ກອງປະຊຸມໄດ້ຮັບຟັງແຈ້ງການຂອງທ່ານເຈົ້າແຂວງຈຳປາສັກ ສະບັບເລກທີ 07/ຈຂ.ຈສ, ລົງວັນທີ 16 ພຶດສະພາ 2023

ຈຳປາສັກອົບຮົບການຂຶ້ນທະບຽນແຮງງານລາວ ແລະ ແຮງງານຕ່າງປະເທດ

ຈຳປາສັກອົບຮົບການຂຶ້ນທະບຽນແຮງງານລາວ ແລະ ແຮງງານຕ່າງປະເທດ
ເມືອງຈຳປາສັກ ໄດ້ຈັດກອງປະຊຸມຝຶກອົບຮົບການຂຶ້ນທະບຽນແຮງງານລາວ ແລະ ແຮງງານຕ່າງປະເທດຂັ້ນເມືອງຕາມວາລະແຫ່ງຊາດໃຫ້ບັນດາບໍລິສັດ, ໂຮງຈັກ, ໂຮງງານ ແລະ ຫົວໜ່ວຍບໍລິການພາຍໃນເມືອງ ຂຶ້ນໃນວັນທີ 20 ມິຖຸນາຜ່ານມາ ທີ່ຫ້ອງປະຊຸມທົ່ງນາງາມ ເມືອງຈຳປາສັກ ແຂວງຈຳປາສັກ ໂດຍການເປັນປະທານຂອງທ່ານ ຄຳພູ ສີພົມມາ ຮອງເຈົ້າເມືອງ, ມີທ່ານ ຍຸທິນ ຈັນທະວົງ ຮັກສາການຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງແຈ້ງການຂອງທ່ານເຈົ້າແຂວງຈຳປາສັກ ສະບັບເລກທີ 07/ຈຂ.ຈສ, ລົງວັນທີ 16 ພຶດສະພາ 2023, ຜ່ານຂໍ້ຕົກລົງຂອງຄະນະຮັບຜິດຊອບການຂຶ້ນທະບຽນແຮງງານລາວ ແລະ ແຮງງານຕ່າງປະເທດຂັ້ນເມືອງຕາມວາລະແຫ່ງຊາດ, ຜ່ານບົດບັນທຶກກອງປະຊຸມຄະນະຮັບຜິດຊອບການຂຶ້ນທະບຽນແຮງງານລາວ ແລະ ແຮງງານຕ່າງປະເທດຂັ້ນແຂວງຕາມວາລະແຫ່ງຊາດ.

ເນື້ອໃນທີ່ນໍາມາຝຶກໃນຄັ້ງນີ້ປະກອບມີເອກະສານກົນໄກການເຊື່ອມໂຍງຂໍ້ມູນຂອງຫົວໜ່ວຍແຮງງານ, ຄູ່ມືການຂຶ້ນທະບຽນແຮງງານລາວ ແລະ ແຮງງານຕ່າງປະເທດ, ລະບົບຄຸ້ມຄອງພະນັກງານສຳລັບຫົວໜ່ວຍແຮງງານ, ກອງປະຊຸມໄດ້ມີການປະກອບຄຳຄິດຄຳເຫັນແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ, ຕອນທ້າຍໄດ້ຮັບຟັງການໂອ້ລົມຈາກທ່ານ ຄຳພູ ສີພົມມາ ເພື່ອເປັນບ່ອນອີງ ແລະ ຊຸກຍູ້ກອງປະຊຸມໃຫ້ປະສົບຜົນສຳເລັດສູງ.

ຂ່າວ-ພາບ: ໄຊຍະສິດ ສີຫາວົງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທ່ານ ນາງ ສູນທອນ ໄຊຍະຈັກ ເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ.

ທ່ານ ນາງ ສູນທອນ ໄຊຍະຈັກ ເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ.

ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ, ຊຶ່ງໄດ້ເຂົ້າພົບປະ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ໃນວັນທີ 8 ພຶດສະພານີ້ ທີ່ຫ້ອງຮັບຮອງຂອງຫ້ອງວ່າການແຂວງ ເພື່ອແຈ້ງຈຸດປະສົ່ງໃນການເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ
ຫ້ອງວ່າການສຳນັກງານປະທານປະເທດສະຫຼຸບວຽກງານກວດກາ ປະຈຳປີ 2024

ຫ້ອງວ່າການສຳນັກງານປະທານປະເທດສະຫຼຸບວຽກງານກວດກາ ປະຈຳປີ 2024

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາ ປະຈຳປີ 2024 ແລະ ວາງທິດທາງແຜນການ ປະຈຳປີ 2025 ຂຶ້ນໃນວັນທີ 9 ພຶດສະພານີ້ທີ່ ຫສປທ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະບໍລິຫານງານພັກ ຫສປທ ຮອງຫົວໜ້າ ຫສປທ, ສະຫາຍ ດາວບົວລະພາ ບາວົງເພັດ ກຳມະການປະຈຳພັກ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ຮອງປະທານຄະນະກວດກາສູນກາງພັກ ຮອງຫົວໜ້າອົງການກວດກາແຫ່ງລັດ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ;
ເປີດສູນອະນຸລັກແຂ້ພື້ນເມືອງລາວ ພ້ອມ​ປ່ອຍ​ແຂ້ຄືນສູ່ທີ່ດິນບໍລິເວນນໍ້າເຊຈໍາພອນ

ເປີດສູນອະນຸລັກແຂ້ພື້ນເມືອງລາວ ພ້ອມ​ປ່ອຍ​ແຂ້ຄືນສູ່ທີ່ດິນບໍລິເວນນໍ້າເຊຈໍາພອນ

ພິທີ​ເປີດ​ສູນ​ອະນຸລັກແຂ້ພື້ນເມືອງລາວ ​ໄດ້​ຈັດ​ຂຶ້ນເມື່ອ​ບໍ່​ດົນ​ມາ​ນີ້ ​​ທີ່ບ້ານຕານ​ສຸມ ເມືອງຈຳພອນ ​ແຂວງສະ​ຫວັນ​ນະ​ເຂດ ໂດຍ​ມີ ທ່ານ ຄຳມອນ ທິລາວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ​ສະ​ຫວັນ​ນະ​ເຂດ, ທ່ານ ຄໍາຕາ ສິນນະສອນ ຮອງ​​ເຈົ້າ​ເມືອງຈຳພອນ, ອົງການ​ອະນຸລັກ​ສັດປ່າ (WCS) ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ. ໃນ​ພິທີ​ດັ່ງກ່າວ, ຍັງ​ໄດ້ມີການປ່ອຍ​ແຂ້​ນໍ້າຈືດພັນພື້ນເມືອງລາວ ຈໍານວນ 10 ໂຕ ກັບຄືນສູ່ທີ່ດິນ​ບໍລິເວນນໍ້າ ​ເຊ​ຈຳ​ພອນ ​ເພື່ອ​ເປັນການເພີ່ມຈໍານວນປະຊາກອນແຂ້ໃນທຳມະຊາດ.
ພະແນກຍຸຕິທໍາແຂວງ ຄໍາມ່ວນສະຫຼຸບການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ

ພະແນກຍຸຕິທໍາແຂວງ ຄໍາມ່ວນສະຫຼຸບການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍພາຍໃຕ້ຄໍາຂວັນ “ຮັກຊາດ ແລະ ພັດທະນາ” ປີ 2024 ແລະ ສືບຕໍ່ຂະຂວນການແຂ່ງຂັນ-ຍ້ອງຍໍ “ຮັກຊາດ ແລະ ພັດທະນາ” ປີ 2025 ໄດ້ຈັດຂຶ້ນໃນວັນທີ 08 ພຶດສະພານີ້, ໂດຍການເປັນປະທານຂອງທ່ານ ຄໍາສອນ ອ້ວນທະວີ ຄະນະປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງ, ທ່ານ ນວນຕາ ແກ້ວນະວົງ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ.
ການນໍາແຂວງຫຼວງພະບາງ ຊຸກຍູ້ການປູກກາເຟໃຕ້ຮົ່ມໄມ້ ຢູ່ບ້ານມົກວັດ

ການນໍາແຂວງຫຼວງພະບາງ ຊຸກຍູ້ການປູກກາເຟໃຕ້ຮົ່ມໄມ້ ຢູ່ບ້ານມົກວັດ

ເມື່ອບໍ່ດົນມານີ້, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການປູກກາເຟໃຕ້ຮົ່ມໄມ້ ຂອງປະຊາຊົນຢູ່ບ້ານມົກວັດ ກຸ່ມພູສະໜາມ ເມືອງວຽງຄໍາ ແຂວງຫຼວງພະບາງ.
3 ເດືອນຕົ້ນປີ ນະຄອນໄກສອນພົມວິຫານ ເກັບລາຍຮັບໄດ້ແລ້ວເກືອບ 10 ຕື້ກີບ

3 ເດືອນຕົ້ນປີ ນະຄອນໄກສອນພົມວິຫານ ເກັບລາຍຮັບໄດ້ແລ້ວເກືອບ 10 ຕື້ກີບ

ຫ້ອງການ-ການເງິນນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານການເງິນ-ງົບປະມານ 3 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 9 ເດືອນທ້າຍປີ 2025 ທີ່ສະໂມສອນ ນະຄອນໄກສອນພົມວິຫານ ໃນວັນທີ 7 ພຶດສະພາຜ່ານມາ ໂດຍການເປັນປະທານຂອງທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນພົມວິຫານ.
ຜົ້ງສາລີ ລົງຊຸກຍູ້, ບັນດາຫົວໜ່ວຍຜູ້ປະກອບການທາງດ້ານທຸລະກິດການທ່ອງທ່ຽວ.

ຜົ້ງສາລີ ລົງຊຸກຍູ້, ບັນດາຫົວໜ່ວຍຜູ້ປະກອບການທາງດ້ານທຸລະກິດການທ່ອງທ່ຽວ.

ໃນວັນທີ 8 ພຶດສະພານີ້, ຂະແໜງທ່ອງທ່ຽວຂັ້ນແຂວງ, ເມືອງ ສົບທົບກັບ ຕຳຫຼວດທ່ອງທ່ຽວແຂວງຜົ້ງສາລີ ໄດ້ລົງຕິດຕາມກວດກາ, ຊຸກຍູ້, ບັນດາຫົວໜ່ວຍຜູ້ປະກອບການທາງດ້ານທຸລະກິດການທ່ອງທ່ຽວ ຢູ່ເມືອງບຸນເໜືອ ເທສະບານແຂວງ ຊຶ່ງນຳພາໂດຍທ່ານ ບຸນຈັນ ແກ້ວຈີນດາ ຫົວໜ້າຂະແໜງທ່ອງທ່ຽວ ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ມີບັນດາທ່ານພາກສ່ວນທີ່ກ່ຽວຂ້ອງຈາກຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມ.
ຄໍາມ່ວນ ມອບລົດຈັກຈໍານວນ 11 ຄັນ ໃຫ້ສະຫະພັນແມ່ຍິງແຂວງ

ຄໍາມ່ວນ ມອບລົດຈັກຈໍານວນ 11 ຄັນ ໃຫ້ສະຫະພັນແມ່ຍິງແຂວງ

ພາຍຫຼັງສຳເລັດການເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງຜູ້ແທນແມ່ຍິງແຂວງຄຳມ່ວນ, ຕອນແລງວັນທີ 8 ພຶດສະພານີ້ ທີ່ຫ້ອງວ່າການແຂວງ ໄດ້ຈັດພິທີ ມອບ-ຮັບ ລົດຈັກ (Honda wave 110) ຈໍານວນ 11 ຄັນ, ມູນຄ່າ 380 ລ້ານກວ່າກີບ, ໃຫ້ສະຫະພັນແມ່ຍິງແຂວງ ແລະ ສະຫະພັນແມ່ຍິງ 10 ເມືອງ
ຄວທ ເຜີຍແຜ່ໂຄງການລາງວັນຮອນດາປະຈໍາປີ 2025

ຄວທ ເຜີຍແຜ່ໂຄງການລາງວັນຮອນດາປະຈໍາປີ 2025

ພາຍຫຼັງຈັດກອງປະຊຸມປະຖົມນິເທດໂຄງການລາງວັນຮອນດາ ສຳລັບນັກວິທະຍາສາດ ແລະ ວິສະ ວະກອນໜຸ່ມ (Y-E-S ຫຼື Young Engineer and Scientist’s Award) ຢູ່ ສປປ ລາວ ປະຈໍາປີ 2025 ທີ່ຄະນະວິສະວະກຳສາດ (ຄວສ) ແລະ ຄະນະຊັບພະຍາກອນນໍ້າ (ຄຊນ) ມະຫາວິທະຍາໄລແຫ່ງຊາດ (ມຊ). ດັ່ງນັ້ນ, ໃນວັນທີ 8 ພຶດສະພານີ້,
ກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍປ້າຍ

ກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍປ້າຍ

ວັນທີ 8 ພຶດສະພານີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍປ້າຍ (ສະບັບປັບປຸງ) ໂດຍການເປັນປະທານຂອງທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານປະທານ ແລະ ຮອງປະທານກຳມາທິການທີ່ກ່ຽວຂ້ອງຂອງ ສພຊ, ຮອງລັດຖະມົນຕີກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ເພີ່ມເຕີມ