ພິທີເຊັນສັນຍາວ່າດ້ວຍການຮ່ວມມືໂຄງການສ້າງສູນການນໍາໃຊ້ເຕັກໂນໂລຊີດາວທຽມ

ຈະສ້າງສູນການນໍາໃຊ້ເຕັກໂນໂລຊີດາວທຽມສືບຢັ່ງທາງໄກຢູ່ ສປປລາວ

ຈະສ້າງສູນການນໍາໃຊ້ເຕັກໂນໂລຊີດາວທຽມສືບຢັ່ງທາງໄກຢູ່ ສປປລາວ
ພິທີເຊັນສັນຍາວ່າດ້ວຍການຮ່ວມມືໂຄງການສ້າງສູນການນໍາໃຊ້ເຕັກໂນໂລຊີດາວທຽມສືບຢັ່ງທາງໄກຢູ່ ສປປລາວລະຫວ່າງກົມເຕັກໂນໂລຊີແລະນະວັດຕະກຳກະຊວງເຕັກໂນໂລຊີແລະການສື່ສານກັບບໍລິສັດຊາຍນາ ຣັອກເກັດຈຳກັດແລະບໍລິສັດເຕັກໂນໂລຊີສຳຫຼວດວັດແທກ

ແລະແຜນທີ່ ສື່ເຫວີຍສປຈີນຈຳກັດໄດ້ຈັດຂຶ້ນໃນວັນທີ 12ກັນຍານີ້ທີ່ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ.
ຮ່ວມລົງນາມຄັ້ງນີ້ໂດຍທ່ານວິໄລສອນບຸບຜາລັດຫົວໜ້າກົມເຕັກໂນໂລຊີແລະນະວັດຕະກຳແລະທ່ານຕິງ ຢົງ ປິງ(DING Yongbing)ຮອງປະທານບໍລິສັດຊາຍນາ ຣັອກເກັດຈຳກັດແລະທ່ານຟາງ ເສີງ(FANG Zheng)ຜູ້ຊ່ວຍຜູ້ອໍານວຍການບໍລິສັດເຕັກໂນໂລຊີສໍາຫຼວດວັດແທກແລະແຜນທີ່ ສື່ເຫວີຍສປຈີນຈຳກັດ, ໂດຍມີທ່ານບໍ່ວຽງຄໍາວົງດາລາ, ລັດຖະມົນຕີກະຊວງເຕັກໂນໂລຊີແລະການສື່ສານແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂດຍປະຕິບັດຕາມຂອບສັນຍາວ່າດ້ວຍການຮ່ວມມືກ່ຽວກັບການນໍາໃຊ້ຊັ້ນອາວະກາດຮ່ວມກັນຢ່າງສັນຕີລະຫວ່າງກະຊວງເຕັກໂນໂລຊີແລະການສື່ສານສປປລາວແລະອົງການອາວະກາດແຫ່ງຊາດຈີນທີ່ໄດ້ເຊັນກັນໃນປີ 2022 ຢູ່ທີ່ປັກກິ່ງສປຈີນໂດຍການເປັນສັກຂີພິຍານຂອງທ່ານທອງລຸນສີສຸລິດປະທານປະເທດແຫ່ງສປປລາວແລະທ່ານປະທານສີຈິ້ນຜິງປະທານປະເທດແຫ່ງສປຈີນເປັນໂຄງການຊ່ວຍເຫຼືອລະຫວ່າງລັດຖະບານສປຈີນແລະລັດຖະບານລາວແລະມອບໃຫ້ກົມເຕັກໂນໂລຊີແລະນະວັດຕະກຳແລະບໍລິສັດຊາຍນາ ຣັອກເກັດຈຳກັດແລະບໍລິສັດເຕັກໂນໂລຊີສໍາຫຼວດວັດແທກແລະແຜນທີ່ ສື່ເຫວີຍສປຈີນຈຳກັດຈັດຕັ້ງປະຕິບັດຕົວຈິງ. ຈຸດປະສົງການຮ່ວມມືກັນໃນຄັ້ງນີ້ ແມ່ນເພື່ອສ້າງສູນການນໍາໃຊ້ ເຕັກໂນໂລຊີດາວທຽມສືບຢັ່ງທາງໄກຢູ່ ສປປລາວ.
ການຮ່ວມມືກັນໃນຄັ້ງນີ້ ແມ່ນເພື່ອແນໃສ່ໜ້າວຽກດັ່ງຕໍ່ໄປນີ້:1. ນໍາໃຊ້ດາວທຽມສໍາຫຼວດຂອງສປຈີນເພື່ອສໍາຫຼວດໜ້າໂລກໂດຍສະເພາະສໍາຫຼວດເນື້ອທີ່ຂອງສປປລາວ. ໃນນີ້,ມີການສໍາຫຼວດບໍ່ແຮ່ ການຂຸດຄົ້ນບໍ່ແຮ່, ສໍາຫຼວດເນື້ອທີ່ດິນກະສິກຳ, ສໍາຫຼວດປ່າໄມ້, ສໍາຫຼວດເນື້ອທີ່ປູກເຂົ້າ, ສໍາຫຼວດເນື້ອທີ່ໄພພິບັດທາງທຳມະຊາດ, ເນື້ອທີ່ນໍ້າຖ້ວມ, ເນື້ອທີ່ໄຟໄໝ້ປ່າ, ສໍາຫຼວດຫາລະເບີດທີ່ຍັງບໍ່ທັນແຕກທີ່ຕົກຄ້າງຢູ່ໃນດິນ;2. ນໍາໃຊ້ດາວທຽມສໍາຫຼວດຂອງສປຈີນເພື່ອເຕືອນໄພພິບັດທາງທຳມະຊາດໃນການຕິດຕາມສະພາບອາກາດ, ແຜ່ນດິນໄຫວແລະການເຄື່ອນຕົວຂອງພາຍຸ;3. ນໍາໃຊ້ດາວທຽມໃນການສໍາຫຼວດຕົວເມືອງ, ການບໍລິຫານຕົວເມືອງ, ການຄຸ້ມຄອງການຈາລະຈອນຂອງຍານພາຫະນະທາງບົກ, ທາງນໍ້າແລະທາງອາກາດ;4. ການນໍາໃຊ້ດາວທຽມເພື່ອປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວຽກງານຊາຍແດນ, ການລະບາດຂອງພະຍາດ;5.ໃຫ້ການບໍລິການພາບຖ່າຍດາວທຽມໃຫ້ແກ່ສັງຄົມ,ສະໜອງຂໍ້ມູນຕ່າງໆທີ່ລັດຖະບານຕ້ອງການໃນວຽກງານເຕັກໂນໂລຊີອາວະກາດ; 6. ໃຫ້ການບໍລິການມືຖືຜ່ານດາວທຽມທີ່ມີຄວາມໄວສູງໂດຍສະເພາະແມ່ນເຂດພູດອຍ, ເຂດຫ່າງໄກສອກຫຼີກ, ເຂດຊາຍແດນໂດຍນໍາໃຊ້ ດາວທຽມວົງໂຄຈອນຕໍ່າ.ການຊ່ວຍເຫຼືອຄັ້ງນີ້ ມີມູນຄ່າປະມານ 20 ລ້ານຢວນ(ສະກຸນເງິນຈີນ) ແລະຈະໄດ້ແບ່ງອອກເປັນ 4 ໄລຍະດັ່ງນີ້: ໄລຍະທີ 1: ສ້າງໂຄງລ່າງພື້ນຖານທີ່ຈຳເປັນ, ອຸປະກອນດ້ານເຕັກນິກ, ສ້າງຊັບພະຍາກອນມະນຸດຈັດຝຶກອົບຮົມໃຫ້ແກ່ວິຊາການລາວ, ນໍາພາວິຊາການລາວເຮັດຕົວຈິງ, ໃຫ້ການບໍລິການດ້ານພາບຖ່າຍດາວທຽມ, ໃຫ້ການບໍລິການດ້ານເຕັກໂນໂລຊີອາວະກາດ, ສະໜອງຂໍ້ມູນຕ່າງໆທີ່ລັດຖະບານຕ້ອງການ; ໄລຍະທີ 2: ສ້າງນັກວິຊາການລາວໃຫ້ມີຄວາມສໍານິຊຳນານກວ່າໄລຍະທີ 1,ໃຫ້ການບໍລິການແກ່ພາກລັດແລະເອກະຊົນທີ່ວ່ອງໄວ, ສ້າງໂຄງລ່າງພື້ນຖານ;ໄລຍະທີ 3: ສ້າງນັກວິຊາການລາວໃຫ້ມີຄວາມຊ່ຽວຊານດ້ານເຕັກໂນໂລຊີອາວະກາດ, ສາມາດສັ່ງດາວທຽມຂອງສປຈີນຖ່າຍພາບໄດ້, ສາມາດອ່ານພາບຖ່າຍໄດ້, ສ້າງຖານຂໍ້ມູນດ້ານເຕັກໂນໂລຊີອາວະກາດ;ໄລຍະທີ 4: ສ້າງນັກວິຊາການລາວໃຫ້ມີຄວາມຊຳນານທຸກດ້ານສາມາດສັ່ງດາວທຽມຂອງສປຈີນຖ່າຍພາບຕາມຄວາມຕ້ອງການ. ມອບໂຄງການໃຫ້ຝ່າຍລາວເປັນຜູ້ບໍລິຫານເອງທັງໝົດ.
(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ນວ ສືບຕໍ່ຝຶກອົບຮົມ ພະນັກງານລົງກໍ່ສ້າງຮາກຖານການເມືອງ

ນວ ສືບຕໍ່ຝຶກອົບຮົມ ພະນັກງານລົງກໍ່ສ້າງຮາກຖານການເມືອງ

ນະຄອນຫຼວງວຽງຈັນ (ນວ) ເປີດຝຶກອົບຮົມ ຫຼັກສູດສະເພາະສ້າງພະນັກງານກໍ່ໍ່ສ້າງຮາກຖານການເມືອງປະຈໍາປີ 2026, ໃນວັນທີ 16 ມິຖຸນານີ້ ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ນວ. ເປັນກຽດໃນພິທີ ພ້ອມທັງບັນລະຍາຍໂດຍ ສະຫາຍ ເຂັມເພັດ ແພງດວງຈັນ ອະດີດການນໍານະຄອນຫຼວງວຽງຈັນ, ມີບັນດາພະນັກງານລົງຮາກຖານອ້ອມຂ້າງ ນວ, ພະນັກງານ ຄູ-ອາຈານໂຮງຮຽນການເມືອງ ແລະ ການປົກຄອງ ນວ ພ້ອມດ້ວຍນັກສຶກສາທິດສະດີການເມືອງຂັ້ນກາງ ຮຸ່ນທີ 6.
ຄະນະນຳສູນກາງແນວລາວສ້າງຊາດ ເຄື່ອນໄຫວວຽກງານຢູ່ແຂວງຫຼວງພະບາງ

ຄະນະນຳສູນກາງແນວລາວສ້າງຊາດ ເຄື່ອນໄຫວວຽກງານຢູ່ແຂວງຫຼວງພະບາງ

ວັນທີ 15 ມິຖຸນາ 2026 ນີ້, ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຽກງານຢູ່ແຂວງຫຼວງພະບາງ, ໂດຍໄດ້ເຂົ້າພົບປະກັບ ທ່ານ ບຸນເຫຼືອ ສິນໄຊວໍລະວົງ ປະທານຄະນະກຳມະການປົກຄອງແຂວງ, ເພື່ອລາຍງານຈຸດປະສົງການລົງເຄື່ອນໄຫວວຽກງານຢູ່ແຂວງຫຼວງພະບາງ ຄັ້ງນີ້ ເປັນການປະຕິບັດຕາມພາລະບົດບາດໜ້າທີ່ຂອງແນວລາວສ້າງຊາດ ໂດຍສະເພາະແມ່ນການຫັນລົງຮາກຖານ ສຶກສາອົບຮົມເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າໃຫ້ແໜ້ນແຟ້ນ, ຈາກນັ້ນ ປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ ໄດ້ສະແດງຄວາມຕ້ອນຮັບ ແລະຊົມເຊີຍຕໍ່ ຮອງປະທານສູນກາງແນວລາວສ້າງຊາດ
ສສຊ ເຂດ 1 ແລະ ສສນວ ລົງພົບປະຜູ້ມີສິດເລືອກຕັ້ງ ທີ່ ວທ ນະຄອນຫຼວງ

ສສຊ ເຂດ 1 ແລະ ສສນວ ລົງພົບປະຜູ້ມີສິດເລືອກຕັ້ງ ທີ່ ວທ ນະຄອນຫຼວງ

ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສສນວ), ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດ ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ນວ ຊຸດທີ V ໃນວັນທີ 16 ມິຖຸນານີ້ ທີ່ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ.
ຄໍາມ່ວນ ມອບ​ເງິນສະ​ໜັບ​ສະ​ໜູນຄອບຄົວຕົວແບບ ການປູກເຫັດ

ຄໍາມ່ວນ ມອບ​ເງິນສະ​ໜັບ​ສະ​ໜູນຄອບຄົວຕົວແບບ ການປູກເຫັດ

ການ​ນຳ​ແຂວງ​ຄຳ​ມ່ວນ ໄດ້ມອບເງິນຊຸກຍູ້ຈໍານວນ 50 ລ້ານກີບ ໃຫ້ແກ່ຄອບຄົວຕົວແບບດ້ານການປູກເຫັດ ຢູ່ບ້ານສົ້ມ ເມືອງເຊບັ້ງໄຟ ເພື່ອນໍາໃຊ້ເຂົ້າໃນການປັບປຸງ ແລະ ພັດທະນາຟາມເຫັດໃຫ້ມີປະສິດທິພາບສູງຂຶ້ນ.
ສຳເລັດປະສານສຽງແຕກການຫັດແອບຊ້ອມຮົບຕີພິເສດ ໃຕ້ຝຸ່ນ

ສຳເລັດປະສານສຽງແຕກການຫັດແອບຊ້ອມຮົບຕີພິເສດ ໃຕ້ຝຸ່ນ

ວັນທີ 12 ມິຖຸນາ 2026 ນີ້, ໄດ້ມີການສະແດງປະສານສຽງແຕກການຊ້ອມຮົບຮ່ວມພາຍໃຕ້ລະຫັດ “ລາໂຣສ 2026” ລະຫວ່າງ ກອງທັບປະຊາຊົນລາວ ແລະ ກອງທັບ ແຫ່ງສະຫະພັນຣັດເຊຍ ຂຶ້ນຢ່າງເປັນທາງການ, ໂດຍການເຂົ້າຮ່ວມຮັບຊົມການສະແດງຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ມີສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພັນເອກ ອີວານ ຕາຣາເຢັບ ຜູ້ຊ່ວຍ ຜູ້ບັນຊາການທະຫານ ເຂດຕາເວັນອອກ ກອງທັບແຫ່ງສະຫະພັນຣັດເຊຍ, ມີບັນດາອະດີດການນຳ, ຄະນະຊີ້ນຳການຊ້ອມຮົບຮ່ວມ, ຕະຫຼອດຮອດນາຍ ແລະ ພົນທະຫານ ທີ່ເຂົ້າຮ່ວມການຫັດແອບ.
ພະແນກການເງິນ ແຂວງຄຳມ່ວນ ເຜີຍແຜ່ ແລະ ຜັນຂະຫຍາຍບັນດານິຕິກຳ ວ່າດ້ວຍວຽກງານແຮ່ທາດ

ພະແນກການເງິນ ແຂວງຄຳມ່ວນ ເຜີຍແຜ່ ແລະ ຜັນຂະຫຍາຍບັນດານິຕິກຳ ວ່າດ້ວຍວຽກງານແຮ່ທາດ

​ ວັນທີ 16 ມິຖຸນາ 2026 , ພະແນກການເງິນແຂວງຄຳມ່ວນ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍນິຕິກຳ ກ່ຽວກັບວຽກງານແຮ່ທາດ, ໂດຍມີທ່ານ ຄໍາສິງ ໄຊສິດທິເດດ ຫົວໜ້າພະແນກການເງິນແຂວງຄຳມ່ວນ, ມີຄະນະພັກ-ຄະນະພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການພາຍໃນພະແນກເຂົ້າຮ່ວມ.
ສສຊ-ສສນວ ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງສັງທອງ

ສສຊ-ສສນວ ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງສັງທອງ

ສສຊ ເຂດ 1 ນວ ລົງພົບປະຜູ້ມີສິດເລືອກຕັ້ງເມືອງສັງທອງ ແລະ ສະມາຊິກສະພາປະຊາຊົນ ນວ ລົງພົບປະກັບຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ນວ ຊຸດທີ V ໃນວັນທີ 16 ມິຖຸນານີ້ ທີ່ສະໂມສອນຂອງເມືອງສັງທອງ ນະຄອນຫຼວງວຽງຈັນ.
ຄອສພ ສຳມະນາວິທະຍາສາດກະກຽມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ 1

ຄອສພ ສຳມະນາວິທະຍາສາດກະກຽມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ 1

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດກະກຽມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ 1 ຂຶ້ນໃນວັນທີ 16 ມິຖຸນານີ້ ທີ່ຫ້ອງປະຊຸມ ຄອສພ, ໂດຍການເປັນປະທານຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າ ຄອສພ, ມີບັນດາຕາງໜ້າກົມກອງ, ກະຊວງ, ອົງການ ອ້ອມຂ້າງຂັ້ນສູນກາງ ທີ່ກ່ຽວຂ້ອງກັບການເຄື່ອນໄຫວວຽກງານສື່ມວນຊົນທົ່ວປະເທດເຂົ້າຮ່ວມ.
ສສຊ ເຂດ 6 ພົບປະ ປະຊາຊົນ ຢູ່ເມືອງຊຽງເງິນ

ສສຊ ເຂດ 6 ພົບປະ ປະຊາຊົນ ຢູ່ເມືອງຊຽງເງິນ

ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນ ແຂວງຫລວງພະບາງ ຊຸດທີ V, ພ້ອມຄະນະ ໄດ້ເຄື່ອນໄຫວພົບປະຜູ້ມີສິດປ່ອນບັດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດ ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງຫລວງພະບາງ ຊຸດທີ V ທີ່ເມືອງຊຽງເງິນໃນວັນທີ 15 ມິຖຸນາຜ່ານມາ.
ເຜີຍແຜ່ຜົນສຳເລັດກອງປະຊຸມປະຖົມມະລືກກ ຢູ່ເມືອງຈຳປາສັກ

ເຜີຍແຜ່ຜົນສຳເລັດກອງປະຊຸມປະຖົມມະລືກກ ຢູ່ເມືອງຈຳປາສັກ

ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ທີ15 ແຂວງຈຳປາສັກ ນຳໂດຍ ທ່ານ ນາງ ປານຄຳ ຂະຫຍອງເອກ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 15 ພ້ອມດ້ວຍສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຈຳປາສັກໄດ້ລົງພົບປະ ປະຊາຊົນ ແລະ ເຜີຍແຜ່ຜົນສຳເລັດຂອງກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ແລະ ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງ ຊູດທີ V ຢູ່ 6 ບ້ານ ທີ່ຂຶ້ນກັບຕາແສງໜອງແຕ້, 2 ກົມກອງ, ກອງພັນ 13, ກອງຮ້ອຍຊາຍແດນ 523, ຄູອາຈານ ແລະ ແພດໝໍ ແລະ 3 ບ້ານຂອງຕາແສງດອນຕະລາດຄື: ບ້ານ ໜອງສະໂນ, ບ້ານ ໜອງຫີນ ແລະ ບ້ານ ໜອງຂາມ, ໃນວັນທີ 15 ມິຖູນາຜ່ານມາ.
ເພີ່ມເຕີມ