ບຸນຫໍ່ເຂົ້າປະດັບດິນ ເປັນບຸນປະເພນີຂອງຊາວພຸດ

ບຸນຫໍ່ເຂົ້າປະດັບດິນ ເປັນບຸນປະເພນີຂອງຊາວພຸດ

ບຸນຫໍ່ເຂົ້າປະດັບດິນ ເປັນບຸນປະເພນີຂອງຊາວພຸດ
ບຸນຫໍ່ເຂົ້າປະດັບດິນ ເປັນໜຶ່ງໃນຮີດຄອງປະເພນີຂອງຊາວພຸດ ທີ່ເຄີຍສືບທອດປະຕິບັດກັນມາຈົນເທົ່າທຸກວັນນີ້. ບຸນຫໍ່ເຂົ້າປະດັບດິນຍັງນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ. ເມື່ອຮອດມື້ແຮມ 14 ຄໍ່າເດືອນ 9 ລາວຂອງທຸກໆປີ ຫຼື ເອີ້ນວ່າບຸນເດືອນເກົ້າ ຊຶ່ງປີນີ້ແມ່ນກົງກັບວັນທີ 11 ກັນຍາ 2026. ບຸນຫໍ່ເຂົ້າປະດັບດິນ ຍັງເປັນບຸນເຮັດເພື່ອອຸທິດສ່ວນບຸນກຸສົນໃຫ້ຜີເຜດ ຫຼື ຍາດພີ່ນ້ອງ, ເພື່ອນມິດສະຫາຍທີ່ໄດ້ລ່ວງລັບໄປແລ້ວນັ້ນ.
ບນຫເຂາປະດບດນ ເປນບນປະເພນຂອງຊາວພດ - image 1
 

 

 

ປະຫວັດຄວາມເປັນມາກ່ຽວກັບບຸນຫໍ່ເຂົ້າປະດັບດິນໃຫ້ຮູ້ວ່າ: ບຸນຫໍ່ເຂົ້າປະດັບດິນ ເປັນໜຶ່ງໃນຮີດ ຄອງປະເພນີຂອງຊາວພຸດ ທີ່ເຄີຍສືບທອດປະຕິບັດກັນມານັບແຕ່ອະດີດຈົນເຖິງປັດຈຸບັນ. ໃນນັ້ນ, ໃນມື້ແຮມ 13 ຄໍ່າເດືອນ 9 ກ່ອນຈະຮອດມື້ຫໍ່ເຂົ້າປະດັບດິນ, ຊາວບ້ານຈະກະກຽມນຳເຄື່ອງຂອງຫວານຂອງຄາວໄປຖວາຍເປັນຕົ້ນ: ຫໍ່ເຂົ້າໜົມ, ປາ, ຊີ້ນແຫ້ງ, ເຜືອກມັນ, ນໍ້າອ້ອຍ, ນໍ້າຕານ, ແປ້ງນົວ, ເກືອ, ໝາກເຜັດ ແລະ ອື່ນໆ ພ້ອມຄໍາໝາກ, ຄໍາພູ, ຢາສູບທີ່ຫໍ່ດ້ວຍໃບຕອງ ຫຼື ເຈ້ຍກໍໄດ້. ສາມາດແຍກຫໍ່ອາຫານຫວານ, ຄາວ, ຄຳໝາກ, ຄໍາພູ, ຢາສູບ ເປັນແຕ່ລະຫໍ່ບໍ່ໃຫ້ປົນກັນ ຫຼື ເອົາແນວລະໜ້ອຍຄົບເຍື່ອງໃນຫໍ່ດຽວກັນກໍໄດ້. ພ້ອມນັ້ນ, ຜູ້ເຖົ້າຜູ້ແກ່ຍັງເຄີຍເວົ້າກັນວ່າ: ປາງບຸນໃຫຍ່ຂອງຊາວພຸດລາວມີ 2 ປາງບຸນຄື: ບຸນຫໍ່ເຂົ້າປະດັບດິນ ແລະ ບຸນຫໍ່ເຂົ້າສາກ (ເຂົ້າສະຫຼາກ) ເພາະເປັນມື້ທີ່ເຊື່ອກັນວ່າ: ປະຕູນາລົກຈະເປີດອອກໃຫ້ພວກຜີໄດ້ອອກມາຮັບເຂົ້າປາອາຫານ, ເຂົ້າຕົ້ມ-ເຂົ້າໜົມທີ່ຍາດຕິພີ່ນ້ອງເອົາມາຢາຍໃຫ້. ພໍຮອດຕອນເຊົ້າມືດເວລາປະມານ 3-5 ໂມງຂອງມື້ແຮມ 14 ຄໍ່າເດືອນ 9 ຊາວບ້ານກໍຈະນໍາເອົາຫໍ່ເຂົ້າເຫຼົ່ານັ້ນໄປຢາຍໄວ້ກ້ອງຕົ້ນໄມ້, ຫ້ອຍຕາມງ່າໄມ້, ຕາມບໍລິເວນກໍາແພງວັດ, ຕາມພື້ນດິນສີ່ແຈບ້ານ ພ້ອມກັບໄຕ້ທູບທຽນ ແລະ ບອກເລົ່າພວກຜີເຜດ ຫຼື ຍາດຕິພີ່ນ້ອງທີ່ໄດ້ລ່ວງລັບໄປແລ້ວໃຫ້ມາຮັບຈັບເອົາສິ່ງຂອງ ແລະ ຜົນບຸນດ້ວຍ. ຈາກນັ້ນ, ກໍກັບເມື່ອເຮືອນໃຜເຮືອນລາວເພື່ອກຽມໜຶ້ງເຂົ້າ ແລະ ອາຫານຄາວຫວານອີກຊຸດໜຶ່ງໄປຕັກບາດ ຖວາຍສັງຂະທານແດ່ພະສົງສາມະເນນຢູ່ວັດວາອາຮາມຕ່າງໆໃນຕອນເຊົ້າແຕ່ 7 ໂມງເຊົ້າເປັນຕົ້ນໄປ.

ບນຫເຂາປະດບດນ ເປນບນປະເພນຂອງຊາວພດ - image 2
 

ໃນທາງພຸດທະສາສະນາ, ພະພຸດທະເຈົ້າຕັດວ່າ: ໄຮ້ປະໂຫຍດທີ່ຈະເອົາເຂົ້າເອົາເຄື່ອງໄປເຮັດແນວນີ້ເພາະເປັນການຖິ້ມເຄື່ອງຢູ່ຂອງກິນອັນດີທີ່ຫາມາດ້ວຍຄວາມລຳບາກ, ແຕ່ເຖິງຢ່າງໃດກໍດີຍັງພໍມີປະໂຫຍດຄື: ໄດ້ໃຫ້ເຫຼົ່າສັດທັງຫຼາຍໄດ້ກິນເປັນອາຫານ ແລະ ເປັນຝຸ່ນໃຫ້ກັບຕົ້ນໄມ້ ແລະ ອື່ນໆ. ດັ່ງນັ້ນ, ພະພຸດທະອົງ ຈຶ່ງບໍ່ຊົງຫ້າມ ແຕ່ກໍຍັງຊົງແນະນຳຕື່ມອີກວ່າ: ໃຫ້ຊາວພຸດທັງຫຼາຍພາກັນເຂົ້າວັດທຳບຸນຕັກບາດຖວາຍທານແດ່ພະສົງ ຜູ້ມີສິນສົມບູນແລ້ວຜົນບຸນນັ້ນຈະໄປຮອດໄປເຖິງເຫຼົ່າຍາດຕິພີ່ນ້ອງທີ່ລ່ວງລັບດັບຂັນໄປ ຫຼື ເຫຼົ່າຜີເຜດທັງຫຼາຍແລ້ວ ເຂົາທັງຫຼາຍເຫຼົ່ານັ້ນກໍຈະໄດ້ຮັບຜົນແຫ່ງຄວາມສຸກ, ພົ້ນຈາກອັດຕະພາບແຫ່ງຄວາມທຸກໄດ້ຢ່າງແທ້ຈິງ ແລະ ເຂົາກໍຈະອຳນວຍພອນໃຫ້ກັບຍາດຕິພີ່ນ້ອງ, ລູກເຕົ້າ, ຫຼານເຫຼນໃຫ້ມີຄວາມສຸກດັ່ງກັບທີ່ເຂົາເຮັດບຸນທຳທານໃຫ້ຜູ້ຂ້າດ້ວຍເທີ້ນ. ສະນັ້ນ, ບຸນຫໍ່ເຂົ້າປະດັບດິນ ຈຶ່ງເປັນໜຶ່ງຮີດຄອງປະເພນີ, ເປັນຄວາມເຊື່ອຖືຂອງຊາວພຸດທີ່ຕ້ອງໄດ້ປະຕິບັດບໍ່ໄດ້ຂາດເມື່ອຮອດເດືອນ 9 ຂອງທຸກໆປີ, ເມື່ອໄດ້ປະຕິ ບັດແລ້ວເຊື່ອວ່າບຸນກຸສົນດັ່ງກ່າວຈະໄປຮອດໄປເຖິງຜູ້ທີ່ລ່ວງລັບໄປແລ້ວນັ້ນ ແລ້ວຜົນບຸນດັ່ງກ່າວຈະນໍາແຕ່ຄວາມຢູ່ເຢັນເປັນສຸກມາໃຫ້ຕົນເອງ, ຄອບຄົວ ແລະ ອື່ນໆ.

ບນຫເຂາປະດບດນ ເປນບນປະເພນຂອງຊາວພດ - image 3
 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ