![]() |
ພິທີໂຮມຊຸມນຸມຄັ້ງນີ້ ຈັດຂຶ້ນເພື່ອໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມໃຫ້ສະມາຊິກພັກ, ສະມາຊິກນັກຮົບເກົ່າ ເປັນຕົ້ນແມ່ນ ພະນັກງານ-ລັດຖະກອນ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຜົນງານ, ມູນເຊື້ອແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງນັກຮົບເກົ່າໃນໄລຍະຕໍ່ສູ້ກູ້ຊາດ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ທັງເປັນການປຸກລະດົມ, ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ, ຄວາມສາມັກຄີປອງດອງ ແລະ ມູນເຊື້ອການສູ້ຮົບພິລະອາດຫານຂອງນັກຮົບເກົ່າພາຍໃຕ້ການນຳພາຢ່າງໜັກແໜ້ເຂັ້ມແຂງ
ຂອງພັກປະຊາຊົນປະຕິວັດລາວ.
ໃນພິທີ, ທ່ານ ພັນເອກ ບຸນມາກ ວິລະວົງ ໄດ້ເລົ່າເຖິງປະວັດຄວາມເປັນມາ, ສະພາບການທີ່ພາໃຫ້ມີການກຳເນີດເກີດຂຶ້ນຂອງອົງການນັກຮົບເກົ່າໂລກ, ພາກພື້ນ ແລະ ສະພາບແວດລ້ອມທີ່ນຳໄປສູ່ການສ້າງຕັ້ງອົງການສະຫະພັນນັກຮົບເກົ່າລາວ; ພ້ອມທັງຊີ້ໃຫ້ເຫັນຄວາມສຳຄັນ, ຄວາມຈຳເປັນພາວະວິໄສ ແລະ ທັດສະນະຂອງພັກປະຊາຊົນ ປະຕິວັດລາວ ຕໍ່ກັບສະຫະພັນນັກຮົບເກົ່າ.
ນອກຈາກນີ້, ທ່ານຍັງໄດ້ຍົກໃຫ້ເຫັນເຖິງຜົນງານການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຕະຫຼອດໄລຍະ 24 ປີຜ່ານມາ, ໂດຍສະເພາະການເຄື່ອນໄຫວໃນແຕ່ລະໄລຍະສະໄໝກອງປະຊຸມໃຫຍ່ ຊື່ງໄດ້ປະຕິບັດພາລະບົດບາດສຶກສາອົບຮົມສະມາຊິກ, ປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດໃຫ້ຄົນຮຸ່ນໜຸ່ມ, ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳຂອງນັກຮົບເກົ່າ. ພ້ອມກັນນັ້ນ ຍັງໄດ້ປຸກລະດົມຖັນແຖວນັກຮົບເກົ່າປະກອບສ່ວນເຂົ້າໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ສ້າງເສດຖະກິດ, ແກ້ໄຂຊີວິດການເປັນຢູ່ ແລະ ຄວາມທຸກຍາກ, ແນ່ໃສ່ພັດທະນາພື້ນຖານໂຄງລ່າງຂອງສະຫະພັນນັກຮົບເກົ່າ ແລະ ຮ່ວມມືກັບຕ່າງປະເທດ, ປະເທດເພື່ອນມິດສາກົນ ຈົນໄດ້ຮັບການຍ້ອງຍໍຊົມເຊີຍຈາກພັກ-ລັດຖະບານຢ່າງສົມກຽດ.
ໂອກາດດັ່ງກ່າວ, ທ່ານ ປະດິດ ວັນນະລັດສະໝີ ໄດ້ໃຫ້ກຽດໂອ້ລົມ ແລະ ຕີລາຄາສູງຕໍ່ໝາກຜົນໆງານທີ່ສະຫະພັນນັກຮົບເກົ່າແຫ່ງຊາດລາວ ກໍຄືສະຫະພັນນັກຮົບເກົ່າແຂວງຈຳປາສັກ ຍາດມາໄດ້. ທ່ານໄດ້ເນັ້ນໃສ່ໃຫ້ສະຫະພັນນັກຮົບເກົ່າແຕ່ລະສະໄໝ ສືບຕໍ່ເຮັດໜ້າທີ່ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຢ່າງມີປະສິດທິຜົນສູງ, ໂດຍສະເພາະການເຕົ້າໂຮມຄວາມສາມັກຄີ, ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ແລະ ສຶກສາອົບຮົມຄົນຮຸ່ນໜຸ່ມ ກໍຄືພະນັກງານ-ລັດຖະກອນ ຕາມອຸດົມການຂອງສະຫະພັນນັກຮົບເກົ່າ ເພື່ອເປັນທິດທາງໃນການສືບຕໍ່ປະຕິບັດທຸກວຽກງານໃຫ້ດີຂຶ້ນເລື້ອຍໆ.ຂ່າວ-ພາບ:ຈັນທະວີສັກ ເຊັນສຸດໃຈ

ຄໍາເຫັນ