ເພື່ອບັນລຸຄາດໝາຍແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນ ທ້າຍປີ 2025 ໃຫ້ປະກົດຜົນເປັນຈິງ ອົງການປົກຄອງແຂວງຈໍາປາສັກ ໄດ້ວາງ 5 ມາດຕະການເພື່ອຈັດຕັ້ງປະຕິບັດວຽກງານດ່ງນີ້:1). ຫັນວຽກງານຈຸດສຸມຂອງອົງການປົກຄອງແຂວງ ເປັນແຜນວຽກ, ແຜນງານ ແລະ ໂຄງການລະອຽດທັງແບ່ງຄວາມຮັບຜິດຊອບໃຫ້ບັນດາຂະແໜງການ ຂັ້ນແຂວງ ແລະ ຂັ້ນເມືອງ/ນະຄອນ ໃຫ້ລະອຽດ, ຈັດສັນງົບປະມານ ໃນການປະຕິບັດຢ່າງເໝາະສົມ ແລະ ທັນການ ທັງກໍານົດຄາດໝາຍເວລາປະຕິບັດຢ່າງຊັດເຈນ.2). ແຕ່ງຕັ້ງຄະນະຮັບຜິດຊອບສະເພາະ ເພື່ອຕິດຕາມວຽກທີ່ເຄັ່ງຮ້ອນ, ພ້ອມທັງລາຍງານຕໍ່ເຈົ້າແຂວງ, ຮອງເຈົ້າແຂວງ ແລະ ກອງປະຊຸມອົງການປົກຄອງແຂວງ ຢ່າງເປັນປົກກະຕິ.3). ຍູ້ແຮງການຫັນເປັນທັນສະໄໝໃນທຸກຂົງເຂດວຽກງານ ແລະ ອົງການຈັດຕັ້ງລັດ ເພື່ອຮັບປະກັນໃຫ້ການຄຸ້ມຄອງ ແລະ ບໍລິຫານລັດ ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.4). ປະຕິບັດກົນໄກການແບ່ງຂັ້ນ, ແບ່ງຄວາມຮັບຜິດຊອບໃຫ້ຈະແຈ້ງ, ກົນໄກປະສານງານ ລະຫວ່າງ ກະຊວງ, ອົງການ ແລະ ທ້ອງຖິ່ນ, ລະຫວ່າງຂັ້ນແຂວງ, ຂັ້ນເມືອງ/ນະຄອນ ໃຫ້ລະອຽດແໜ້ນແຟ້ນ, ເພີ່ມຄວາມເປັນເຈົ້າການ, ເປັນເຈົ້າຂອງວຽກ ແລະ ຄວາມຮັບຜິດຊອບ ໃຫ້ການຈັດຕັ້ງປະຕິບັດວຽກງານໃຫ້ສູງຂຶ້ນ. ພ້ອມທັງ ປະຕິບັດມາດຕະການຢ່າງເຂັ້ມງວດ, ເດັດຂາດໃນການຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ.5). ສຸມໃສ່ຊຸກຍູ້, ຕິດຕາມ, ກວດກາ, ປະເມີນການປະຕິບັດວຽກງານຈຸດສຸມ ກໍຄືແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2025, ພ້ອມທັງ ລາຍງານຕໍ່ ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງ ຊຸດທີ II.
(ພາບ-ຂ່າວ: ສົມວິຈິດ ໄຊມົນຕີ ແລະ ສົມພອນ ໄຊປັນຍາ)
ຄໍາເຫັນ