ໃນວັນທີ 8 ຕຸລາ ນີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍບັນດາພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ທ່ານ ຄຳສິງ ອໍລະວັນ ເຈົ້າເມືອງຫີນບູນ ພ້ອມດ້ວຍບັນດາການນຳ ແລະ ຂະແໜງການຂັ້ນເມືອງ ໄດ້ລົງຕິດຕາມຈຸດຕາຝັ່ງແມ່ນໍ້າຂອງເຈື່ອນຢູ່ເຂດບ້ານດົງກາງ ແລະ ບ້ານຫ້ວຍຂຽວ ເມືອງຫີນບູນ. ສະເພາະຈຸດບ້ານດົງກາງ ແມ່ນໄດ້ຮັບຜົນກະທົບໜັກ ຊຶ່ງຕາມການລາຍງານຂອງຄະນະພັກບ້ານ ໃນປີ 2023 ຕາຝັ່ງຈຸດດັ່ງກ່າວແມ່ນໄດ້ເຈື່ອນລົງເປັນຈຳນວນ 2 ຄັ້ງຄື: ຄັ້ງທີ 1 ແມ່ນໄລຍະກາງເດືອນກໍລະກົດ ຕາຝັ່ງໄດ້ເຈື່ອນເລິກເຂົ້າໄປປະມານ 10 ແມັດ ແລະ ຄັ້ງທີ 2 ກໍຄືໃນປັດຈຸບັນ ກໍຄືໃນຄໍ່າຄືນຂອງວັນທີ 7-8 ຕຸລາ ເນື່ອງຈາກເກີດມີຝົນຕົກໜັກ ເຮັດໃຫ້ນໍ້າໄດ້ເຊາະເຈື່ອນຕາຝັ່ງ ໃນຈຸດດັ່ງກ່າວຕື່ມອີກ ມີຄວາມຍາວທັງໝົດ 17 ແມັດ ແລະ ຈາກເຂດຕາຝັ່ງຈຸດເດີມເລິກເຂົ້າໄປຫາເດີ່ນວັດ ດ້ານໃຕ້ 12 ແມັດ ແລະ ດ້ານເທິງ 6 ແມັດ, ເຮັດໃຫ້ກໍາແພງວັດສ່ວນໜຶ່ງ ພັງລົງຈົມຢູ່ພື້ນດິນ.
ຕໍ່ກັບບັນຫາດັ່ງກ່າວ ທ່ານເຈົ້າແຂວງຄຳມ່ວນ ກໍໄດ້ຊີ້ນຳໃຊ້ພະແນກການ, ຂະແໜງການທີ່ກ່ຽວຂ້ອງ ເລັ່ງເກັບກຳຂໍ້ມູນ ແລະ ອອກແບບໃນການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ພ້ອມທັງປະເມີນທາງດ້ານລາຄາ ເພື່ອສະເໜີຕໍ່ລັດຖະບານ ຊ່ວຍຄົ້ນຄວ້າແກ້ໄຂ ເນື່ອງຈາກວ່າຈຸດດັ່ງກ່າວແມ່ນຍັງມີຄວາມສ່ຽງສູງທີ່ຈະມີການເຊາະເຈື່ອນລົງຕື່ມໃນຕໍ່ໜ້າ ຖ້າຫາກບໍ່ໄດ້ຮັບການປັບປຸງແກ້ໄຂໂດຍໄວ.
(ຂ່າວ-ພາບ: ກອງຄຳ)

ຄໍາເຫັນ