ບໍລິສັດອາຊີ-ໂປຕາສເປີດການທົດລອງຜະລິດຝຸ່ນໂປຕາສ 1 ລ້ານໂຕ່ນແຫ່ງທີ 3 

ພິທີເປີດການທົດລອງຜະລິດຂອງໂຮງງານຝຸ່ນໂປຕາສ ແຫ່ງທີ 3 ຂະໜາດ 1 ລ້ານໂຕນຕໍ່ປີຂອງບໍລິສັດ ອາຊີ-ໂປຕາສ ສາກົນ ໄດ້ຈັດຂຶ້ນໃນວັນທີ 7 ເມສາຜ່ານມາ ທີ່ບ້ານນາຄໍາ ເມືອງໜອງບົກ ແຂວງຄໍາມ່ວນ. ເປັນກຽດເຂົ້າຮ່ວມໃນພິທີໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ມ່າ ອິ່ງ ຈູນ ຜູ້ອໍານວຍການໃຫຍ່ບໍລິສັດ ອາຊີ-ໂປຕາສ ສາກົນ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ
ທ່ານ ມ່າ ອິ່ງ ຈູນ ໄດ້ກ່າວຕໍ່ພິທີ່ວ່າ: ໂຄງການຝຸ່ນໂປຕາສ 1 ລ້ານໂຕນແຫ່ງທີ 3 ຂອງອາຊີໂປຕາສ ສາກົນ ໄດ້ເລີ່ມຕົ້ນດໍາເນີນການກໍ່ສ້າງໃນວັນທີ 4 ທັນວາ 2022 ແລະ ສໍາເລັດການກໍ່ສ້າງໃນເວລາພຽງແຕ່ 16 ເດືອນ. ການກໍ່ສ້າງໂຄງການຝຸ່ນໂປຕາສ 1 ລ້ານໂຕນແຫ່ງທີ 3 ຂອງບໍລິສັດໄດ້ຍຶດໝັ້ນເປົ້າໝາຍທີວ່າ "ໂຄງການສະຕະວັດ" ແລະ ປະຕິບັດຕາມຫຼັກການ "ຄວາມພໍໃຈໃນປັດຈຸບັນ ແລະ ສຸມໃສ່ອະນາຄົດ”. ໃນການອອກແບບ ແລະ ຕິດຕັ້ງຂະບວນການທີ່ສໍາຄັນຂອງອຸປະກອນການຜະລິດເທິງໜ້າດິນ, ຄາດວ່າຈະມີປະລິມານຜະລິດຕະພັນສູງສຸດຕໍ່ປີບັນລຸ 1,5-1,8 ລ້ານໂຕນຕໍ່ປີ. ໃນລະດັບການກໍ່ສ້າງພື້ນຖານໂຄງລ່າງ, ນອກຈາກສາຍການຜະລິດທີ່ໄດ້ກໍ່ສ້າງແລ້ວ, ຍັງໄດ້ສະຫງວນ 2 ແຫ່ງທີ່ມີກໍາລັງການຜະລິດ 1 ລ້ານໂຕນຕໍ່ປີ. ເວົ້າລວມແລ້ວ, ເຂດຂຸດຄົ້ນບໍ່ແຮ່ນາຄໍາ - ໜອງຫຼົ່ມ ບ່ອນທີ່ໂຄງການຕັ້ງຢູ່ ແມ່ນສາມາດບັນລຸກໍາລັງການຜະລິດ 3 ລ້ານໂຕນຕໍ່ປີ, ຊຶ່ງເປັນການວາງພື້ນຖານອັນໜັກແໜ້ນສໍາລັບເປົ້າໝາຍກໍາລັງການຜະລິດລວມ 5 ລ້ານໂຕນຕໍ່ປີ. ການສໍາເລັດການກໍ່ສ້າງໂຄງການທົດລອງຜະລິດໂຮງງານຝຸ່ນໂປຕາສແຫ່ງນີ້ ແມ່ນເປັນການໃຫ້ຄໍາໝັ້ນສັນຍາອັນໜັກແໜ້ນຕໍ່ລັດຖະບານລາວ ແລະ ຈີນ ທີ່ໄດ້ເອົາໃຈໃສ່ຕໍ່ການພັດທະນາຂອງບໍລິສັດຕະຫຼອດມາ
ທ່ານ ວັນໄຊ ພອງສະຫວັນ ໄດ້ມີຄຳເຫັນກ່າວເປີດໂຄງການດັ່ງກ່າວວ່າ: ໃນນາມຕາງໜ້າໃຫ້ອົງການປົກຄອງແຂວງຄໍາມ່ວນ ຂໍສະແດງຄວາມຍ້ອງຍໍຊົມເຊີຍມາຍັງບໍລິສັດອາຊີ-ໂປຕາສ ສາກົນ ທີ່ໄດ້ສຸມໃສ່ການກໍ່ສ້າງ ແລະ ພັດທະນາໂຄງການຜະລິດຝຸ່ນໂປຕາສແຫ່ງນີ້ ຈົນສໍາເລັດ ເຊິ່ງເປັນໂຄງການໜຶ່ງທີ່ມີຄວາມສໍາຄັນຫຼາຍໃນຂົງເຂດການພັດທະນາອຸດສາຫະກຳຂອງ ສປປ ລາວ ກໍ່ຄືແຂວງຄໍາມ່ວນພວກເຮົາ. ໃນໄລຍະຜ່ານມາ ບໍລິສັດ ກໍ່ໄດ້ມີ ຄວາມເປັນເຈົ້າການເອົາໃຈໃສ່ຈັດຕັ້ງປະຕິບັດ ພັນທະຕ່າງໆ ຕາມລະບຽບກົດໝາຍ ແລະ ຕາມສັນຍາສໍາປະທານ ພ້ອມທັງເຄົາລົບ ແລະ ປະຕິບັດຮີດຄອງປະເພນີຂອງທ້ອງຖິ່ນ ໄດ້ເປັນຢ່າງດີ, ພ້ອມກັນນັ້ນ ກໍໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມ, ການພັດທະນາບ້ານ, ເມືອງ ແລະ ແຂວງຄໍາມ່ວນ, ໄດ້ສ້າງວຽກເຮັດງານທໍາ ແລະ ຊ່ວຍຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະປະຊາຊົນໃນຂອບເຂດທີ່ຕັ້ງໂຄງການດີຂຶ້ນເປັນກ້າວໆ. ໂຄງການຜະລິດຝຸ່ນໂປຕາສແຫ່ງທີ 3 ນີ້ ຍັງຈະເປັນການເພີ່ມລາຍຮັບງົບປະມານ ແລະ ພັນທະຕ່າງໆ ໃຫ້ແກ່ລັດຖະບານເຖິງ 30 ລ້ານໂດລາສະຫະລັດຕໍ່ປີ ເປັນການປະກອບສ່ວນສໍາຄັນເຂົ້າໃນການສ້າງສາພັດທະນາປະເທດຊາດ ກໍ່ຄືແຂວງຄໍາມ່ວນ ແລະ ຈະສ້າງວຽກເຮັດງານທໍາໄດ້ຫຼາຍກວ່າ 3.000 ເຖິງ 5.000 ຕໍ່າແໜ່ງງານ.
ໂອກາດດັ່ງກ່າວນີ້, ທ່ານເຈົ້າແຂວງຄໍາມ່ວນ ແລະ ທ່ານຜູ້ອໍານວຍການໃຫຍ່ບໍລິສັດ ອາຊີ-ໂປຕາສ ສາກົນ, ພ້ອມດ້ວຍການນໍາແຂວງ ໄດ້ຮ່ວມຕັດແຖບຜ້າ ເພື່ອຄວາມເປັນສິຣິມົງຄຸນໃນການເປີດທົດລອງຜະລິດຂອງໂຮງງານຝຸ່ນໂປຕາສ ແຫ່ງທີ່ 3 ອີກດ້ວຍ.
(ຂ່າວ: ຄໍາມ່ວນ)ບໍລິສັດອາຊີ-ໂປຕາສເປີດການທົດລອງຜະລິດຝຸ່ນໂປຕາສ 1 ລ້ານໂຕ່ນແຫ່ງທີ 3 

(ຂ່າວ: ຄໍາມ່ວນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ  ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດໂຮມລາວທີ່ເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າກໍຄືວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວຊຶ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ປະຊາຄົມສາກົນຮັບຮູ້ຄວາມເປັນເອກະລາດຂອງລາວທີ່ບໍ່ເຄີຍຖືກຮັບຮູ້ມາເປັນເວລາຫຼາຍຮ້ອຍປີເນື່ອງຈາກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງ ກ່າວນັ້ນແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ແລະ ການຕໍ່ສູ້ທາງການເມືອງຂອງລັດຖະບານລາວອິດສະຫຼະ ດ້ວຍການນໍາໃຊ້ວີທີທາງການທູດຢ່າງຕັ້ງໜ້າຜ່ານການໄກ່ເກ່ຍເຈລະຈາແລະ ອາໄສປັດໄຈທີ່ເອື້ອອໍານວຍຈາກພາຍນອກ ຊຶ່ງມີບົດບາດອັນສໍາຄັນຕໍ່ການປະກາດເອກະລາດ ແລະ ຕໍ່ຕ້ານກໍາລັງຂອງສັດຕູໃນໄລຍະນັ້ນ.
ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ໃນວັນທີ 12 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945 - 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄຕພ, ມີບັນດາສະຫາຍຄະນະນໍາ ຄຕພ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ ຄຕພ ເຂົ້າຮ່ວມ.
ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ໃນວັນທີ 9 ຕຸລາ 2026 ນີ້, ຢູ່ທີ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງທຸລະຄົມ ແຂວງວຽງຈັນ ໄດ້ເປີດບັ້ນດໍາເນີນຊີວິດການເມືອງປະຈໍາປີ 2026 ໂດຍການເປັນປະທານຂອງສະຫາຍ ພັທ ສິນນະຄອນ ແສງສັກດາ ຄະນະປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງທຸລະຄົມ, ມີຄະນະພັກ-ຄະນະບັນຊາ, ເລຂາໜ່ວຍພັກ, ສະມາຊິກພັກພາຍໃນພະແນກ ແລະ ກຸ່ມບ້ານເຂົ້າຮ່ວມ.
ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ເມື່ອບໍ່ດົນມານີ້ ທີ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ, ໄດ້ມີພິທີ ມອບ-ຮັບ ເຄື່ອງອຸປະໂພກ-ບໍລິໂພກ ,ໃຫ້ກຽດມອບໂດຍ ທ່ານ ສົງການ ສີວົງໄຊ ປະທານກຸ່ມຄອບຄົວ ຊຸບເປີ ໄບ້ ລາວ, ທ່ານ ຄຳນ້ອຍ ພະພັກພົມມະຈັນ ປະທານສອງລໍ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ຈັນສະໝອນ ຜາງທະວົງ ຮອງຜູ້ອຳນວຍການໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ມີບັນດາຄູ-ອາຈານ, ນັກຮຽນທີ່ມີບັນຫາດ້ານການໄດ້ຍິນ ແລະ ສາຍຕາ ເຂົ້າຮ່ວມ.
ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ວັນທີ 7 ຕຸລາ 2026 ທີ່ສະພາແຫ່ງຊາດ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ມອບເງິນຈຳນວນ 100 ລ້ານກີບ ໃຫ້ແຂວງຄຳມ່ວນ ເພື່ອສົມທົບຊ່ວຍເຫຼືອ ແລະ ບັນເທົາຄວາມເດືອດຮ້ອນແກ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມ.
ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໃນຄໍ່າຄືນຂອງ​ວັນທີ 6​-​7 ຕຸລາ​ 2026, ໜ່ວຍສີລະປະສະມັກຫຼິ້ນກອງພົນທີ 2 ໄດ້ສະແດງຮັບໃຊ້ໃນໂອກາດ​ກອງພົນທີ​ 2​ ພວມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ໂດຍມີສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະ,​ ມີພະນັກງານ​-ນັກຮົບ​ ແລະ​​ປະຊາຊົນ​ບັນດາ​ເຜົ່າ​ ເຂົ້າຮ່ວມຮັບຊົມ.
ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ​ ສະມາຊິກສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກ​ ເປັນ​ 1​ ໃນ​ 4​ ນັກທຸລະກິດແມ່ຍິງແຂວງຈໍາປາສັກ ທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນ​ ອາຊຽນ ຫຼື​ ASEAN Entrepreneurs​ Women Award ປີ​ 2026​ ເຊິ່ງຈັດຂຶ້ນ​ໂດຍເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ຫຼື​ ASEAN Women Entrepreneurs Network. ພິທີມອບ​ -​ ຮັບ ລາງວັນດັ່ງກ່າວ​ ຈັດຂຶ້ນ​ໃນວັນທີ 2 ຕຸລາ 2026 ທີ່ຜ່ານມາ ຢູ່ໂຮງແຮມ ອາມາລີ​ນະຄອນຫຼວງວຽງຈັນ ສປປ ລາວ.​ ໃຫ້ກຽດ​ມອບໂດຍ​ ທ່ານ​ ມະໄລທອງ ກົມທະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ​ ການຄ້າ.
ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

​ ວັນທີ 7 ຕຸລາ 2026, ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ພ້ອມດ້ວຍ ທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ແລະ ຄະນະນໍາ-ຊ່ຽວຊານຈາກສູນກາງ ແລະ ແຂວງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ. ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໂຂງ, ມີຫົວໜ້າຫ້ອງການການເງິນເມືອງ,ຫົວໜ້າຫ້ອງວ່າການເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ເພີ່ມເຕີມ