດລາ ເປັນຕົ້ນ: ໄດ້ຊ່ວຍສ້າງໂຮງຮຽນປະຖົມ ຈໍານວນ 300 ຫຼັງ; ຊ່ວຍເຫຼືອກະດານດຳ ໃຫ້ບັນດາໂຮງຮຽນ ຈຳນວນ 30.000 ແຜ່ນ; ຊ່ວຍເຫຼືອເຄື່ອງນຸ່ງຫົ່ມ ແລະ ເກີບ 950 ກວ່າໂຕນ; ມອບລົດເມໃຫ້ລັດຖະບານລາວ ຈໍານວນ 600 ຄັນ ແລະ ອື່ນໆ. ສະເພາະລົດເມ ຈຳນວນ 600 ຄັນ ທີ່ມອບຊ່ວຍເຫຼືອລ້າໃນຄັ້ງນີ້ ມີມູນຄ່າທັງໝົດ 11.077.200 ໂດລາ; ໃນນີ້, ປີ 2023 ໄດ້ມອບ ຈໍານວນ 300 ຄັນ ແລະ ສ່ວນທີ່ເຫຼືອ ຈໍານວນ 300 ຄັນ ແມ່ນຈະສືບຕໍ່ນຳມາມອບໃນປີ 2024 ເຊິ່ງຈຸດປະສົງຂອງການມອບລົດດັ່ງກ່າວ ແມ່ນເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະ ປັບປຸງລະບົບການຂົນສົ່ງສາທາລະນະ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ສ້າງຄວາມສະດວກໃຫ້ນັກຮຽນ ແລະ ປະຊາຊົນໃນການເດີນທາງ, ຫຼຸດຜ່ອນການນໍາໃຊ້ລົດສ່ວນຕົວ, ປະຢັດພະລັງງານເຊື້ອໄຟ, ຫຼຸດຜ່ອນບັນຫາລົດຕິດ, ແກ້ໄຂສະພາບການສັນຈອນແອອັດ ໃຫ້ມີຄວາມສະດວກ ແລະ ວ່ອງໄວ.    
ຕໍ່ຜົນງານການປະກອບສ່ວນ ແລະ ຄຸນງາມຄວາມດີດັ່ງກ່າວ ໂດຍອີງຕາມກົດໝາຍ ວ່າດ້ວຍສັນຊາດລາວ ສະບັບເລກທີ 29/ສພຊ, ລົງວັນທີ 1 ພະຈິກ 2017 ແລະ ດຳລັດວ່າດ້ວຍພົນລະເມືອງກິດຕິມະສັກ ຂອງ ສປປ ລາວ ສະບັບເລກທີ 279/ລບ, ລົງວັນທີ 9 ສິງຫາ 2022, ພັກ-ລັດຖະບານ ແຫ່ງ ສປປ ລາວ ໄດ້ຄົ້ນຄວ້າ, ເຫັນດີຕົກລົງປະດັບຫຼຽນໄຊພັດທະນາ ຊັ້ນ I ແລະ ອອກຂໍ້ຕົກລົງນາມມະຍົດພົນລະເມືອງກິດຕິມະສັກ ແຫ່ງ ສປປ ລາວ ໃຫ້ທ່ານ ລີ ຈຸງ ກຶນ ເຊິ່ງໄດ້ຈັດພິທີຂຶ້ນຢ່າງສົມກຽດ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ໃຫ້ກຽດປະດັບຫຼຽນ ແລະ ມອບຂໍ້ຕົກລົງ ໂດຍທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ.
ໃນພິທີດັ່ງກ່າວ ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນກ່າວບາງຕອນວ່າ: ການຊ່ວຍເຫຼືອຂອງກຸ່ມບໍລິສັດບູຢອງ ເປັນການປະກອບສ່ວນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ. ການປະດັບຫຼຽນໄຊພັດທະນາ ຊັ້ນ I ກໍເປັນຫຼຽນທີ່ສູງສຸດຂອງພັກ ແລະ ລັດຖະບານ ລາວ ແລະ ການມອບ-ຮັບນາມມະຍົດພົນລະເມືອງກິດຕິມະສັກ ຂອງ ສປປ ລາວ ໃຫ້ທ່ານ ລີ ຈຸງ ກຶນ, ປະທານກຸ່ມບໍລິສັດ ບູຢອງ ກໍເປັນການຈັດພິທີຄັ້ງທຳອິດ ນັບແຕ່ລັດຖະບານ ໄດ້ມີນະໂຍບາຍນີ້ອອກມາ. ໃນນາມສ່ວນຕົວ, ກໍຄື ຕາງໜ້າໃຫ້ລັດຖະບານ ຮູ້ສຶກເປັນກຽດ ແລະ ດີໃຈເປັນຢ່າງຍິ່ງ ທີ່ທ່ານ  ລີ ຈຸງ ກຶນ ໄດ້ເປັນພົນລະເມືອງກິດຕິມະສັກ ຂອງ ສປປ ລາວ ໂດຍສະແດງຄວາມເຊື່ອໝັ້ນວ່າ ກຸ່ມບໍລິສັດ ບູຢອງ ກໍຄື ສ່ວນຕົວທ່ານ ລີ ຈຸງ ກຶນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ສະໜັບສະໜູນ, ປະກອບສ່ວນດ້ານທຶນຮອນ, ເຫື່ອແຮງ ແລະ ສະຕິປັນຍາ ຊ່ວຍພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ຫຼາຍຍິ່ງໆຂຶ້ນ.
ໃນໂອກາດນີ້, ທ່ານ ລີ ຈຸງ ກືນ ກໍໄດ້ກ່າວສະແດງຄວາມຂອບໃຈຢ່າງສູງ ຕໍ່ພັກ ແລະ ລັດຖະບານ ແຫ່ງ  ສປປ ລາວ ທີ່ໄດ້ມອບຫຼຽນໄຊພັດທະນາ ຊັ້ນ I ແລະ ນາມມະຍົດພົນລະເມືອງກິດຕິມະສັກ ເຊິ່ງເປັນກຽດສູງສຸດ ໃນຊີວິດຂອງທ່ານເອງ ໂດຍໄດ້ໃຫ້ຄຳໝັ້ນສັນຍາວ່າ ໃນຕໍ່ໜ້າ ຈະສືບຕໍ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກົດໝາຍ, ລະບຽບການຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຢ່າງສຸດຄວາມສາມາດ ແລະ ປະກົດຜົນເປັນຮູບປະທຳ ຫຼາຍຂຶ້ນເປັນກ້າວໆ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ

ຄໍາເຫັນ

ຂ່າວເດັ່ນ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີຢ່າງຟົດຟື້ນ ມ່ວນຊື່ນ ແລະ ສືບຕໍ່ສ້າງຂະບວນການຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ເພີ່ມເຕີມ