ບົດສຳພາດການເປັນເຈົ້າພາບຈັດກອງປະຊຸມ 3RC-CCM

ບົດສຳພາດການເປັນເຈົ້າພາບຈັດກອງປະຊຸມ 3RC-CCM

ບົດສຳພາດການເປັນເຈົ້າພາບຈັດກອງປະຊຸມ 3RC-CCM
ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໄດ້ຕອບຄໍາຖາມສໍາພາດ ຂອງສື່ມວນຊົນ ໃນວັນທີ 27 ສິງຫານີ້, ທີ່ນະຄອນຫຼວງວຽງຈັນ. ດ້ວຍຄໍາຖາມດັ່ງລຸ່ມນີ້ ຄື:

 

1. ຂໍໃຫ້ທ່ານໃຫ້ທັດສະນະວ່າການທີ່ ສປປ ລາວ ຮັບກຽດເປັນເຈົ້າພາບຈັດກອງປະຊຸມ 3RC-CCMໃນປີ 2026 ນີ້ມີຄວາມສໍາຄັນແນວໃດຕໍ່ກັບພາລະບົດບາດຂອງ ສປປ ລາວ ໃນເວທີສາກົນ?

ຕອບ: ການທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ແລະ ປະທານກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM)ປຽບເໝືອນ“ການກັບຄືນສູ່ບ້ານ”(Coming Home)ຂອງສົນທີສັນຍາດັ່ງກ່າວອີກຄັ້ງ, ເນື່ອງຈາກນະຄອນຫຼວງວຽງຈັນ ແມ່ນສະຖານທີ່ ທີ່ໄດ້ຈັດກອງປະຊຸມຄັ້ງທຳອິດຂອງລັດພາຄີຂອງສົນທິສັນຍາດັ່ງກ່າວແລະ ສປປ ລາວ ຍັງເປັນໜຶ່ງໃນປະເທດທຳອິດທີ່ໄດ້ຊຸກຍູ້ການສ້າງຕັ້ງແລະຮັບຮອງສົນທິສັນຍາສະບັບນີ້.ສປປ ລາວ ມີຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງ ທີ່ໄດ້ຮັບໜ້າທີ່ເປັນປະທານ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກວົງຄະນະຍາດສາກົນໃຫ້ເປັນຜູ້ນໍາພາພາລະກິດອັນສຳຄັນແລະ ສູງສົ່ງນີ້, ການກັບມາເປັນເຈົ້າພາບຢູ່ ນະຄອນຫຼວງວຽງຈັນ ອີກຄັ້ງ ເປັນການສະແດງເຈຕະນາລົມອັນໝັ້ນຄົງ ແລະ ສະເໝີຕົ້ນສະເໝີປາຍ ຂອງ ສປປ ລາວ ກໍຄື ການຢັ້ງຢືນເຖິງຄວາມໝາຍໝັ້ນອັນແຮງກ້າຂອງ ສປປ ລາວ ໃນບົດບາດນໍາພາ ແລະ ການເປັນຂົວຕໍ່ ເພື່ອເຕົ້າໂຮມບັນດາລັດພາຄີ ແລະ ຄູ່ຮ່ວມພັດທະນາທົ່ວໂລກ ມາເຕົ້າໂຮມກັນເພື່ອປຶກສາຫາລື, ຮັດແໜ້ນການຮ່ວມມື ແລະ ຢໍ້າຄືນຄວາມໝາຍໝັ້ນຮ່ວມ ເພື່ອປະກອບສ່ວນສ້າງສັນຕິພາບໃນໂລກ ຜ່ານຂະບວນການຂອງສົນທິສັນຍາ ແລະ ການກ້າວໄປສູ່ຍຸກສະໄໝໃໝ່ ກໍຄື ການສ້າງໂລກທີ່ປອດໄພ, ປາສະຈາກໄພຄຸກຄາມຈາກລະເບີດລູກຫວ່ານ ແລະ ການຊຸກຍູ້ແນວທາງການພັດທະນາແບບຍືນຍົງ.

2. ມາຮອດປັດຈຸບັນ, ການກະກຽມຄວາມພ້ອມດ້ານເນື້ອໃນ, ດ້ານການຕ້ອນຮັບ, ຄວາມປອດໄພແລະໂຄງຮ່າງລວມຂອງກອງປະຊຸມມີຄວາມຄືບໜ້າແນວໃດແດ່?

ຕອບ:ສໍາລັບການກະກຽມຄວາມພ້ອມໃນການເປັນເຈົ້າພາບຈັດກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM)ແມ່ນມີຄວາມຄືບໜ້າດີໃນຫຼາຍດ້ານ ບໍ່ວາຈະເປັນດ້ານພາລະທິການ, ດ້ານເນື້ອໃນ ແລະ ການເຈລະຈາເອກະສານສໍາຄັນເປັນຕົ້ນແມ່ນ ແຜນປະຕິບັດງານນະຄອນຫຼວງວຽງຈັນ2027-2032 (VCAP)ແລະ ຮ່າງຖະແຫຼງການການເມືອງທີ່ຈະມີການຮັບຮອງເອົາໃນໄລຍະກອງປະຊຸມ. ໃນໄລຍະທີ່ຜ່ານມານີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກໍໄດ້ອອກຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການຊີ້ນໍາລະດັບຊາດ ແລະ ຄະນະຮັບຜິດຊອບອະນຸກໍາມະການຕ່າງໆ ເພື່ອກະກຽມການເປັນປະທານ ກໍຄືຄວາມພ້ອມການເປັນເຈົ້າພາບຈັດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ຊຶ່ງປະກອບດ້ວຍຫຼາຍອະນຸກໍາມະການທີ່ກ່ຽວຂ້ອງທັງຢູ່ສູນກາງ ແລະ ທ້ອງຖິ່ນ ແລະການປະສານສົມທົບກັບ ອົງການຈັດຕັ້ງສາກົນ ກໍໄດ້ພ້ອມພຽງກັນ ແລະ ປະສານສົມທົບກັນຮອບດ້ານໃນການກະກຽມ ຕ້ອນຮັບແຂກສາກົນ ຫຼາຍກວ່າ 500 ຄົນ ທີ່ຄາດວ່າຈະເດີນທາງມາຮວມໂຕກັນທີ່ ສປປ ລາວ, ລວມທັງການກະກຽມດ້ານຄວາມປອດໄພຢູ່ສະຖານທີ່ຕ່າງໆ, ການເດີນທາງ, ສະຖານທີ່ພັກເຊົາ ແລະ ການອໍານວຍຄວາມສະດວກ ທີ່ ນະຄອນຫຼວງວຽງຈັນ ຊຶ່ງຈະເປັນບ່ອນຈັດກອງປະຊຸມຫຼັກ ແລະ ຄວາມພ້ອມຢູ່ພາກສະໜາມ ທີ່ ນະຄອນຫຼວງພະບາງ. ມາຮອດປັດຈຸບັນເຫັນວ່າ ພວກເຮົາມີຄວາມພ້ອມສົມຄວນໃນການຕ້ອນຮັບ ແລະ ການເປັນເຈົ້າພາບຈັດກອງປະຊຸມສາກົນທີ່ສໍາຄັນນີ້.

3. ກອງປະຊຸມຄັ້ງນີ້ຈະສົ່ງຜົນປະໂຫຍດໂດຍກົງແນວໃດຕໍ່ປະຊາຊົນລາວ,ໂດຍສະເພາະການແກ້ໄຂບັນຫາUXO ເພື່ອຊຸກຍູ້ SDG 18 "ຊີວິດປອດໄພຈາກUXO"?

ຕອບ:ສຳລັບສປປ ລາວ ການຈັດກອງປະຊຸມຄັ້ງນີ້ມີຄວາມໝາຍຄວາມສໍາຄັນຍິ່ງ, ການຕັດສິນໃຈເປັນເຈົ້າພາບກອງປະຊຸມນີ້ຂອງລັດຖະບານສະແດງໃຫ້ເຫັນເຖິງເຈດຈຳນົງອັນສະເໝີຕົ້ນສະເໝີປາຍຂອງລັດຖະບານສປປລາວໃນການປະກອບສ່ວນເຂົ້າໃນຄວາມພະຍາຍາມຂອງສາກົນເພື່ອພາລະກິດການປົກປັກຮັກສາສັນຕິພາບໃນໂລກໂດຍຜ່ານຂະບວນການຂອງສົນທິສັນຍາ CCM ໄປຄຽງຄູ່ກັບການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຍັງຕົກຄ້າງຢູ່ພາຍໃນປະເທດຊຶ່ງຈະປະກອບສ່ວນ ຜົນປະໂຫຍດໂດຍກົງຕໍ່ປະຊາຊົນລາວ,ໂດຍສະເພາະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ ທີ 18 ວ່າດ້ວຍຊີວິດປອດໄພຈາກລະເບີດບໍ່ທັນແຕກ (SDG18).

ການເປັນເຈົ້າພາບຈັດກອງປະຊຸມສາກົນນີ້ເປັນໂອກາດອັນສຳຄັນສຳລັບ ສປປ ລາວ ໃນການຫັນຄວາມສົນໃຈ ແລະ ຄຳໝັ້ນສັນຍາຂອງສາກົນ ໃຫ້ກາຍເປັນຜົນປະໂຫຍດທີ່ເປັນຮູບປະທຳແກ່ປະຊາຊົນ ແລະ ຊຸມຊົນທ້ອງຖິ່ນທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ.ເຖິງແມ່ນວ່າກອງປະຊຸມດັ່ງກ່າວບໍ່ແມ່ນການປະຕິບັດງານເກັບກູ້ລະເບີດໂດຍກົງ, ແຕ່ມັນໄດ້ສ້າງເວທີລະດັບສູງເພື່ອສະແດງໃຫ້ເຫັນເຖິງຜົນກະທົບຈາກລະເບີດບໍ່ທັນແຕກທີ່ຍັງສືບຕໍ່ເປັນໄພຂົ່ມຂູ່, ສ້າງຜົນກະທົບດ້ານມະນຸດສະທຳ ແລະ ເປັນອຸປະສັກຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ການຈັດກອງປະຊຸມຄັ້ງນີ້ ຍັງເປັນໂອກາດອັນດີໃນການລະດົມທຶນຮອນ ແລະ ເຕັກນິກວິຊາການ, ເສີມສ້າງການຮ່ວມມື ແລະ ສົ່ງເສີມການກຳນົດບຸລິມະສິດໃນການເກັບກູ້ໃຫ້ມີປະສິດທິຜົນຍິ່ງຂຶ້ນ ໃນເຂດທີ່ຊຸມຊົນຕ້ອງການທີ່ດິນທີ່ປອດໄພ ເພື່ອການກະສິກຳ, ການສ້າງລາຍໄດ້ລ້ຽງຊີບ ແລະ ການພັດທະນາ, ຄຽງຄູ່ກັບ ວຽກງານການຊ່ວຍເຫຼືອຜູ້ເຄາະຮ້າຍ. ໂດຍການເຊື່ອມໂຍງການຈັດຕັ້ງປະຕິບັດສົນທິສັນຍາດັ່ງກ່າວ ເຂົ້າກັບ ເສັ້ນທາງກ້າວສູ່ຄວາມປອດໄພ III (Safe Path Forward II)ແລະ ເປົ້າໝາຍການພັດທະນາແບບຍືນຍົງ(SDG) ທີ 18 "ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ". ສປປ ລາວ ໃນຖານະປະທານກອງປະຊຸມ ສາມາດຊ່ວຍຮັບປະກັນວ່າ ການຮ່ວມມືລະຫວ່າງປະເທດຈະປະກອບສ່ວນໂດຍກົງເຂົ້າໃນເປົ້າໝາຍລະດັບຊາດໄລຍະຍາວ ເພື່ອສ້າງຄວາມປອດໄພໃຫ້ແກ່ຊີວິດຂອງປະຊາຊົນ ແລະ ເປີດໂອກາດໃໝ່ໆໃນການພັດທະນາໃຫ້ແກ່ຊຸມຊົນທີ່ໄດ້ຮັບຜົນກະທົບໃຫ້ໄດ້ຫຼາຍຂຶ້ນກວ່າເກົ່າ.

4. ພາຍໃຕ້ຫົວຂໍ້ກອງປະຊຸມຄັ້ງນີ້ "ຊຸກຍູ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາເພື່ອສ້າງໃຫ້ໂລກນີ້ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ”ສປປລາວມີຍຸດທະສາດແລະແຜນການແນວໃດເພື່ອຊຸກຍູ້ໃຫ້ປະເທດຕ່າງໆເຂົ້າມາເປັນພາຄີແລະເພີ່ມທະວີການຮ່ວມມືໃນການເກັບກູ້UXO?

ຕອບ:ສປປ ລາວ ມີຄວາມພາກພູມໃຈທີ່ຈະເປັນປະທານກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ເພື່ອເຮັດວຽກກັບບັນດາລັດພາຄີ ເເລະ ຄູ່ຮ່ວມງານໃນການຮັດເເໜ້ນຄວາມໝາຍໝັ້ນຮ່ວມກັນ. ການເປັນປະທານຂອງ ສປປ ລາວ ເເມ່ນຈະສຸມໃສ່ການຮ່ວມມືສາກົນ ເພື່ອເພີ່ມຄວາມພະຍາຍາມໃນການຈັດຕັ້ງປະຕິບັດສົນທິສັນຍາໃຫ້ບັນລຸຜົນຕາມເປົ້າໝາຍ.ບຸລິມະສິດຫຼັກໃນການເປັນປະທານຂອງ ສປປ ລາວ ເເມ່ນການຈັດຕັ້ງປະຕິບັດສົນທິສັນຍາຢ່າງມີປະສິດທິຜົນໂດຍຈະສຸມໃສ່ວຽກງານດ້ານມະນຸດສະທຳເປັນໃຈກາງ ເເລະ ວຽກງານເເກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ) ເພື່ອການພັດທະນາ. ພວກເຮົາມີຄວາມຍຶດໝັ້ນໃນການສົ່ງເສີມ ເເລະ ນຳໃຊ້ນິຕິກຳເພື່ອໃຫ້ມີຜົນສຳເລັດຢ່າງເປັນຮູບປະທຳໃນການຊ່ວຍເຫຼືອຊຸມຊົນທີ່ໄດ້ຮັບຜົນກະທົບ ເເລະ ຜູ້ລອດຊີວິດໃນທົ່ວໂລກ.

ດັ່ງທີ່ໄດ້ກໍານົດໄວ້ໃນຫົວຂໍ້ຂອງກອງປະຊຸມ,"ຊຸກຍູ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາເພື່ອສ້າງໃຫ້ໂລກນີ້ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ”ການຈັດກອງປະຊຸມສາກົນໃນຄັ້ງນີ້, ສປປ ລາວ ມີເປົ້າໝາຍຢາກເນັ້ນໜັກຕໍ່ກັບສາກົນວ່າ ໃນແນວທາງການສ້າງໂລກທີ່ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານນັ້ນ ບໍ່ແມ່ນໜ້າທີ່ຂອງປະເທດໃດໜຶ່ງແຕ່ປະເທດດຽວ,ແຕ່ແມ່ນເປົ້າໝາຍລວມ ແລະ ຄວາມຮັບຜິດຊອບຮ່ວມກັນຂອງມວນມະນຸດ, ຊຶ່ງໄດ້ຮຽກຮ້ອງໃຫ້ ວົງຄະນະຍາດສາກົນ ສືບຕໍ່ເພີ່ມທະວີ ແລະ ຍົກລະກັບການຮ່ວມມືຮອບດ້ານ ໃນການແກ້ໄຂວຽກງານ ລບຕ ຢ່າງເປັນຮູບປະທໍາ ແລະ ດ້ວຍແນວທາງທີ່ຍືນຍົງ. ສປປ ລາວແມ່ນຈະສືບຕໍ່ບົດບາດນໍາພາ ເພື່ອຊຸກຍູ້ ແລະ ຈະສຸມໃສ່ການເພີ່ມທະວີຄວາມພະຍາຍາມດັ່ງກ່າວຮ່ວມກັນໃນທົ່ວໂລກກໍຄື ເພື່ອຊຸກຍູ້ໃຫ້ປະເທດຕ່າງໆເຂົ້າມາເປັນພາຄີ ແລະ ປະກອບສ່ວນໃນການຈັດຕັ້ງປະຕິບັດສົນທິສັນຍາໃຫ້ບັນລຸຜົນຕາມເປົ້າໝາຍ. ພວກເຮົາເຊື່ອໝັ້ນວ່າ ດ້ວຍການຮ່ວມມືສາກົນທີ່ແໜ້ນແຟ້ນ, ພວກເຮົາຈະສາມາດຫັນປ່ຽນເສດລະເບີດແຫ່ງການທຳລາຍລ້າງ ໃຫ້ກາຍເປັນສັນຍະລັກແຫ່ງຄວາມຫວັງ ແລະ ປະກອບສ່ວນຊ່ວຍສ້າງອະນາຄົດທີ່ສົດໄສ ແລະ ມີສັນຕິພາບທີ່ຍືນຍົງໄດ້.

5. ໃນໂອກາດທີ່ສປປລາວເຮົາກໍາລັງກະກຽມຈັດກອງປະຊຸມ 3RC-CCM ໃນຄັ້ງນີ້, ທ່ານມີຄຳຮຽກຮ້ອງ ຫຼື ເຊີນຊວນແນວໃດເຖິງພີ່ນ້ອງປະຊາຊົນລາວໃນການມີສ່ວນຮ່ວມ, ການເປັນເຈົ້າພາບທີ່ດີແລະການໃຫ້ຄວາມຮ່ວມມືເພື່ອໃຫ້ການຈັດກອງປະຊຸມຄັ້ງນີ້ດຳເນີນໄປຢ່າງມີປະສິດທິຜົນແລະປະສົບຜົນສໍາເລັດຢ່າງຈົບງາມ ?

ຕອບ:ໃນນາມທີ່ ສປປ ລາວ ກຽມເປັນເຈົ້າພາບຈັດກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM), ຂ້າພະເຈົ້າຂໍເຊີນຊວນ ແລະ ຊຸກຍູ້ໃຫ້ປະຊາຊົນລາວທຸກຄົນມີຄວາມພາກພູມໃຈໃນໂອກາດອັນສຳຄັນນີ້ ແລະ ຮ່ວມກັນເຮັດໜ້າທີ່ເປັນເຈົ້າພາບທີ່ດີ ດ້ວຍຄວາມອົບອຸ່ນ ແລະ ມີໄມຕີຈິດມິດຕະພາບ. ການເປັນເຈົ້າພາບກອງປະຊຸມສາກົນຄັ້ງນີ້ ບໍ່ພຽງແຕ່ເປັນກອງປະຊຸມທາງການທູດລະດັບສາກົນເທົ່ານັ້ນ, ແຕ່ຍັງເປັນໂອກາດທີ່ ສປປ ລາວ ຈະໄດ້ແບ່ງປັນປະສົບການແລະ ຄວາມມຸ່ງໝັ້ນອັນແຮງກ້າຂອງພວກເຮົາໃນການແກ້ໄຂບັນຫາ ລບຕ ໃຫ້ແກ່ວົງຄະນະຍາດສາກົນໄດ້ຮັບຮູ້.

ຂ້າພະເຈົ້າຂໍຊຸກຍູ້ໃຫ້ປະຊາຊົນ, ຊາວໜຸ່ມ, ນັກຮຽນ-ນັກສຶກສາ, ອຳນາດການປົກຄອງທ້ອງຖິ່ນ, ພາກທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງທັງໝົດ ມີສ່ວນຮ່ວມໃນການສ້າງບັນຍາກາດທີ່ອົບອຸ່ນ ແລະ ເປັນມິດ ເພື່ອຕ້ອນຮັບແຂກຕ່າງປະເທດ, ພ້ອມທັງຊ່ວຍໃຫ້ພວກເຂົາເຂົ້າໃຈດີຂຶ້ນກ່ຽວກັບປະຫວັດສາດ, ສິ່ງທ້າທາຍ ແລະ ຄວາມມຸ່ງຫວັງຂອງປະຊາຊົນລາວ.ບົດບາດຂອງພວກເຮົາໃນຖານະເຈົ້າພາບນັ້ນ ແມ່ນມີຄວາມໝາຍຫຼາຍກວ່າພຽງແຕ່ການຕ້ອນຮັບແຂກເທົ່ານັ້ນ,ແຕ່ມັນຍັງເປັນການສະແດງໃຫ້ເຫັນເຖິງຈິດໃຈ ແລະ ວັດທະນະທໍາອັນດີງາມຂອງຄົນລາວ ໃນການຕ້ອນຮັບແຂກຕ່າງປະເທດດ້ວຍໄມຕີຈິດ,ການຮ່ວມມື,ການໃຫ້ກຽດ ແລະ ມິດຕະພາບ. ການຕ້ອນຮັບຢ່າງອົບອຸ່ນ, ການໃຫ້ການຊ່ວຍເຫຼືອແກ່ຜູ້ມາຢ້ຽມຢາມ, ການເຄົາລົບວັດທະນະທຳທີ່ແຕກຕ່າງກັນ ແລະ ການຊ່ວຍຮັກສາສະພາບແວດລ້ອມໃຫ້ມີຄວາມປອດໄພ ແລະ ສະອາດເປັນລະບຽບຮຽບຮ້ອຍ,ລ້ວນແຕ່ສາມາດປະກອບສ່ວນອັນສຳຄັນເຂົ້າໃນຄວາມສຳເລັດຂອງກອງປະຊຸມຄັ້ງນີ້ໄດ້.

ຂໍໃຫ້ພວກເຮົາຮ່ວມແຮງຮ່ວມໃຈກັນໃນນາມ ສປປ ລາວ ເພື່ອຕ້ອນຮັບແຂກສາກົນ ແລະ ເຮັດໃຫ້ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3ປະສົບຜົນສຳເລັດ ແລະ ເປັນທີ່ໜ້າຈົດຈຳ. ດ້ວຍນ້ຳໃຈຕ້ອນຮັບອັນອົບອຸ່ນ ແລະການຮ່ວມມື, ພວກເຮົາສາມາດສະແດງໃຫ້ເຫັນວ່າ ສປປ ລາວ ບໍ່ພຽງແຕ່ເປັນປະເທດທີ່ໄດ້ຮັບຜົນກະທົບຈາກບັນຫາລະເບີດລູກຫວ່ານເທົ່ານັ້ນ,ແຕ່ຍັງເປັນປະເທດທີ່ມີຄວາມມຸ່ງໝັ້ນທີ່ຈະປ່ຽນແປງປະຫວັດສາດອັນເຈັບປວດນີ້ ໃຫ້ກາຍເປັນອະນາຄົດແຫ່ງສັນຕິພາບ, ຄວາມປອດໄພ, ຄວາມເຂັ້ມແຂງ ແລະ ການພັດທະນາແບບຍືນຍົງ.

(ຂ່າວ: ກຕທ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ອັດຕະປື ລະນຶກວັນເດັກໂລກ ແລະ ວັນສາກົນຕ້ານຄວາມຮຸນແຮງຕໍ່ແມ່ຍິງ-ເດັກຍິງ

ອັດຕະປື ລະນຶກວັນເດັກໂລກ ແລະ ວັນສາກົນຕ້ານຄວາມຮຸນແຮງຕໍ່ແມ່ຍິງ-ເດັກຍິງ

ແຂວງອັດຕະປື ຈັດງານລະນຶກວັນສົນທິສັນຍາວ່າດ້ວຍສິດທິເດັກ (ວັນເດັກໂລກ) ວັນທີ 20 ພະຈິກ ແລະ ວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ວັນທີ 25 ພະຈິກ ເພື່ອປຸກລະດົມທຸກພາກສ່ວນໃຫ້ຮ່ວມກັນປົກປ້ອງສິດທິເດັກ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ສ້າງສັງຄົມທີ່ປອດໄພ ປາສະຈາກຄວາມຮຸນແຮງ ຂຶ້ນໃນວັນທີ 27 ພະຈິກນີ້, ທີ່ສວນສາທາລະນະເຈົ້າໄຊເສດຖາ ໂດຍມີທ່ານ ສີໄລ ສີສະແຫວງສຸກ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງຂັ້ນແຂວງ, ມີການນໍາແຂວງ, ມວນຊົນ ແລະ ນັກຮຽນເຂົ້າຮ່ວມ.
ປີ 2026 ອົງການກວດສອບປະຈໍາພາກໃຕ້ ໄດ້ກວດສອບສໍາເລັດ 16 ເປົ້າໝາຍ

ປີ 2026 ອົງການກວດສອບປະຈໍາພາກໃຕ້ ໄດ້ກວດສອບສໍາເລັດ 16 ເປົ້າໝາຍ

ທ່ານ ສົມສັກ ແສງສັກດາ ປະທານອົງການກວດສອບ ປະຈໍາພາກໃຕ້ ໄດ້ລາຍງານໃຫ້ຮູ້ກ່ຽວກັບຜົນສໍາເລັດການເຄື່ອນໄຫວວຽກງານຂອງອົງການກວດສອບປະຈໍາພາກໃຕ້ ປະຈໍາປີ2026 ແລະ ທິດທາງແຜນການ ປີ 2027 ແລະ ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2025ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ແຂວງສາລະວັນ ຊຸດທີ V ໃນວັນທີ 25 ພະຈິກຜ່ານ​ມາໃຫ້ຮູ້ວ່າ:
ກອງບັນຊາການທະຫານເມືອງໝື່ນ ປິດຊຸດອົບຮົມ-ຫັດແອບປະຈຳປີ 2026

ກອງບັນຊາການທະຫານເມືອງໝື່ນ ປິດຊຸດອົບຮົມ-ຫັດແອບປະຈຳປີ 2026

ວັນທີ 26 ພະຈິກຜ່ານມາ, ກອງບັນຊາການທະຫານເມືອງໝື່ນ ແຂວງວຽງຈັນ ໄດ້ຈັດພິທີປິດຊຸດອົບຮົມ-ຫັດແອບດ້ານການເມືອງ,ການທະຫານ,ພະລາທິການ ແລະ ເຕັກນິກປະຈຳປີ 2026 ຂຶ້ນທີ່ສະໜາມຫັດແອບ, ໃຫ້ກຽດເປັນປະທານຂອງທ່ານ ສຸພິດ ອິນທະໂພທອງ ຄະນະປະຈຳພັກເມືອງ ຮອງປະທານ ຄະນະກຳມະການປົກຄອງເມືອງ, ມີສະຫາຍພັນໂທ ເຊີຫວັງ ປາຊົງຢ່າງ ກຳມະການພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງກອງບັນຊາການທະຫານເມືອງໝື່ນ,ມີຄະນະພັກ-ຄະນະບັນຊາ ແລະ ນັກຝຶກອົບຮົມພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເມືອງຊຽງຮ່ອນປິດການແຂ່ງຂັນຊ່ວງເຮືອປະຈຳປີ 2026

ເມືອງຊຽງຮ່ອນປິດການແຂ່ງຂັນຊ່ວງເຮືອປະຈຳປີ 2026

ເມືອງຊຽງຮ່ອນແຂວງໄຊຍະບູລີຈັດພິທີປິດການແຂ່ງຂັນກິລາຊ່ວງເຮືອປະຈຳປີ 2026 ຂຶ້ນໃນວັນທີ 25 ພະຈິກຜ່ານມາ, ທີ່ໜອງຊາງບ້ານໃໝ່ໜອງຊາງ, ເປັນກຽດເຂົ້າຮ່ວມຂອງທ່ານສົມສະຫວາດເລັ່ງສະຫວັດອະດີດຮອງນາຍົກລັດຖະມົນຕີ, ມີທ່ານດວງຕາໄຊວຸດຮອງເລຂາຄະນະບໍລິຫານງານພັກແຂວງປະທານຄະນະກຳມະການປົກຄອງແຂວງ, ມີທ່ານແສງອາທິດລາວເບຼຍຢາທໍ່ເລຂາຄະນະບໍລິຫານງານພັກເມືອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເມືອງປະທານຈັດງານແຂ່ງຂັນຊ່ວງເຮືອປະຈໍາປີ 2026 ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະພາປະຊາຊົນແຂວງອັດຕະປື ສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2

ສະພາປະຊາຊົນແຂວງອັດຕະປື ສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ (ສ​ພ​ຂ) ອັດຕະປື ຊຸດທີ V ໄດ້ປິດ​ລົງໃນ​ວັນ​ທີ26 ພະຈິກຜ່ານ​ມາ ທີ່ສະພາປະຊາຊົນແຂວງ, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີການ​ນຳແຂວງ, ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 17, ສະມາຊິກສະພາປະຊາຊົນແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ເມືອງແກ່ນທ້າວໄດ້​ຮັບ​ການ​ຊ່ວຍ​ເຫຼືອ ​ອຸ​ປະ​ກອນ​ຮັບ​ໃຊ້​ຫ້ອງ​ການ

ເມືອງແກ່ນທ້າວໄດ້​ຮັບ​ການ​ຊ່ວຍ​ເຫຼືອ ​ອຸ​ປະ​ກອນ​ຮັບ​ໃຊ້​ຫ້ອງ​ການ

ທ່ານ ພາລາກອນ ລັດຕະເວດສະນັນ ຜູ້ອໍານວຍການຝ່າຍຈັດຊື້-ຈັດຈ້າງ ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດ ພ້ອມດ້ວຍຄະນະ ໄດ້ນໍາເອົາອຸປະກອນຮັບໃຊ້ວຽກງານຫ້ອງການ ປະກອບມີ ເຄື່ອງພິມເອກະສານ (Printer) ຈໍານວນ 11 ເຄື່ອງ ແລະ ຄອມພິວເຕີໂນດບຸກ (Notebook) ຈໍານວນ 1 ເຄື່ອງ ຈາກບໍລິສັດ ຊີເຄ ພາວເວີ ຈໍາກັດແລະ ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດ ມາມອບໃຫ້ແກ່ອົງການປົກຄອງເມືອງແກ່ນທ້າວ ແຂວງໄຊຍະບູລີ, ໃນ​ວັນ​ທີ 26 ພະ​ຈິກ​ຜ່ານ​ມາທີ່ ເມືອງ​ແກ່ນ​ທ້າວວ, ກ່າວ​ຮັບໂດຍ ທ່ານ ຄໍາປຸ່ນ ນວນສະບັບ ເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວ.
ຄະນະບໍລິຫານງານພັກແຂວງເຊກອງ ດຳ​ເນີນກອງປະຊຸມເປີດກວ້າງ ຄັ້ງທີ 5 ສະໄໝທີ Xl

ຄະນະບໍລິຫານງານພັກແຂວງເຊກອງ ດຳ​ເນີນກອງປະຊຸມເປີດກວ້າງ ຄັ້ງທີ 5 ສະໄໝທີ Xl

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເຊກອງ ເປີດກວ້າງຄັ້ງທີ 5 ສະໄໝທີ Xl ​ໄດ້​ເປີດຂຶ້ນໃນວັນທີ 26 ພະຈິກຜ່ານ​ມາທີ່ສະໂມສອນແຂວງ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ບຸນຫຼາຍ ບຸດທິ ກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງເຊກອງ, ມີີສະຫາຍ ຂັນຕີ ສີລະວົງສາ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມ ASEAN-COCI ຮັບຮອງ 7 ໂຄງການຮ່ວມມື

ກອງປະຊຸມ ASEAN-COCI ຮັບຮອງ 7 ໂຄງການຮ່ວມມື

ກອງປະຊຸມຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນ (ASEAN-COCI) ຄັ້ງທີ 61 ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 25 ພະຈິກຜ່ານມາ ທີ່ແຂວງວຽງຈັນ ສປປ ລາວ, ທ່ານ ຄຳພູ ເພຍສັກຂາ ໃນນາມປະທານ ຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນປະຈຳລາວ ໄດ້ແຈ້ງຜົນກອງປະຊຸມຕໍ່ສື່ມວນຊົນວ່າ:
Gen Green 2026 ສູ່ຄວາມສະອາດ ແລະ ຍືນຍົງ ລະດົມອາສາສະໝັກໄວໜຸ່ມ 250 ຄົນ ຄັດແຍກຂີ້ເຫຍື້ອໄດ້ເກືອບ 130 ກິໂລ

Gen Green 2026 ສູ່ຄວາມສະອາດ ແລະ ຍືນຍົງ ລະດົມອາສາສະໝັກໄວໜຸ່ມ 250 ຄົນ ຄັດແຍກຂີ້ເຫຍື້ອໄດ້ເກືອບ 130 ກິໂລ

​ ໂຄງການ "ການຮັກສາຄວາມສະອາດເພື່ອສຸຂະພາບສິ່ງແວດລ້ອມ ໃນໄລຍະບຸນປະເພນີໃຫຍ່ ຢູ່ນະຄອນຫຼວງວຽງຈັນ 2026" ພາຍໃຕ້ຄຳຂວັນ "Gen Green: ເທດສະການມ່ວນຊື່ນ, ຂີ້ເຫຍື້ອເປັນສູນ!" ໄດ້ສຳເລັດການຈັດກິດຈະກຳທັງ 2 ຮອບ ໃນງານບຸນອອກພັນສາປຣະວໍລະນາ (ບຸນຊ່ວງເຮືອທ່າວັດຈັນ ເດືອນຕຸລາ) ແລະ ບຸນນະມັດສະການພະທາດຫຼວງວຽງຈັນ ເດືອນພະຈິກ) ໂດຍສາມາດລະດົມກຳລັງໄວໜຸ່ມ, ຄັດແຍກວັດສະດຸຣີໄຊເຄີລ ແລະ ເກັບຂໍ້ມູນເພື່ອປະກອບເຂົ້າໃນການວາງນະໂຍບາຍງານບຸນປີ 2027.
ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງຫີນບູນ

ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງຫີນບູນ

ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ພ້ອມດ້ວຍຄະນະ ໂດຍມີທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍການນຳແຂວງ ໄດ້ເຄື່ອນໄຫວຢ້ຽມຢາມຊຸກຍູ້ການຈັດ ຕັ້ງປະຕິບັດວຽກງານ ອົງການປົກຄອງຕາແສງ ເມືອງຫີນບູນ ແຂວງຄໍາມ່ວນ ໃນວັນທີ 24 ພະຈິກຜ່ານມາ, ທີ່ ຕາແສງ ຄໍາແກ້ວ, ໃຫ້ກຽດກ່າວຕ້ອນຮັບຂອງທ່ານ ຄຳສິງ ອໍລະວັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະພັກ, ອົງການປົກຄອງເມືອງຫີນບູນ ພ້ອມດ້ວຍອົງການປົກຄອງຕາແສງ 6 ຕາແສງໃນທົ່ວເມືອງ ເຂົ້າຮ່ວມ.
ເພີ່ມເຕີມ