ແຈ່ວປາບ້ຳກຸ້ງຕ້ອງລອງ ສ້າງລາຍຮັບເຂົ້າສູ່ຄອບຄົວ

ແຈ່ວປາບ້ຳກຸ້ງຕ້ອງລອງ ສ້າງລາຍຮັບເຂົ້າສູ່ຄອບຄົວ
ໂດຍ: ພັດ ລໍວັນໄຊ
ການສ້າງເສດຖະກິດ ຂອງແຕ່ລະຄອບຄົວແມ່ນມີຫຼາຍຊ່ອງທາງໃຫ້ເລືອກ ຊຶ່ງຂຶ້ນກັບທ່າແຮງ ແລະ ເງື່ອນໄຂຂອງແຕ່ລະຄອບຄົວ, ໃນນັ້ນການຜະລິດເປັນສິນຄ້າ  ເປັນອາຊີບໜຶ່ງທີ່ປະຊາຊົນເຮົາ  ເຄີຍມີມູນເຊື້ອມາແຕ່ດົນນານ ຊຶ່ງພັກ-ລັດໄດ້ມີນະໂຍບາຍສົ່ງເສີມໃຫ້ຜະລິດເປັນສິນຄ້າ ເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ. ດ້ວຍການຜະລິດແຈ່ວປາບ້ຳຊຳເໜືອ(ແຈ່ວປາບ້ຳກຸ້ງຕ້ອງລອງ)  ຊຶ່ງເປັນອາຫານພື້ນເມືອງ ທີ່ເປັນເອກະລັກ ຂອງແຂວງຫົວພັນ ຄືດັັ່ງຄອບຄົວຂອງທ່ານ  ສຸທາກອນ ສອນວິໄຊ ເຮັດໃຫ້ຄອບຄົວຮັ່ງມີແລະ ກາຍເປັນຄອບຄົວຕົວແບບ ໃນການຜະລິດແຈ່ວປາບ້ຳ ຂອງບ້ານພັນໄຊ ເມືອງຊຳເໜືອ ແຂວງຫົວພັນ.
ທ່ານ  ສຸທາກອນ ສອນວິໄຊ ໃຫ້ສຳພາດຕໍ່ຜູ້ຂຽນວ່າ: ອາຊີບຫຼັກເປັນຜູ້ອຳນວຍການສູນສອນພາສາອັງກິດ ສອນໄຊສອນຈະເລີນ ພາກເອກະຊົນ ຊຶ່ງເປັນການບໍລິຫານດ້ວຍຕົນເອງ ຄຽງຄູ່ກັນນັ້ນຍັງໄດ້ຕັດສິນໃຈ ສ້າງແບຣນສິນຄ້າ“ແຈ່ວປາບໍ້າກຸ້ງຕ້ອງລອງ” ຂຶ້ນມາ ໂດຍໃສ່ຊື່ຄວາມໝາຍດ້ານຫຼັງວ່າ: (ຮຽນສູດຈາກແມ່ໄມ)ແຈ່ວປາບໍ້າກຸ້ງຕ້ອງລອງເພື່ອຂາຍໃນອອນລາຍ, ອັອບລາຍ ຊຶ່ງສູດ ແຈ່ວປາບ້ຳກຸ້ງຕ້ອງລອງ ຈະເປັນສູດພິເສດທີ່ມີຄວາມເຂັ້ມຂຸ້ນ ແລະ ແຊບສືບທອດມູນເຊື້ອ, ຮຽນສູດຈາກແມ່ໄມ ການປຸ່ງແຕ່ງແບບແຕ່ກ່ອນ ມາປັບລົດຊາດໃຫ້ເຂັ້ມຂຸ້ນຂຶ້ນຊຶ່ງລົດຊາດແຈ່ວ ແມ່ໄມຈະເປັນສູດດັ່ງເດີມ ຊຶ່ງຂຶ້ນກັບວ່າ ລູກຄ້າຈະມັກສູດແບບໃດ ຖ້າຍຸກປັດຈຸບັນຕ້ອງແມ່ນສູດເຂັ້ມຂຸ້ນກໍຄື “ແຈ່ວປາບ້ຳກຸ້ງຕ້ອງລອງ” ທີ່ຂາຍດີອັນດັບ1 ໃນຕອນນີ້.ສຳລັບແຈ່ວປາບໍ້າກຸ້ງຕ້ອງລອງແມ່ນເລີ່ມຜະລິດ ໃນເດືອນ ຕຸລາປີ 2023ເປັນຕົ້ນມາ, ລາຄາ ໂລເຄິ່ງ100.000ກີບ, 200.000ກີບ/ກິໂລ ແລະ ຂາຍເປັນແພັກໜຶ່ງແພັກມີ6ກ່ອງ ລາຄາ 120.000ກີບ; ສຳລັບການຈຳໜ່າຍແມ່ນຂາຍຜ່ານຊ່ອງທາງ facebook: Koung shrimp ຫຼື tiktokKoung Tong Long(ເຟສບຸກ, ຕິກຕ໋ອກ)ຊຶ່ງມີຄົນກົດໄລ້, ກົດຖືກໃຈ ແລະ ກົດແຊ ແລະ ມີຄົນສົນໃຈເປັນຈຳນວນຫຼາຍ, ວິດີໂອຕ່າງໆໃນການກິນ, ການຣີວິວຊ່ອງທາງ ໃນຕິກຕ໋ອກຖືວ່າມີຄົນເບິ່ງ ແລະ ມີຄົນຕິດຕາມເພີ່ມຂຶ້ນສູງ ນອກຈາກນັ້ນຍັງຂາຍແບບອັອບລາຍນຳອີກຈຸດພິເສດ ຂອງແຈ່ວປາບໍ້າກຸ້ງຕ້ອງລອງ ການປຸງແຕ່ງໄດ້ມາດຕະຖານຜ່ານໂຮງງານ ຮັບປະກັນຄວາມສະອາດ ແລະ ປອດໄພ ໃສ່ໃຈຜູ້ບໍລິໂພກ ແລະ ປຸງແຕ່ງແບບເຄື່ອງຈັກທີ່ທັນສະໄໝ ເນັ້ນຄຸນນະພາບ ຫຼາຍກວ່າປະລິມານ ປຸງແຕ່ງແບບຍຸກໃໝ່ເຂັ້ມຂຸ້ນ,ວັດຖຸດິບທີ່ນຳມາຜະລິດແຈ່ວແມ່ນລົງຊຸກຍູ້ ແລະ ເກັບຊື້ວັດຖຸດິບນຳພໍ່ແມ່ປະຊາຊົນພາຍໃນແຂວງຫົວພັນ, ເຂດທີ່ສາມາດລ້ຽງປາໃນນາ ປາບໍ້າ,ປາແຝກ ຫຼື ເຂດທີ່ສາມາດປູກໝາກເຜັດ, ກະທຽມ ແລະ ເກັບຊື້ຈາກແຂວງອື່ນທີ່ຕິດຈອດ ເຊັ່ນ: ແຂວງຊຽງຂວາງ ແລະ ຫຼວງພະບາງ ເປັນຕົ້ນ.
ຜ່ານການດຳເນີນທຸລະກິດຜະລິດແຈ່ວປາບ້ຳກຸ້ງຕ້ອງລອງເປັນສິນຄ້າ ມາຮອດປັດຈຸບັນ ຊີວິດການເປັນຢູ່ ຂອງຄອບຄົວ ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ ແລະ ມີລາຍຮັບໝັ້ນຄົງ ສະມາຊິກພາຍໃນຄອບຄົວ ມີຄວາມສາມັກຄີ, ມີຄວາມດຸໝັ່ນ, ເປັນຈິດໜຶ່ງໃຈດຽວ ພ້ອມກັນເຮັດພ້ອມກັນສ້າງ ຊຶ່ງເຮັດໃຫ້ຄອບຄົວຂ້າພະເຈົ້າມີຊີວິດທີ່ດີຂຶ້ນກວ່າເກົ່າ. ນອກຈາກນັ້ນ ກໍຍັງສ້າງວຽກເຮັດງານທຳໃຫ້ແກ່ພໍ່ແມ່ປະຊາຊົນ ແລະ ອ້ອມຂ້າງເຮືອນ 25 ຄົນເພື່ອຊ່ວຍໃນການປິດໝາກເຜັດ, ປອກກະທຽມ ແລະ ມີແຮງງານພາຍໃນໂຮງງານ 10 ຄົນ ນີ້ເປັນການສ້າງລາຍຮັບໃຫ້ຫົວໜ່ວຍຄອບຄົວໃຫ້ມີຢູ່ມີກິນ ແລະ ຫຼຸດພົ້ນອອກຈາກຕວາມທຸກຍາກອີກດ້ວຍ. ປັດຈຸບັນນີ້ພວກເຮົາມີຕົວແທນຈຳໜ່າຍທົ່ວປະເທດ ແລະ ຕ່າງປະເທດເຊັ່ນ: ຫວຽດນາມ, ໄທ, ເກົາຫຼີ, ສິງກະໂປ ແລະ ຈີນ. ພ້ອມດຽວກັນນີ້ ທ່ານ ສຸທາກອນ ໃຫ້ຮູ້ຕື່ມອີກວ່າ: ທິດທາງແຜນການໃນຕໍ່ໜ້າຈະສືບຕໍ່ຮັກສາຣົດຊາດຕາມສູດໃຫ້ຄົງທີ່ ຄຽງຄູ່ກັນນັ້ນ ກໍຄືການກວດຜ່ານຜະລິດຕະພັນ ອຢ ແລະ ຈະສຸມໃສ່ການຫຸ້ມຫໍ່ໃຫ້ໄດ້ມາດຕະຖານດີກວ່າເກົ່າ ເພື່ອສາມາດເຂົ້າໄປຂາຍໃນຮ້ານຄ້າສະດວກຊື້ ເຊັ່ນ: Big C, Xokxay, J-mart ແລະ ອື່ນໆ. ແລະ ຈະສູ້ຊົນໃຫໄດ້ເຂົ້າໄປຂາຍໃນຕະຫຼາດບັນດາປະເທດ ອາຊຽນ ນັ້ນຄືຄວາມຫວັງທີ່ຕັ້ງເອົາໄວ້.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ