ຈີນ ໃນລະດູບານໃໝ່ ຮ່ວມກັນເປີດໜ້າໃໝ່ແຫ່ງການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ

ຈີນ ໃນລະດູບານໃໝ່ ຮ່ວມກັນເປີດໜ້າໃໝ່ແຫ່ງການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ

ຈີນ ໃນລະດູບານໃໝ່ ຮ່ວມກັນເປີດໜ້າໃໝ່ແຫ່ງການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ (ສມປຊ) ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ (CMG) ໄດ້ຈັດກອງປະຊຸມເສວະນາ "ຈີນໃນລະດູບານໃໝ່ ຮ່ວມກັນເປີດໜ້າໃໝ່ແຫ່ງການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ " ຂຶ້ນໃນວັນທີ 19 ມີນານີ້ ທີ່ ສມປຊ ໂດຍມີ ທ່ານ ດາວສະຫວັນ ເຄືອມີໄຊ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ, ທ່ານນາງ ຟ່າງ ຫົງ ເອກອັກຄະລັດຖະທູດຈີນປະຈໍາລາວ, ມີບັນດາທ່ານກໍາມະການສູນກາງພັກ, ກໍາມະການສໍາຮອງສູນກາງພັກ, ລັດຖະມົນຕີ, ຮອງລັດຖະມົນ, ຮອງປະທານ ຜູ້ປະຈໍການ ຄະນະກໍາມະການຮ່ວມມືລາວ-ຈີນ, ພະນັກງານ, ຄູ-ອາຈານ, ຜູ້ຕາງໜ້າຈາກວິທະຍຸໂທລະພາບສູນກາງຈີນ ປະຈໍາລາວ ແລະ ນັກສຶກສາເຂົ້າຮ່ວມ.
ຈນ ໃນລະດບານໃໝ ຮວມກນເປດໜາໃໝແຫງການສາງຄຮວມຊາຕາກາລາວ-ຈນ - image 1
 

 

ທ່ານ ດາວສະຫວັນ ເຄືອມີໄຊ ໄດ້ກ່າວວ່າ: "ລະດູບານໃໝ່" ຂອງຈີນໃນຍຸກໃໝ່ແມ່ນ "ລະດູບານ

ໃໝ່" ແຫ່ງການພັດທະນາດ້ວຍຄຸນນະພາບສູງ, ພາຍໃຕ້ການນຳພາທີ່ສະຫຼາດສ່ອງໄສຂອງພັກກອມມູນິດຈີນ, ຈີນໄດ້ຫັນປ່ຽນຈາກການເຕີບໂຕດ້ານປະລິມານໄປສູ່ການພັດທະນາທີ່ມີຄຸນນະພາບສູງ, ກາຍເປັນເຄື່ອງຈັກທີ່ສຳຄັນສຳລັບການເຕີບໂຕຂອງເສດຖະກິດໂລກ ຊຶ່ງສາຍພົວພັນລາວ-ຈີນ ມີມາແຕ່ດົນນານ, ໝັ້ນຄົງ, ແລະ ເລິກເຊິ່ງ. ໂຄງການຮ່ວມມືທີ່ສຳຄັນເຊັ່ນ: ເສັ້ນທາງລົດໄຟລາວ-ຈີນ, ເຂື່ອນໄຟຟ້າຕ່າງໆ, ແລະ ເສັ້ນທາງດ່ວນ ໄດ້ປ່ຽນແປງການພັດທະນາຂອງລາວຢ່າງເລິກເຊິ່ງ, ໄດ້ເຮັດໃຫ້ປະເທດລາວຈາກປະເທດທີ່ບໍ່ມີຊາຍແດນອອກສູ່ທະເລ ກາຍເປັນສູນກາງເຊື່ອມຕໍ່ພາກພື້ນທີ່ສຳຄັນ. ເມື່ອປະເຊີນກັບສະຖານະການສາກົນທີ່ສັບສົນ ແລະ ບໍ່ແນ່ນອນໃນປັດຈຸບັນ, ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນຈະບໍ່ຢຸດຢັ້ງ. ສອງປະເທດຈະຮ່ວມມືກັນເພື່ອສ້າງໃບໜ້າໃໝ່ຂອງການຮ່ວມມືໃນຂົງເຂດຕ່າງໆເຊັ່ນ: ປັນຍາປະດິດ, ເສດຖະກິດດີຈີຕອນ, ການພັດທະນາສີຂຽວ ແລະ ການແລກປ່ຽນລະຫວ່າງປະຊາຊົນລາວ ແລະ ຈີນ ເປັນເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີຢ່າງສະເໝີຕົ້ນສະເໝີປາຍ. ມິດຕະພາບນີ້ແຂງແກ່ນຄືກ້ອນຫີນ ແລະ ຈະເຂັ້ມແຂງຂຶ້ນເລື້ອຍໆ, ຍ່ອມຈະສ່ອງແສງຍິ່ງຂຶ້ນໃນຍຸກໃໝ່.

ທ່ານ ເຊິ້ນ ໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ປະທານວິທະຍຸໂທລະພາບສູນກາງຈີນ ໄດ້ກ່າວຄຳປາໄສທາງວີດີໂອວ່າ: ກອງປະຊຸມສອງສະພາຂອງຈີນ ທີ່ຈັດຂຶ້ນປີລະເທື່ອໄດ້ດຶງດູດຄວາມສົນໃຈຈາກທົ່ວໂລກອີກຄັ້ງ, ກອງປະຊຸມປີນີ້ໄດ້ເຫັນດີຮັບຮອງເອົາຫຼາຍເອກະສານສຳຄັນເຊັ່ນ: ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 15 ແລະ ອື່ນໆ. ແຜນຜັງການພັດທະນາທີ່ມີຄຸນນະພາບສູງຂອງຈີນໄດ້ສ້າງໂອກາດໃໝ່ໃຫ້ແກ່ໂລກ. ໃນໄລຍະເປີດກອງປະຊຸມສອງສະພາປີນີ້, ທ່ານປະທານ ສີ ຈິ້ນຜິງ ໄດ້ເນັ້ນໜັກວ່າ: ຈະເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ, ບຸກເບີກຕະຫຼາດໂລກຢ່າງກວ້າງຂວາງ ແລະ ເຊື່ອມຕໍ່ກັບວົງຈອນເສດຖະກິດສາກົນໃຫ້ດີຂຶ້ນ. ສິ່ງນີ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງຈີນອີກເທື່ອໜຶ່ງວ່າ "ປະຕູຂອງຈີນຈະເປີດກວ້າງຂຶ້ນຢ່າງບໍ່ຢຸດຢັ້ງ." ນັບຕັ້ງແຕ່ຕົ້ນປີນີ້ມາ, ກຳລັງການຜະລິດໃໝ່ຂອງຈີນໄດ້ພັດທະນາຢ່າງວ່ອງໄວ ຊຶ່ງດິນແດນທີ່ເຕັມໄປດ້ວຍຄວາມມີຊີວິດຊີວາແຜ່ນນີ້ໄດ້ບົ່ມເພາະໂອກາດການພັດທະນາອັນໃໝ່ຂຶ້ນເລື້ອຍໆ. ວິທະຍຸໂທລະພາບສູນກາງຈີນຍິນດີເສີມຂະຫຍາຍທ່າແຮງໃນການເປັນສື່ສັງລວມທີ່ດີໃນສາກົນ, ອີງໃສ່ເຄືອຂ່າຍສື່ສານໃນທົ່ວໂລກດ້ວຍ 85 ພາສາຕ່າງປະເທດ, ສຳນັກງານປະຈຳຕ່າງປະເທດ 192 ແຫ່ງ ແລະ ເວທີລວມສູນສື່ຕ່າງໆຂອງ CGTN ເພື່ອປະກອບເປັນເວທີສື່ມວນຊົນໃນດ້ານການລາຍງານຂ່າວ, ລົງເລິກການເຊື່ອມໂຍງກັນດ້ານວັດທະນະທຳບວກກັບວິທະຍາສາດເຕັກນິກ, ສືບຕໍ່ຄົ້ນຄວ້າໃນຂົງເຂດໃໝ່ເຊັ່ນ: 5G, 6G, ສັນຍານຄວາມລະອຽດສູງ ກໍຄືປັນຍາປະດິດ ແລະ ອື່ນໆ, ດໍາເນີນການແລກປ່ຽນດ້ານວັດທະນະທໍາທີ່ເຊື່ອມສານຈິດໃຈປະຊາຊົນ, ຕິດພັນກັບຊີວິດປະຈຳວັນ ແລະ ມີຄວາມອົບອຸ່ນຫຼາຍຂຶ້ນ, ຮ່ວມກັບເພື່ອນມິດທັງຫຼາຍໃນທົ່ວໂລກ ແຕ້ມຮູບພາບທີ່ສວຍງາມແຫ່ງຄວາມສີວິໄລຂອງມວນມະນຸດທີ່ມີເອກະລັກພິເສດຂອງຕົນ ແລະ ຮ່ວມມືຮ່ວມຈະເລີນນຳກັນ. ໃຫ້ພວກເຮົາຮ່ວມກັນສົ່ງເສີມສັນຕິພາບ ແລະ ການພັດທະນາຂອງໂລກ, ປະກອບສ່ວນເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ທ່ານ ນາງ ຟ່າງ ຫົງ ໄດ້ນໍາສະເໜີຈິດໃຈຂອງກອງປະຊຸມສອງສະພາປີນີ້, ໂດຍໄດ້ລົງເລິກວິເຄາະ 4 ບັນຫາສຳຄັນຄື: "ການວາງແຜນ, ການປະຕິຮູບ, ປະຊາຊົນ, ແລະ ການເປີດກວ້າງ". ທ່ານ ຍັງໄດ້ກ່າວວ່າ, ການວາງແຜນເປັນເຄື່ອງມືທີ່ສຳຄັນສຳລັບການປົກຄອງປະເທດສັງຄົມນິຍົມ, ຍ້ອນມີ "ແຜນການ 5 ປີຄັ້ງທີ 15" ຂອງຈີນ, ແຜນການພັດທະນາຂອງຈີນກຳລັງຈະແຈ້ງຂຶ້ນເລື້ອຍໆ. ການປະຕິຮູບທີ່ບໍ່ຢຸດບາດກ້າວ ແລະ ນະວັດຕະກຳຢ່າງຕໍ່ເນື່ອງແມ່ນໜຶ່ງໃນບັນດາສັນຍານທີ່ເຂັ້ມແຂງທີ່ສຸດທີ່ສະແດງອອກຈາກກອງປະຊຸມສອງສະພາປີນີ້. ຜົນສຳເລັດຂອງບໍລິສັດ Huawei ສະແດງໃຫ້ເຫັນວ່າ "ນະວັດຕະກຳບໍ່ແມ່ນສິ່ງທີ່ສາມາດລໍຖ້າໄດ້, ແຕ່ແມ່ນສິ່ງທີ່ຕ້ອງໄດ້ຮັບການລົງທຶນ, ບາກບັ່ນສູ້ຊົນ, ແລະ ອົດທົນຜ່ານຜ່າ." ຈີນຍິນດີທີ່ຈະເພີ່ມການແລກປ່ຽນກັບລາວໃນດ້ານການລົງເລິກປະຕິຮູບ.

ຈນ ໃນລະດບານໃໝ ຮວມກນເປດໜາໃໝແຫງການສາງຄຮວມຊາຕາກາລາວ-ຈນ - image 2
 

ທ່ານຍັງເນັ້ນໜັກວ່າ "ຄວາມສໍາເລັດຂອງລັດຖະບານແມ່ນຂຶ້ນກັບການໄດ້ໃຈປະຊາຊົນ." ຝ່າຍຈີນຍິນດີເພີ່ມທະວີການແລກປ່ຽນກັບລາວກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ, ການຟື້ນຟູຊົນນະບົດ ແລະ ຂົງເຂດອື່ນໆ ແລະ ຈະຈັດສັນຊັບພະຍາກອນຊ່ວຍເຫຼືອເຂົ້າໃສ່ຂົງເຂດການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ຊົນນະບົດໃຫ້ຫຼາຍກວ່າເກົ່າ. ຈີນຢຶດໝັ້ນການພັດທະນາໂລກາພິວັດທາງເສດຖະກິດ, ເສັ້ນທາງລົດໄຟລາວ-ຈີນ ກຳລັງຊ່ວຍລາວຫັນປ່ຽນຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໄປສູ່ປະເທດທີ່ມີທາງບົກເຊື່ອມຕໍ່ກັນ. ຈີນຈະຊຸກຍູ້ໃຫ້ວິສາຫະກິດຈີນມາລົງທຶນໃນລາວຫຼາຍຂຶ້ນ ແລະ ຂະຫຍາຍການຮ່ວມມືໃນຂົງເຂດຕ່າງໆເຊັ່ນ: ເສດຖະກິດດີຈີຕອນ ແລະ ພະລັງງານສະອາດເປັນຕົ້ນ.

ໃນກອງປະຊຸມ, ຜູ້ແທນເຂົ້າຮ່ວມທັງຈີນ ແລະ ລາວ ໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບຈິດໃຈຂອງກອງປະຊຸມສອງສະພາຂອງຈີນໂດຍປິ່ນອ້ອມຫົວຂໍ້ "ຮ່ວມກັນເປີດໜ້າໃໝ່ແຫ່ງການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ" ແລະ ຫວັງວ່າຈະມີອະນາຄົດທີ່ສົດໃສສຳລັບການຮ່ວມມືລະຫວ່າງສອງປະເທດ. ໄດ້ປຶກສາຫາລືຫຼາຍຫົວຂໍ້ເຊັ່ນ: ຖືປະຊາຊົນເປັນສິ່ງສຳຄັນກວ່າໝູ່, ການເຊື່ອມຕໍ່ການຂົນສົ່ງ, ພະລັງງານສີຂຽວ, ຮ່ວມມືປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ກັບ ການຮ່ວມມືດ້ານດີຈີຕອນ ຊຶ່ງຫຼາຍຫົວຂໍ້ດັ່ງກ່າວໄດ້ສະຫຼຸບວ່າ: ການພັດທະນາທີ່ແທ້ຈິງຕ້ອງເປັນປະໂຫຍດໃຫ້ແກ່ປະຊາຊົນ, ຕ້ອງເປັນການພັດທະນາທີ່ເປີດກວ້າງການຮ່ວມມື ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

(ຂ່າວ-ພາບ: ບຸນຕອມ)

ຄໍາເຫັນ

ຂ່າວການຮ່ວມມື

ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ໃນວັນທີ 28 ຕຸລາຜ່ານມາ, ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງພິທີປາຖະກະຖາວັນຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2/9/1945-2/9/2026); ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 24 ປີ (9/9/2002-9/9/2026); ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ (12/10/1945-12/10/2026),
ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ວັນທີ 28 ຕຸລາຜ່ານມາ, ທີ່ຫ້ອງວ່າການແຂວງເຊກອງ, ທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ ໄດ້ຕ້ອນຮັບທ່ານ ພັອ ເຈິ່ນ ຕ໋ຽນ ຮຽນ ຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ທ່ານ ພັອ ໂຕນເທິດ ຫວຽນດ໊າດ ຮອງຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນເຫວ້ ພ້ອມດ້ວຍຄະນະ ທີ່ເດີນທາງມາເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ.
ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ໃນລະຫວ່າງວັນທີ 25-29 ຕຸລາ ນີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສາກົນ ຢູ່ນະຄອນຫຼວງຮ່າໂນຍ ສສ ຫວຽດນາມ ພາຍໃຕ້ຫົວຂໍ້: “ສະຖາບັນກວດສອບສູງສຸດ ຕໍ່ກັບສະພາບໂລກທີ່ມີການປ່ຽນແປງ: ວິໄສທັດ, ຂອບການເຮັດວຽກຂອງສະຖາບັນ ແລະ ນະວັດຕະກຳ” ຊຶ່ງມີຜູ້ຕາງໜ້າຈາກສະຖາບັນກວດສອບສູງສຸດ ຈາກ 16 ປະເທດເຂົ້າຮ່ວມ ແລະ ບັນດາອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອແລກປ່ຽນບົດຮຽນ, ວິໄສທັດ ແລະ ຍຸດທະສາດການພັດທະນາວຽກງານກວດສອບໃຫ້ສອດຄ່ອງກັບສະພາບການຂອງໂລກທີ່ມີການປ່ຽນແປງໃນດ້ານການຫັນເປັນທັນສະໄໝ.
ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ພະອາຈານ ພວງປະເສີດ ພູມະວົງ ຮອງປະທານ ຫົວໜ້າກຳມາທິການສຶກສາສົງ ສູນກາງອົງການພຸດທະສາສະໜາສຳພັນລາວ ໄດ້ມີຄຳເຫັນຕໍ່ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ, ໂດຍມີພະອາຈານ ອິນຊູນ ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີພະ​ເຖຣານຸ​ເຖຣະ ຜູ້ແທນພະສົງທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.
ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18 ຂຶ້ນຢ່າງເປັນທາງການ ໃນວັນທີ 29 ຕຸລານີ້, ທີ່ນະຄອນຫຼວງວຽງຈັນ ເພື່ອກຳນົດທິດທາງຍຸດທະສາດ ແລະ ຍົກລະດັບລະບົບສາທາລະນະສຸກ ໃຫ້ສອດຄ່ອງກັບໄລຍະທີ່ ສປປ ລາວ ກຳ ລັງກຽມຄວາມພ້ອມທີ່ຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນເດືອນພະຈິກ 2026 ນີ້. ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ທີໂມທີ ອາມສະຕຣອງ ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ສປປ ລາວ, ມີການນຳພັກ-ລັດ ແລະ ຄູ່ຮ່ວມພັດທະນາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ໃນວັນທີ 28 ຕຸລານີ້ ທີ່ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ສສກ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງອົສຕຣາລີ ປະຈຳ ສປປ ລາວ, ມີຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ພິທີມອບ-ຮັບປຶ້ມຫໍສະມຸດເຈີ້ຈ່ຽງ ມອບໃຫ້ຫໍສະມຸດແຫ່ງຊາດລາວ ຈັດຂຶ້ນໃນວັນທີ 29 ຕຸລານີ້ ທີ່ຫໍສະມຸດແຫ່ງຊາດລາວ, ໂດຍມີທ່ານ ສິວ ຢົງເຊີ້ງ ຮອງຜູ້ອຳນວຍການຫໍສະມຸດເຈີ້ຈ່ຽງ ທັງເປັນຫົວໜ້າສູນຄົ້ນຄວ້າສູນປົກປັກຮັກສາປຶ້ມບູຮານແຂວງເຈີ້ຈ່ຽງ, ທ່ານ ສຳລານ ຫຼວງອາໄພ ຜູ້ອຳນວຍການຫໍສະມຸດແຫ່ງຊາດລາວ, ທ່ານ ໂຫຼ ເວີ້ຍ ຈ້ຽນ ອຳນວຍການສູນວັດທະນະທຳຈີນ, ມີແຂກຖືກເຊີນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ເປີດຝຶກອົບຮົມ “ການເປັນຜູ້ນຳເພດຍິງ” ພາຍໃຕ້ໂຄງການຜູ້ນຳເພດຍິງອາຊີ

ເປີດຝຶກອົບຮົມ “ການເປັນຜູ້ນຳເພດຍິງ” ພາຍໃຕ້ໂຄງການຜູ້ນຳເພດຍິງອາຊີ

ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບ ທະນາຄານພັດທະນາອາຊີ (ADB) ເປີດຝຶກອົບຮົມການເປັນການນຳເພດຍິງ ພາຍໃຕ້ໂຄງການ ການເປັນຜູ້ນຳແມ່ຍິງອາຊີ ໃນວັນທີ 28-30 ຕຸລາ ນີ້, ໂດຍການເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ນາງ ພັນຈິດາ ເລັ່ງສະຫວັດ ຮອງປະທານ ຄຊກມດ ແລະ ທ່ານ ອຳເມີ ກາຣີ ຫົວໜ້າຝ່າຍປະຕິບັດງານປະຈໍາປະເທດ ADB ປະຈໍາ ສປປ ລາວ, ພ້ອມດ້ວຍ ສໍາມະນາກອນ ຈາກພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.
ທ່ານ ເພັດ ພົມພິພັກ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມອຳລາ

ທ່ານ ເພັດ ພົມພິພັກ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມອຳລາ

ໃນວັນທີ 28 ຕຸລານີ້, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບອຳລາ ທ່ານ ເພັດ ພົມພິພັກ ຫົວໜ້າຫ້ອງວ່າການສູນກາງພັກ ທີ່ຫ້ອງວ່າການສູນກາງພັກ, ກ່ອນທີ່ທ່ານທູດຈະສຳເລັດວາລະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນອີກບໍ່ເທົ່າໃດເດືອນຂ້າງໜ້ານີ້. ໃນໂອກາດດັ່ງກ່າວ, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບບຸລິມະສິດການພັດທະນາຂອງ ສປປ ລາວ ລວມທັງອະນາຄົດຂອງການຮ່ວມມືລະຫວ່າງ ສປປ ລາວ ແລະ ອົສຕຣາລີ; ທ່ານທູດ ຈອນສ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ເພັດ ພົມພິພັກ ທີ່ໃຫ້ການສະໜັບສະໜູນໃນໄລຍະທີ່ທ່ານທູດປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ພ້ອມທັງຮັບຮູ້ເຖິງການປະກອບສ່ວນຂອງທ່ານ ເພັດ ພົມພິພັກ ຕໍ່ການພັດທະນາປະເທດຊາດ, ລວມທັງບົດບາດໃນການສະໜັບສະໜູນການຕັດສິນໃຈຂອງພັກ ແລະ ການຈັດຕັ້ງປະຕິບັດບັນດາບຸລິມະສິດຂອງຊາດ.
ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ

ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ

ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ ຍູ້ແຮງການເຜີຍແຜ່ຄຳສອນອົງພະສໍາມາສໍາພຸດທະເຈົ້າໃຫ້ຍືນຍົງຄວາມສໍາພັນ ລະຫວ່າງພະພຸດທະສາສະໜາກັບຄົນຍຸກໃໝ່ ໂດຍສະເພາະກຸ່ມເຈນແຊດ ແລະ ຄົນຮຸ່ນໃໝ່ໃນຍຸກດີຈີຕອນ ໄດ້ຖືກຍົກຂຶ້ນໃນເວທີສຳມະນາຊາວໜຸ່ມ ກັບພະພຸດທະສາສະໜາໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ໃນໂອກາດຈັດກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຢູ່ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງພະອາຈານໃຫຍ່ ດຳລົງ ພິມມະຈັກ ຄະນະບໍລິຫານງານ ປະຈຳການ ຮອງປະທານ ຫົວໜ້າກຳມາທິການຕ່າງປະເທດ ສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ, ມີພະອາຈານໃຫຍ່ ອິນຊູນ (Yin Shun) ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ, ມີພະສົງຈາກ 30 ປະເທດ ແລະ ຊາວໜຸ່ມເຂົ້າຮ່ວມ
ເພີ່ມເຕີມ