ເຈົ້າຊີວິດ ແຫ່ງ ຣາຊະອານາຈັກໄທ ຢ້ຽມຊົມພິພິທະພັນພະທາດຫຼວງວຽງຈັນ

ເຈົ້າຊີວິດ ແຫ່ງ ຣາຊະອານາຈັກໄທ ຢ້ຽມຊົມພິພິທະພັນພະທາດຫຼວງວຽງຈັນ

ເຈົ້າຊີວິດ ແຫ່ງ ຣາຊະອານາຈັກໄທ ຢ້ຽມຊົມພິພິທະພັນພະທາດຫຼວງວຽງຈັນ
ໃນຕອນບ່າຍຂອງວັນທີ 18 ມີນາ ນີ້, ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ສະເດັດຢ້ຽມຊົມ ພິທິທະພັນພະທາດຫຼວງວຽງຈັນ ຊຶ່ງໃຫ້ກຽດຕ້ອນຮັບໂດຍ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນທີ່ກ່ຽວຂ້ອງຂອງທັງສອງຝ່າຍ. ໃນໂອກາດດັ່ງກ່າວ, ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທ ແລະ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ຮ່ວມກັນຈູດທຽນບູຊາພະຣັດຕະນະໄຕຣ, ຖວາຍທານແກ່ພະສົງ 9 ອົງ, ຮັບຟັງພະສົງສູດ ແລະ ຢາດນໍ້າຮັບພອນ ເພື່ອເປັນສິລິມຸງຄຸນ.
ເຈາຊວດ ແຫງ ຣາຊະອານາຈກໄທ ຢຽມຊມພພທະພນພະທາດຫວງວຽງຈນ - image 1
 


ຫຼັງຈາກນັ້ນ, ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທ ແລະ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ຍ່າງຊົມພະທາດຫຼວງວຽງຈັນ ແລະ ຖ່າຍຮູບຮ່ວມກັນເພື່ອເປັນທີ່ລະນຶກ. ໃນຕອນທ້າຍ, ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູຫົວ ແຫ່ງ ຣາຊະອານາຈັກໄທ ໄດ້ໃຫ້ກຽດລົງນາມປຶ້ມຢ້ຽມຢາມ ເພື່ອເປັນທີ່ລະນຶກ ໃຫ້ແກ່ພິພິທະພັນພະທາດຫຼວງວຽງຈັນ.

ເຈາຊວດ ແຫງ ຣາຊະອານາຈກໄທ ຢຽມຊມພພທະພນພະທາດຫວງວຽງຈນ - image 2
 

ພາຍຫຼັງສໍາເລັດການຢ້ຽມຊົມ, ສອງປະມຸກລັດ ລາວ-ໄທ ພ້ອມດ້ວຍພັນລະຍາ ກໍໄດ້ກ່າວອໍາລາ ແລະ ອວຍພອນໄຊອັນປະເສີດ ດ້ວຍບັນຍາກາດໄມຕີຈິດມິດຕະພາບ ແລະ ຄວາມຮັກແພງຊຶ່ງກັນ ແລະ ກັນ.
ພະທາດຫຼວງວຽງຈັນ ແມ່ນປູຊະນິຍະສະຖານບູຮານອັນເປັນສັນຍາລັກຂອງປະເທດລາວ ແລະ ເປັນມິ່ງຂວັນຂອງປະຊາຊົນລາວ ກໍຄື ຊາວພຸດທົ່ວປະເທດ, ທັງເປັນສະຖານທີ່ທ່ອງທ່ຽວທາງວັດທະນະທໍາທີ່ສໍາຄັນຂອງ ສປປ ລາວ ອີກດ້ວຍ.

ເຈາຊວດ ແຫງ ຣາຊະອານາຈກໄທ ຢຽມຊມພພທະພນພະທາດຫວງວຽງຈນ - image 3
 

(ຂ່າວ: ກຕທ; ພາບ: ສຳນານ)

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີຢ້ຽມຢາມ ແລະ ຊີ້ນຳວຽກງານ ຢູ່ເມືອງມະຫາໄຊ

ນາຍົກລັດຖະມົນຕີຢ້ຽມຢາມ ແລະ ຊີ້ນຳວຽກງານ ຢູ່ເມືອງມະຫາໄຊ

ໃນຕອນເຊົ້າວັນທີ 20 ກໍລະກົດນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີພ້ອມດ້ວຍທ່ານລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານ ຢູ່ຕາແສງປ່າໜາມ ເມືອງມະຫາໄຊ ແຂວງຄຳມ່ວນ; ມີທ່ານ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ, ພ້ອມດ້ວຍຄະນະນຳ ຂອງແຂວງ, ເມືອງມະຫາໄຊ, ຕາແສງປ່າໜາມ, ບ້ານ ແລະ ປະຊາຊົນ ທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ.
ປະທານປະເທດ ເນັ້ນຫຼາຍບັນຫາເພື່ອໃຫ້ສື່ມວນຊົນ ມີການພັດທະນາຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ

ປະທານປະເທດ ເນັ້ນຫຼາຍບັນຫາເພື່ອໃຫ້ສື່ມວນຊົນ ມີການພັດທະນາຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: ເພີ່ມທະວີບົດບາດການນໍາພາຂອງພັກ, ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ ໃນວັນທີ 15 ກໍລະກົດນີ້, ທີ່ຫໍປະຊຸມແຫ່ງຊາດ, ໂດຍມີທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງສປປ ລາວ, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຊີ້ນໍາກອງປະຊຸມ, ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານສະພາທິດສະດີສູນກາງພັກ, ມີບັນດາການນໍາ, ອະດີດການນໍາຂັ້ນສູງ, ຜູ້ແທນສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ປິດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ

ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ປິດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ

ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: ເພີ່ມທະວີບົດບາດການນໍາພາຂອງພັກ ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ ໃນວັນທີ 15 ກໍລະກົດນີ້,
ເລຂາທິການໃຫຍ່ ພົບປະໂອ້ລົມ ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງ ແຂວງຫຼວງພະບາງ

ເລຂາທິການໃຫຍ່ ພົບປະໂອ້ລົມ ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງ ແຂວງຫຼວງພະບາງ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ໄດ້ພົບປະໂອ້ລົມ ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງ ແຂວງຫຼວງພະບາງ ໃນວັນທີ 13 ກໍລະກົດນີ້ ທີ່ ແຂວງຫຼວງພະບາງ, ໂດຍມີ ທ່ານ ບຸນເລື່່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນ ແຂວງ, ພ້ອມດ້ວຍການນຳ, ອະດີດການນຳ, ພະນັກງານນຳພາ-ຄຸ້ມຄອງເຂົ້າຮ່ວມ.
ເລຂາທິການໃຫຍ່ ເຄື່ອນໄຫວເຮັດວຽກ ຢູ່ແຂວງຫຼວງພະບາງ

ເລຂາທິການໃຫຍ່ ເຄື່ອນໄຫວເຮັດວຽກ ຢູ່ແຂວງຫຼວງພະບາງ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ພ້ອມດ້ວຍພັນລະຍາ ແລະຄະນະ ໄດ້ເດີນທາງເຄື່ອນໄຫວ ແລະ ເຮັດວຽກ ຢູ່ ແຂວງຫຼວງພະບາງ ໃນວັນທີ 12 ກໍລະກົດນີ້, ໂດຍມີ ທ່ານ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງຫຼວງພະບາງ, ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ; ຈາກນັ້ນ, ໄດ້ເຄື່ອນໄຫວຕິດຕາມກວດກາພື້ນທີ່ ໂຄງການກໍ່ສ້າງພັດທະນາແຄມນ້ຳຂອງ-ແຄມນ້ຳຄານ ນະຄອນ ຫຼວງພະບາງ.
ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມໃນວັນທີ 10 ກໍລະກົດນີ້, ທີ່ສະພາແຫ່ງຊາດ ໂດຍພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງສປປລາວ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.
ຜົນສໍາເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຄະນະປະຈໍາສະພາແຫ່ງຊາດ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວກ່ຽວກັບຜົນສໍາເລັດການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 10 ກໍລະກົດນີ້, ທີ່ສະພາແຫ່ງຊາດວ່າ:
6 ເດືອນທ້າຍປີ ລັດຖະບານຕ້ອງສືບຕໍ່ບັນດາຄາດໝາຍທີ່ບໍ່ທັນບັນລຸໃຫ້ສໍາເລັດ

6 ເດືອນທ້າຍປີ ລັດຖະບານຕ້ອງສືບຕໍ່ບັນດາຄາດໝາຍທີ່ບໍ່ທັນບັນລຸໃຫ້ສໍາເລັດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈໍາສະພາແຫ່ງຊາດໄດ້ຖະ ແຫຼງຂ່າວ ກ່ຽວກັບຜົນສຳເລັດຂອງກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດ ໃນການຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນວຽກຈຸດສຸມ 6 ເດືຶອນທ້າຍປີ 2026 ໃນວັນທີ 10 ກໍລະກົດນີ້, ທີ່ສະພາແຫ່ງຊາວ ວ່າ:
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 2 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 2 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ໄດ້ຖະແຫຼ່ງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 2 ສະບັບ ໃນວັນທີ 10 ກໍລະກົດນີ້, ທີ່ສະພາແຫ່ງຊາດ ວ່າ:
ວາລະແຫ່ງຊາດ ຈະສູ້ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ຫຼາຍກວ່າ 100,000 ຄອບຄົວ

ວາລະແຫ່ງຊາດ ຈະສູ້ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ຫຼາຍກວ່າ 100,000 ຄອບຄົວ

ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ຖະແຫຼງຂ່າວ ຕໍ່ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 10 ກໍລະກົດນີ້, ທີ່ສະພາແຫ່ງຊາດວ່າ: ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ. ຊຶ່ງຫຼັກການຈັດຕັ້ງປະຕິບັດວາລະແຫ່ງຊາດມີ 5 ຫຼັກການ ຄື: ຮັບປະກັນຄວາມເຂັ້ມງວດ-ເດັດຂາດ, ຮັບປະກັນຄວາມໂປ່ງໃສ, ຮັບປະກັນດ້ານວິທະຍາສາດ-ວິຊາການ, ຮັບປະກັນຄວາມເປັນມືອາຊີບ ແລະ ຮັບ ປະກັນຄຸນນະພາບ ແລະ ຄວາມຍືນຍົງ.
ເພີ່ມເຕີມ