ບົດຖະແຫຼງການຂອງທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດ ຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ປະທານຄະນະກໍາມະການອະໄພຍະໂທດລະດັບຊາດ ກ່ຽວກັບການອະໄພຍະໂທດໃຫ້ນັກໂທດ ປະຈໍາປີ 2023.

ບົດຖະແຫຼງການຂອງທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດ ຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ປະທານຄະນະກໍາມະການອະໄພຍະໂທດລະດັບຊາດ ກ່ຽວກັບການອະໄພຍະໂທດໃຫ້ນັກໂທດ ປະຈໍາປີ 2023.
- ບັນດາທ່ານຄະນະນຳສູນກາງພັກ, ລັດຖະບານທີ່ເຄົາລົບ ແລະ ນັບຖື!
- ບັນດາທ່ານ ຄະນະກໍາມະການອະໄພຍະໂທດລະດັບຊາດ, ຄະນະກໍາມະການອະໄພຍະໂທດຂັ້ນກະຊວງ, ນະ ຄອນຫຼວງ, ແຂວງ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າທີ່ນັບຖື ແລະ ຮັກແພງ!.
ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີກາງສະໄໝຄັ້ງທີ IX ແລະ ການສະຫຼຸບຜົນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແຕ່ປີ 2021 ຫາ 2023 ຄື: ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດເຂົ້າສູ່ຊີວິດຕົວຈິງ ຊຶ່ງໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງໃນທົ່ວສັງຄົມ.
ມື້ນີ້, ຂ້າພະເຈົ້າຮູ້ສຶກເປັນກຽດທີ່ໄດ້ຖະແຫຼງການ ກ່ຽວກັບການໃຫ້ອະໄພຍະໂທດ ປະຈໍາປີ 2023 ແລະ ໃນນາມປະທານຄະນະກໍາມະການອະໄພຍະໂທດລະດັບຊາດ ຂໍສະແດງຄວາມຊົມເຊີຍມາຍັງບັນດາສະຫາຍໃນຄະນະກໍາມະການອະໄພຍະໂທດແຕ່ສູນກາງຮອດທ້ອງຖິ່ນ ແລະ ຜູ້ທີ່ມີສ່ວນຮ່ວມ ໂດຍສະເພາະບັນດາສະຫາຍທີ່ເຮັດວຽກໃນຂົງເຂດປົກປ້ອງກົດໝາຍ, ຂົງເຂດຕຸລາການ, ຂົງເຂດຍຸຕິທໍາທີ່ມີຄວາມຮັບຜິດຊອບໂດຍກົງຕໍ່ວຽກງານນີ້.
ບັນດາທ່ານທີ່ມີກຽດ, ປະຊາຊົນລາວບັນດາເຜົ່າທີ່ນັບຖື ແລະ ຮັກແພງ !.
ວຽກງານອະໄພຍະໂທດ ແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນ ຊຶ່ງສະແດງໃຫ້ເຫັນແນວທາງນະໂຍບາຍອັນຖືກຕ້ອງ ແລະ ເປັນທໍາຂອງພັກ, ລັດຖະບານແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວເພື່ອໃຫ້ຜູ້ທີ່ຫຼົງຜິດໄດ້ກໍ່ສ້າງ, ປັບປຸງຕົນເອງໃຫ້ກາຍເປັນພົນລະເມືອງທີ່ດີຂອງຊາດ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ; ສ້າງເງື່ອນໄຂໃຫ້ເຂົາເຈົ້າໄດ້ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ມີຄວາມມັ່ງຄັ່ງເຂັ້ມແຂງ ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສະຫງົບ, ຍຸຕິທໍາ ແລະ ສີວິໄລ.
ອີງຕາມລັດຖະທໍາມະນູນ ແລະ ລັດຖະບັນຍັດຂອງປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວ່າດ້ວຍການໃຫ້ອະໄພຍະໂທດ ສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ແລະ ເພື່ອປະຕິບັດແນວທາງນະໂຍບາຍມະນຸດສະທໍານັ້ນ, ໃນແຕ່ລະປີລັດຖະບານໄດ້ຄົ້ນຄ້ວາ, ນຳສະເໜີອະໄພຍະໂທດ, ຜ່ອນໂທດໃຫ້ແກ່ນັກໂທດທີ່ເປັນຄົນລາວ ແລະ ຄົນຕ່າງປະເທດທີ່ມີການປະພຶດດີ, ມີຄວາມກ້າວໜ້າ, ຮູ້ສຶກກິນ ແໜງແຄງໃຈຕໍ່ການກະທໍາຜິດ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງຕະຫຼອດໄລຍະເວລາປະຕິບັດໂທດ ແລະ ດ້ວຍແນວທາງນະໂຍບາຍດ້ານມະນຸດສະທໍາດັ່ງກ່າວ ທີ່ໄດ້ຈັດຕັ້ງປະຕິບັດຜ່ານມາຫຼາຍປີ ໂດຍແມ່ນຄະນະກໍາມະການອະໄພຍະໂທດຢູ່ແຕ່ລະຂັ້ນເປັນຜູ້ຄົ້ນຄວ້າ, ນຳສະເໜີຕາມຂັ້ນຕອນ ແລະ ລະບຽບການຢ່າງເຂັ້ມງວດ.
ປີ 2023 ນີ້ເປັນອີກປີໜຶ່ງທີ່ປະເທດເຮົາໄດ້ປະສົບກັບບັນຫາໄພທໍາມະຊາດທີ່ເກີດຂຶ້ນຢູ່ຫຼາຍທ້ອງຖິ່ນ ຊຶ່ງເຮັດໃຫ້ເກີດມີຄວາມເສຍຫາຍຫຼາຍພໍສົມຄວນ; ນອກຈາກນີ້ພວກເຮົາຍັງມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ບັນຫາໄພເງິນເຟີ້ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຮັດໃຫ້ພົບຄວາມຫຍຸ້ງຍາກໃນຫຼາຍດ້ານ; ເຖິງຢ່າງໃດກໍຕາມດ້ວຍຄວາມເອົາໃຈໃສ່ຊີ້ນໍາຈາກສູນກາງພັກ, ລັດຖະບານ ແລະ ຄວາມຮັບຜິດຊອບຂອງບັນດາສະຫາຍ ໄດ້ມີຄວາມພະຍາມຢ່າງຕັ້ງໜ້າ ແລະ ເຮັດສໍາເລັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ; ໃນໂອກາດນີ້ຂ້າພະ ເຈົ້າຂໍແຈ້ງມາຍັງບັນດາທ່ານ ແລະ ປະຊາຊົນບັນດາເຜົ່າທົ່ວປະເທດຊາບວ່າ: ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 2 ທັນວາ 2023 ຄົບຮອບ 48 ປີ (2 ທັນວາ 1975-2 ທັນວາ 2023), ຜ່ານການກວດກາ, ຄົ້ນຄ້ວາຢ່າງລະອຽດ, ຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສຂອງລະບົບຍຸຕິທໍາ; ລັດຖະບານໄດ້ສະເໜີປະທານປະເທດແຫ່ງສປປ ລາວ ອອກລັດຖະດໍາລັດ ວ່າດ້ວຍການໃຫ້ອະໄພຍະໂທດແກ່ນັກໂທດ ສະບັບເລກທີ 219/ປປທ, ລົງວັນທີ 21 ພະຈິກ 2023; ຕົກລົງໃຫ້ອະໄພຍະໂທດແກ່ນັກໂທດ ທັງໝົດ 1.824 ຄົນ, ຍິງ 238 ຄົນ; ຄົນຕ່າງປະເທດ 16 ຄົນ; ໃນນີ້ໃຫ້ອະໄພຍະໂທດ ດ້ວຍການຫຼຸດຜ່ອນໂທດ 1.602 ຄົນ, ຍິງ 200 ຄົນ, ຄົນຕ່າງປະເທດ 13 ຄົນ; ອະໄພຍະໂທດດ້ວຍການປ່ອຍຕົວ 222 ຄົນ, ຍິງ 38 ຄົນ, ຄົນຕ່າງປະເທດ 3 ຄົນ.
ປັດຈຸບັນນີ້ ກອງເລຂາຄະນະກໍາມະການອະໄພຍະໂທດລະດັບຊາດໄດ້ກະກຽມບັນດາເອກະສານຕ່າງໆ ເພື່ອຈັດສົ່ງໃຫ້ບັນດາຄະນະກໍາມະການອະໄພຍະໂທດລະດັບກະຊວງ, ນະຄອນຫຼວງວຽງຈັນ, ແຂວງ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ສໍາເລັດຕາມແຜນການທີ່ວາງໄວ້.
ຂ້າພະເຈົ້າໃນນາມປະທານຄະນະກໍາມະການອະໄພຍະໂທດລະດັບຊາດ, ຈຶ່ງຂໍແຈ້ງມາຍັງບັນດາທ່ານ, ປະຊາຊົນລາວບັນດາເຜົ່າເພື່ອຊາບກ່ຽວກັບການອະໄພຍະໂທດຕໍ່ນັກໂທດພາຍໃນ ແລະ ນັກໂທດທີ່ເປັນຄົນຕ່າງ ປະເທດປະຈຳປີ 2023 ແລະ ຂໍຖືໂອກາດນີ້ສະແດງຄວາມຂອບໃຈມາຍັງບັນດາສະຫາຍຄະນະນໍາສູນກາງພັກ ແລະ ລັດຖະບານ, ບັນດາສະຫາຍຄະນະກໍາມະການອະໄພຍະໂທດ, ອົງການປົກຄອງທ້ອງຖິ່ນທີ່ໄດ້ສະໜັບສະໜູນການເຄື່ອນໄຫວວຽກງານຂອງຄະນະກໍາມະການອະໄພຍະໂທດແຕ່ລະຂັ້ນ ໄດ້ປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ.
ຂໍຂອບໃຈ

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV

ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV

ກອງປະຊຸມ ສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV ໄດ້ໄຂຂຶ້ນໃນ ວັນທີ 29 ທັນວານີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເປັນປະທານຂອງທ່ານ ແດງ ປະທຸມທອງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18 ປະທານສະພາປະຊາຊົນ ແຂວງໄຊສົມບູນ, ເປັນກຽດເຂົ້າຮ່ວມຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ, ມີບັນດາການນຳພັກ-ລັດ ຂັ້ນແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18, ພ້ອມດ້ວຍ ນັກປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ ແລະ ນັກທຸລະກິດ ເຂົ້າຮ່ວມ.
ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ