ຈະຕັ້ງກອງບຸນ 13 ກອງ ອຸທິດສ່ວນບຸນກຸສົນເຖິງປະທານ ໄກສອນ ພົມວິຫານ ສະຫາຍ ໄຊຍະລາດ ພົງຍາລັກ ຄະນະບໍລິຫານງານພັກ ຫ້ອງວ່າການສູນກາງພັກ ຫົວໜ້າກົມ ພິພິທະພັນ

ຈະຕັ້ງກອງບຸນ 13 ກອງ ອຸທິດສ່ວນບຸນກຸສົນເຖິງປະທານ ໄກສອນ ພົມວິຫານ ສະຫາຍ ໄຊຍະລາດ ພົງຍາລັກ ຄະນະບໍລິຫານງານພັກ ຫ້ອງວ່າການສູນກາງພັກ ຫົວໜ້າກົມ ພິພິທະພັນ

ຈະຕັ້ງກອງບຸນ 13 ກອງ ອຸທິດສ່ວນບຸນກຸສົນເຖິງປະທານ ໄກສອນ ພົມວິຫານ  ສະຫາຍ ໄຊຍະລາດ ພົງຍາລັກ ຄະນະບໍລິຫານງານພັກ ຫ້ອງວ່າການສູນກາງພັກ ຫົວໜ້າກົມ ພິພິທະພັນ
ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ໄດ້ສຳພາດຜ່ານສື່ມວນຊົນ ວ່າ:ຂ້າພະເຈົ້າຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໃດ້ປະກອບສ່ວນກະກຽມວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານໃນຄັ້ງນີ້. ດັ່ງທີ່ເຮົາຮູ້ນໍາກັນແລ້ວວ່າໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດພວມເບີກບານມ່ວນຊື່ນສະເຫຼີມສະຫຼອງ ສາມວັນປະຫວັດສາດຂອງພັກ ຂອງຊາດໃນປີ 2025ນີ້ຖືວ່າສອງວັນປະຫວັດສາດນັ້ນ ພວກເຮົາສະເຫຼີມສະຫຼອງເປັນທີ່ຮຽບຮ້ອຍແລ້ວກໍ່ຄືວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
ຈະຕງກອງບນ 13 ກອງ ອທດສວນບນກສນເຖງປະທານ ໄກສອນ ພມວຫານ ສະຫາຍ ໄຊຍະລາດ ພງຍາລກ ຄະນະບລຫານງານພກ ຫອງວາການສນກາງພກ ຫວໜາກມ ພພທະພນ - image 1
 

 ໄດ້ເຮັດສໍາເລັດເສັດຊິ້ນທີ່ເຕັມໄປດ້ວຍເນື້ອໃນແລະຄວາມໝາຍທາງດ້ານການເມືອງ ແລະ ຍັງອີກວັນໜຶ່ງເປັນວັນທີ່ສໍາຄັນອີກກໍ່ຄືວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີເຊິ່ງພວກເຮົາກໍາລັງຫ້າງຫາກະກຽມໃນຫຼາຍດ້ານເປັນຕົ້ນແມ່ນຫໍພິພິທະພັນໄກສອນພົມວິຫານຂອງພວກເຮົາແມ່ນໃດ້ກະກຽມຮັບໃຊ້ໃຫ້ແກ່ພະນັກງານ,ທະຫານ, ຕໍາຫຼວດ ແລະ ພໍ່ແມ່ປະຊາຊົນ ລວມທັງແຂກພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມ, ສ່ວນອະນຸສອນສະຖານປະທານ ໄກສອນ ພົມວິຫານ ຢູ່ໃນຫຼັກ 6 ເປັນບ່ອນເຮັດວຽກ ແລະ ບ່ອນຢູ່ຂອງເພິ່ນ ລວມທັງອະນຸສອນສະຖານປະທານ ສຸພານຸວົງ, ທ່ານໜູຮັກ ພູມສະຫວັນ, ມານະໂອກາດນີ້ກໍ່ຂໍເຊີນຊວນທຸກໆທ່ານ ພະນັກງານ,ທະຫານ, ຕໍາຫຼວດ ແລະ ພໍ່ແມ່ປະຊາຊົນ ລວມທັງແຂກພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມໃດ້...ພວກເຮົາຄິດວ່າມີພວກເພິ່ນໃນມື້ນັ້ນຈິ່ງມີພວກເຮົາໃນມື້ນີ້. ເຮົາຈະໃດ້ຮັບຕ້ອນບັນດາທ່ານ ແລະ ອະທິບາຍຊີວິດ, ພາລະກິດຂອງຜູ້ນໍາຂອງພວກເຮົາໃຫ້ບັນດາທ່ານຮັບຮູ້ ອີກອັນໜຶ່ງໃນໂອກາດວັນຄ້າຍວັນເກີດຂອງປະທານໄກສອນ 105 ປີ (13 ທັນວາ 1920-13 ທັນວາ 2025) ນີ້ທາງການນໍາຂັ້ນສູງພັກ-ລັດ ພ້ອມຄອບຄົວພົມວິຫານ ແລະການຈັດຕັ້ງທຸກພາກສ່ວນ ກໍ່ຈະໃດ້ຈັດງານບຸນ ແລະ ຕັ້ງກອງບຸນຂື້ນ 13 ກອງ ເພື່ອອຸທິດສ່ວນບຸນກຸສົນເຖິງປະທານ ໄກສອນ ພົມວິຫານ ໃນວັນທີ 12-13 ທັນວາ 2025 ທີ່ຫໍພິພິທະພັນໄກສອນຂອງພວກເຮົານີ້...ເຊິ່ງເປັນຂະບວນໜຶ່ງເພື່ອສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຂອງພວກເຮົາ ສຸດທ້າຍນີ້ຂໍອ່ວຍພອນແດ່ບັນດາທ່ານ ການນໍາ, ພັກ-ລັດຈົ່ງມີສຸຂະພາບເຂັ້ມແຂງສືບຕໍ່ນໍາພາວຽກງານຂອງພວກເຮົາໃຫ້ສໍາເລັດຜົນທີ່ວາງໄວ້..ອ່ວຍພອນໃຫ້ພະນັກງານ, ທະຫານ,ຕໍາຫຼວດ, ພໍ່ແມ່ ປະຊາຊົນລາວຈົ່ງມີສຸຂະພາບເຂັ້ມແຂງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ງານວາງສະແດງຢາພື້ນເມືອງລາວ ຄັ້ງທີ II ຈະຈັດຂຶ້ນໃນໄວໆນີ້

ງານວາງສະແດງຢາພື້ນເມືອງລາວ ຄັ້ງທີ II ຈະຈັດຂຶ້ນໃນໄວໆນີ້

ງານວາງສະແດງຢາພື້ນເມືອງລາວ ຄັ້ງທີ II ຈະຈັດຂຶ້ນໃນລະຫວ່າງວັນທີ 12-13 ທັນວານີ້ ທີ່ຫໍພິພິທະພັນໄກສອນ ພົມວິຫານ ນະຄອນຫຼວງວຽງຈັນເພື່ອສະເຫຼີມສະຫຼອງວັນສຳຄັນຂອງພັກ-ຂອງຊາດ ໂດຍມີຜູ້ປະ ກອບການຜະລິດຕະພັນຢາພື້ນເມືອງລາວເຂົ້າຮ່ວມຫຼາຍກວ່າ 30 ຫົວໜ່ວຍທຸລະກິດ.
ງານບຸນການສະແດງລະຄອນ ໄວໜຸ່ມ

ງານບຸນການສະແດງລະຄອນ ໄວໜຸ່ມ

ງານບຸນການສະແດງລະຄອນ ໄວໜຸ່ມນະຄອນຫຼວງວຽງຈັນ 2025 ໄດ້ຈັດຂຶ້ນໃນວັນທີ 8 ທັນວານີ້ ທີ່ວິທະຍາໄລ ສິນລະປະແຫ່ງຊາດ,​ໂດຍມີຂອງ ທ່ານ ລັດຕະນະກອນ ອິນສິຊຽງໃໝ່ ອໍານວຍການບໍລິສັດ ເຂົ້າໜຽວການສະແດງ ມີບັນດາແຂກຖືກເຊີນ ແລະ ນັກສະແດງເຂົ້າຮ່ວມ.
Vietjetຮັບເຮືອບິນ 22 ລຳ ພາຍໃນໜຶ່ງເດືອນ

Vietjetຮັບເຮືອບິນ 22 ລຳ ພາຍໃນໜຶ່ງເດືອນ

ສາຍການບິນ Vietjetໄດ້ຮັບເຮືອບິນ A321neo ACF ລຳໃໝ່, ທະບຽນ VN-A580, ຊຶ່ງເຮັດໃຫ້ສາຍການບິນນີ້ເຂົ້າໃກ້ສະຖິຕິການຮັບເຮືອບິນ 22 ລຳ ພາຍໃນໜຶ່ງເດືອນ. ນັ້ນສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ Vietjetໃນການເພີ່ມທະວີການຂະຫຍາຍຕົວໃນຕະຫຼາດເອເຊຍ ແລະ ຕະຫຼາດໂລກຢ່າງຕໍ່ເນື່ອງ, ລວມທັງ ສປປ ລາວ ທີ່ສາຍການບິນໄດ້ມີບົດບາດເພີ່ມຂຶ້ນໃນການປັບປຸງການເຊື່ອມຕໍ່ລະດັບພາກພື້ນ ແລະ ການຟື້ນຟູການທ່ອງທ່ຽວ.
ເມືອງບໍ່ແຕນ ປາຖະກະຖາວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ

ເມືອງບໍ່ແຕນ ປາຖະກະຖາວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ

ໃນວັນທີ 8 ທັນວານີ້, ເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຂຶ້ນທີ່ສະໂມສອນຂອງເມືອງ, ເປັນກຽດເຂົ້າຮ່ວມປາຖະກະຖາຂອງທ່ານ ຄຳພັນ ພັນທະວົງ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານກວດກາພັກ ຫົວໜ້າອົງການກວດກາລັດ.
5 ປີຕໍ່ໜ້າແຂວງເຊກອງ ຈະສ້າງສີມືແຮງງານໃຫ້ໄດ້ 1,500 ຄົນ

5 ປີຕໍ່ໜ້າແຂວງເຊກອງ ຈະສ້າງສີມືແຮງງານໃຫ້ໄດ້ 1,500 ຄົນ

ໃນ 5 ປີຕໍ່ໜ້າ (2026-2030) ແຂວງເຊກອງ ຈະສຸມໃສ່ສ້າງສີມືແຮງງານໃຫ້ໄດ້ 1,500 ຄົນ. ໃນນີ້, ຊ່າງດ້ານກໍ່ສ້າງໃຫ້ໄດ້ 400 ຄົນ, ສ້ອມແປງກົນຈັກ 400 ຄົນ, ເອເລັກໂຕຼນິກ 200 ຄົນ, ປູກຝັງ-ລ້ຽງສັດ 300 ຄົນ, ປຸງແຕ່ງ 100 ຄົນ ແລະ ຕັດຫຍິບໃຫ້ໄດ້ 100 ຄົນ.
ການລົງທຶນເພີ່ມໃໝ່ 1.88 ຕື້ໂດລາ!ກອງປະຊຸມສົ່ງເສີມການລົງທຶນທີ່ຍົກລະດັບຮອບດ້ານ ຂອງນິຄົມອຸດສາຫະກຳ ອາຊີໂປຕາສ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ!

ການລົງທຶນເພີ່ມໃໝ່ 1.88 ຕື້ໂດລາ!ກອງປະຊຸມສົ່ງເສີມການລົງທຶນທີ່ຍົກລະດັບຮອບດ້ານ ຂອງນິຄົມອຸດສາຫະກຳ ອາຊີໂປຕາສ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ!

ວັນທີ 6 ທັນວາ, “ກອງປະຊຸມປະຊາສໍາພັນສົ່ງເສີມການລົງທຶນທີ່ຍົກລະດັບຮອບດ້ານຂອງ ນິຄົມອຸດສາຫະກຳ ອາຊີໂປຕາສ” ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ທີ່ ນະຄອນເສິນເຈິນ ສປ ຈີນ. ງານຄັ້ງນີ້ຈັດຂຶ້ນເນື່ອງໃນໂອກາດການນຳສະເໜີແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີⅩແລະ ເປັນຄັ້ງທໍາອິດຂອງການຈັດກອງປະຊຸມສົ່ງເສີມການລົງທຶນ ຫຼັງຈາກການປະກາດ “ດໍາລັດວ່າດ້ວຍນິຄົມອຸດສາຫະກຳ ອາຊີໂປຕາສ” ຢ່າງເປັນທາງການ, ໂດຍນິຄົມອຸດສາຫະກຳໄດ້ກ້າວເຂົ້າສູ່ຍຸກໃໝ່ 2.0. ການສົ່ງເສີມການລົງທຶນໃນຄັ້ງນີ້ແນໃສ່ຄູ່ຮ່ວມມືທີ່ມີຄຸນນະພາບຈາກທົ່ວໂລກ, ໄດ້ມີການເຊັນສັນຍາໂຄງການອຸດສາຫະກຳ 16 ໂຄງການ, ຄາດວ່າຈໍານວນການລົງທຶນໃໝ່ ທັງໝົດ 1 ຕື້ 88 ລ້ານໂດລາ, ຄາດວ່າໃນອະນາຄົດຈະບັນລຸມູນຄ່າຜົນຜະລິດທັງໝົດ 1 ຕຶ້ 828 ລ້ານໂດລາ/ປີ, ເຊິ່ງກ່ຽວຂ້ອງກັບໂຄງການທ້າຍນ້ຳໃນລະບົບຕ່ອງໂສ້ອຸດສາຫະກຳເຄມີໂບຣມີນ, ໂຄງການວັດສະດຸໂລຫະລະດັບແຜ່ນຊິບ ໃນໂຄງການທ້າຍນ້ຳຂອງ ຄລໍ-ອັນຄາໄລ, ຊິລິຄອນ ອຸດສາຫະກຳ, ໂປຕາສຊຽມ ຊູນເຟດ, ຝຸ່ນປະສົມ ແລະ ຫຼາຍໂຄງການສໍາຄັນອື່ນໆ, ເຊິ່ງໄດ້ບັນລຸຜົນສຳເລັດທີ່ໂດດເດັ່ນໃນການຂະຫຍາຍຂະໜາດ, ການຟື້ນຟູອຸດສາຫະກຳ ແລະ ການຍົກລະດັບກໍາລັງການຜະລິດ ເປັນຂີດໝາຍຂອງຜົນສຳເລັດການຍົກລະດັບຄຸນນະພາບ ແລະ ປະສິດທິພາບຢ່າງຮອບດ້ານຂອງລະບົບນິເວດອຸດສາຫະກຳໃນນິຄົມອຸດສາຫະກຳ ອາຊີໂປຕາສ.
ອາຊີ-ໂປຕາສ ສາກົນ ສໍາເລັດການທົດລອງປ້ອນວັດສະດຸເຄື່ອງຈັກຜະລິດແບບຕໍ່ເນື່ອງຂອງໂຄງການຝຸ່ນໂປຕາສ 1 ລ້ານໂຕນ ແຫ່ງທີ 3 ! ກໍາລັງການຜະລິດຝຸ່ນໂປຕາສ ຂອງ ສປປ ລາວ ບັນລຸການຍົກລະດັບແບບກ້າວກະໂດດອີກເທື່ອໜຶ່ງ!

ອາຊີ-ໂປຕາສ ສາກົນ ສໍາເລັດການທົດລອງປ້ອນວັດສະດຸເຄື່ອງຈັກຜະລິດແບບຕໍ່ເນື່ອງຂອງໂຄງການຝຸ່ນໂປຕາສ 1 ລ້ານໂຕນ ແຫ່ງທີ 3 ! ກໍາລັງການຜະລິດຝຸ່ນໂປຕາສ ຂອງ ສປປ ລາວ ບັນລຸການຍົກລະດັບແບບກ້າວກະໂດດອີກເທື່ອໜຶ່ງ!

ວັນທີ 6 ທັນວາ ໄດ້ມີຂ່າວດີຈາກຖານຜະລິດຝຸ່ນໂປຕາສຢູ່ລາວ ຂອງ ອາຊີ-ໂປຕາສ ສາກົນ ວ່າ: ຄຽງຄູ່ກັບຜະລິດຕະພັນຝຸ່ນໂປຕາສ 60% ຊຸດທໍາອິດໄດ້ຖືກຂົນສົ່ງອອກຈາກສາຍພານລໍາລຽງ, ເປັນການປະກາດວ່າ ລະບົບລຳລຽງຂົນສົ່ງຫຼັກເຂດແຫຼ່ງແຮ່ດົງບູນນ້ອຍໄດ້ເປີດນຳໃຊ້ຢ່າງເປັນທາງການ, ໂຄງການເປີດທົດລອງເດີນເຄື່ອງຈັກຜະລິດຝຸ່ນໂປຕາສແບບຕໍ່ເນື່ອງ 1 ລ້ານໂຕນ ແຫ່ງທີ 3 ຂອງ ອາຊີ-ໂປຕາສ ສາກົນ ໄດ້ຮັບຜົນສໍາເລັດຜົນຢ່າງຈົບງາມ.
ເຜີຍແຜ່ ຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸ່ນແຮງທາງເພດຜ່ານທາງອອນລາຍ

ເຜີຍແຜ່ ຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸ່ນແຮງທາງເພດຜ່ານທາງອອນລາຍ

ກອງປະຊຸມເຜີຍແຜ່ລະດັບຊາດ ຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸ່ນແຮງທາງເພດຜ່ານທາງອອນລາຍ ໄດ້ຈັດຂຶ້ນໃນວັນທີ 8 ທັນວາ 2025 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ ຮ່ວມແຮງຮ່ວມໃຈກັນເພື່ອຢຸດຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງທຸກຄົນຜ່ານທາງດິຈິຕອນ(UNITIE TO END DIGITAL VIOLENCE AGAINST ALL WOMEN AND GIRLS); ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານສູນກາງຄະນະບໍລິຫານງານສະຫະພັນແມ່ຍິງລາວ(ສສຍລ), ຮອງປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ,ແມ່ແລະເດັກ(ຄຊກມດ); ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ; ທ່ານ ບັກຕີຍໍ ກາດິຣບ ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ປະຈໍາ ສປປ ລາວ, ມີບັນດາຜູ້ຕາງໜ້າຈາກກະຊວງ, ອົງການ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນພ້ອມດ້ວຍພາກສ່ວນກ່ຽວຂ້ອງ ທັງແບບເຊິ່ງໜ້າ ແລະ ອອນລາຍ ເຂົ້າຮ່ວມ.
ມອບ-ຮັບທາງເຂົ້າບ້ານຊຳກ້ວາງ

ມອບ-ຮັບທາງເຂົ້າບ້ານຊຳກ້ວາງ

ໃນວັນທີ5ທັນວາຜ່ານມາ ຢູ່ທີ່ເຂດງານ ໄດ້ມີພິທີມອບ-ຮັບເສັ້ນທາງເຂົ້າບ້ານຊຳກ້ວາງ ເມືອງຄູນ ແຂວງຊຽງຂວາງ ໂດຍການເປັນປະທານຂອງທ່ານ ບຸນມີ ຄູນມາລາ ຮອງເລຂາພັກເມືອງ ປະທານກຳມະການປົກຄອງເມືອງ, ທ່ານນາງ ສົມພອນ ບູ່ພະລາ ຮອງຫົວໜ້າຫ້ອງວ່າການແຂວງ, ມີອາດີດການນຳເມືອງຄູນ, ພະນັກງານຈາກແຂວງ, ເມືອງ, ບໍລິສັດ ແລະ ປະຊາຊົນບ້ານຊຳກ້ວາງເຂົ້າຮ່ວມ.
ຄະນະຜູ້ແທນສຳພັນຄົນລາວຢູ່ປະເທດຝຣັ່ງ ມອບເງິນສົມທົບທຶນສ້າງຫໍພັກຄູ-ນັກຮຽນ ບ້ານຂີ້ນາກ

ຄະນະຜູ້ແທນສຳພັນຄົນລາວຢູ່ປະເທດຝຣັ່ງ ມອບເງິນສົມທົບທຶນສ້າງຫໍພັກຄູ-ນັກຮຽນ ບ້ານຂີ້ນາກ

ວັນທີ 7 ທັນວາຜ່ານມານີ້,ຄະນະຜູ້ແທນສຳພັນຄົນລາວຢູ່ປະເທດຝຣັ່ງໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງໂຂງແຂວງຈຳປາສັກພ້ອມທັງມອບເງິນສົມທົບທຶນເຂົ້າໃນການກໍ່ສ້າງຫໍພັກຄູ ແລະ ນັກຮຽນ.
ເພີ່ມເຕີມ