ຂ່າວແຈ້ງວ່າ: ແຜ່ນດິນໄຫວດັ່ງກ່າວໄດ້ເຮັດໃຫ້ພື້ນຖານໂຄງລ່າງ 87 ແຫ່ງແລະອາຄານ 597 ຫຼັງຖືກທຳລາຍ,ໄດ້ສ້າງຜົນກະທົບໃຫ້ແກ່ປະຊາຊົນ 47.000 ກວ່າຄອບຄົວ,ປະມານ 1 ແສນ 7 ໝື່ນຄົນ. ອົງການປົກຄອງແຂວງເຊບູທີ່ເປັນໃຈກາງແຜ່ນດິນໄຫວໄດ້ປະກາດວ່າທົ່ວແຂວງເຂົ້າສູ່ສະພາບໄພພິບັດ,ເພື່ອອຳນວຍຄວາມສະດວກໃນການນຳໃຊ້ຊັບພະຍາກອນຫຼາຍກວ່າເຂົ້າໃນການດຳເນີນການກູ້ໄພຊ່ວຍເຫຼືອແລະການຍົກຍ້າຍປະຊາກອນປະສົບໄພ. ພະນັກງານກູ້ໄພຊ່ວຍເຫຼືອພວມເລັ່ງລັດການຊຳລະຊາກອາຄານ,ຍົກຍ້າຍແລະຈັດສັນຜູ້ປະສົບໄພ.
OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້
ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ຄໍາເຫັນ