ຈຳ​ນວນຜູ້​ຕິດ​ເຊື້ອ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ຢູ່​ກຳ​ປູ​ເຈຍ​​ເພີ່ມ​ຂຶ້ນຜິດປົກກະຕິ​ໃນເດືອນດຽວ

ຈຳ​ນວນຜູ້​ຕິດ​ເຊື້ອ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ຢູ່​ກຳ​ປູ​ເຈຍ​​ເພີ່ມ​ຂຶ້ນຜິດປົກກະຕິ​ໃນເດືອນດຽວ

ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້, ອົງ​ການ​ອະ​ນາ​ໄມ​ໂລກ ຫຼື WHO ແຈ້ງ​ຂ່າວ​ວ່າ: ໃນ​ເດືອນ​ມິ​ຖຸ​ນາ​ຜ່ານ​ມາ​ນີ້, ກຳ​ປູ​ເຈຍ​ໄດ້​ລາຍ​ງານ​ຈຳ​ນວນ​ຜູ້​​ຕິດ​ເຊື້ອ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ H5N1 ທີ່ໄດ້​ຮັບ​ການ​ຢືນ​ຢັນ​ຈາກ​ຫ້ອງວິ​ເຄາະ​ແລ້ວ 7 ​ກໍ​ລະ​ນີ ຊຶ່ງເປັນ​ການເພີ່ມ​ຂຶ້ນ​​ຜິດ​ປົກ​ກະ​ຕິພາຍ​ໃນ​ເດືອນ​ດຽວ.

 

WHO ໃຫ້ຮູ້ຕື່ມວ່າ: ເຊື້ອພະຍາດໄຂ້ຫວັດສັດປີກ H5N1 ຖືກຄົ້ນພົບຢູ່ກຳປູເຈຍໃນເດືອນທັນວາປີ 2003 ເປັນຄັ້ງທຳອິດ. ນັບແຕ່ປີ 2023 ເປັນຕົ້ນມາ, ກຳປູເຈຍໄດ້ລາຍງານຜູ້ຕິດເຊື້ອພະຍາດໄຂ້ຫວັດສັດປີກ H5N1 ທັງໝົດ 27 ກໍລະນີ, ໃນນັ້ນ ເສຍຊີວິດ 12 ກໍລະນີ.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ໂດໂນ ທຣໍາ ປະກາດອັດຕາພາສີ 25-40% ສຳລັບ 14 ປະເທດ

ທ່ານ ໂດໂນ ທຣໍາ ປະກາດອັດຕາພາສີ 25-40% ສຳລັບ 14 ປະເທດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ກໍລະກົດ ຜ່ານມາວ່າ: ທ່ານ ໂດໂນ ທຣຳ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ລົງຂ່າວໃນສື່ສັງຄົມອອນລາຍວ່າ: ຈະເກັບພາສີ 25% ຕໍ່ການນຳເຂົ້າສິນຄ້າຈາກຍີ່ປຸ່ນ ແລະ ສ ເກົາຫຼີ ຕາມລຳດັບ ເລີ່ມແຕ່ວັນທີ 1 ສິງຫາ ເປັນຕົ້ນໄປ. ໂດຍທ່ານ ໂດໂນ ທຣໍາ ໄດ້ລະບຸໃນຈົດໝາຍທີ່ຂຽນເຖິງຜູ້ນໍາຂອງສອງປະເທດວ່າມາດຕະການພາສີໃໝ່ຈະແຍກອອກຈາກພາສີຂະແໜງການອື່ນໆ.
ກອງ​ປະ​ຊຸມ​ມໍ​ລະ​ດົກ​ໂລກ​ຄັ້ງ​ທີ 47 ຈະພິຈາລະນາໂຄງການຂໍເປັນມໍລະດົກໂລກ 30 ໂຄງການ

ກອງ​ປະ​ຊຸມ​ມໍ​ລະ​ດົກ​ໂລກ​ຄັ້ງ​ທີ 47 ຈະພິຈາລະນາໂຄງການຂໍເປັນມໍລະດົກໂລກ 30 ໂຄງການ

ຂ່າວສານຊີອາໄອ ລາຍງານວ່າ: ໃນວັນ​ທີ 7 ກໍ​ລະ​ກົດ ຜ່ານມາ, ກອງ​ປະ​ຊຸມ​ມໍ​ລະ​ດົກ​ໂລກ​ຄັ້ງ​ທີ 47 ໄດ້ເປີດຂຶ້ນ​ຢູ່​ສຳ​ນັກ​ງານ​ໃຫຍ່​ອົງ​ການອຸຍ​ແນັ​ສ​ໂກ ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ທີ່​ນະ​ຄອນ​ຫຼວງ​ປາ​ຣີ​ ປະ​ເທດ​ຝ​ຣັ່ງ. ກອງ​ປະ​ຊຸມ​​ຄັ້ງ​ນີ້​ຈະ​ພິ​ຈາ​ລະ​ນາ​ໂຄງ​ການ​​ຂໍ​ເຂົ້າ​ເປັນ​ມໍ​ລະ​ດົກ​ໂລກ 30 ໂຄງ​ການ ແລະ ຍັດ​ຕິ ສອງ​ສະ​ບັບ​ກ່ຽວ​ກັບ​ການ​ປັບ​ປຸງ​​ພື້ນ​ທີ່​ມໍ​ລະ​ດົກ​ໂລກ 2 ​ແຫ່ງ​ທີ່​ຖືກ​ຈັດ​ເຂົ້າ​ໃນ​​ບັນ​ຊີລາຍ​ຊື່​ມໍ​ລະ​ດົກ​ໂລກ​ແລ້ວ.
ນັກວິທະຍາສາດ ສະຫະລັດ ອາເມຣິກາ ໃຊ້ຂໍ້ມູນດາວທຽມປະເມີນການຟື້ນຟູປ່າ

ນັກວິທະຍາສາດ ສະຫະລັດ ອາເມຣິກາ ໃຊ້ຂໍ້ມູນດາວທຽມປະເມີນການຟື້ນຟູປ່າ

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ກໍລະກົດ ຜ່ານມາວ່າ: ນັກວິທະຍາສາດຂອງສູນຄົ້ນຄວ້າບັນຍາກາດແຫ່ງຊາດ ຊຶ່ງສັງກັດມູນນິທິວິທະຍາສາດແຫ່ງຊາດ ຂອງ ສະຫະລັດ ອາເມຣິກາ ໄດ້ພັດທະນາວິທີການນໍາໃຊ້ຂໍ້ມູນຈາກດາວທຽມເພື່ອປະເມີນການຟື້ນຟູຂອງປ່າໄມ້ຫຼັງເກີດໄຟໄໝ້ ຊຶ່ງອາດຈະປ່ຽນແປງວິທີການຈັດການພື້ນທີ່ ແລະ ຄວບຄຸມໄຟ ໄໝ້ປ່າໃນອະນາຄົດ.
ອຸທິຍານແຫ່ງຊາດ ອິນໂດເນເຊຍ ໃຊ້ສາຍແຂນຕິດຕາມ ເພື່ອຄວາມປອດໄພຂອງນັກປີນພູ

ອຸທິຍານແຫ່ງຊາດ ອິນໂດເນເຊຍ ໃຊ້ສາຍແຂນຕິດຕາມ ເພື່ອຄວາມປອດໄພຂອງນັກປີນພູ

ຂ່າວຕ່າງປະເທດລາຍງານໃນວັນທີ 8 ກໍລະກົດ ຜ່ານມາວ່າ: ເຈົ້າ​ໜ້າ​ທີ່ຢູ່​ອຸທະຍານ​ແຫ່ງ​ຊາດໂບຣໂມ ເຕງເກີ ເຊເມຣູ ຂອງ​ອິນ​ໂດ​ເນ​ເຊຍ ກ່າວ​ວ່າ: ອຸທິຍານດັ່ງກ່າວກຳນົດ​ໃຫ້​ນັກ​ປີນ​ພູ​ຕ້ອງໃສ່​ສາຍ​ແຂນ​ຕິດຕາມ​ເພື່ອເພີ່ມ​ຄວາມ​ປອດ​ໄພ​. ໂດຍເປັນອຸປະກອນລະບຸຄວາມຖີ່ຄື້ນວິທະຍຸ ຊຶ່ງປະກອບດ້ວຍຊິບຂະໜາດນ້ອຍ ແລະ ເສົາອາກາດສຳລັບສົ່ງສັນຍານໄປຫາເສົາຮັບສັນຍານທີ່ຕັ້ງຢູ່ໃນຫຼາຍຈຸດຕາມເສັ້ນທາງຍ່າງປ່າ.
ການສົ່ງອອກຂອງຍີ່ປຸ່ນເພີ່ມຂຶ້ນໃນ 20 ມື້ທຳອິດຂອງເດືອນມິຖຸນາ

ການສົ່ງອອກຂອງຍີ່ປຸ່ນເພີ່ມຂຶ້ນໃນ 20 ມື້ທຳອິດຂອງເດືອນມິຖຸນາ

ຂ່າວຕ່າງປະເທດລາຍງານ; ກະຊວງ​ການ​ເງິນ​ຂອງ​ຍີ່ປຸ່ນເປີດເຜີຍໃນວັນທີ 8 ກໍລະກົດ ຜ່ານມາວ່າ: ການ​ສົ່ງ​ອອກ​ ໃນໄລຍະ 20 ມື້ທຳອິດຂອງເດືອນມິຖຸນາໄດ້​ເພີ່ມ​ຂຶ້ນເລັກນ້ອຍ 0.7% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, ກ່ອນ​ທີ່ ​ສະຫະລັດ​ ອາເມຣິກາ ປະກາດການປະຕິບັດມາດຕະການຂຶ້ນພາສີ​ນຳ​ເຂົ້າ​ຕາມກຳນົດ ໃນ​ວັນ​ທີ 9 ກໍລະກົດ​ນີ້.
ການ​ລະ​ບາຍ​ກາກບອນ​ຂອງ​ຈີນ ​ໄດ້ຫຼຸດ​ລົງຫຼາຍກວ່າ 34% ໃນ 10 ປີ​ຜ່ານ​ມາ

ການ​ລະ​ບາຍ​ກາກບອນ​ຂອງ​ຈີນ ​ໄດ້ຫຼຸດ​ລົງຫຼາຍກວ່າ 34% ໃນ 10 ປີ​ຜ່ານ​ມາ

ຂ່າວສານຊີອາໄອລາຍງານວ່າ: ວັນທີ 7 ກໍ​ລະ​ກົດ ຜ່ານມາ​ນີ້, ທ່ານ​ນາງ ​ເໝົາ​ນິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ໄດ້​ເປັນ​ປະ​ທານ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ. ໂດຍມີ​ນັກ​ຂ່າວ​​ຖາມ​ກ່ຽວ​ກັບ​ການ​ພັດ​ທະ​ນາ​​ສີ​ຂຽວ ແລະ ກາກບອນ​ຕ່ຳ​ຂອງ​ຈີນ.
ຫວຽດນາມ ມີແຮງ​ງານ 21 ລ້ານກວ່າ​ຄົນ ​ເຮັດວຽກ​ໃນ​ຂົງ​ເຂດ​ການ​ບໍ​ລິ​ການ

ຫວຽດນາມ ມີແຮງ​ງານ 21 ລ້ານກວ່າ​ຄົນ ​ເຮັດວຽກ​ໃນ​ຂົງ​ເຂດ​ການ​ບໍ​ລິ​ການ

ວິທະຍຸຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 8 ກໍລະກົດ ຜ່ານມາ, ກົມສະຖິຕິ ກະຊວງການເງິນ ຫວຽດນາມ ໃຫ້ຮູ້ວ່າ: ສະພາບການຕະຫຼາດແຮງງານ ຫວຽດນາມ ມີຈຸດເດັ່ນທີ່ໜ້າສົນໃຈ ດ້ວຍແຫຼ່ງກໍາລັງແຮງງານທີ່ອຸດດົມສົມບູນ, ສ້າງເງື່ອນໄຂຕອບສະໜອງຄວາມຕ້ອງການພັດທະນາການຜະລິດ, ດຳເນີນທຸລະກິດ. ໂດຍແຮງງານມີວຽກເຮັດງານທຳໃນຂົງເຂດການບໍລິການກວມເອົາອັດຕາສ່ວນສູງສຸດ ເກືອບ 41%, ເທົ່າກັບ 21.2 ລ້ານຄົນ.
ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດຫວຽດນາມ 35 ປີ

ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດຫວຽດນາມ 35 ປີ

ທີ​ສາມ, ຮັກ​ສາ​ແໜ້ນ​ສະ​ພາບ​ແວດ​ລ້ອ​ມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ການ​ຮັກ​ສາ​ຄວາມເປັນເອ​ກະ​ລາດ, ອຳ​ນາ​ດ​ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ. ບັນ​ດາ​ບັນ​ຫາ​ຊາຍ​ແດນ​, ອາ​ນາ​ເຂດ​ໄດ້​ແກ້​ໄຂ​ເປັນ​ເທື່ອ​ລະ​ກ້າວ, ຮັກ​ສາ​​ເສັ້ນ​ຊາຍ​ແດ​ນ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ຮ່ວມ​ມື ແລະ ພັດ​ທະ​ນາ, ພ້ອມ​ທັງ​ປະ​ກອບ​ສ່ວນ​ເຂົ້​າ​ໃນ​ການ​ເສີມ​ສ້າງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໃນ​ພາ​ກ​ພື້ນ. ຕໍ່​ກັບ​ບັນ​ຫາ​ສັນ​ຕິ​ພາບ​ກ່ຽວ​ກັບ​ຊາຍ​ແດນ, ຫວຽດ​ນາມ​ຍາມ​ໃດ​ກໍ​ຍົກ​ສູງ​ສັນ​ຕິ​ພາບ, ການ​ຮ່ວມ​ມື, ຕັ້ງ​ໜ້າ​ໃນ​ການ​ແລກ​ປ່ຽນ, ປຶກ​ສາ​ຫາ​ລື ຊອກ​ຫາ​ມາດ​ຕະ​ຖານ​ໂດຍ​ພື້ນ​ຖານ, ຍາວ​ນານ​ດ້ວຍ​ສັນ​ຕິ​ວິ​ທີ​ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ.
ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດຫວຽດນາມ 35 ປີ

ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດຫວຽດນາມ 35 ປີ

ຫວຽດນາມ ໄດ້​ສ້າງ​ຕັ້ງ ແລະ ປັບ​ປຸງ​​ການຮ່ວມມືນັບ​ມື້​ນັບ​ກວ້າງຂວາງ ແລະ ໜັກ​ແໜ້ນ ເປີດກວ້າງ, ຫັນ​ເປັນຫຼາຍ​ຝ່າຍມີຄວາມຫຼາກຫຼາຍ, ສະ​ດວກ​ໃຫ້​ແກ່​ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່.
ຫວຽດນາມ ສຸມໃສ່ວຽກ​ງານ​ປ້ອງ​ກັນ​ຕ້ານ​ການ​ສໍ້​ຫຼາດ​ບັງຫຼວງ ແລະ ການຟຸ່ມເຟືອຍ​

ຫວຽດນາມ ສຸມໃສ່ວຽກ​ງານ​ປ້ອງ​ກັນ​ຕ້ານ​ການ​ສໍ້​ຫຼາດ​ບັງຫຼວງ ແລະ ການຟຸ່ມເຟືອຍ​

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນໄລຍະຈະມາເຖິງ, ຄະນະຊີ້ນຳສູນກາງກ່ຽວກັບວຽກງານປ້ອງກັນຕ້ານການສໍ້ຫຼາດບັງຫຼວງ, ການຟຸ່ມເຟືອບ ແລະ ໄພຫຍໍ້ທໍ້ ຫວຽດນາມ ຮຽກຮ້ອງສືບຕໍ່ຜັນຂະຫຍາຍວຽກງານຕ້ານການສໍ້ຫຼາດບັງຫຼວງ, ການຟຸ່ມເຟືອຍ, ໄພຫຍໍ້ທໍ້ຢ່າງແຮງ, ຂ້ຽວຂາດ ແລະ ມີປະສິດທິຜົນກວ່າເກົ່າ.
ເພີ່ມເຕີມ