![]() |
ທ່ານ ເຫຼັກໄຫລ ສີວິໄລ ກ່າວວ່າ: ການລົງມາເຄື່ອນໄຫວຢູ່ເມືອງດາກຈຶງຄັ້ງນີ້, ກໍເພື່ອມາສະແດງຄວາມຂອບອົກ ຂອບໃຈ ບັນດາສະຫາຍການນຳເມືອງດາກຈຶງ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານ ຕາມທິດຊີ້ນຳຂອງຂັ້ນເທິງ ກໍຄືທິດຊີ້ນຳຂອງອົງຄະນະພັກແຂວງເຊກອງມອບໝາຍໃຫ້ໃນໄລຍະຜ່ານມາ ມີຜົນສໍາເລັດເປັນຢ່າງດີ, ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງເມືອງ ກໍຄືຂອງແຂວງ ມີທ່າຂະຫຍາຍຕົວຂຶ້ນຢ່າງພົ້ນເດັ່ນ.ໂດຍປະຕິບັດຕາມກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ໃນຕອນເຊົ້າຂອງວັນທີ 25 ມິຖຸນາຜ່ານມາ ທີ່ໄດ້ປະກາດແຕ່ງຕັ້ງ ທ່ານ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆເຊກອງ ເປັນລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ. ໃນໂອກາດທີ່ຈະໄດ້ໄປຮັບໜ້າທີ່ໃໝ່ນີ້, ຈຶ່ງໄດ້ຖືໂອກາດ ມາສະແດງຄວາມຂອບໃຈ ແລະ ດ້ວຍຄວາມເປັນຫ່ວງເປັນໄຍ ພ້ອມກ່າວອໍາລາ ບັນດາສະຫາຍການນໍາເມືອງດາກຈຶງ; ແນວໃດ໋ກໍຕາມ ຂໍໃຫ້ການນຳເມືອງທຸກສະຫາຍ ຈົ່ງພ້ອມກັນສືບຕໍ່ເປັນເຈົ້າການປະຕິບັດໜ້າທີ່ວຽກງານຕາມພາລະບົດບາດຄວາມຮັບຜິດຊອບຂອງຕົນ ໃຫ້ມີຜົນສໍາເລັດໃຫຍ່ຫຼວງກວ່າເກົ່າ ແລະເຊື່ອໝັ້ນວ່າ: ການນໍາເມືອງດາກຈຶງ ຈະນໍາພາ-ຊີ້ນໍາໃນການພັດທະນາເສດຖະກິດ-ສັງຄົມພາຍໃນເມືອງ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
(ຂ່າວ: ອັດສະວິນ)
ຄໍາເຫັນ