ເຈົ້າຊີວິດ ແຫ່ງ ຣາຊະອານາຈັກໄທ ຢ້ຽມຢາມສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ

ເຈົ້າຊີວິດ ແຫ່ງ ຣາຊະອານາຈັກໄທ ຢ້ຽມຢາມສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ

ເຈົ້າຊີວິດ ແຫ່ງ ຣາຊະອານາຈັກໄທ ຢ້ຽມຢາມສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ
ໃນຕອນເຊົ້າຂອງວັນທີ 18 ມີນານີ້, ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ສະເດັດຢ້ຽມຢາມ ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ ຊຶ່ງໃຫ້ກຽດຕ້ອນຮັບໂດຍ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນທີ່ກ່ຽວຂ້ອງຂອງທັງສອງຝ່າຍ.
ເຈາຊວດ ແຫງ ຣາຊະອານາຈກໄທ ຢຽມຢາມສນພດທະນາ ແລະ ບລການດານການກະເສດຫວຍຊອນ-ຫວຍຊວ - image 1
 

 

ໃນໂອກາດດັ່ງກ່າວ, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງ ແວດລ້ອມ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ຂຶ້ນກ່າວລາຍງານໂດຍຫຍໍ້ ກ່ຽວກັບ ປະ ຫວັດຄວາມເປັນມາ ແລະ ຜົນສຳເລັດທີ່ພົ້ນເດັ່ນ ຂອງ ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ ຊຶ່ງໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ ໃນວັນທີ 8 ເມສາ 1994 ໃນໂອກາດ ພະບາດສົມເດັດ ພະມະຫາພູມິພົນ ອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ ສະເດັດມາຢ້ຽມຢາມລັດຖະກິດຢູ່ ສປປ ລາວ ເປັນຄັ້ງທໍາອິດ.

ເຈາຊວດ ແຫງ ຣາຊະອານາຈກໄທ ຢຽມຢາມສນພດທະນາ ແລະ ບລການດານການກະເສດຫວຍຊອນ-ຫວຍຊວ - image 2
 

ຕະຫຼອດໄລຍະ 32 ປີຜ່ານມາ, ສູນດັ່ງກ່າວ ເປັນສູນພັດທະນາກະສິກໍາຄົບວົງຈອນ ຊຶ່ງເປັນໂຄງການພະລາຊະດຳລິ ທີ່ໄດ້ຮັບຜົນສໍາເລັດຫຼາຍດ້ານ ເຊັ່ນ: ການກໍ່ສ້າງອ່າງເກັບນໍ້າຫ້ວຍຊອນ: ໂຄງການພະລາຊະດຳລິ ໄດ້ສ້າງພື້ນຖານໂຄງລ່າງອ່າງເກັບ ນໍ້າຫ້ວຍຊອນ ຊຶ່ງສາມາດເກັບນໍ້າໄດ້ປະມານ 2 ລ້ານກວ່າແມັດກ້ອນຕໍ່ປີ, ສາມາດສະໜອງນໍ້າໃຫ້ເນື້ອທີ່ການຜະລິດຂອງຊາວກະສິກອນ ພາຍໃນ 8 ບ້ານອ້ອມຂ້າງ ປະມານ 580 ເຮັກຕາຕໍ່ປີ; ວຽກງານການພັດທະນາທີ່ດິນ: ໄດ້ມີການຈັດການດູແລປັບປຸງດິນໃນພື້ນທີ່ການຜະລິດ, ມີການປູກ ແລະ ຂະຫຍາຍເບ້ຍຫຍ້າແຝກເພື່ອປ້ອງກັນດິນເຈື່ອນ, ຜະລິດຝຸ່ນບົ່ມຊີວະພາບ, ນໍ້າໝັກສະໝຸນໄພຕ່າງໆ; ວຽກງານປູກຝັງ: ໄດ້ຂະຫຍາຍແນວພັນເຂົ້າ, ແນວພັນໄມ້ໃຫ້ໝາກ, ເຫັດ ແລະ ພືດ-ຜັກຕ່າງໆ; ວຽກງານລ້ຽງສັດ ແລະ ການປະມົງ: ໃນແຕ່ລະປີ, ສູນສາມາດຜະລິດລູກປາ, ລູກສັດນໍ້າ ແລະ ລູກສັດຕ່າງໆ ເພື່ອສະໜອງໃຫ້ແກ່ຊາວກະສິກອນໃນເຂດໂຄງການ, ບັນດາແຂວງຕ່າງໆ ແລະ ໄດ້ມີການຕອບຮັບຈາກສັງຄົມເປັນຢ່າງດີ; ວຽກງານການຊຸກຍູ້ສົ່ງເສີມຊາວກະສິກອນ: ໄດ້ເອົາໃຈໃສ່ໃນການສ້າງຄອບຄົວຕົວແບບ ດ້ານການປູກຝັງ-ລ້ຽງສັດ ແລະ ດ້ານການຜະລິດກະສິກຳແບບປະສົມປະສານ ຊຶ່ງເຮັດໃຫ້ເຂົາເຈົ້າສາມາດສ້າງລາຍຮັບໃຫ້ແກ່ຄອບຄົວໄດ້ສູງສົມຄວນ; ວຽກງານພັດທະນາບຸກຄະລາກອນ: ໄດ້ເອົາໃຈໃສ່ຈັດຝຶກອົບຮົມໄລຍະສັ້ນ-ໄລຍະຍາວ, ການສາທິດທົດລອງ, ການຖ່າຍທອດເຕັກ ນິກ-ເຕັກໂນໂລຊີທາງດ້ານວິຊາການຕ່າງໆ ພ້ອມທັງການຈັດທັດສະນະສຶກສາແລກປ່ຽນບົດຮຽນໃຫ້ແກ່ພະນັກງານປະຈໍາສູນ, ສະຖານີ, ນັກຮຽນ-ນັກສຶກສາ ແລະ ຊາວກະສິກອນ ໃນຂອບເຂດທົ່ວປະເທດໃນແຕ່ລະປີບໍ່ຫຼຸດ 1,500 ກວ່າຄົນ. ນອກຈາກນີ້, ຍັງໄດ້ສົ່ງພະນັກງານວິຊາການຂອງສູນ ໄປຍົກລະດັບວິຊາສະເພາະໃນລະດັບຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ.

ເຈາຊວດ ແຫງ ຣາຊະອານາຈກໄທ ຢຽມຢາມສນພດທະນາ ແລະ ບລການດານການກະເສດຫວຍຊອນ-ຫວຍຊວ - image 3
 

ຜົນສໍາເລັດຂອງໂຄງການຮ່ວມມືດັ່ງກ່າວ, ໄດ້ຢັ້ງຢືນໃຫ້ເຫັນໝາກຜົນຂອງການພົວພັນຮ່ວມມື ລາວ-ໄທ ຊຶ່ງແມ່ນ ປະທານ ໄກສອນ ພົມວິຫານ ແລະ ພະບາດສົມເດັດ ພະມະຫາພູມິພົນ ອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ ໄດ້ຮ່ວມກັນວາງຮາກຖານອັນແໜ້ນໜາ ແລະ ມີວິໄສທັດອັນສະຫຼາດສ່ອງໄສໃຫ້ການຊ່ວຍເຫຼືອສ້າງຕັ້ງສູນທີ່ສຳຄັນແຫ່ງນີ້ຂຶ້ນມາ. ຕະຫຼອດໄລຍະ 32 ປີ ແຫ່ງການຈັດຕັ້ງປະຕິບັດວຽກງານຂອງສູນ, ທຸກພາກສ່ວນທີ່ກ່ຽວຂ້ອງທັງຝ່າຍລາວ ແລະ ຝ່າຍໄທ ໄດ້ສຸມກໍາລັງແຮງ ແລະ ຮ່ວມຈິດຮ່ວມໃຈໃນການປະກອບສ່ວນດ້ານສະຕິປັນຍາ ແລະ ທຶນຮອນ ເຂົ້າໃນການພັດທະນາສູນແຫ່ງນີ້ ດ້ວຍໄມຕີຈິດມິດຕະພາບ ແລະ ຄວາມຮັບຜິດຊອບສູງ.

ເຈາຊວດ ແຫງ ຣາຊະອານາຈກໄທ ຢຽມຢາມສນພດທະນາ ແລະ ບລການດານການກະເສດຫວຍຊອນ-ຫວຍຊວ - image 4
 

ສໍາລັບທິດທາງແຜນການພັດທະນາຂອງສູນໃນຕໍ່ໜ້າ ແມ່ນສືບຕໍ່ສຸມໃສ່ພັດທະນາສູນແຫ່ງນີ້ໃຫ້ເປັນບ່ອນຮຽນຮູ້, ເປັນສູນຕົ້ນແບບທີ່ດີໃນການຜະລິດກະສິກໍາ ເພື່ອເປັນບ່ອນຖ່າຍທອດຄວາມຮູ້ທາງວິຊາການ ແລະ ເຕັກໂນໂລຊີທີ່ທັນສະໄໝ ໃຫ້ແກ່ຊາວກະສິກອນ, ກຸ່ມຜູ້ຜະລິດ, ນັກຮຽນຮູ້, ນັກສຶກສາ ແລະ ຜູ້ອື່ນໆ ໃນທົ່ວປະເທດ; ສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງ ທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງຊາດ ລາວ-ໄທ ເວົ້າລວມ, ເວົ້າສະເພາະ ການພົວພັນຮ່ວມມືໃນດ້ານກະສິກໍາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ເພື່ອໃຫ້ເປັນສັນຍາລັກແຫ່ງການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ລາວ-ໄທ.

ເຈາຊວດ ແຫງ ຣາຊະອານາຈກໄທ ຢຽມຢາມສນພດທະນາ ແລະ ບລການດານການກະເສດຫວຍຊອນ-ຫວຍຊວ - image 5
 

ໃນໂອກາດແຫ່ງຄວາມເປັນສິລິມຸງຄຸນນີ້, ທ່ານ ລິນຄໍາ ດວງສະຫວັນ ໄດ້ຕາງໜ້າໃຫ້ລັດຖະ ບານ ແລະ ປະຊາຊົນລາວ ກໍຄື ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊ້ວຍ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງຍິ່ງ ຕໍ່ໂຄງການຊ່ວຍເຫຼືອ ຊຶ່ງເປັນໂຄງການພະລາຊະດໍາລິ ທີ່ໄດ້ສ້າງປະໂຫຍດ ແລະ ບົດຮຽນອັນລໍ້າຄ່າ ໃນການພັດທະນາສູນແຫ່ງນີ້ ແລະ ຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ.

ເຈາຊວດ ແຫງ ຣາຊະອານາຈກໄທ ຢຽມຢາມສນພດທະນາ ແລະ ບລການດານການກະເສດຫວຍຊອນ-ຫວຍຊວ - image 6
 

ຫຼັງຈາກນັ້ນ, ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທ ແລະ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາໄດ້ຢ້ຽມຊົມງານວາງສະແດງຜົນງານຂອງສູນ ແລະ ໂຄງການການກະເສດທິດສະດີແບບໃໝ່ ພ້ອມທັງໄດ້ຮ່ວມກັນປູກຕົ້ນໄມ້ ເພື່ອເປັນທີ່ລະນຶກໃຫ້ແກ່ສູນດັ່ງກ່າວ ອີກດ້ວຍ.

(ຂ່າວ: ກຕທ; ພາບ: ສຳນານ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ເພີ່ມເຕີມ