ແຈ່ວປາບ້ຳກຸ້ງຕ້ອງລອງ ສ້າງລາຍຮັບເຂົ້າສູ່ຄອບຄົວ

ແຈ່ວປາບ້ຳກຸ້ງຕ້ອງລອງ ສ້າງລາຍຮັບເຂົ້າສູ່ຄອບຄົວ
ໂດຍ: ພັດ ລໍວັນໄຊ
ການສ້າງເສດຖະກິດ ຂອງແຕ່ລະຄອບຄົວແມ່ນມີຫຼາຍຊ່ອງທາງໃຫ້ເລືອກ ຊຶ່ງຂຶ້ນກັບທ່າແຮງ ແລະ ເງື່ອນໄຂຂອງແຕ່ລະຄອບຄົວ, ໃນນັ້ນການຜະລິດເປັນສິນຄ້າ  ເປັນອາຊີບໜຶ່ງທີ່ປະຊາຊົນເຮົາ  ເຄີຍມີມູນເຊື້ອມາແຕ່ດົນນານ ຊຶ່ງພັກ-ລັດໄດ້ມີນະໂຍບາຍສົ່ງເສີມໃຫ້ຜະລິດເປັນສິນຄ້າ ເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ. ດ້ວຍການຜະລິດແຈ່ວປາບ້ຳຊຳເໜືອ(ແຈ່ວປາບ້ຳກຸ້ງຕ້ອງລອງ)  ຊຶ່ງເປັນອາຫານພື້ນເມືອງ ທີ່ເປັນເອກະລັກ ຂອງແຂວງຫົວພັນ ຄືດັັ່ງຄອບຄົວຂອງທ່ານ  ສຸທາກອນ ສອນວິໄຊ ເຮັດໃຫ້ຄອບຄົວຮັ່ງມີແລະ ກາຍເປັນຄອບຄົວຕົວແບບ ໃນການຜະລິດແຈ່ວປາບ້ຳ ຂອງບ້ານພັນໄຊ ເມືອງຊຳເໜືອ ແຂວງຫົວພັນ.
ທ່ານ  ສຸທາກອນ ສອນວິໄຊ ໃຫ້ສຳພາດຕໍ່ຜູ້ຂຽນວ່າ: ອາຊີບຫຼັກເປັນຜູ້ອຳນວຍການສູນສອນພາສາອັງກິດ ສອນໄຊສອນຈະເລີນ ພາກເອກະຊົນ ຊຶ່ງເປັນການບໍລິຫານດ້ວຍຕົນເອງ ຄຽງຄູ່ກັນນັ້ນຍັງໄດ້ຕັດສິນໃຈ ສ້າງແບຣນສິນຄ້າ“ແຈ່ວປາບໍ້າກຸ້ງຕ້ອງລອງ” ຂຶ້ນມາ ໂດຍໃສ່ຊື່ຄວາມໝາຍດ້ານຫຼັງວ່າ: (ຮຽນສູດຈາກແມ່ໄມ)ແຈ່ວປາບໍ້າກຸ້ງຕ້ອງລອງເພື່ອຂາຍໃນອອນລາຍ, ອັອບລາຍ ຊຶ່ງສູດ ແຈ່ວປາບ້ຳກຸ້ງຕ້ອງລອງ ຈະເປັນສູດພິເສດທີ່ມີຄວາມເຂັ້ມຂຸ້ນ ແລະ ແຊບສືບທອດມູນເຊື້ອ, ຮຽນສູດຈາກແມ່ໄມ ການປຸ່ງແຕ່ງແບບແຕ່ກ່ອນ ມາປັບລົດຊາດໃຫ້ເຂັ້ມຂຸ້ນຂຶ້ນຊຶ່ງລົດຊາດແຈ່ວ ແມ່ໄມຈະເປັນສູດດັ່ງເດີມ ຊຶ່ງຂຶ້ນກັບວ່າ ລູກຄ້າຈະມັກສູດແບບໃດ ຖ້າຍຸກປັດຈຸບັນຕ້ອງແມ່ນສູດເຂັ້ມຂຸ້ນກໍຄື “ແຈ່ວປາບ້ຳກຸ້ງຕ້ອງລອງ” ທີ່ຂາຍດີອັນດັບ1 ໃນຕອນນີ້.ສຳລັບແຈ່ວປາບໍ້າກຸ້ງຕ້ອງລອງແມ່ນເລີ່ມຜະລິດ ໃນເດືອນ ຕຸລາປີ 2023ເປັນຕົ້ນມາ, ລາຄາ ໂລເຄິ່ງ100.000ກີບ, 200.000ກີບ/ກິໂລ ແລະ ຂາຍເປັນແພັກໜຶ່ງແພັກມີ6ກ່ອງ ລາຄາ 120.000ກີບ; ສຳລັບການຈຳໜ່າຍແມ່ນຂາຍຜ່ານຊ່ອງທາງ facebook: Koung shrimp ຫຼື tiktokKoung Tong Long(ເຟສບຸກ, ຕິກຕ໋ອກ)ຊຶ່ງມີຄົນກົດໄລ້, ກົດຖືກໃຈ ແລະ ກົດແຊ ແລະ ມີຄົນສົນໃຈເປັນຈຳນວນຫຼາຍ, ວິດີໂອຕ່າງໆໃນການກິນ, ການຣີວິວຊ່ອງທາງ ໃນຕິກຕ໋ອກຖືວ່າມີຄົນເບິ່ງ ແລະ ມີຄົນຕິດຕາມເພີ່ມຂຶ້ນສູງ ນອກຈາກນັ້ນຍັງຂາຍແບບອັອບລາຍນຳອີກຈຸດພິເສດ ຂອງແຈ່ວປາບໍ້າກຸ້ງຕ້ອງລອງ ການປຸງແຕ່ງໄດ້ມາດຕະຖານຜ່ານໂຮງງານ ຮັບປະກັນຄວາມສະອາດ ແລະ ປອດໄພ ໃສ່ໃຈຜູ້ບໍລິໂພກ ແລະ ປຸງແຕ່ງແບບເຄື່ອງຈັກທີ່ທັນສະໄໝ ເນັ້ນຄຸນນະພາບ ຫຼາຍກວ່າປະລິມານ ປຸງແຕ່ງແບບຍຸກໃໝ່ເຂັ້ມຂຸ້ນ,ວັດຖຸດິບທີ່ນຳມາຜະລິດແຈ່ວແມ່ນລົງຊຸກຍູ້ ແລະ ເກັບຊື້ວັດຖຸດິບນຳພໍ່ແມ່ປະຊາຊົນພາຍໃນແຂວງຫົວພັນ, ເຂດທີ່ສາມາດລ້ຽງປາໃນນາ ປາບໍ້າ,ປາແຝກ ຫຼື ເຂດທີ່ສາມາດປູກໝາກເຜັດ, ກະທຽມ ແລະ ເກັບຊື້ຈາກແຂວງອື່ນທີ່ຕິດຈອດ ເຊັ່ນ: ແຂວງຊຽງຂວາງ ແລະ ຫຼວງພະບາງ ເປັນຕົ້ນ.
ຜ່ານການດຳເນີນທຸລະກິດຜະລິດແຈ່ວປາບ້ຳກຸ້ງຕ້ອງລອງເປັນສິນຄ້າ ມາຮອດປັດຈຸບັນ ຊີວິດການເປັນຢູ່ ຂອງຄອບຄົວ ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ ແລະ ມີລາຍຮັບໝັ້ນຄົງ ສະມາຊິກພາຍໃນຄອບຄົວ ມີຄວາມສາມັກຄີ, ມີຄວາມດຸໝັ່ນ, ເປັນຈິດໜຶ່ງໃຈດຽວ ພ້ອມກັນເຮັດພ້ອມກັນສ້າງ ຊຶ່ງເຮັດໃຫ້ຄອບຄົວຂ້າພະເຈົ້າມີຊີວິດທີ່ດີຂຶ້ນກວ່າເກົ່າ. ນອກຈາກນັ້ນ ກໍຍັງສ້າງວຽກເຮັດງານທຳໃຫ້ແກ່ພໍ່ແມ່ປະຊາຊົນ ແລະ ອ້ອມຂ້າງເຮືອນ 25 ຄົນເພື່ອຊ່ວຍໃນການປິດໝາກເຜັດ, ປອກກະທຽມ ແລະ ມີແຮງງານພາຍໃນໂຮງງານ 10 ຄົນ ນີ້ເປັນການສ້າງລາຍຮັບໃຫ້ຫົວໜ່ວຍຄອບຄົວໃຫ້ມີຢູ່ມີກິນ ແລະ ຫຼຸດພົ້ນອອກຈາກຕວາມທຸກຍາກອີກດ້ວຍ. ປັດຈຸບັນນີ້ພວກເຮົາມີຕົວແທນຈຳໜ່າຍທົ່ວປະເທດ ແລະ ຕ່າງປະເທດເຊັ່ນ: ຫວຽດນາມ, ໄທ, ເກົາຫຼີ, ສິງກະໂປ ແລະ ຈີນ. ພ້ອມດຽວກັນນີ້ ທ່ານ ສຸທາກອນ ໃຫ້ຮູ້ຕື່ມອີກວ່າ: ທິດທາງແຜນການໃນຕໍ່ໜ້າຈະສືບຕໍ່ຮັກສາຣົດຊາດຕາມສູດໃຫ້ຄົງທີ່ ຄຽງຄູ່ກັນນັ້ນ ກໍຄືການກວດຜ່ານຜະລິດຕະພັນ ອຢ ແລະ ຈະສຸມໃສ່ການຫຸ້ມຫໍ່ໃຫ້ໄດ້ມາດຕະຖານດີກວ່າເກົ່າ ເພື່ອສາມາດເຂົ້າໄປຂາຍໃນຮ້ານຄ້າສະດວກຊື້ ເຊັ່ນ: Big C, Xokxay, J-mart ແລະ ອື່ນໆ. ແລະ ຈະສູ້ຊົນໃຫໄດ້ເຂົ້າໄປຂາຍໃນຕະຫຼາດບັນດາປະເທດ ອາຊຽນ ນັ້ນຄືຄວາມຫວັງທີ່ຕັ້ງເອົາໄວ້.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປກສ ບໍລິຄໍາໄຊ ຈູດທໍາລາຍອາວຸດລ່າເນື້ອ ຈັກສະຕິນ ແລະ ເຄື່ອງຊັອດປາ

ປກສ ບໍລິຄໍາໄຊ ຈູດທໍາລາຍອາວຸດລ່າເນື້ອ ຈັກສະຕິນ ແລະ ເຄື່ອງຊັອດປາ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງບໍລິຄໍາໄຊ ຈັດພິທີຈູດທໍາລາຍອາວຸດລ່າເນື້ອ, ຈັກສະຕິນ ແລະ ໝໍ້ຊັອດປາ ໃນວັນທີ 19 ມິຖຸນາຜ່ານມາ, ໂດຍມີທ່ານ ພົຈວ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີທ່ານ ບຸນລ້ຽງ ດວງສະເພົາທອງ ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດກ່ຽວຂ້ອງເຂົ້າຮ່ວມ.
ທະຫານຫຼວງນໍ້າທາ ເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ 13 ສະຫາຍ

ທະຫານຫຼວງນໍ້າທາ ເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ 13 ສະຫາຍ

ກອງບັນຊາການທະຫານແຂວງຫຼວງນໍ້າທາ ຈັດພິທີປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານໃນວັນທີ 19 ມິຖຸນາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົຈວ ຫຸມພັນ ແກ້ວວັງລາດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາກ່ຽວຂ້ອງເຂົ້າຮ່ວມ.
ຫາ​ລືຮ່າງວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ຫາ​ລືຮ່າງວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ກອງປະຊຸມຄະນະຮັບຜິດຊອບຊີ້ນຳການຮ່າງ ແລະ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄດ້ຈັດຂຶ້ນໃນ​ວັນ​ທີ 22 ມິ​ຖຸ​ນາ​ນີ້ ທີ່ ກະຊວງການເງິນ, ພາຍ​ໃຕ້​ການເປັນປະທານ​ຂອງ ທ່ານ ສັນຕິພາບ ພົມວິຫານຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການເງິນ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳການຮ່າງ ແລະ ປະຕິບັດວາລະແຫ່ງຊາດ ຂັ້ນສູນກາງ, ມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າກົມ/ຮອງຫົວໜ້າກົມແລະພາກ​ສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເມືອງ ໄຊຍະບູລີ ເຊັນສັນຍາສຳປະທານຕະຫຼາດນັດເຄື່ອນທີ່ ແລະ ຕະຫຼາດນັດບຸນຊ່ວງເຮືອ

ເມືອງ ໄຊຍະບູລີ ເຊັນສັນຍາສຳປະທານຕະຫຼາດນັດເຄື່ອນທີ່ ແລະ ຕະຫຼາດນັດບຸນຊ່ວງເຮືອ

ພິທີເຊັນສັນຍາ ສຳປະທານຕະຫຼາດນັດເຄື່ອນທີ່ ແລະ ຕະຫຼາດບຸນຊ່ວງເຮືອ ລະຫວ່າງ ອົງການປົກຄອງເມືອງໄຊ​ຍະ​ບູ​ລີ ຕາງໜ້າໂດຍຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ກັບ ບໍລິສັດເມກສະຫວັນຈຳກັດຜູ້ດຽວໄດ້ຈັດຂຶ້ນໃນວັນທີ 19 ມິຖຸນາຜ່ານ​ມາ, ທີ່ຫ້ອງວ່າການເມືອງ.
ເມືອງປາກລາຍ ປະກາດສ້າງຕັ້ງຕາແສງບຸ່ງມ່າ-ຕາກແດດ

ເມືອງປາກລາຍ ປະກາດສ້າງຕັ້ງຕາແສງບຸ່ງມ່າ-ຕາກແດດ

ເມືອງປາກ​ລາຍແຂວງ​ໄຊ​ຍະ​ບູ​ລີໄດ້​ຈັດ​ພິທີປະກາດສ້າງຕັ້ງຕາແສງ ບຸ່ງມ່າ-ຕາກແດດ ໃນວັນທີ 18 ມິຖຸນາຜ່ານ​ມາທີ່ບ້ານຕາກແດດ ໂດຍມີທ່ານ ບຸດສະກອນ ອິນທະລັງສີ ຮອງປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ, ທ່ານ ຄໍາຝັ້ນ ວົງສະຫວັນ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງປາກລາຍ ພ້ອມດ້ວຍຫ້ອງການ, ນັກທຸລະກິດ, ຜູ້ປະກອບການ, ຄູອາຈານ, ນັກຮຽນ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ການນໍາແຂວງຫຼວງພະບາງ ຢ້ຽມຢາມໂຄງການປູກຕົ້ນໂກໂກ້ ຢູ່ເມືອງຈອມເພັດ

ການນໍາແຂວງຫຼວງພະບາງ ຢ້ຽມຢາມໂຄງການປູກຕົ້ນໂກໂກ້ ຢູ່ເມືອງຈອມເພັດ

ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ບຸນເລື່ອມ ມະນີວົງ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6, ປະທານສະພາປະຊາຊົນແຂວງຫຼວງພະບາງ ພ້ອມດ້ວຍຄະນະ ລົງຢ້ຽມຢາມສະຖານທີ່ ໂຄງການພັດທະນາປູກຕົ້ນໂກໂກ້ ຄຸນນະພາບສູງ ແລະ ເສດຖະກິດຊຸມຊົນແບບຍືນຍົງ ຂອງບໍລິສັດ ຢູນີເທັກ ທີ່ຈັດຕັ້ງປະຕິບັດຢູ່ບ້ານຫ້ວຍອອນ.
ຄໍາມ່ວນ ເຜີຍແຜ່ ແລະ ຜັນຂະຫຍາຍນິຕິກຳວຽກງານແຮ່ທາດ

ຄໍາມ່ວນ ເຜີຍແຜ່ ແລະ ຜັນຂະຫຍາຍນິຕິກຳວຽກງານແຮ່ທາດ

ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງຄໍາມ່ວນ ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍນິຕິກຳກ່ຽວກັບວຽກງານແຮ່ທາດ ໃນ​ວັນ​ທີ 22 ມິ​ຖຸ​ນາ​ນີ້ ທີ່ ແຂວງ​ຄຳ​ມ່ວນໂດຍມີ ທ່ານ ພາກອນ ແກ້ວມະນີ ຫົວໜ້າຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງຄໍາມ່ວນ, ພ້ອມດ້ວຍຄະນະພັກ-ຄະນະຫ້ອງການ, ບັນດາຂະແໜງການ ແລະ ພະນັກງານວິຊາການເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ ແລະ ຜັນຂະຫຍາຍນິຕິກຳວຽກງານແຮ່ທາດ

ຄໍາມ່ວນ ເຜີຍແຜ່ ແລະ ຜັນຂະຫຍາຍນິຕິກຳວຽກງານແຮ່ທາດ

ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງຄໍາມ່ວນ ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍນິຕິກຳກ່ຽວກັບວຽກງານແຮ່ທາດ ໃນ​ວັນ​ທີ 22 ມິ​ຖຸ​ນາ​ນີ້ ທີ່ ແຂວງ​ຄຳ​ມ່ວນໂດຍມີ ທ່ານ ພາກອນ ແກ້ວມະນີ ຫົວໜ້າຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງຄໍາມ່ວນ, ພ້ອມດ້ວຍຄະນະພັກ-ຄະນະຫ້ອງການ, ບັນດາຂະແໜງການ ແລະ ພະນັກງານວິຊາການເຂົ້າຮ່ວມ.
ປີຜ່ານມາ ຄຳມ່ວນໄດ້ຮັບຄວາມເສຍຫາຍຈາກໄພພິບັດ ລວມມູນຄ່າ 350 ຕື້ກວ່າກີບ

ປີຜ່ານມາ ຄຳມ່ວນໄດ້ຮັບຄວາມເສຍຫາຍຈາກໄພພິບັດ ລວມມູນຄ່າ 350 ຕື້ກວ່າກີບ

ໃນໄລຍະ 1 ປີຜ່ານມາ, ທົ່ວແຂວງຄໍາມ່ວນມີເຫດການໄພພິບັດເກີດຂຶ້ນເຊັ່ນ: ລົມພາຍຸພັດ, ໄຟໄໝ້, ດິນເຈື່ອນ ແລະ ນໍ້າຖ້ວມຊຸ, ຖ້ວມຂັງ ສົ່ງຜົນກະທົບຕໍ່ເນື້ອທີ່ທໍາການຜະລິດ, ເນື້ອທີ່ປູກພືດຕ່າງໆ ພ້ອມທັງເຮືອນຊານ, ເລົ້າເຂົ້າ, ພາຫະນະ, ພື້ນຖານໂຄງລ່າງໄດ້ຮັບຄວາມເສຍຫາຍ ລວມມູນຄ່າ 350 ຕື້ກວ່າກີບ ໃນນັ້ນ, ຜົນເສຍຫາຍໃນດ້ານຂົງເຂດກະສິກຳ ແລະ ສິ່ງແວດລ້ອມ 226 ຕື້ກວ່າກີບ, ດ້ານຂົງເຂດໂຍທາທິການ ແລະ ຂົນສົ່ງ 124 ຕື້ກວ່າກີບ.
ພະນັກງານສ່ວຍສາອາກອນຫຼວງພະບາງ ເຊື່ອມຊຶມນິຕິກຳວຽກງານອາກອນມູນຄ່າເພີ່ມ

ພະນັກງານສ່ວຍສາອາກອນຫຼວງພະບາງ ເຊື່ອມຊຶມນິຕິກຳວຽກງານອາກອນມູນຄ່າເພີ່ມ

ກອງປະຊຸມເຊື່ອມຊຶມນິຕິກຳວຽກງານອາກອນມູນຄ່າເພີ່ມ ຈັດຂຶ້ນໃນວັນທີ 22 ມິຖຸນານີ້, ທີ່ຫ້ອງປະຊຸມສ່ວຍສາອາກອນປະຈຳແຂວງຫຼວງພະບາງ ໂດຍການເປັນປະທານຂອງທ່ານ ຄຳຕັນ ພູມມະເທບ ຮອງຫົວໜ້າສ່ວຍສາອາກອນປະຈຳແຂວງ, ມີຫົວໜ້າ-ຮອງຫົວໜ້າສ່ວຍສາອາກອນປະຈຳເມືອງ-ນະຄອນ-ຫຼວງພະບາງ ແລະພະນັກງານສ່ວຍສາອາກອນປະຈຳແຂວງເຂົ້າຮ່ວມ.
ເພີ່ມເຕີມ