![]() |
ສະຫາຍ ອາລຸນໄຊ ສູນນະລາດ ໄດ້ມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້ ຈັດຂຶ້ນ ເພື່ອລະດົມຄໍາຄິດເຫັນໃສ່ຮ່າງບົດລາຍງານການເມືອງ ແລະ ຮ່າງແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ X ປີ 2026 – 2030 ຂອງແຂວງຈໍາປາສັກ ເພື່ອປັບປຸງໃຫ້ຮ່າງບົດລາຍງານການເມືອງ ແລະ ຮ່າງແຜນພັດທະນາເສດຖະກິດ -ສັງຄົມ ໃຫ້ມີເນື້ອໃນລະອຽດ, ຈະແຈ້ງ ແລະ ຄົບຖ້ວນ.
ທ່ານ ສົມສີ ມະນີນິນ ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ໄດ້ຜ່ານຮ່າງບົດລາຍງານການເມືອງກອງປະຊຸມໃຫຍ່ອົງຄະນະພັກ ແຂວງຄັ້ງທີ IX. ພ້ອມນີ້ ທ່ານ ສຸກສະຫວັນ ວິໄລວົງ ຄະນະປະຈໍາພັກແຂວງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ກໍໄດ້ຜ່ານຮ່າງແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ X ປີ 2026 – 2030. ຈາກນັ້ນ, ເຂົ້າຮ່ວມກອງປະຊຸມ ກໍພ້ອມກັນປະກອບຄໍາຄິດເຫັນ ຊຶ່ງກອງເລຂາຄະນະກໍາມະການເນື້ອໃນ ແລະ ພາກສ່ວນກ່ຽວຂ້ອງຈະສັງລວມ ເພື່ອປັບປຸງແກ້ໄຂ ໃຫ້ຮ່າງບົດລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ -ສັງຄົມ ໃຫ້ມີເນື້ອໃນລະອຽດ, ຈະແຈ້ງ ແລະ ຄົບຖ້ວນ.
(ຂ່າວ-ພາບ: ທູນທອງໃຈ)
ຄໍາເຫັນ