ເຈົ້າແຂວງຄໍາມ່ວນ ອວຍພອນພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນ ເນື່ອງໃນໂອກາດປີໃໝ່ລາວ

ເຈົ້າແຂວງຄໍາມ່ວນ ອວຍພອນພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນ ເນື່ອງໃນໂອກາດປີໃໝ່ລາວ
ວັນທີ 12 ເມສາຜ່ານມາ, ທີ່ຫ້ອງວ່າການແຂວງຄໍາມ່ວນ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ມີຄໍາເຫັນອວຍບັນດາທ່ານການນຳພັກ-ລັດ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກທຸລະກິດ, ພໍ່ຄ້າ-ຊາວຂາຍ, ພໍ່ແມ່ປະຊາຊົນຊາວແຂວງຄຳມ່ວນ ຕະຫຼອດຮອດຊາວຕ່າງດ້າວ ແລະ ຊາວຕ່າງປະເທດ ທີ່ມາເຄື່ອນໄຫວເຮັດວຽກ ແລະ ດຳລົງຊີວິດຢູ່ແຂວງຄຳມ່ວນ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2566 ຕ້ອນຮັບປີໃໝ່ ພສ 2567.
ໃນທ່າມກາງບັນຍາກາດອັນເບີກບານມ່ວນຊື່ນ ທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ເວົ້າລວມ, ເວົ້າສະເພາະ ປະຊາຊົນບັນດາເຜົ່າຊາວແຂວງຄໍາມ່ວນພວກເຮົາ ພວມເບີກບານມ່ວນຊື່ນກັບບັນຍາກາດສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ປີ ເຖາະ ພໍສໍ 2566 ແລະ ຕ້ອນຮັບປີໃໝ່ປະເພນີລາວ ປີ ມະໂລງ ພໍສໍ 2567 ທີ່ໄດ້ໜູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ.
ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2566 (ປີເຖາະ) ແລະ ຕ້ອນຮັບປີໃໝ່ (ປີມະໂລງ) ພສ 2567 ນີ້ ຂ້າພະເຈົ້າ ຂໍຖືໂອກາດອັນເລີກງາມຍາມດີ ແລະ ເປັນສິລິມົງຄຸນນີ້ ຂໍສົ່ງຄຳອວຍ ພອນໄຊອັນປະເສີດ ມາຍັງພະນັກງານ, ສະມາຊິກພັກ, ທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າຊາວແຂວງຄຳມ່ວນ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດ ທີ່ດຳລົງຊີວິດ, ປະຕິບັດໜ້າທີ່ ແລະ ທຳມາຫາກິນຢູ່ແຂວງຄໍາມ່ວນທຸກທົ່ວໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລະນາໄມສົມບູນ, ສຸກກາຍສຸກໃຈ, ປາສະຈາກໂລກໄພໄຂ້ເຈັບ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານທຸກປະການ, ພ້ອມກັນສະເຫຼີມສະຫຼອງວັນບຸນປີໃໝ່ລາວ ຢ່າງເບີກບານມ່ວນຊື່ນ, ພ້ອມກັນອານຸລັກຮັກສາຮີດຄອງປະເພນີອັນດີງາມ ແລະ ພ້ອມກັນຈັດຕັ້ງປະຕິບັດບັນດາມາດຕະການ ແລະ ລະບຽບການຕ່າງໆທີ່ການຈັດຕັ້ງວາງອອກໃນການຫຼີ້ນບຸນປີໃໝ່ ຢ່າງເຂັ້ມງວດ ແລະ ຮັບປະກັນຄວາມສະຫງົບປອດໄພ ຮ້ອຍສ່ວນຮ້ອຍ.
ໃນປີ ພສ 2567 ນີ້, ຂໍໃຫ້ທຸກໆທ່ານ ຈົ່ງມີແຕ່ໂຊກໃໝ່ໄຊງາມ, ຈົ່ງເປັນປີທີ່ນຳເອົາຜົນສຳເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ ແລະ ເປັນປີແຫ່ງຄວາມສຸກ- ຄວາມສົມຫວັງທຸກປະການ ມາສູ່ປະຊາຊົນບັນດາເຜົ່າຊາວແຂວງຄຳມ່ວນ ຕະຫຼອດ ພສ 2567 ນີ້ດ້ວຍ.
(ຂ່າວ-ພາບ: ກອງຄໍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

5 ປີ ຕໍ່ໜ້າ ຈະພັດທະນາຂະແໜງວັດທະນາທຳ ແລະ ການທ່ອງທ່ຽວໃຫ້ມີປະສິດທິຜົນ

5 ປີ ຕໍ່ໜ້າ ຈະພັດທະນາຂະແໜງວັດທະນາທຳ ແລະ ການທ່ອງທ່ຽວໃຫ້ມີປະສິດທິຜົນ

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປະຈຳປີ 2025 ໃນລະຫວ່າງວັນທີ 12-13 ມັງກອນນີ້ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນາທຳ ແລະ ການທ່ອງທ່ຽວ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບຜົນງານອັນພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານ 6 ເດືອນທ້າຍປີ 2025 ແລະ ທິດທາງແຜນການ ໃນ 6 ເດືອນຕົ້ນປີ 2026 ວ່າ: ໃນໄລຍະ 6 ເດືອນທ້າຍປີ 2025 ທີ່ຜ່ານມາ
ກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ I ປະຈໍາປີ 2026

ກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ I ປະຈໍາປີ 2026

ກອງປະຊຸມສະພາບໍລິຫານ ທະນາຄານແຫ່ງ ສປປ ລາວ (ທຫລ) ຄັ້ງທີ I ປະຈໍາປີ 2026 ຈັດຂຶ້ນໃນວັນທີ 14 ມັງກອນນີ້ ທີ່ ທຫລ ໂດຍການເປັນປະທານຂອງທ່ານ ນາງ ບຸນຄໍາ ວໍລະຈິດ ປະທານສະພາບໍລິຫານ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີບັນດາຮອງປະທານສະພາບໍລິຫານ ທຫລ, ບັນດາກຳມະການສະພາບໍລິຫານ, ຮອງຜູ້ວ່າການ ທຫລ ເຂົ້າຮ່ວມ.
ແຕ່ງຕັ້ງຄະນະຮັບຜິດຊອບງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ 3 ປະເທດ

ແຕ່ງຕັ້ງຄະນະຮັບຜິດຊອບງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ 3 ປະເທດ

ກອງປະຊຸມປຶກສາຫາລື ຄົ້ນຄວ້າ ແລະ ປະກາດການແຕ່ງຕັ້ງຄະນະຮັບຜິດຊອບວຽກງານພົບປະແລກ ປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນລະຫວ່າງລາວ-ຫວຽດນາມ-ຈີນ ຄັ້ງທີ I ປະຈຳປີ 2026 ຈັດຂຶ້ນວັນທີ 13 ມັງກອນຜ່ານມາ ທີ່ຫ້ອງປະຊຸມກົມໃຫຍ່ເສນາທິການກອງທັບ ໂດຍການເປັນປະທານຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາສະຫາຍຕາງໜ້າ 4 ກົມໃຫຍ່ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມແຂວງອຸດົມໄຊ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ ຊຸດທີ X

ຄະນະໂຄສະນາອົບຮົມແຂວງອຸດົມໄຊ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ ຊຸດທີ X

ວັນທີ 14 ມັງກອນ 2026 ຢູ່ທີ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ເອກະສານສຳຄັນຂອງຊາດ ໂດຍມີບັນດາທ່ານຮອງຫົວຫນ້າຄະນະໂຄສະນາອົບຮົມ ແຂວງອຸດົມໄຊ, ມີບັນດາຫົວຫນ້າ ຮອງຫົວຫນ້າຂະແໜງ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ປະຊາຊົນ 13 ບ້ານ ຂອງເມືອງວຽງຄຳ ໄດ້ຮັບເງິນຜົນງານຄຸ້ມຄອງປ່າໄມ້

ປະຊາຊົນ 13 ບ້ານ ຂອງເມືອງວຽງຄຳ ໄດ້ຮັບເງິນຜົນງານຄຸ້ມຄອງປ່າໄມ້

ເມື່ອບໍ່ດົນຜ່ານມານີ້, ຢູ່ຫ້ອງປະຊຸມຂອງຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງວຽງຄໍາ ແຂວງຫຼວງພະບາງ ໄດ້ຈັດພິທີມອບເງິນຜົນງານຄຸ້ມຄອງປ່າໄມ້ ໃຫ້ປະຊາຊົນ 13 ບ້ານເປົ້າໝາຍຂອງໂຄງການຄຸ້ມຄອງປ່າໄມ້ແບບພູມມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ (I-GFLL) ໂດຍເປັນປະທານຮ່ວມຂອງ ທ່ານ ຄຳສິງ ສຸດທີດາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ຫົງຄຳ ແສນອານາຈັກ ຮອງຫົວໜ້າຂະແໜງປ່າໄມ້ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ມີຄະນະຮັບຜິດຊອບຂັ້ນແຂວງ-ຂັ້ນເມືອງ ແລະ ອົງການຈັດຕັ້ງບ້ານ 13 ບ້ານ ເຂົ້າຮ່ວມ.
ເຊກອງ ຈະສ້າງເງື່ອນໄຂຄວາມສະດວກການລົງທຶນເອກະຊົນພາຍໃນ ແລະ ການລົງທຶນຈາກຕ່າງປະເທດ

ເຊກອງ ຈະສ້າງເງື່ອນໄຂຄວາມສະດວກການລົງທຶນເອກະຊົນພາຍໃນ ແລະ ການລົງທຶນຈາກຕ່າງປະເທດ

ໃນໂອກາດເຂົ້າຮ່ວມ ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025, ທ່ານ ບຸນທະວີ ນະຄອນສິດ ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ ຜູ້ຊີ້ນໍາວຽກງານເສດຖະກິດ ໄດ້ໃຫ້ສຳພາດ ຕໍ່ສື່ມວນຊົນ ໃນວັນທີ 12 ມັງກອນ ຜ່ານມານີ້ວ່າ: 6 ເດືອນຕົ້ນປີ 2026 ແຂວງເຊກອງ ຈະສ້າງເງື່ອນໄຂສິ່ງອໍານວຍຄວາມສະດວກ ໃນການດຶງດູດການລົງທຶນຂອງພາກເອກະຊົນພາຍໃນ ແລະ ການລົງທຶນໂດຍກົງຈາກຕ່າງປະເທດ ເພື່ອສ້າງເປັນປັດໄຈພື້ນຖານໃຫ້ແກ່ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ທີ່ຍືນຍົງ ແລະ ທົ່ວເຖິງ, ຫຼີກເວັ້ນການສ້າງໂຄງການລົງທຶນ ທີ່ບໍ່ໄປຕາມກົດໝາຍ ແລະ ລະບຽບການ, ເລັ່ງຊໍາລະໜີ້ສິນໂຄງການລົງທຶນ, ກວດກາ ແລະ ພິຈາລະນາຄືນ ການໂຈະໂຄງການລົງທຶນລັດ ທີ່ບໍ່ສອດຄ່ອງກັບແຜນການ 5 ປີ ຄັັ້ງທີ X ຫຼື ໂຄງການທີ່ມີຄ່າໃຊ້ຈ່າຍສູງ ແຕ່ຜົນຕອບແທນຕໍ່າ ຖ່ວງດຶງງົບປະມານ, ຮັບປະກັນຄວາມກົມກຽວ ລະຫວ່າງ ການວາງແຜນພັດທະນາ ແລະ ແຜນງົບປະມານ.
ຍົກລະດັບການຊຳລະເງິນໃນຂະແໜງການບິນ

ຍົກລະດັບການຊຳລະເງິນໃນຂະແໜງການບິນ

ວັນທີ 13 ມັງກອນຜ່ານມານີ້ ທີ່ສໍານັກງານໃຫຍ່ຢູນີເທວ ບໍລິສັດ ສະຕາ ຟິນເທັກ ຈຳກັດຜູ້ດຽວ, ຢູມັນນີ(Umoney) ແລະ ລັດວິສາຫະກິດການບິນລາວ (Lao Airlines) ຈັດພິທີເຊັນສັນຍາຮ່ວມມື ແລະ ເປີດນໍາໃຊ້ລະບົບປະຕູຊໍາລະເງິນ (Payment Gateway) ຢ່າງເປັນທາງການ. ຮ່ວມລົງນາມໂດຍທ່ານ ຮາ ຈຽນ ຖັງ ຜູ້ອໍານວຍການບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ ແລະ ທ່ານ ສິດທິເດດ ດວງສິດທິ ຮອງຜູ້ອໍານວຍການ ລັດວິສາຫະກິດການບິນລາວ ເພື່ອອຳນວຍຄວາມສະດວກໃຫ້ປະຊາຊົນລາວທີ່ນໍາໃຊ້ຢູມັນນີ ຫຼື ບັນຊີຂອງທະນາ ຄານອື່ນໆ ກໍສາມາດຊື້ປີ້ເຮືອບິນຂອງສາຍການບິນລາວຜ່ານແອັບພລີເຄຊັນ ແລະ ເວັບໄຊຂອງສາຍການບິນລາວໄດ້ຢ່າງສະດວກ, ວ່ອງໄວ ແລະ ປອດໄພ.
ໄຊຍະບູລີ ຈະສຸມໃສ່ວຽກງານຮັກສາຄວາມສະຫງົບຕາມຊາຍແດນໃຫ້ໝັ້ນຄົງ

ໄຊຍະບູລີ ຈະສຸມໃສ່ວຽກງານຮັກສາຄວາມສະຫງົບຕາມຊາຍແດນໃຫ້ໝັ້ນຄົງ

ແຂວງໄຊຍະບູລີ ເປັນແຂວງໜຶ່ງທີ່ມີຊາຍແດນຕິດຈອດກັບ 6 ແຂວງຂອງຣາຊະອານາຈັກໄທ, ມີຄວາມຍາວ 647 ກິໂລແມັດ (ກມ), (ທາງບົກ 518 ກມ, ທາງນໍ້າ 129 ກມ), ມີບ້ານທີ່ຕິດກັບຊາຍແດນໄທ 78 ບ້ານ ມີເສັ້ນຊາຍແດນທີ່ໄດ້ສໍາຫຼວດແລ້ວ 131 ຫຼັກໝາຍ (ຫຼັກໝາຍທີ່ປັກສໍາເລັດ 126 ຫຼັກໝາຍ ຍັງບໍ່ທັນສໍາເລັດ 5 ຫຼັກໝາຍ) ແລະ ຫຼັກໝາຍທີ່ຍັງບໍ່ທັນໄດ້ສໍາຫຼວດປັກຫຼັກໝາຍ 129 ກມ, ມີດ່ານເຂົ້າ-ອອກ ດ່ານສາກົນ 4 ແຫ່ງ ແລະ ດ່ານປະເພນີ 13 ແຫ່ງ.
ຄຕ-ຄອຂ ແຂວງເຊກອງ ສະຫຼຸບວຽກງານ ປະຈໍາປີ 2025

ຄຕ-ຄອຂ ແຂວງເຊກອງ ສະຫຼຸບວຽກງານ ປະຈໍາປີ 2025

ຄະນະກໍາມະການຫັນເປັນດີຈີຕ໋ອນ ແລະ ຄຸ້ມຄອງອິນເຕີເນັດຂັ້ນແຂວງເຊກອງ (ຄຕ-ຄອຂ) ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2025 ແລະ ວາງທິດທາງແຜນການ ປີ 2026 ຂຶ້ນໃນວັນທີ 13 ມັງກອນ 2026 ໂດຍການເປັນປະທານ ຂອງທ່ານ ສຸກດາວັນ ເລຫວຽດມ່ວງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ຮອງປະທານ ຜູ້ປະຈໍາການ ຄຕ-ຄອຂ.
ຄຳມ່ວນ ປະກອບຄຳຄິດເຫັນ ຕໍ່ຮ່າງນິຕິກຳໃຕ້ກົດໝາຍ ໄລຍະ 2026-2030

ຄຳມ່ວນ ປະກອບຄຳຄິດເຫັນ ຕໍ່ຮ່າງນິຕິກຳໃຕ້ກົດໝາຍ ໄລຍະ 2026-2030

ກອງປະຊຸມ ປະກອບຄຳຄິດເຫັນ ຕໍ່ຮ່າງນິຕິກຳໃຕ້ກົດໝາຍ ແລະ ປຶກສາຫາລື ກ່ຽວກັບການສ້າງ, ປັບປຸງ ແລະ ປະເມີນນິຕິກຳໃຕ້ກົດໝາຍ ໄລຍະ 2026-2030 ຂອງແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 13 ມັງກອນ 2026 ທີ່ຫ້ອງປະຊຸມເຮືອນພັກເບີ 1 ຂອງແຂວງ ໂດຍການເປັນປະທານຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ.
ເພີ່ມເຕີມ