ທ່ານ ຈອດ ໂຮດຣິເກຊ ກ່າວຕື່ມວ່າ: ວຽກງານການຄົ້ນຫາ ແລະ ຊ່ວຍເຫຼືອຫຼັງໄພແຜ່ນດິນໄຫວກຳລັງດຳເນີນຢູ່, ປັດຈຸບັນ, ມີ 6,461 ຄົນໄດ້ຮັບການຊ່ວຍເຫຼືອແລ້ວ.
ໃນວັນທີ 24 ມິຖຸນາ ຜ່ານມາ, ເກີດແຜ່ນດິນໄຫວຢູ່ເວເນຊູເອລາທີ່ມີແຮງສັ່ນສະເທືອນຫຼາຍກວ່າ 7 ຣິກເຕີສອງຄັ້ງຕິດຕໍ່ກັນ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບເປັນຈຳນວນຫຼວງຫຼາຍ. ລັດຖະບານເວເນຊູເອລາໄດ້ປະກາດຫຼາຍມາດຕະການເພື່ອຮັບມືກັບສະຖານະການແຜ່ນດິນໄຫວທີ່ຮຸນແຮງ, ປະຊາຄົມໂລກກໍໄດ້ໃຫ້ການຊ່ວຍເຫຼືອແກ່ເວເນຊູເອລາ.
ຄໍາເຫັນ