ຈະປັບປຸງ ກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ

ຈະປັບປຸງ ກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ

ຈະປັບປຸງ ກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ
ໃນການຂຶ້ນຊີ້ແຈງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ; ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ຊີ້ແຈງກ່ຽວກັບກົນໄກ ແລະ ວິທີການຕ່າງໆ ໃນການຕິດຕາມ, ຊຸກຍູ້ການແກ້ໄຂຜົນການກວດສອບ ຊຶ່ງໃນນີ້ ກໍໄດ້ຊີ້ແຈງກ່ຽວກັບຂໍ້ສະເໜີຂອງສະມາຊິກສະພາແຫ່ງຊາດ ໃຫ້ມີການປັບປຸງກົດໝາຍວ່າດ້ວຍການກວດສອບແຫ່ງລັດກ່ຽວກັບການເພີ່ມພາລະບົດບາດ, ສິດຂອງອົງການກວດສອບແຫ່ງລັດໃນການແກ້ໄຂຜົນການກວດສອບໃຫ້ຈະແຈ້ງແລະເຂັ້ມງວດຂຶ້ນ.

 

ທ່ານ ວຽງທະວີສອນ ເທບພະຈັນ ກ່າວວ່າ: ອົງການກວດສອບແຫ່ງລັດແມ່ນມີແຜນຈະປັບປຸງກົດໝາຍວ່າດ້ວຍການກວດສອບແຫ່ງລັດສະບັບນໍາໃຊ້ໃນປັດຈຸບັນ(ສະບັບປັບປຸງປີ 2022) ຊຶ່ງໄດ້ສະເໜີໃນບົດລາຍງານຕໍ່ກອງປະຊຸມສະພາແຫ່ງຊາດໃນວັນທີ 14 ພະຈິກ ທີ່ຜ່ານມາແລ້ວນັ້ນເພື່ອໃຫ້ສອດຄ່ອງກັບມາດຕາ 107 ຫາ 110 ໝວດທີXI ລັດຖະທໍາມະນູນ (ສະບັບປັບປຸງປີ 2025).ແນວທາງໃນການປັບປຸງ ແມ່ນຈະໄດ້ກໍານົດກ່ຽວກັບການເຂົ້າຮ່ວມພິຈາລະນາແຜນງົບປະມານແຫ່ງລັດ;ໃນນັ້ນ,ຈະໄດ້ກໍານົດກົນໄກການເຂົ້າຮ່ວມພິຈາລະນາແລະເນື້ອໃນການພິຈາລະນາແຜນງົບປະມານເຊັ່ນ: ຈະໄດ້ກວດສອບຄວາມສອດຄ່ອງຕາມລະບຽບກົດໝາຍໃນການສ້າງແຜນງົບປະມານແຫ່ງລັດປະຈໍາປີ, ຄວາມເປັນໄປໄດ້ໃນການການຈັດຕັ້ງປະຕິບັດແຜນງົບປະມານທີ່ໄດ້ສ້າງຂຶ້ນໂດຍສົມທຽບໃສ່ກັບນະໂຍບາຍທາງດ້ານເສດຖະກິດ, ການເງິນ, ເງິນຕາແລະຂໍ້ມູນຈາກຜົນການກວດສອບໃນປີຜ່ານມາແລະອື່ນໆ. ພ້ອມນີ້, ກໍຈະໄດ້ທົບທວນແລະປະເມີນຄືນກ່ຽວກັບພາລະບົດບາດແລະຂອບເຂດສິດຂອງອົງການກວດສອບແຫ່ງລັດໃນການແກ້ໄຂຜົນການກວດສອບເພື່ອປັບປຸງໃຫ້ແທດເໝາະກັບການຈັດຕັ້ງປະຕິບັດຕົວຈິງ ແລະ ຈະໄດ້ຄົ້ນຄ້ວາມາດຕະການທີ່ເຂັ້ມງວດແລະເດັດຂາດເຂົ້າຕື່ມຕໍ່ການບໍ່ແກ້ໄຂຜົນການກວດສອບເປັນແຕ່ລະກໍລະນີ.

ເຖິງວ່າອົງການກວດສອບແຫ່ງລັດບໍ່ມີໜ້າທີ່ຫຼືສິດອໍານາດໃນການແກ້ໄຂຜົນການກວດສອບໂດຍກົງ, ແຕ່ໃນໄລຍະ2 ປີຜ່ານມາພາຍໃຕ້ການຊີ້ນໍາຂອງຂັ້ນເທິງອົງການກວດສອບແຫ່ງລັດໄດ້ເປັນເຈົ້າການໃນການຕິດຕາມ, ຊຸກຍູ້ການແກ້ໄຂຜົນການກວດສອບຢ່າງແຂງດ້ວຍຫຼາຍຮູບການເປັນຕົ້ນໄດ້ເຊີນອົງການຄຸ້ມຄອງເປົ້າໝາຍແລະເປົ້າໝາຍມາປະຊຸມເພື່ອເຜີຍແຜ່ບົດແຈ້ງຜົນການກວດສອບ; ໄດ້ອອກແຈ້ງການໃຫ້ເປົ້າໝາຍຖືກກວດສອບສົ່ງບົດລາຍງານການແກ້ໄຂຜົນການກວດສອບໃຫ້ອົງການກວດສອບແຫ່ງລັດ; ໄດ້ແຕ່ງຕັ້ງຄະນະລົງໄປຕິດຕາມຊຸກຍູ້ແລະກວດຄືນຄວາມຄືບໜ້າໃນການແກ້ໄຂຢູ່ເປົ້າໝາຍຈໍານວນໜຶ່ງ. ພ້ອມນັ້ນ,ກໍໄດ້ເປັນເຈົ້າການອອກແຈ້ງການເລັ່ງທວງໃຫ້ເປົ້າໝາຍຖືກກວດສອບແລະພາກສ່ວນກ່ຽວຂ້ອງມອບເງິນຈາກຜົນການກວດສອບເຂົ້າງົບປະມານແຫ່ງລັດຊຶ່ງຈະສັງເກດເຫັນວ່າການແກ້ໄຂຜົນການກວດສອບດ້ວຍການມອບເງິນເຂົ້າງົບປະມານແຫ່ງລັດໃນໄລຍະ2 ປີຜ່ານມາຄືໃນປີ2024 ແລະ2025 ມີຫຼາຍຂຶ້ນຖ້າທຽບໃສ່ຊຸມປີຜ່ານ.

(ຂ່າວ: ສຸກສະຫວັນ, ພາບ: ບຸນຕອມ)

ຄໍາເຫັນ

ຂ່າວການເມືອງ

ຄະນະບໍລິຫານງານພັກແຂວງວຽງຈັນ ຈັດກອງປະຊຸມຄົບຄະນະຄັ້ງທີ 2 ສະໄໝທີ Vll.

ຄະນະບໍລິຫານງານພັກແຂວງວຽງຈັນ ຈັດກອງປະຊຸມຄົບຄະນະຄັ້ງທີ 2 ສະໄໝທີ Vll.

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ຄັ້ງທີ 2 ສະໄໝທີ Vll ຈັດຂຶ້ນໃນວັນທີ 17 ພະຈິກນີ້ ທີ່ຫ້ອງປະຊຸມຊັ້ນ3 ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຕາງໜ້າຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມ.
ຊີ້ແຈງການເກັບກູ້ຊັບສິນຄືນໃຫ້ລັດ ຍັງເຮັດໄດ້ໜ້ອຍ ພ້ອມສະເໜີບາງທິດທາງແກ້ໄຂ

ຊີ້ແຈງການເກັບກູ້ຊັບສິນຄືນໃຫ້ລັດ ຍັງເຮັດໄດ້ໜ້ອຍ ພ້ອມສະເໜີບາງທິດທາງແກ້ໄຂ

ໃນວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ, ທ່ານ ສຸກຄຳເພັດ ເຮືອງບຸດສີ ຮອງປະທານກວດກາສູນກາງພັກ ໄດ້ຂຶ້ນຊີ້ແຈງຫຼາຍຂໍ້ຊັກຖາມ ໃນການປະກອບຄໍາຄິດເຫັນຂອງຄະນະປະຈໍາສະພາແຫ່ງຊາດແລະບັນດາທ່ານສສຊທີ່ໄດ້ຍົກຂຶ້ນຕໍ່ກັບວຽກງານຂອງອົງການກວດກາແຫ່ງລັດໃນໄລຍະຜ່ານມາແລະບັນດາຂໍ້ສະເໜີໃຫ້ກັບວຽກງານກວດກາໃນຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ. ໃນນີ້, ກໍໄດ້ຊີ້ແຈງກ່ຽວກັບການກວດພົບເຫັນຫຼາຍເປົ້າໝາຍກວດກາແລ້ວ, ແຕ່ການເກັບກູ້ຊັບສິນຄືນໃຫ້ລັດ ຍັງເຮັດໄດ້ໜ້ອຍ ແມ່ນຍ້ອນຫຼາຍປັດໄຈ.
ຄວາມຄືບໜ້າ 4 ມາດຕະການ ແກ້ໄຂຜົນການກວດສອບ-ກວດກາ ທີ່ກ່ຽວຂ້ອງກັບ ທຫລ

ຄວາມຄືບໜ້າ 4 ມາດຕະການ ແກ້ໄຂຜົນການກວດສອບ-ກວດກາ ທີ່ກ່ຽວຂ້ອງກັບ ທຫລ

ທ່ານ​ນາງ​ບຸນຄໍາວໍລະຈິດຜູ້ວ່າການ​ທະນາຄານ​ແຫ່ງ​ສປປ​ລາວ​(ທຫລ) ໄດ້ຂຶ້ນຊີ້ແຈງກ່ຽວກັບຄວາມຄືບໜ້າ, ຂໍ້ຫຍຸ້ງຍາກ ແລະ ທິດທາງມາດຕະການແກ້ໄຂໃນຕໍ່ໜ້າ ໃນການຈັດຕັ້ງປະຕິບັດ 4 ມາດຕະການທີ່ເປັນຄວາມຮັບຜິດຊອບຂອງ ທຫລຕາມມະຕິສະພາແຫ່ງຊາດສະບັບເລກທີ 140/ ສພຊ, ລົງວັນທີ 11 ທັນວາ 2024 ການແກ້ໄຂຜົນການກວດສອບ-ກວດກາ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ.
ຊີ້ແຈງການຫັກລົບມູນຄ່າໜ້າວຽກໂຄງການບໍ່ໄດ້ຈັດຕັ້ງປະຕິບັດ ແລະ ໂຄງການນອກແຜນ

ຊີ້ແຈງການຫັກລົບມູນຄ່າໜ້າວຽກໂຄງການບໍ່ໄດ້ຈັດຕັ້ງປະຕິບັດ ແລະ ໂຄງການນອກແຜນ

ກະຊວງການເງິນ ໄດ້ຕາງໜ້າລັດຖະບານ ຊີ້ແຈງເພີ່ມຕື່ມໃນຫຼາຍບັນຫາ ຕາມແຈ້ງການຂອງຄະນະເລຂາທິການສະພາແຫ່ງຊາດ ສະບັບເລກທີ 430/ຄລສ.ລຂ, ລົງວັນທີ 14 ພະຈິກ 2025 ໂດຍສະເພາະແມ່ນການແກ້ໄຂຜົນການກວດກາຂອງອົງການກວດກາແຫ່ງລັດ ແລະ ຜົນການກວດສອບຂອງອົງການກວດສອບແຫ່ງລັດ; ໃນນີ້, ກໍໄດ້ຊີ້ແຈງກ່ຽວກັບຜົນການກວດກາແຫ່ງລັດ ຕາມມະຕິ 139/ສພຊ ກໍຄືການແກ້ໄຂຜົນການກວດກາ ໄລຍະ 2021-2025 ທີ່ຍັງຄ້າງ ແລະ ແກ່ຍາວຜ່ານມາ 5 ບັນຫາຕົ້ນຕໍ ຊຶ່ງໃນນັ້ນ ກໍໄດ້ຊີ້ແຈງການຫັກລົບມູນຄ່າໜ້າວຽກໂຄງການທີ່ບໍ່ໄດ້ຈັດຕັ້ງປະຕິບັດ, ໂຄງການນອກແຜນ; ພ້ອມດຽວກັນ, ກໍໄດ້ສະເໜີທິດທາງໃນຕໍ່ໜ້າ ຕໍ່ກັບການສືບຕໍ່ແກ້ໄຂບັນຫາດັ່ງກ່າວ.
ອົງການກວດກາແຫ່ງລັດຈະສືບຕໍ່ກວດກາຄືນຫຼາຍໂຄງການ

ອົງການກວດກາແຫ່ງລັດຈະສືບຕໍ່ກວດກາຄືນຫຼາຍໂຄງການ

ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ປະຈໍາປີ 2026 ຂອງອົງການກວດກາແຫ່ງລັດ; ລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2023 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.
ສະພາ ສະເໜີຫຼາຍບັນຫາໃຫ້ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດເອົາໃຈໃສ່

ສະພາ ສະເໜີຫຼາຍບັນຫາໃຫ້ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດເອົາໃຈໃສ່

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.ທ່ານ ລີເບີ ລີບົວປາວ ປະທານກຳມາທິການແຜນການ,ການເງິນ ແລະ ການກວດສອບ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ບົດລາຍງານ ຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026.
5ປີຜ່ານມາ ອົງການກວດສອບແຫ່ງລັດກວດສອບ 600 ເປົ້າໝາຍ

5ປີຜ່ານມາ ອົງການກວດສອບແຫ່ງລັດກວດສອບ 600 ເປົ້າໝາຍ

5ປີຜ່ານມາ ອົງການກວດສອບແຫ່ງລັດສາມາດກວດສອບ ບັນລຸໄດ້ 600 ເປົ້າໝາຍ ເທົ່າກັບ 100% ຂອງຄາດໝາຍສູ້ຊົນທີ່ໄດ້ກຳນົດໄວ້,ສະເພາະປີ 2025 ໄດ້ສຳເລັດການຕິດຕາມ, ຊຸກຍູ້ ການແກ້ໄຂຜົນການກວດສອບ ຢູ່ບັນດາກະຊວງ-ອົງການ, ແຂວງ-ນະຄອນຫຼວງວຽງຈັນ ສຳເລັດ 39 ເປົ້າໝາຍ. ໃນນັ້ນ,ຂັ້ນສູນກາງ 13 ເປົ້າໝາຍ ແລະ ທ້ອງຖິ່ນ 26 ເປົ້າໝາຍ.
ກວດພົບໂຄງການລົງທຶນຂອງລັັດບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ

ກວດພົບໂຄງການລົງທຶນຂອງລັັດບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ

ອົງການກວດກາແຫ່ງລັດ ເຫັນວ່າໂຄງການລົງທຶນຂອງລັດ,ຄວາມເອົາໃຈໃສ່ຂອງເຈົ້າຂອງໂຄງການ ແລະ ບໍລິສັດຮັບເໝົາ ໃນການແກ້ໄຂບັນຫາຂໍ້ຄົງຄ້າງຕາມຜົນຂອງການກວດກາ ແຕ່ກໍຍັງເຫັນວ່າໃນການຈັດຕັ້ງປະຕິບັດໂຄງການຍັງບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ.
ກະຊວງການເງິນ ສະເໜີກດັດແກ້ແຜນງົບປະມານແຫ່ງລັດ

ກະຊວງການເງິນ ສະເໜີກດັດແກ້ແຜນງົບປະມານແຫ່ງລັດ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນລາຍງານການສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024 ແລະ ການດັດແກ້ແຜນງົບປະມານແຫ່ງລັດລາຍຮັບ-ລາຍຈ່າຍວິຊາການຂອງຂະແໜງການຂັ້ນສູງກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນ ປີ 2024 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ກະຊວງ ຍທຂ ຊີ້ແຈງ ການສ້ອມແປງເສັ້ນທາງໃນໄລຍະໃໝ່

ກະຊວງ ຍທຂ ຊີ້ແຈງ ການສ້ອມແປງເສັ້ນທາງໃນໄລຍະໃໝ່

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ.
ເພີ່ມເຕີມ