ບົດ​ກ່າວ​ຄຳ​ເຫັນ​ຂອງ​ ສະຫາຍ ຫງວຽນ​ ມິງ ​ເຕິມ​ ເອກ​ອັກ​ຄະ​ລັດ​ຖະ​ທູດ ວິ​ສາ​ມັນຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສສ ຫວຽດ​ນາມ ປະ​ຈຳ ສປປ ລາວ (ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ​ວັນ​ສະ​ຖາ​ປະ​ນາ ປະ​ເທດ​ຫວຽດ​ນາມ ຄົບ​ຮອບ 80 ປີ, 02/9/1945-02/9/2025)

ບົດ​ກ່າວ​ຄຳ​ເຫັນ​ຂອງ​ ສະຫາຍ ຫງວຽນ​ ມິງ ​ເຕິມ​ ເອກ​ອັກ​ຄະ​ລັດ​ຖະ​ທູດ ວິ​ສາ​ມັນຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສສ ຫວຽດ​ນາມ ປະ​ຈຳ ສປປ ລາວ (ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ​ວັນ​ສະ​ຖາ​ປະ​ນາ ປະ​ເທດ​ຫວຽດ​ນາມ ຄົບ​ຮອບ 80 ປີ, 02/9/1945-02/9/2025)

ບົດ​ກ່າວ​ຄຳ​ເຫັນ​ຂອງ​ ສະຫາຍ ຫງວຽນ​ ມິງ ​ເຕິມ​ ເອກ​ອັກ​ຄະ​ລັດ​ຖະ​ທູດ ວິ​ສາ​ມັນຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສສ ຫວຽດ​ນາມ ປະ​ຈຳ ສປປ ລາວ  (ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ​ວັນ​ສະ​ຖາ​ປະ​ນາ ປະ​ເທດ​ຫວຽດ​ນາມ ຄົບ​ຮອບ 80 ປີ, 02/9/1945-02/9/2025)
ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ​ວັນ​ສະ​ຖາ​ປະ​ນາ ປະ​ເທດສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ (2 ກັນ​ຍາ 1945 – 2 ກັນ​ຍາ 2025), ຕາງ​ໜ້າ​ບັນ​ດາ​ສະ​ຫາຍ​ການ​ນຳ​ພັກ​, ລັດ ແລະ​ປະ​ຊາ​ຊົນ​ຫວຽດ​ນາມ​, ຂ້າ​ພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ນັບ​ຖື ແລະ​ ຂໍສົ່ງຄຳ​ອວຍ​ພອນ​ໄຊ​ອັນ​ປະ​ເສີດ​ ພ້ອມດ້ວຍໄມ​ຕີ​ຈິດ​ອັນ​ດູດ​ດື່ມ​, ​​ອົບ​ອຸ່ນ​ຖານ​ສະ​ຫາຍ​ອ້າຍ​ນ້ອງ ມາ​ຍັງ​ບັນ​ດາ​ສະ​ຫາຍ​ການ​ນຳ​ພັກ​, ລັດ ແລະ ປະ​ຊາ​ຊົນລາວ​.

 

 

ຮຽນບັນດາສະຫາຍ ແລະ ເພື່ອນມິດທີ່ຮັກແພງທັງຫຼາຍ,

ໂດຍຕອບສະໜອງຄຳຮຽກຮ້ອງຂອງປະທານ ໂຮ່ຈີິມິນ “ຊົ່ວໂມງຊີ້ຂາດຊາຕາກຳຂອງຊົນຊາດພວກເຮົາໄດ້ມາເຖິງແລ້ວ, ໃຫ້ປວງຊົນທົ່ວປະເທດຈົ່ງລຸກຂຶ້ນ ແລະ ນຳໃຊ້ກຳລັງແຮງຂອງຕົນ ເພື່ອປົດປ່ອຍຕົວເອງ”, ວັນທີ 19 ສິງຫາ 1945, ປະຊາຊົນຫວຽດນາມທັງໝົດ ໄດ້ພ້ອມກັນລຸກຮື້ຂຶ້ນໃນທົ່ວປະເທດ, ປະຕິບັດການປະຕິວັດເດືອນສິງຫາ, ໄດ້ລຶບລ້າງແອກລ່າເມືອງຂຶ້ນ, ສັກດິນາ ແລະ ຍາດອຳນາດຄືນສູ່ປະຊາຊົນຢ່າງຄົບຖ້ວນ.

ວັນທີ 2 ກັນຍາ 1945, ຢູ່ສະໜາມຫຼວງປະຫວັດສາດບາດິ່ງ, ປະທານ ໂຮ່ຈິມິນ, ໃນນາມລັດຖະບານຊົ່ວຄາວ ໄດ້ອ່ານຖະແຫຼງການປະກາດເອກະລາດ, ສິດທິເອກະລາດ, ອິດສະລະພາບ, ຄວາມສະເໝີພາບຂອງປະຊາຊົນຫວຽດນາມ ຕໍ່ທົ່ວໂລກ. ສະຖາປະນາ ຫວຽດນາມ ປະຊາທິປະໄຕ ສາທາລະນະລັດ, ປັດຈຸບັນ ແມ່ນສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ເປີດສັງກາດໃໝ່ໃຫ້ແກ່ຊົນຊາດຫວຽດນາມ, ສັງກາດທີ່ເປັນເຈົ້າຂອງປະເທດຊາດ, ອິດສະລະພາບ, ເປັນເຈົ້າຊາຕາກຳຂອງຕົນ; ສັງກາດເອກະລາດແຫ່ງຊາດ ຕິດພັນກັບສັງຄົມນິຍົມ.

ນັບແຕ່ບາດລ້ຽວປະຫວັດສາດອັນຍິ່ງໃຫຍ່ນັ້ນ, ໂດຍຖືເອົາສັດຈະທຳທີ່ວ່າ; “ບໍ່ມີຫຍັງປະເສີດໄປກວ່າເອກະລາດ ແລະ ອິດສະຫຼະພາບ”, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ພາຍຫຼັງ 3 ທົດສະວັດ ສືບຕໍ່ສູ້ຮົບເປັນເວລາດົນນານ, ປະຊາຊົນຫວຽດນາມ ໄດ້ສາມັກຄີຮ່ວມກັນປະຕິບັດພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ຜ່ານຜ່າທຸກຄວາມຫຍຸ້ງຍາກຢ່າງອົງອາດກ້າແກ່ນ ເພື່ອປົກປັກຮັກສາຄວາມເປັນເອກະລາດ ແລະ ອິດສະຫຼະພາບຂອງປະເທດຊາດ, ສ້າງສາ ແລະ ພັດທະນາປະເທດ. ພ້ອມດຽວກັນນັ້ນ, ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ ໃນພາກພື້ນ ແລະ ໂລກ.

ພາຍຫຼັງເກືອບ 40 ປີແຫ່ງການປະຕິບັດການປ່ຽນແປງໃໝ່ອັນຍິ່ງໃຫຍ່, ໄດ້ລິເລີ່ມ ແລະ ນຳພາໂດຍພັກ, ພື້ນຖານເສດຖະກິດຫວຽດນາມ ເລີ່ມພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນອັດຕາທີ່ສູງສົມຄວນ, ອັດຕາການເຕີບໂຕສະເລ່ຍເກືອບ 7% ຕໍ່ປີ. ປີ 2024, ຂອບຂະໜາດເສດຖະກິດຂອງຫວຽດນາມ ໄດ້ຢູ່ອັນດັບທີ 32 ຂອງໂລກ (ບັນລຸ 476 ຕື້ໂດລາ); ການເຕີບໂຕ GDP ບັນລຸ ເກືອບ 7.09%; GDP ຕໍ່ຫົວຄົນບັນລຸ 4,700 ໂດລາ/ຄົນ; ຕ້ອນຮັບນັກທ່ອງທ່ຽວສາກົນເກືອບ 17.6 ລ້ານເທື່ອຄົນ; ຍອດມູນຄ່າການນໍາເຂົ້າ-ສົ່ງອອກສິນຄ້າ ບັນລຸປະມານ 786.3 ຕື້ ໂດລາ (ເພີ່ມຂຶ້ນ 15,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ), ເກີນດຸນຫຼາຍກວ່າ 24.7 ຕື້ໂດລາ, ຢູ່ໃນກຸ່ມ 20 ພື້ນຖານເສດຖະກິດໃຫຍ່ທີ່ສຸດທາງດ້ານການຄ້າ ແລະ ການດຶງດູດການລົງທຶນຂອງຕ່າງປະເທດ; ເປັນອັນດັບທີ 23 ຂອງທົ່ວໂລກ ໃນດ້ານການສົ່ງອອກສິນຄ້າ; ໃນຈຳນວນ 15 ປະເທດກຳລັງພັດທະນາທີ່ດຶງດູດທຶນຈາກຕ່າງປະເທດຫຼາຍທີ່ສຸດໃນໂລກ, ບັນລຸປະມານ 40 ຕື້ໂດລາ/ປີ.

ໃນ 6 ເດືອນຕົ້ນປີ 2025, ເຖິງວ່າປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງຂອງສະພາບການພາກພື້ນ ແລະ ສາກົນ, ແຕ່ເສດຖະກິດຫວຽດນາມ ສືບຕໍ່ບັນລຸໄດ້ລະດັບການເຕີບໂຕທີ່ມະຫັດສະຈັນ, ສູງສຸດໃນເກືອບ 2 ທົດສະວັດທີ່ຜ່ານມາ (ປະມານ 7.52%); ຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຄວບຄຸມໄດ້ອັດຕາເງິນເຟີ້, ຮັບປະກັນບັນດາຄວາມດຸ່ນດ່ຽງທີ່ສຳຄັນຂອງພື້ນຖານເສດຖະກິດ. ຍອດມູນຄ່ານຳເຂົ້າ-ສົ່ງອອກ ເພີ່ມຂຶ້ນ 14.4%, ບັນລຸ 219 ຕື້ໂດລາ, ເກີນດຸນ 7.63 ຕື້ໂດລາ ແມ່ນຜົນສຳເລັດທີ່ມະຫັດສະຈັນໃນສະພາບການປັດຈຸບັນ. ການທ່ອງທ່ຽວໄດ້ຕ້ອນຮັບນັກທ່ອງທ່ຽວສາກົນເກືອບ 10.7 ລ້ານເທື່ອຄົນ (ເພີ່ມຂຶ້ນ 20.7%). ທຶນ FDI ທີ່ໄດ້ຈົດທະບຽນ ມີຈຳນວນສູງສຸດ ນັບແຕ່ປີ 2009, ບັນລຸ 21.5 ຕື້ໂດລາ (ເພີ່ມຂຶ້ນ 32.6%), ໃນນັ້ນຍອດທຶນປະຕິບັດໄດ້ບັນລຸ 11.7 ຕື້ໂດລາ.

ຄາດຄະເນວ່າ: ໃນໝົດປີ 2025, GDP ຂອງຫວຽດນາມ ຈະບັນລຸຫຼາຍກວ່າ 510 ຕື້ໂດລາ, ລາຍຮັບສະເລ່ຍຕໍ່ຫົວຄົນ ຈະບັນລຸ 4,750 ໂດລາ/ຄົນ. ອັດຕາການຂະຫຍາຍຕົວດັ່ງກ່າວ ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມສາມາດຟື້ນຟູຢ່າງແຂງແຮງເທົ່ານັ້ນ, ແຕ່ຫາກຍັງຢືນຢັນທ່ວງທ່າໃໝ່, ພື້ນຖານກຳລັງແຮງພາຍໃນທີ່ໜັກແໜ້ນ, ກຽມພ້ອມບັນດາບາດກ້າວບຸກທະລຸທີ່ໜ້າປະທັບໃຈ ໃນຍຸກສະໄໝບືນຕົວຂອງຊົນຊາດຫວຽດນາມ.

ປີ 2025, ບັນດາກົນໄກ ແລະ ນະໂຍບາຍຂອງຫວຽດນາມ ຈະສືບຕໍ່ມີບາດກ້າວຢ່າງມີຫົວຄິດປະດິດສ້າງ, ເຂັ້ມແຂງແຮງກ້າ. ການສັບຊ້ອນກົງຈັກການຈັດຕັ້ງ, ຫົວໜ່ວຍປົກຄອງຂັ້ນຮາກຖານ, ນຳໃຊ້ກົງຈັກ ຂອງອົງການປົກຄອງທ້ອງຖິ່ນ 2 ຂັ້ນ ຢ່າງເປັນທາງການ ນັບແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ ຊຶ່ງເປັນອີກບາດກ້າວບຸກທະລຸໜຶ່ງ ໃນການປະຕິຮູບດ້ານກົດບັນຢັດ ເພື່ອສ້າງກົງຈັກລັດ “ທີ່ດີ ກະທັດຮັດ, ອຳນາດສັກສິດ, ປະສິດທິພາບ ແລະ ມີປະສິດທິຜົນ”; ເປັນຂີດໝາຍບາດກ້າວພັດທະນາໃໝ່ ກົງຈັກບໍລິຫານລັດຂອງຫວຽດນາມ; ຊ່ວຍແກ້ໄຂບັນດາສິ່ງກີດຂວາງ, ຊຸກຍູ້ຄວາມໄວຂອງການປະຕິບັດລະບຽບການບໍລິຫານ ແລະ ສ້າງສະພາບແວດລ້ອມລົງທຶນດຳເນີນທຸລະກິດ ຢ່າງ ຊັດແຈ້ງໂປ່ງໃສ, ແກ້ງແຍ່ງ, ນຳພາຫວຽດນາມ ເຂົ້າສູ່ໄລຍະພັດທະນາໃໝ່, ຍຸກສະໄໝແຫ່ງການບືນຕົວຂອງຊາດ.

ໃນຖານະທີ່ເປັນຊາວຫວຽດນາມ, ພວກເຮົາ ຮູ້ສຶກພາກພູມໃຈ ເມື່ອຫວນຄືນໃນໄລຍະ 80 ປີຜ່ານມາ, ຈາກຊົນຊາດທີ່ຖືກປົກຄອງ, ເປັນປະເທດທຸກຍາກ, ຫຼ້າຫຼັງ, ເສດຖະກິດຖືກຊຸດໂຊມ, ພື້ນຖານໂຄງລ່າງຖືກຜົນກະທົບຢ່າງໜັກໜ່ວງຈາກສົງຄາມ ແລະ ປະເຊີນໜ້າກັບການປິດລ້ອມ, ຂວ້ຳບາດ ທີ່ຍືດເຍື້ອຍາວນານຈາກພາຍນອກ. ຢ່າງໃດກໍຕາມ, ພາຍໃຕ້ການນຳພາຂອງພັກ, ຫວຽດນາມ ໄດ້ຜ່ານຜ່າບັນດາອຸປະສັກເທື່ອລະກ້າວ, ສ້າງປະເທດດ້ວຍການປ່ຽນແປງໃໝ່ທີ່ຍິ່ງໃຫຍ່; ສືບຕໍ່ປັບປຸງ ແລະ ເພີ່ມທະວີການຫັນເປັນທັນສະໄໝ ຂອງກຳລັງປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ; ຮັກສາເອກະລາດ, ອະທິປະໄຕ, ຜົນປະໂຫຍດແຫ່ງຊາດ ຢ່າງແໜ້ນແຟ້ນ; ບືນຂຶ້ນເປັນປະເທດກຳລັງພັດທະນາທີ່ມີລາຍໄດ້ປານກາງ. ອັດຕາການເຕີບໂຕດ້ານເສດຖະກິດຂອງຫວຽດນາມ ຊຶ່ງທະນາຄານໂລກ, ທະນາຄານພັດທະນາອາຊີ ແລະ ກອງທຶນເງິນຕາສາກົນ ໄດ້ຕີລາຄາວ່າ: ແມ່ນໜຶ່ງໃນບັນດາປະເທດ ທີ່ມີການເຕີບໂຕສູງໃນພາກພື້ນ, ໃນໂລກ ແລະ ໄດ້ຮັບການຕີລາຄາສູງຈາກຫຼາຍອົງການຈັດຕັ້ງສາກົນອື່ນໆ.

ຮຽນບັນດາສະຫາຍ ແລະ ໝູ່ເພື່ອນທີ່ຮັກແພງ,

ບັນດາຜົນງານທີ່ໜ້າປະທັບໃຈເຫຼົ່ານີ້ ບໍ່ສາມາດແຍກອອກຈາກພື້ນຖານການເມືອງ ແລະ ສັງຄົມທີ່ໝັ້ນຄົງ ແລະ ຄວາມພະຍາຍາມຢ່າງບໍ່ຢຸດຢັ້ງ ໃນການປະດິດສ້າງ, ການປະຕິຮູບ ແລະ ປັບປຸງກົດບັນຢັດ. ບັນດາ “ພາລະກິດອັນໃຫຍ່ຫຼວງ, ກຳລັງບົ່ມຊ້ອນ, ຖານະບົດບາດ ແລະ ອິດທິພົນ” ເຫຼົ່ານັ້ນ ໄດ້ຢັ້ງຢືນເຖິງຂອບຂະໜາດ, ສະຕິປັນຍາ ແລະ ຄຸນທາດຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ໃນການເດີນທາງບຸກບືນຜ່ານຜ່າຄວາມຫຍຸ້ງຍາກ, ຄົ້ນຄືນແຫຼ່ງກຳລັງພາຍໃນ, ຍາດແຍ່ງກາລະໂອກາດ, ເຊື່ອມໂຍງສາກົນ ຢ່າງເລິກເຊິ່ງ ກ້ວາງຂວາງ ແລະ ພັດທະນາແບບຍືນຍົງ.

ຄຽງຄູ່ກັບການບຸກບືນຂອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນຫວຽດນາມ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍຈົດຈຳ ແລະ ເຄົາລົບນັບຖືຢ່າງສູງ ຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອອັນລ້ຳຄ່າຂອງເພື່ອນມິດສາກົນ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນປັດຈຸບັນ, ພິເສດ ແມ່ນການຮ່ວມເດີນທາງ, ການຊ່ວຍເຫຼືອສຸດອົກສຸດໃຈ ແລະ ມີປະສິດທິຜົນຂອງພັກ, ລັດ ແລະ ປະຊາຊົນລາວ.

ເນື່ອງໃນໂອກາດອັນສຳຄັນນີ້, ຕາງໜ້າພັກ, ລັດ ແລະ ປະຊາຊົນຫວຽດນາມ, ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈຢ່າງສຸດໃຈ ມາຍັງພັກ, ລັດ ແລະ ປະຊາຊົນລາວຊຶ່ງຍາມໃດ ກໍໄດ້ໃຫ້ຄວາມສາມັກຄີ, ສະໜັບສະໜູນ ແລະ ຊ່ວຍເຫຼືອຫວຽດນາມ. ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງບັນດາຄະນະພັກ, ອຳນາດການປົກຄອງທຸກຂັ້ນ ແລະ ປະຊາຊົນລາວ ທີ່ໄດ້ເອົາໃຈໃສ່ ແລະ ສ້າງເງື່ອນໄຂອັນສະດວກ ໃຫ້ແກ່ວົງຄະນະຍາດຊາວຫວຽດນາມ ທີ່ ທໍາມາຫາກິນ ແລະ ດຳລົງຊີວິດຢ່າງໝັ້ນຄົງຢູ່ລາວ ກໍຄືບັນດາວິສາຫະກິດຫວຽດນາມ ທີ່ກຳລັງຮ່ວມມື, ລົງທຶນ ແລະ ດຳເນີນທຸລະກິດຢູ່ລາວ, ເພື່ອໃຫ້ເຂົາເຈົ້າສາມາດປະກອບສ່ວນເຂົ້າໃນການສ້າງປະເທດ ສປປ ລາວ ພັດທະນາ ວັດທະນາຖາວອນ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດຫວຽດນາມ - ລາວ.

ຮຽນບັນດາສະຫາຍ ແລະ ໝູ່ເພື່ອນທີ່ຮັກແພງ,

ນັບແຕ່ສະໄໝບູຮານ, ສອງຊົນຊາດຫວຽດນາມ - ລາວ ຍາມໃດກໍຕິດພັນສະໜິດສະໜົມກັນ. ການພົວພັນ ລະຫວ່າງ ສອງປະເທດ ແມ່ນການພົວພັນ “ບ້ານໃກ້ເຮືອນຄຽງ” ພ້ອມທີ່ຈະຊ່ວຍເຫຼືອ, ແບ່ງປັນຊຶ່ງກັນ ແລະ ກັນ, ເຕັມໄປດ້ວຍຄວາມຮັກແພງ. ພິເສດ ແມ່ນນັບແຕ່ພັກກອມມູນິດອິນດູຈີນ, ຕົ້ນກຳເນີດຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ, ໄດ້ກຳເນີດຂຶ້ນມາ ຊຶ່ງປະທານ ໂຮ່ຈິມິນ ຜູ້ນໍາທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ກໍ່ຕັ້ງໂດຍກົງ, ໄດ້ຮັບການເພີ່ມພູນຄູນສ້າງຈາກການນຳຮຸ້ນສືບທອດ ແລະ ປະຊາຊົນຂອງສອງປະເທດ, ໄດ້ກາຍເປັນສາຍພົວພັນແບບເປັນຕາຍ, ເປັນແບບຢ່າງ, ຊື່ສັດ, ບໍລິສຸດ ທີ່ຫາຍາກໃນການພົວພັນສາກົນ. ເປັນການພົວພັນທີ່ມີຄຸນລັກສະນະກົດເກນ, ເປັນປັດໄຈທີ່ຮັບປະກັນໄຊຊະນະໃຫ້ແກ່ການປະຕິວັດ ແລະ ເປັນຊັບສົມບັດລວມອັນລ້ຳຄ່າຂອງສອງຊາດ ແລະ ເປັນແຫຼ່ງຊັບພະຍາກອນອັນໃຫຍ່ຫຼວງ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ຂອງແຕ່ລະປະເທດ.

ບົນພື້ນຖານນັ້ນ, ພວກເຮົາ ຮູ້ສຶກດີໃຈ ແລະ ພາກພູມໃຈທີ່ສຸດ ທີ່ໄດ້ເຫັນວ່າ: ໃນຊຸມປີທີ່ຜ່ານມາ, ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ - ລາວ ສືບຕໍ່ພັດທະນາຢ່າງແຂງແຮງ, ກວ້າງຂວາງ ແລະ ມີປະສິດທິຜົນ ໃນທຸກຂົງເຂດ, ປະກອບສ່ວນສຳຄັນ ເຂົ້າໃນພາລະກິດສ້າງສາປະເທດຊາດ, ປົກປັກຮັກສາ ແລະ ພັດທະນາຂອງແຕ່ລະປະເທດ. ການພົວພັນດ້ານການເມືອງ ສືບຕໍ່ໄດ້ຮັບການປັບປຸງຮັດແໜ້ນຢ່າງໜັກແໜ້ນ, ເປັນຫຼັກແຫຼ່ງກຳນົດທິດສັງລວມ ສາຍພົວພັນສອງປະເທດ. ການນຳຂັ້ນສູງຂອງສອງປະເທດ ໄດ້ພົບປະ ແລະ ແລກ ປ່ຽນກັນເປັນປະຈຳ, ສະແດງໃຫ້ເຫັນຄວາມສະໜິດຕິດພັນ ແລະ ຄວາມໄວ້ເນື້ອເຊື່ອໃຈໃນລະດັບສູງສຸດ. ເສົາຄ້ຳແຫ່ງການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ນັບມື້ສະໜິດຕິດແໜ້ນ, ເລິກເຊິ່ງ ແລະ ກວ້າງຂວາງຮອບດ້ານ; ປະສານສົມທົບຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນຢູ່ບັນດາເວທີພາກພື້ນ ແລະ ສາກົນ, ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຍົກສູງພາລະບົດບາດ ແລະ ອິດທິພົນຂອງທັງສອງປະເທດ ຫວຽດນາມ - ລາວ ໃນພາກພື້ນ ແລະ ສາກົນ.

ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໄດ້ຮັບຄວາມເອົາໃຈໃສ່, ປ່ຽນແປງໃໝ່, ຊຸກຍູ້ ແລະ ບັນລຸໄດ້ຫຼາຍບາດກ້າວທີ່ຕັ້ງໜ້າ, ພື້ນຖານເສດຖະກິດສອງປະເທດ ນັບມື້ໄດ້ຮັບການຊຸກຍູ້ ແລະ ເຊື່ອມໂຍງຢ່າງແໜ້ນແຟ້ນ. ຫວຽດນາມ ສືບຕໍ່ແມ່ນໜຶ່ງໃນບັນດາປະເທດນຳໜ້າໃນການລົງທຶນ ດ້ວຍຍອດທຶນ 7 ກວ່າຕື້ໂດລາ. ໃນ 7 ເດືອນຕົ້ນປີ 2025, ລວມມູນຄ່າການນຳເຂົ້າ-ສົ່ງອອກ ລະຫວ່າງ ຫວຽດນາມ - ລາວ ໄດ້ບັນລຸ 2 ກວ່າຕື້ໂດລາ, ເພີ່ມຂຶ້ນ 79% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024, ເທົ່າກັບ 20% ຂອງມູນຄ່າການນຳເຂົ້າ-ສົ່ງອອກຂອງລາວ ໃນ 7 ເດືອນຜ່ານມາ. ໃນນັ້ນ, ຫວຽດນາມ ຂາດດຸນການຄ້າກັບລາວ ແມ່ນຫຼາຍກວ່າ 500 ລ້ານໂດລາ. ນີ້ກໍ່ແມ່ນຍອດມູນຄ່າການຄ້າ ລະຫວ່າງ 2 ປະເທດ ທີ່ສູງສຸດໃນຮອບ 10 ປີຜ່ານມາ (2016-2025). ພິເສດ ດ້ວຍການເປີດນຳໃຊ້ທ່າເຮືອແຫ່ງທີ 3 ຂອງທ່າເຮືອສາກົນ ຫວຸງອ໋າງ, ສອງປະເທດ ໄດ້ຮ່ວມກັນປະຕິບັດທິດທາງຍຸດທະສາດຂອງພັກປະຊາຊົນປະຕິວັດລາວ, ຫັນປ່ຽນປະເທດລາວ ຈາກປະເທດບໍ່ມີທາງອອກສູ່ທະເລ ເປັນປະເທດໃຈກາງເຊື່ອມຕໍ່ກັບບັນດາຕະຫຼາດໃຫຍ່ຢູ່ພາກພື້ນ ຜ່ານທາງທະເລ.

ການຮ່ວມມືໃນຂົງເຂດການສຶກສາ-ກໍ່ສ້າງ, ວັດທະນະທຳ, ພົບປະແລກປ່ຽນ ລະຫວ່າງ ປະຊາຊົນ, ພັດທະນາຊັບພະຍາກອນມະນຸດ ສືບຕໍ່ໄດ້ຮັບການເອົາໃຈໃສ່, ເພີ່ມຂຶ້ນທັງດ້ານປະລິມານ ແລະ ຄຸນນະພາບ. ຫວຽດນາມ ແລະ ລາວ ໄດ້ສົມທົບກັນຍື່ນສະເໜີ ແລະ ໄດ້ຖືກການຮັບຮອງຈາກອົງ ການ UNESCO ໃຫ້ອຸທິຍານແຫ່ງຊາດຫີນໜາມໜໍ່ຂອງລາວ ເປັນມໍຣະດົກໂລກ ທາງທໍາມະຊາດ ຂ້າມຊາຍແດນຮ່ວມກັບອຸທິຍານແຫ່ງຊາດ ຟອງຍາ - ແກ້ບາງ ຂອງຫວຽດນາມ ສືບຕໍ່ສະແດງໃຫ້ເຫັນສາຍພົວພັນພິເສດ ລະຫວ່າງ ສອງປະເທດ ໃນຍຸກແຫ່ງສັນຕິພາບ, ພິເສດ, ນີ້ຈະເປັນການປະກອບສ່ວນຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກວ່າອີກ ໃນຂົງເຂດການທ່ອງທ່ຽວ, ຄຸ້ມຄອງສິ່ງແວດລ້ອມທຳມະຊາດແບບຍືນຍົງ ແລະ ຍົກສູງຮູບພາບຂອງທັງສອງປະເທດ.

ການສົມທົບຈັດຕັ້ງພິທີຮັບຮອງເສັ້ນທາງເຈື່ອງເຊີນ ຢູ່ດິນແດນລາວ ເປັນມໍຣະດົກທາງປະຫວັດສາດແຫ່ງຊາດຂອງລາວ ເປັນສັນຍາລັກອັນສະຫງ່າງາມ ຂອງຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ ໃນໄລຍະຕໍ່ສູ້ປົດປ່ອຍຊາດ ເມື່ອກ່ອນ. ເຫດການນີ້, ຈະປະກອບສ່ວນເຂົ້າໃນການໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມປະຊາຊົນ, ພິເສດ ແມ່ນຄົນລຸ້ນໜຸ່ມຂອງສອງປະເທດ ກ່ຽວກັບຮີດຄອງປະເພນີ ແລະ ຄວາມໝາຍສຳຄັນພິເສດ ຂອງສາຍພົວພັນ ຫວຽດນາມ-ລາວ ກໍຄືເຮັດໃຫ້ຊັບສົມບັດອັນລ້ຳຄ່າອຸດົມສົມບູນຂຶ້ນກວ່າເກົ່າ ຊຶ່ງໄດ້ກໍສ້າງດ້ວຍເລືອດເນື້ອເຫື່ອແຮງຂອງພະນັກງານ, ນັກຮົບ ແລະ ປະຊາຊົນ ຫວຽດນາມ - ລາວ ນັບເປັນໝື່ນເປັນແສນຄົນ.

ຮຽນບັນດາສະຫາຍ ແລະ ໝູ່ເພື່ອນທີ່ຮັກແພງ,

ພັກ ແລະ ລັດ ຫວຽດນາມ ໄດ້ຢືນຢັນວ່າ: ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດແກ່ສາຍພົວພັນພິເສດ ຫວຽດນາມ - ລາວ. ຫວຽດນາມ ຈະສືບຕໍ່ເປີດກວ້າງຕະຫຼາດຂອງຕົນໃຫ້ແກ່ສິນຄ້າ ແລະ ຜະລິດຕະພັນຂອງລາວ ຕື່ມອີກ, ເພີ່ມທະວີການເຊື່ອມຕໍ່ດ້ານພື້ນຖານໂຄງລ່າງ, ພື້ນຖານໂຄງລ່າງຄົມມະນາຄົມ ແລະ ເຊື່ອມຕໍ່ສອງພຶ້ນຖານເສດຖະກິດ. ສິນຄ້າຂອງລາວ ສາມາດຜ່ານບໍ່ວ່າຈະເປັນດ່ານຊາຍແດນ ຫຼື ທ່າເຮືອ ທາງທະເລໃດໜຶ່ງຂອງຫວຽດນາມ ໄປສູ່ບັນດາຕະຫຼາດໃນພາກພື້ນ ແລະ ສາກົນ, ປະກອບສ່ວນຮ່ວມກັບປະຊາຊົນລາວ ເພື່ອສ້າງສາປະເທດລາວ ໃຫ້ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ.

ໃນສະພາບການຂອງພາກພື້ນ ແລະ ໂລກ ທີ່ນັບມື້ສັບສົນ, ປ່ຽນແປງຢ່າງວ່ອງໄວ, ບໍ່ສາມາດຄາດຄະເນໄດ້, ສິ່ງທ້າທາຍ ແລະ ກາລະໂອກາດທີ່ສະລັບສັບຊ້ອນ, ຫວຽດນາມ ແລະ ລາວ ຕ້ອງສາມັກຄີ, ຄຽງບ່າຄຽງໄຫຼ່, ໄວ້ເນື້ອເຊື່ອໃຈ, ສະໜັບສະໜູນຊຶ່ງກັນ ແລະ ກັນ ແລະ ສ້າງເງື່ອນໄຂຫຼາຍກ່ວາເກົ່າ, ເພື່ອຮ່ວມກັນພັດທະນາ ບົນພື້ນຖານບັນດາຫຼັກການ ແລະ ຖະແຫຼງການຮ່ວມ ທີ່ສອງຝ່າຍໄດ້ເປັນເອກະພາບ. ໃນສະພາບການໃດກໍຕາມ, ສອງປະເທດ ຫວຽດນາມ ແລະ ລາວ ຕ້ອງມີຄວາມໝັ້ນຄົງ ແລະ ບຸກບືນສຸດຄວາມສາມາດ ເພື່ອຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂັ້ນສູງຂອງສອງປະເທດໃຫ້ສຳເລັດຜົນ. ຮ່ວມກັນຢ່າງໜັກແໜ້ນ ເດີນຕາມທາງເສັ້ນທາງກໍ່ສ້າງສັງຄົມນິຍົມ; ເສີມຂະຫຍາຍກຳລັງແຮງພາຍໃນ, ເປັນເຈົ້າຕົນເອງ, ເຈດຈຳນົງ ອີງໃສ່ກຳລັງແຮງຂອງຕົນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສົມທົບຢ່າງເໝາະສົມກັບການພົວພັນ ລະຫວ່າງ ຫວຽດນາມ - ລາວ ແລະ ທໍານຽມຂອງສາກົນ, ເພື່ອການພັດທະນາທີ່ຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.

ຄູນຄ່າທີ່ຍືນຍົງຄົງຕົວຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ບໍ່ພຽງແຕ່ໄດ້ເຊື່ອມຈອດດ້ວຍການເສຍສະຫຼະ ເພື່ອກັນ ແລະ ກັນ ທີ່ໄດ້ທົດສອບຜ່ານຂະບວນການຕໍ່ສູ້ປົດປ່ອຍປະເທດຊາດ ໃນເມື່ອກ່ອນເທົ່ານັ້ນ, ແຕ່ຫາກຍັງໄດ້ທະວີຄູນດ້ວຍນ້ຳໃຈຮັກແພງທີ່ຈິງໃຈ, ຄວາມໄວ້ເນື້ອເຊື່ອໃຈ ຢ່າງເດັດຖານ ລະຫວ່າງການນຳຂັ້ນສູງຂອງສອງປະເທດ ແລະ ການຄຽງບ່າຄຽງໄຫຼ່, ການແບ່ງປັນ ລະຫວ່າງ ປະຊາຊົນ ສອງຊາດ ໃນຕະຫຼອດເສັ້ນທາງແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ ກໍຄືພື້ນຖານຍຸດທະສາດອັນໜັກແໜ້ນ ໃຫ້ແກ່ການພັດທະນາທັງສອງປະເທດ ໃນປັດຈຸບັນ ກໍຄືອະນາຄົດ. ການປົກປັກຮັກສາ, ປັບປຸງ, ພັດທະນາ ແລະ ເພີ່ມພູນຄູນສ້າງສາຍພົວພັນພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບເທົ່ານັ້ນ, ແຕ່ຫາກຍັງແມ່ນຄວາມພາກພູມໃຈຂອງພວກເຮົາ ແຕ່ລະຄົນ ໃນທຸກວັນນີ້, ພ້ອມກັນປະກອບສ່ວນກໍ່ສ້າງອະນາຄົດຮ່ວມກັນຂອງສອງຊົນຊາດ.

ຂ້າພະເຈົ້າເຊື່ອໝັ້ນວ່າ: ຄວາມສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ ແລະ ລາວ ຈະ “ຝັງຄວາມຮັກຢູ່ໃນໃຈ ຮົ່ງຮ່າທັງແມ່ຂອງ ບໍ່ເລິກປູນປານໄດ້” ແລະ “ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ”, “ຫອມຫວນກວ່າດອກໄມ້ໃດຫອມທີ່ສຸດ” ຕາມການນຳສອງປະເທດພວກເຮົາ ເຄີຍປາຖະໜາມຸ່ງຫວັງ.

ເນື່ອງໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ໃຫ້ປະຊາຊົນລາວອ້າຍນ້ອງ, ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ສືບຕໍ່ໄດ້ຮັບຜົນສຳເລັດໃຫຍ່ຫຼວງກວ່າເກົ່າ, ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 9 ສຳເລັດຢ່າງຈົບງາມ, ກະກຽມ ແລະ ຈັດຕັ້ງສຳເລັດກອງປະຊຸມໃຫຍ່ຂອງອົງຄະນະພັກທຸກຂັ້ນ, ກ້າວໄປສູ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຂອງພັກປະຊາຊົນ ປະຕິວັດລາວ ຄັ້ງທີ XII ສຳເລັດມີໄຊ ໃນຕົ້ນປີ 2026.

ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຈົ່ງໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ, ເພື່ອຜົນປະໂຫຍດຂອງປະຊາຊົນ ສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ ໃນພາກພື້ນ ແລະ ທົ່ວໂລກ.

ຂໍຂອບໃຈບັນດາສາຫາຍ ແລະ ເພື່ອນມິດທີ່ຮັກແພງ!

ຄໍາເຫັນ

ຂ່າວການຮ່ວມມື

ກະຊວງການຕ່າງປະເທດ ເຊີນທູດກໍາປູເຈຍ ແລະ ອຸປະທູດໄທ ເຂົ້າພົບເພື່ອສະແດງຄວາມເປັນຫ່ວງຕໍ່ສະພາບການຢູ່ ບໍລິເວນຊາຍແດນ ກໍາປູເຈຍ-ໄທ

ກະຊວງການຕ່າງປະເທດ ເຊີນທູດກໍາປູເຈຍ ແລະ ອຸປະທູດໄທ ເຂົ້າພົບເພື່ອສະແດງຄວາມເປັນຫ່ວງຕໍ່ສະພາບການຢູ່ ບໍລິເວນຊາຍແດນ ກໍາປູເຈຍ-ໄທ

ໃນວັນທີ 15 ທັນວານີ້, ທີ່ກະຊວງການຕ່າງປະເທດ, ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຊີນ ທ່ານ ຮຸນກຣັງ ພະນອງ (HULKRANG Phanang), ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ປະຈໍາ ສປປ ລາວ ແລະ ທ່ານ ນາງ ຈິຣັດສະຍາ ພີຣານົນ, ອຸປະທູດຊົ່ວຄາວ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ເຂົ້າພົບ ເພື່ອສະແດງຄວາມເປັນຫ່ວງຕໍ່ສະພາບການທີ່ ເກີດຂຶ້ນ ຢູ່ ບໍລິເວນຊາຍແດນ ກໍາປູເຈຍ-ໄທ ໃນປັດຈຸບັນ.
ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການຮ່ວມມືຮອບດ້ານ

ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການຮ່ວມມືຮອບດ້ານ

ວັນທີ 15 ທັນວາຜ່ານມາ, ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ (ສສກ) ນຳໂດຍທ່ານ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ລັດຖະ ມົນຕີກະຊວງ ສສກ ເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມໃນລະຫວ່າງວັນທີ 15-17 ທັນວາ 2025 ໃຫ້ກຽດສົ່ງຄະນະຜູ້ແທນໃນຄັ້ງນີ້ໂດຍທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມປະຈຳ ສປປ ລາວ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງ.
ສປປ ລາວ ມອບເງິນຊ່ວຍເຫຼືອເຫດໄພນໍ້າຖ້ວມຢູ່ພາກໃຕ້ຂອງຣາຊະອານາຈັກໄທ

ສປປ ລາວ ມອບເງິນຊ່ວຍເຫຼືອເຫດໄພນໍ້າຖ້ວມຢູ່ພາກໃຕ້ຂອງຣາຊະອານາຈັກໄທ

ໃນວັນທີ 15 ທັນວານີ້, ທີ່ກະຊວງການຕ່າງປະເທດ, ທ່ານນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ຈິຣັດສະຍາພີຣານົນ, ອຸປະທູດຊົ່ວຄາວແຫ່ງຣາຊະອານາຈັກໄທປະຈໍາ ສປປ ລາວ.
ໂຮງໝໍນ້ອຍໃນແຂວງສາລະວັນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ໂຮງໝໍນ້ອຍໃນແຂວງສາລະວັນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ວັນທີ 12 ທັນວາຜ່ານມານີ້, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 86,200ໂດລາໃນການສະໜັບສະໜູນໂຄງການດ້ານສາທາລະນະສຸກໃນແຂວງສາລະວັນເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນ​ຮາກ​ຖານ(GGP).
ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ຕ້ອນຮັບທ່ານ ນາງ ເມແກນ ຈອນສ໌(Megan Jones) ເອກອັກຄະລັດຖະທູດແຫ່ງປະເທດອົດສະຕຣາລີປະຈຳ ສປປ ລາວ ພ້ອມຄະນະ ໃນຕອນເຊົ້າວັນທີ 15 ທັນວານີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ, ໃນໂອກາດທີ່ມາເຄື່ອນໄຫວວຽກງານທີ່ແຂວງສະຫວັນນະເຂດ.
ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ນັກຂ່າວລາວ ໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກ ສສ ຫວຽດນາມ ຄື: ສຳນັກຂ່າວສານ, ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ສື່້ໜັງສືພິມອອນລາຍ ຫວຽດນາມ ພຣັດ, ໄດ້ສະໜອງຂໍ້ມູນຂ່າວສານ ຢ່າງມີຄຸນນະພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິພາບ. ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມ ຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖີງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 10-11 ທັນວານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສື່ມວນຊົນລາວ ຊຶ່ງນຳພາໂດຍທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການແກມຊິວ ອົງການແຄຣນານາຊາດ ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກສະມາຄົມນັກຂ່າວແຫ່ງ ສສ ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ພົບປະແລກ ປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກຂອງ ສສ ຫວຽດນາມຄື: ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ໜັງສືພິມອອນລາຍຫວຽດນາມ ພຣັດ ທີ່ໄດ້ສະໜອງຂໍ້ມູນຂ່າວສານຢ່າງມີຄຸນນະ ພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິ ພາບ ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖິງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ເນື່ອງໃນໂອກາດຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ນຳໂດຍທ່ານ ພົນເອກ ເຊກເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ໃນລະຫວ່າງວັນທີ 10-12 ທັນວາ 2025 ທີ່ ນະຄອນຫຼວງວຽງຈັນ; ໃນວັນທີ 11 ທັນວານີ້ ທີ່ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ມີພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ຢ່າງເປັນທາງການ ແລະ ສົມກຽດ, ໃຫ້ກຽດຕ້ອນຮັບໂດຍທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ແຫ່ງ ສປປລາວ ພ້ອມດ້ວຍຄະນະ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ເພີ່ມເຕີມ