ບຸນໄຫ້ວພະຈັນພາຍໃຕ້ຫົວຂໍ້ ຮ່ວມກັນຊົມພະຈັນດວງດຽວກັນ

ບຸນໄຫ້ວພະຈັນພາຍໃຕ້ຫົວຂໍ້ ຮ່ວມກັນຊົມພະຈັນດວງດຽວກັນ

ບຸນໄຫ້ວພະຈັນພາຍໃຕ້ຫົວຂໍ້ ຮ່ວມກັນຊົມພະຈັນດວງດຽວກັນ
ສູນວັດທະນະທຳຈີນ ປະຈຳ ສປປ ລາວ ຮ່ວມກັບພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານສະເຫຼີມສະຫຼອງງານບຸນໄຫວ້ພະຈັນ ພາຍໃຕ້ຫົວຂໍ້ຮ່ວມກັນຊົມພະຈັນດວງດຽວກັນ - ອ່ານບົດກະວີໃນບຸນໄຫວ້ພະຈັນ” ປະຈໍາປີ 2026 ຂຶ້ນໃນວັນທີ 23 ກັນຍານີ້ ທີ່ສູນວັດທະນະທຳຈີນ ປະຈຳ ສປປ ລາວ ເປັນກຽດເຂົ້າຮ່ວມມີ ທ່ານ ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ມີຫົວໜ້າພາກວິຊາ ຄະນະອັກສອນສາດ, ມີຮອງພາກວິຊາພາສາຈີນ ແລະ ນັກສຶກສາຈາກ ພາກວິຊາພາສາຈີນ ມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ.
ບນໄຫວພະຈນພາຍໃຕຫວຂ ຮວມກນຊມພະຈນດວງດຽວກນ - image 1
 

ທ່ານ ຫຼົວເວິ້ຍຈ້ຽນ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ ກ່າວວ່າ ໃນບົດກະວີຈີນທີ່ມີຄວາມໝາຍໃນພາສາລາວວ່າ: “ແສງຈັນເປັ່ງປະກາຍຂຶ້ນເໜືອທະເລ ຜູ້ຢູ່ສຸດຂອບຟ້າກໍຮ່ວມຊົມພະຈັນດວງດຽວກັນ.” ເມື່ອ 1,300 ກວ່າປີກ່ອນ “ທ່ານ ຈ່າງ ຈິວຫຼິງ” ໄດ້ຈາລຶກຄຳເວົ້ານີ້ໄວ້ພາຍໃຕ້ແສງຈັນໃນດິນແດນຫຼິງໜານ, ກະວີດັ່ງກ່າວບໍ່ມີພົມແດນ ແລະ ບໍ່ມີຄວາມແຕກຕ່າງຂອງເວລາ. ດວງຈັນແມ່ນທູດຜູ້ອ່ອນໂຍນທີ່ສຸດຂອງວັດທະນະທຳຈີນ, ມັນໄດ້ນໍາພາຄໍາອວຍພອນທີ່ວ່າ: “ຂໍໃຫ້ຄົນທີ່ເຮົາຮັກມີອາຍຸຍືນຍາວ ເຖິງຈະຢູ່ຫ່າງໄກກັນຫຼາຍພັນລີ້ ກໍຍັງໄດ້ຮ່ວມຊົມຈັນ ດວງດຽວກັນ” ຄ່ອຍໆສົ່ງໄປຮອດໜ້າປ່ອງຢຽມ ຜູ້ທີ່ຈາກບ້ານໄປແດນໄກທຸກຄົນ; ພ້ອມຍັງໄດ້ຫຼໍ່ຫຼອມເອົາຄວາມຄິດຮອດບ້ານເກີດຈາກບົດກະວີຈີນທີ່ມີຄວາມໝາຍໃນພາສາລາວວ່າ: “ເງີຍໜ້າຊົມຈັນແຈ້ງ ກົ້ມໜ້າຄິດຮອດບ້ານເກີດ” ໃຫ້ກາຍເປັນຄວາມຮູ້ສຶກຮ່ວມຂອງມວນມະນຸດ ແລະ ບຸນໄຫວ້ພະຈັນໃນປີນີ້ ກໍພໍດີກົງກັບໄລຍະໃກ້ຈະຮອດ ບຸນອອກພັນສາຕາມຮີດຄອງປະເພນີຂອງລາວ. ການທີ່ຄອບຄົວໄດ້ນັ່ງອ້ອມກັນທ່າມກາງສຽງຫົວ ແລະ ຮອຍຍິ້ມ ກັບແສງຈັນຂອງບຸນໄຫວ້ພະຈັນທີ່ສື່ສານອອກມານັ້ນ ລ້ວນແຕ່ສະທ້ອນເຖິງຄຸນຄ່າດຽວກັນກໍຄື: ການໃຫ້ຄວາມສຳຄັນແກ່ຄວາມພ້ອມໜ້າພ້ອມຕາ ແລະ ຄວາມຮູ້ບຸນຄຸນ. ດວງຈັນໃນປີນີ້, ຍັງມີຄວາມໝາຍພິເສດອີກອັນໜຶ່ງ. ປີ 2026 ແມ່ນວາລະຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ແລະ “ປີມິດຕະພາບລາວ-ຈີນ”. ຕະຫຼອດໄລຍະ 65 ປີແຫ່ງການຮ່ວມທຸກຮ່ວມສຸກ ແລະ ຝ່າຟັນອຸປະສັກມາຮ່ວມກັນ, ຈາກປະເທດບ້ານໃກ້ເຮືອນຄຽງທີ່ “ຮ່ວມດື່ມນໍ້າຈາກແມ່ນ້ຳສາຍດຽວກັນ”, ສູ່ການຈັບມືຮ່ວມກັນສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່, ສອງຊາດລາວ-ຈີນໄດ້ຜູກພັນກັນດ້ວຍໃຈ, ປະຕິບັດຕໍ່ກັນດ້ວຍຄວາມຈິງໃຈ, ຊ່ວຍເຫຼືອເກື້ອກູນກັນໃນຍາມປະເຊີນກັບຄວາມທຸກຍາກລໍາບາກ ແລະ ຮ່ວມສ້າງຄວາມສໍາເລັດໃຫ້ແກ່ກັນໃນເສັ້ນທາງແຫ່ງການພັດທະນາ. ດັ່ງຄຳສຸພາສິດລາວທີ່ວ່າ: “ເມື່ອແມ່ນ້ຳໄຫຼລົງສູ່ທະເລ ແສງຈັນກໍຫວນຄືນເຕັມດວງ.” ຂະບວນລົດໄຟລາວ–ຈີນ ອັນຍາວໄກດັ່ງມັງກອນເຫຼັກທີ່ແລ່ນຜ່ານພູຜາ ແລະ ຫຸບເຂົາ ໄດ້ປ່ຽນ “ໄລຍະຫ່າງສຸດຂອບຟ້າ” ໃຫ້ກາຍເປັນ “ບ້ານໃກ້ເຮືອນຄຽງ”; ແມ່ນ້ຳລ້ານຊ້າງ ແລະ ແມ່ນ້ຳຂອງທີ່ໄຫຼຢ່າງບໍ່ຢຸດຢັ້ງ ກໍໄດ້ປ່ຽນຄຳວ່າ “ເພື່ອນບ້ານ” ໃຫ້ກາຍເປັນ “ຍາດຕິພີ່ນ້ອງ”.

ບນໄຫວພະຈນພາຍໃຕຫວຂ ຮວມກນຊມພະຈນດວງດຽວກນ - image 2
 

ທ່ານ ອຸ່ນຫຼ້າ ສີວັນເພັງ ໄດ້ກາວວ່າ: ດວງຈັນເພັງລອຍເດັ່ນເທິງທ້ອງຟ້າ, ປຽບເໝືອນສອງຊາດລາວ-ຈີນໄດ້ຮ່ວມຈິດຮ່ວມໃຈກັນ ຊຶ່ງບຸນໄຫວ້ພະຈັນຂອງປະເທດຈີນມີປະຫັວດສາດອັນຍາວນານ, ເປັນສັນຍາລັກແຫ່ງຄວາມສາມັກຄີ, ຄວາມປອງດອງ ແລະ ຄວາມອຸດົມສົມບູນຮັ່ງມີ. ໃນວັດທະນະທໍາຈີນ, ທຸກຄົນຈະໄດ້ຊົມດວງພະຈັນ, ກິນເຂົ້າໜົມໄຫວ້ພະຈັນ, ເພື່ອຝາກຄວາມຄິດຮອດຄິດເຖິງໄປເຖິງຄົນໃນຄອບຄົວ, ໝາຍເຖິງການດຳລົງຊີວິດທີ່ດີໃນຕໍ່ໜ້າ ລາວ-ຈີນ ເປັນປະເທດທີ່ມີແມ່ນ້ຳ ແລະ ສາຍພູຕິດຈອດກັນ, ສາຍພົວພັນມິດຕະພາບດັ້ງເດີມມີມາຍາວນານ. ໃນໄລຍະປີທີ່ຜ່ານມາ, ໄດ້ມີໂຄງການ "ໜຶ່ງແລວໜຶ່ງເສັ້ນທາງ" ແນວຄິດຂໍ້ລິເລີ່ມການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ແລະ ໄດ້ເປີດນຳໃຊ້ຢ່າງເປັນທາງການ, ເຮັດໃຫ້ການໄປມາຫາສູ່ຂອງປະຊາຊົນສະດວກສະບາຍ, ນອກຈາກນັ້ນສອງປະເທດພວກເຮົາຍັງໄດ້ມີການແລກປ່ຽນດ້ານການສຶກສາ, ວັດທະນະທຳ ແລະ ການຮ່ວມມືຂອງບັນດາຊາວໜຸ່ມສອງຊາດໄດ້ມີຄວາມຮັກແພງ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ. ພາສາ ແລະ ວັດທະນະທຳເປັນຂົວຕໍ່ທີ່ດີທີ່ສຸດໃນການເຊື່ອມໂຍງຈິດໃຈຂອງປະຊາຊົນ. ພວກເຮົາມີຄວມພາກພູມໃຈທີ່ໄດ້ເຫັນນັກສຶກສາລາວຮຽນຮູ້ສຶກສາວັດທະນະທຳຈີນ, ພ້ອມກັນນັ້ນກໍໄດ້ເຫັນຄູ-ອາຈານ ແລະ ນັກສຶກສາທັງສອງຊາດຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ໂດຍສະເພາະໃນການດຳລົງຊີວິດ ແລະ ການຮຽນຮູ້ແລກປ່ຽນຊຶ່ງກັນ ແລະ ກັນ.

ບນໄຫວພະຈນພາຍໃຕຫວຂ ຮວມກນຊມພະຈນດວງດຽວກນ - image 3
 

ພາຍໃນງານໄດ້ຮັບຊົມການສະແດງສິລະປະວັນນະຄະດີປະກອບມີ ບົດຟ້ອນ, ຮ້ອງເພງລວມໝູ່, ການສະແດງກັງຟູຈີນ, ສະແດງງີ້ວຈີນ ແລະ ອ່ານບົດກາວີຈາກສູນວັດທະນະທຳຈີນ ແລະ ນັກສຶກສາລາວຈາກພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ແລະ ກິດຈະກຳອື່ນໆ ທີ່ສ້າງຄວາມເບີກບານມ່ວນຊື່ນແກ່ຜູ້ເຂົ້າຮ່ວມໃນງານຄັ້ງນີ້.

ບນໄຫວພະຈນພາຍໃຕຫວຂ ຮວມກນຊມພະຈນດວງດຽວກນ - image 4
 

ຂ່າວ-ພາບ: ບຸນຕອມ,ບຸນອູ້ມ

ຄໍາເຫັນ

ຂ່າວການຮ່ວມມື

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ໃນຕອນບ່າຍວັນທີ 15 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-16 ຕຸລາ ນີ້.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສປປ ລາວ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ຕຸລາ 2026.
ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ໃນວັນທີ 12 ຕຸລານີ້ ທີ່ຄະນະກວດກາສູນກາງພັກ. ເນື່ອງໃນໂອກາດ ທີ່ຄະນະະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້.
ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

“ອິນເຕີເນັດໃນລົດຕ້ອງເສຍຄ່າໃຊ້ຈ່າຍເພີ່ມເຕີມຄ່າຕ່າງຫາກບໍ?” “ອຸດສາຫະກໍາລົດໄຟຟ້າອັດສະລິຍະຂອງຈີນຕອນນີ້ພັດທະນາໄປຮອດລະດັບໃດແລ້ວ?” “ຫາກຄົນຍ່າງອອກຈາກບ່ອນຈອດລົດ, ລົດຈະສາມາດຂັບອອກມາເອງໄດ້ບໍ?” ຜູ້ທີ່ຖາມສາມຄຳຖາມນີ້ແມ່ນທ່ານປອອາະນຸສັກພົງສະຫວັດຫົວຫນ້າສະຖາບັນອຸດສາຫະກຳການຄ້າແລະພະລັງານ.
ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ກອງປະຊຸມໄດ້ຈັ້ດຂຶ້ນ ໃນວັນທີ 8 ຕຸລາ 2026, ຢູ່ແຂວງສະຫວັນນະເຂດ ໂດຍແມ່ນຄະນະກໍາມະການຊາຍແດນແຫ່ງຊາດລາວ ຮ່ວມກັບຄະນະກໍາມະການຊາຍແດນແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໂດຍການເປັນປະທານຮ່ວມ ຂອງສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ສະຫາຍ ໂງ ເລ ວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນຈາກຂະແໜງກ່ຽວຂ້ອງຂອງສູນກາງ ແລະ ບັນດາແຂວງທີ່ມີຊາຍແດນຕິດຈອດກັນຈາກ 10 ແຂວງຊາຍແດນຂອງລາວ ແລະ 8 ແຂວງຊາຍແດນຂອງຫວຽດນາມ ເຂົ້າຮ່ວມ ເກືອບ 300 ຄົນ.
ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ແລະທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ພ້ອມ​ຄະນະຊ່ຽວຊານໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາ, ໂດຍມີທ່ານ ຈັນທະນົງສິນ ຈັນທະພິມ ປະທານຄະນະກຳມະການປົກຄອງເມືອງໂຂງພ້ອມ​ຄະ​ນະໃຫ້​ການ​ຕ້ອນ​ຮັບ.
ເພີ່ມເຕີມ