ຈີນ​ ຈະ​ປະ​ຕິ​ບັດ​ມາດ​ຕະ​ການ​ປອດ​ພາ​ສີ 100% ຕໍ່​ສິນ​ຄ້າ​ຈາກ 53 ​ປະ​ເທດ​ໃນ​ອາຟ​ຣິ​ກາ​

ຈີນ​ ຈະ​ປະ​ຕິ​ບັດ​ມາດ​ຕະ​ການ​ປອດ​ພາ​ສີ 100% ຕໍ່​ສິນ​ຄ້າ​ຈາກ 53 ​ປະ​ເທດ​ໃນ​ອາຟ​ຣິ​ກາ​

ຂ່າວສານຊີອາໄອລາຍງານ ໃນວັນທີ 12 ມິຖຸນາ ຜ່ານມາວ່າ: ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ທີ່​ຈັດ​ຂຶ້ນຫວ່າງບໍ່ດົນມານີ້, ​ທ່ານ ຫຼິນ​ຈ້ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​​ນັກ​ຂ່າວ​ກ່ຽວ​ກັບ​ກອ​ງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ສານ​ງານ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ຜົນ​​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມືລະ​ຫວ່າງ​ຈີນ-ອາ​ຟ​ຣິ​ກາ ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ສາງ​ຊ່າ ​ແຂວງ​ຫູ​​ໜານ ​ຂອງ​ຈີນ.

 

ທ່ານ ຫຼິນຈ້ຽນ ຢືນຢັນວ່າ: ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍໄປຍັງກອງປະຊຸມດັ່ງກ່າວ ແລະ ປະກາດຈະນຳໃຊ້ມາດຕະການປອດພາສີ 100% ຕໍ່ສິນຄ້າຈາກ 53 ປະເທດໃນອາຟຣິກາທີ່ສ້າງສາຍພົວພັນທາງການທູດກັບຈີນ ເພື່ອສ້າງຄວາມສະດວກຫຼາຍກວ່າເກົ່າໃຫ້ແກ່ປະເທດດ້ອຍພັດທະນາໃນອາຟຣິກາ ເພື່ອສົ່ງອອກສິນຄ້າໄປຈີນ.

ຈີນຖືເອົາການເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືກັບປະເທດໃນອາຟຣິກາເປັນພື້ນຖານສຳຄັນຂອງນະໂຍບາຍການຕ່າງປະເທດຢ່າງສະເໝີຕົ້ນສະເໝີປາຍ, ຍິນດີຮ່ວມກັບອາຟຣິກາ ຮ່ວມກັນຊຸກຍູ້ການຈັດຕັ້ງປະຕິບັດຜົນຂອງກອງປະຊຸມສຸດຍອດປັກກິ່ງຢ່າງໜັກແໜ້ນ, ຊຸກຍູ້ໃຫ້ຄວາມທັນສະໄໝແບບຈີນຊ່ວຍອາຟຣິກາພັດທະນາໃຫ້ມີຄວາມຈະເລີນຮຸ່ງເຮືອງ ເພື່ອປະກອບສ່ວນກຳລັງແຮງຂອງຈີນ ແລະ ອາຟຣິກາເຂົ້າໃນການບັນລຸຄວາມສາມັກຄີ, ການສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງເຂດໂລກໃຕ້ ແລະ ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ຄໍາເຫັນ

ຂ່າວຕ່າງປະເທດ

ຊີມລົດຊາດທີ່ແທ້ຈິງຂອງເຂົ້າໜົມໄຫວ້ພະຈັນ ແລະ ສໍາຜັດເຖິງຄວາມຮູ້ສຶກທີ່ແທ້ຈິງຕໍ່ຄອບຄົວ ແລະ ປະເທດຊາດ

ຊີມລົດຊາດທີ່ແທ້ຈິງຂອງເຂົ້າໜົມໄຫວ້ພະຈັນ ແລະ ສໍາຜັດເຖິງຄວາມຮູ້ສຶກທີ່ແທ້ຈິງຕໍ່ຄອບຄົວ ແລະ ປະເທດຊາດ

ບຸນໄຫວ້ພະຈັນ ເປັນບຸນປະເພນີທີ່ສຳຄັນຂອງຈີນ. ມື້ບຸນໄຫວ້ພະຈັນປີນີ້ແມ່ນວັນທີ 25 ກັນຍາ 2026 ກົງກັບມື້ເພັງເດືອນ 8 ຕາມຈັນທະຄະຕິຈີນ, ນັບແຕ່ບູຮານນະການເປັນຕົ້ນມາ, ການສະຫຼອງບຸນໄຫວ້ພະຈັນແມ່ນມີຮີດຄອງປະເພນີຕ່າງໆເຊັ່ນ: ການໄຫວ້ພະຈັນ, ຊົມພະຈັນ, ກິນເຂົ້າໜົມໄຫວ້ພະຈັນ, ຊົມດອກອົບເຊີຍ, ຊົມໂຄມໄຟ ແລະ ອື່ນໆ. ບຸນໄຫວ້ພະຈັນໄດ້ບັນຈຸຄວາມປາຖະໜາອັນດີງາມຂອງຜູ້ຄົນທັງຫຼາຍທີ່ຢາກໃຫ້ຄົນໃນຄອບຄົວມີຄວາມສາມັກຄີເຕົ້າໂຮມກັນຢ່າງອົບອຸ່ນ, ນອກນີ້ຍັງໄດ້ປຸກລະດົມຄວາມຮັກຊາດຮັກບ້ານເກີດເມືອງນອນຢ່າງດູດດື່ມຂອງຜູ້ຄົນທັງຫຼາຍຕື່ມອີກ. ເນື່ອງໃນໂອກາດບຸນໄຫວ້ພະຈັນໝູນວຽນມາເຖິງ, ພວກເຮົາຂໍຫວນຄືນເຖິງເລື່ອງລາວຂອງທ່ານ ສີຈິ້ນຜິງ ກ່ຽວກັບບຸນໄຫວ້ຈັນ.
ອົງ​ການເພື່ອ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ​​ພັດ​ທະ​ນາ ​ປັບ​ການ​ຄາ​ດ​ຄະ​ເນ​​ການ​ເຕີບ​ໂຕເສດ​ຖະ​ກິດ​ໂລກ​ຂຶ້ນ​ເປັນ 2.9%

ອົງ​ການເພື່ອ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ​​ພັດ​ທະ​ນາ ​ປັບ​ການ​ຄາ​ດ​ຄະ​ເນ​​ການ​ເຕີບ​ໂຕເສດ​ຖະ​ກິດ​ໂລກ​ຂຶ້ນ​ເປັນ 2.9%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 23 ກັນ​ຍາ ຜ່ານມາ, ອົງ​ການເພື່ອ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ​​ພັດ​ທະ​ນາ(OECD) ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານສະ​ພາບ​ທ່າ​ອຽງ​ກາ​ນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສະ​ບັບ​ຫຼ້າ​ສຸດ ​ໂດຍໄດ້​ປັບ​ການ​ຄາດ​ຄະ​ເນ​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ໃນ​ປີ2026ຈາກ2.8%​ຂຶ້ນ​ເປັນ 2.9%. ບົດ​ລາຍ​ງານ​ລະ​ບຸ​ວ່າ: ເຖິງວ່າ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກສະ​ຖາ​ນະ​ການ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ​ກໍ​ຕາມ, ແຕ່​​​ເສດ​ຖະ​ກິດ​ຂອງຫຼາຍ​ປະ​ເທດ​ຍັງ​ຄົງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຂັ້ມ​ແຂງ ​​ແລະ ທົນ​ທານ, ມີ​ຄັງ​ສຳ​ຮອງ​ນ້ຳ​ມັນ​ເຊື້ອ​ໄຟ ແລະ ການ​ສະ​ໜອງ​ພະ​ລັງ​ງານ​ເພີ່ມ​ໃໝ່​ຢ່າງ​ພຽງ​ພໍແລະ ມາດ​ຕະ​ການ​ສະ​ໜັບ​ສະ​ໜູນ​ຂອງ​ບາງ​ປະ​ເທດ​ໄດ້ຊ່ວຍ​ຜ່ອນ​ຄາຍ​ຜົນ​ກະ​ທົບ​ດັ່ງ​ກ່າວ, ການ​ພັດ​ທະ​ນາ​ຢ່າງ​ຄຶກ​ຄື້ນ​ຂອງ​ຂົງ​ເຂດ​ປັນ​ຍາ​ປະ​ດິດ​ໄດ້​ຊຸກ​ຍູ້​ໃຫ້​ການ​ລົງ​ທຶນ​ແລະ​ການ​ຄ້າ​ຂະ​ຫຍາຍ​ຕົວ​ເຊັ່ນ​ກັນ.
AI ຊ່ວຍຊຸກຍູ້ການເຕີບໂຕທາງເສດຖະກິດແຕ່ກໍ່ສ້າງຄວາມສ່ຽງເຊັ່ນກັນ

AI ຊ່ວຍຊຸກຍູ້ການເຕີບໂຕທາງເສດຖະກິດແຕ່ກໍ່ສ້າງຄວາມສ່ຽງເຊັ່ນກັນ

ຂ່າວຕ່າງປະເທດລາຍງານວ່າ: ອົງການເພື່ອຄວາມຮ່ວມມືທາງເສດຖະກິດ ແລະ ການພັດທະນາ (OECD) ໄດ້ລະບຸໃນບົດລາຍງານທ່າອ່ຽງເສດຖະກິດສະບັບກາງປີ ທີ່ເຜີຍແຜ່ໃນວັນ23 ກັນຍາ ຜ່ານມາວ່າ, ປັນຍາປະດິດ (AI) ເປັນທັງແຮງຂັບເຄື່ອນການເຕີບໂຕທາງເສດຖະກິດ ແລະ ໃນເວລາດຽວກັນ, ກໍເປັນຄວາມສ່ຽງຕໍ່ເສດຖະກິດໂລກ.
ຫວຽດນາມ ຈະປະກອບສ່ວນເງິນໃຫ້ງົບປະມານຮັກສາສັນຕິພາບສາກົນ

ຫວຽດນາມ ຈະປະກອບສ່ວນເງິນໃຫ້ງົບປະມານຮັກສາສັນຕິພາບສາກົນ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 24 ກັນຍາ ຜ່ານມາວ່າ: ຫວຽດນາມ ຈະປະກອບສ່ວນ​ເງິນເກືອບ 1,3 ລ້ານໂດລາ ໃຫ້ແກ່ງົບປະມານຮັກສາສັນຕິພາບສາກົນ. ນີ້ແມ່ນຄຳຢືນຢັນຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມປະ​ທານ​ປະ​ເທດ ຫວຽດ​ນາມ ໃນການພົບປະກັບທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ ສະຫະປະຊາຊາດ, ໃນວັນທີ 23 ກັນຍາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນນິວຢອກ, ໃນໂອກາດທີ່ການນຳ ຫວຽດນາມ ເຂົ້າຮ່ວມວາ​ລະ​ປຶກ​ສາ​ຫາ​ລື​ລວມຂັ້ນສູງ ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ​ຊຸດທີ 81.
ທ່ານສີຈິ້ນຜິງ ພົບປະເຈລະຈາກັບທ່ານໂດໂນ ທຣຳ

ທ່ານສີຈິ້ນຜິງ ພົບປະເຈລະຈາກັບທ່ານໂດໂນ ທຣຳ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ວ່າ: ໃນວັນທີ 24 ກັນຍາ ຜ່ານມາ ຕາມເວລາທ້ອງຖີ່ນ ທ່ານ ສີຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ໄດ້ພົບປະເຈລະຈາກັບ ທ່ານ ໂດໂນ ທຣຳ ປະທານາທິບໍດີ ແຫ່ງ ສະຫະລັດອາເມຣິກາທີ່ທຳນຽບຂາວ.
ມະເຮັງ ພະຍາດຫົວໃຈແລະ ປອດອັກເສບ ແມ່ນສາເຫດຫຼັກຂອງການເສຍຊີວິດໃນ ສ ເກົາຫຼີ

ມະເຮັງ ພະຍາດຫົວໃຈແລະ ປອດອັກເສບ ແມ່ນສາເຫດຫຼັກຂອງການເສຍຊີວິດໃນ ສ ເກົາຫຼີ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 22 ກັນຍາ ຜ່ານມາວ່າ: ຫ້ອງການສະຖິຕິຂອງ ສ ເກົາຫຼີ ລາຍງານວ່າ,ມະເຮັງ, ພະຍາດຫົວໃຈ ແລະ ປອດອັກເສບ ແມ່ນ 3 ສາເຫດຫຼັກຂອງການເສຍຊີວິດໃນ ສ ເກົາຫຼີໃນປີ 2025 ຊຶ່ງກວມເອົາ 42.7% ຂອງການເສຍຊີວິດທັງໝົດ, ໂດຍມະເຮັງຍັງຄົງເປັນສາເຫດຫຼັກ. ອັດຕາການເສຍຊີວິດຍ້ອນມະເຮັງ ຢູ່ທີ່ 177.1 ຄົນຕໍ່ 100,000 ຄົນໃນປີ 2025, ເພີ່ມຂຶ້ນ 1.6% ຈາກປີ 2024.
ກຳປູເຈຍຈັດກອງປະຊຸມສາກົນຕ້ານການຫຼອກລວງທາງອອນລາຍ

ກຳປູເຈຍຈັດກອງປະຊຸມສາກົນຕ້ານການຫຼອກລວງທາງອອນລາຍ

ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 23 ກັນຍາ ຜ່ານມາວ່າ: ທ່ານ ຮຸນມາແນດ ນາຍົກລັດຖະມົນຕີກຳປູເຈຍໄດ້ກ່າວໃນລະຫວ່າງກອງປະຊຸມສາກົນກ່ຽວກັບການຕ້ານການຫຼອກລວງທາງອອນລາຍ ຊຶ່ງກຳປູເຈຍເປັນເຈົ້າພາບ ວ່າ, ການຫຼອກລວງທາງອອນລາຍເປັນບັນຫາລະດັບພາກພື້ນ ແລະ ຂ້າມຊາດ, ບໍ່ແມ່ນບັນຫາຂອງປະເທດໃດປະເທດໜຶ່ງ. ທ່ານເນັ້ນໜັກວ່າ, ກຳປູເຈຍບໍ່ສາມາດກຳຈັດອາຊະຍາກຳຂ້າມຊາດນີ້ໄດ້ດ້ວຍຕົວຄົນດຽວ ແລະ ຈຳເປັນຕ້ອງອາໄສການຮ່ວມມືລະຫວ່າງປະເທດ ເພື່ອເອົາຊະນະສິ່ງທ້າທາຍນີ້.
ທ່ານ ໂຕເລິມ ພົບປະການນຳບັນດາປະເທດ ແລະອົງການຈັດຕັ້ງສາກົນ

ທ່ານ ໂຕເລິມ ພົບປະການນຳບັນດາປະເທດ ແລະອົງການຈັດຕັ້ງສາກົນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 22 ກັນຍາ ຜ່ານມາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນນິວຢອກ, ທ່ານ ໂຕເລິມ ເລຂາທິການໃຫຍ່ປະທານ​ປະ​ເທດໄດ້ພົບປະກັບ​ການນຳບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.
8 ປະເທດ ອາຣັບ ແລະ ມຸດສະລິມ ຊຸກຍູ້ແຜນການສັນຕິພາບຢູ່ກາຊາ

8 ປະເທດ ອາຣັບ ແລະ ມຸດສະລິມ ຊຸກຍູ້ແຜນການສັນຕິພາບຢູ່ກາຊາ

ວິທະຍຸກະຈາຍຫວຽດນາມລາຍງານໃນວັນທີ 23 ກັນຍາ ຜ່ານມາວ່າ: ລັດຖະມົນຕີການຕ່າງປະເທດຂອງ 8 ປະເທດລວມມີ: ເອຢິບ, ກາຕາ, ຈໍແດນ, ສະຫະລັດອາຣັບເອມີເລດ (UAE), ອິນໂດເນເຊຍ, ປາກິສຖານ, ຕວກກີ ແລະ ຊາອຸດິດ ອາຣັບບີ ໄດ້ຮຽກຮ້ອງໃຫ້​ບັນ​ດາຝ່າຍປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາໄລ​ຍະ​ທຳ​ອິດ​ຂອງແຜນການກ່ຽວ​ກັບ​ ກາ​ຊາ ຢ່າງ​ຄົບ​ຖ້ວນ, ພ້ອມກັນ​ນັ້ນ​ຊຸກ​ຍູ້ແຜນການ​ຜັນ​ຂະ​ຫຍາຍໄລຍະທີສອງ ເພື່ອຮັກສາຄຳ​ສັ່ງຢຸດຍິງ, ​ຫຼຸດ​ຜ່ອນ​ສະ​ພາບມະນຸດສະທຳ ແລະ ກ້າວໄປ​ເຖິງການຟື້ນຟູ, ສ້າງ​ສາເຂດ ກາຊາ ຄືນ​ໃໝ່.
ການຄ້າຕ່າງປະເທດຂອງຈີນເລັ່ງຄວາມໄວໃນການຫັນເປັນສີຂຽວ

ການຄ້າຕ່າງປະເທດຂອງຈີນເລັ່ງຄວາມໄວໃນການຫັນເປັນສີຂຽວ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ບົດ​ລາຍ​ງານ​ການ​ພັດ​ທະ​ນາ​ການ​ຄ້າ​ສີ​ຂຽວຂອງ​ຈີນ(2026) ​ທີ່​ເປີດ​ເຜີຍ​ເມື່ອ​ບໍ່​ດົນ​ມາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ປີ2025, ມູນ​ຄ່າ​ການ​ນຳ​ເຂົ້າ-ສົ່ງ​ອອກການ​ຄ້າ​ສີ​ຂຽວ​ຂອງ​ຈີນ​ມີ​ເຖິງ802 ຕື້ 251 ລ້ານ​ໂດ​ລາ, ກວມ​ເອົາ14,68% ຂອງຍອດ​ມູນ​ຄ່າ​ການ​ຄ້າ​ສີ​ຂຽວ​ທົ່ວ​ໂລກເຊິ່ງ​ເປັນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ. ໃນ8 ເດືອນ​ຕົ້ນ​​ປີນີ້, ​ການ​ນຳ​ເຂົ້າ-ສົ່ງ​ອອກລົດ​ພະ​ລັງ​ງານ​ໄຟ​ຟ້າ, ໝໍ້​ໄຟ​ລີ​ທຽມ, ຜະ​ລິດ​ຕະ​ພັນ​ໂຊ​​ລາ​ເຊວແລະຜ​ະ​ລິດ​ຕະ​ພັນ​ອື່ນໆ​ຂອງ​ຈີນ​ເພີ່ມ​ຂຶ້ນ​ປະ​ມານ40% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ໃບ​ສັ່​ງ​ຊື້​ເຄື່ອງ​ຈັກ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​​ແຮງລົມ, ເຮືອ​ພະ​ລັງ​ງານ​ສີ​ຂຽວ, ອຸ​ປະ​ກອນ​ປະ​ຢັດ​ພະ​ລັງ​ງານແລະອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ.
ເພີ່ມເຕີມ