ຈີນ ສ້າງຜູ້ມີຄວາມຮູ້ຄວາມສາມາດ ເກືອບ 20 ລ້ານຄົນໃຫ້ແກ່ 160 ກວ່າປະເທດ

ຈີນ ສ້າງຜູ້ມີຄວາມຮູ້ຄວາມສາມາດ ເກືອບ 20 ລ້ານຄົນໃຫ້ແກ່ 160 ກວ່າປະເທດ
ຂ່າວສານຊີອາໄອລາຍງານ ໃນວັນທີ 26 ກັນຍາ ຜ່ານມາ, ຫ້ອງວ່າການຖະແຫຼງຂ່າວຂອງລັດຖະບານຈີນໄດ້ເປີດເຜີຍປຶ້ມປົກຂາວ “ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ: ຂໍ້ລິເລີ່ມ ແລະ ການເຄື່ອນໄຫວຂອງຈີນ” ໄດ້ຈັດກອງປະຊຸມຖະແຫຼງຂ່າວເພື່ອແນະນຳສະພາບທີ່ກ່ຽວຂ້ອງ ແລະ ຕອບຄຳຖາມຂອງສື່ມວນຊົນ.
ຂ່າວລະບຸວ່າ: ການລຶບລ້າງຄວາມທຸກຍາກແມ່ນອຸດົມການຮ່ວມຂອງມວນມະນຸດ ທັງແມ່ນເປົ້າ ໝາຍສຳຄັນອັນດັບໜຶ່ງຂອງວາລະການພັດທະນາແບບຍືນຍົງປີ 2030 ຂອງອົງການສະຫະປະຊາຊາດ, ຈີນໄດ້ເຮັດໃຫ້ການພັດທະນາຂອງຕົນ ແລະ ການພັດທະນາຮ່ວມທົ່ວໂລກເຊື່ອມໂຍງເຂົ້າກັນຢ່າງສະເໝີຕົ້ນສະເໝີປາຍ, ເປັນຜູ້ລິເລີ່ມ, ຜູ້ຊຸກຍູ້ຢ່າງແຂງແຮງ ແລະ ຜູ້ປະກອບສ່ວນຢ່າງຕໍ່ເນື່ອງເຂົ້າໃນວຽກງານຫຼຸດຜ່ອນຄວາມທຸກຍາກຂອງທົ່ວໂລກ.
ໂດຍຜ່ານການສຶກສາອົບຮົມ ແລະ ການແລກປ່ຽນລະຫວ່າງຄັງປັນຍາ, ຈີນໄດ້ແບ່ງປັນບົດຮຽນດ້ານການຫຼຸດຜ່ອນຄວາມທຸກຍາກ ແລະ ຄວາມທັນສະໄໝແບບຈີນ, ທັງໄດ້ບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດດ້ານການພັດທະນາເກືອບ 20 ລ້ານຄົນໃຫ້ແກ່ 160 ກວ່າປະເທດ.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຫວຽດນາມ ​ພົບ​ປະ​ບັນ​ດາ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຫວຽດນາມ ​ພົບ​ປະ​ບັນ​ດາ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 27 ສິງຫາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ເຂົ້າຮ່ວມ ແລະ ເປັນປະທານການພົບປະບັນດາຜູ້ແທນສະພາແຫ່ງຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ວັນທີ 2 ກັນຍາ (1945-2025) ແລະ ກ້າວໄປເຖິງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນເລືອກຕັ້ງສະມາຊິກສະພາແຫ່ງຊາດທົ່ວປະເທດ ຄັ້ງທຳອິດ (1945 - 2026).
ຂະໜາດຕະຫຼາດການຈໍລະຈອນສິນຄ້າຂອງຈີນ ເປັນອັນດັບໜຶ່ງຂອງໂລກຫຼາຍປີຕິດຕໍ່ກັນ

ຂະໜາດຕະຫຼາດການຈໍລະຈອນສິນຄ້າຂອງຈີນ ເປັນອັນດັບໜຶ່ງຂອງໂລກຫຼາຍປີຕິດຕໍ່ກັນ

ຂ່າວສານຊີອາໄອລາຍງານ ໃນວັນທີ 26 ສິງຫາ ຜ່ານມາວ່າ: ແຫຼ່ງຂ່າວຈາກສະມາຄົມການຈໍລະຈອນ ແລະ ຈັດຊື້ສິນຄ້າຈີນໃຫ້ຮູ້ວ່າ, ໃນໄລຍະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ຂອງຈີນ, ຍອດມູນຄ່າການຈໍລະຈອນສິນຄ້າໃນສັງຄົມຈີນໄດ້ຮັກສາການພັດທະນາຢ່າງໝັ້ນທ່ຽງ. ປີ 2025, ຍອດມູນຄ່າການຈໍລະຈອນສິນຄ້າໃນທົ່ວສັງຄົມຈີນຈະບັນລຸເຖິງ 380,000 ຕື້ຢວນ, ໄດ້ເພີ່ມຂຶ້ນປະມານ 80,000 ຕື້ຢວນໃນຮອບ 5 ປີ. ຂະໜາດລາຍຮັບລວມຈາກອຸດສາຫະກຳຈໍລະຈອນສິນຄ້າຂອງຈີນໄດ້ຂະຫຍາຍກວ້າງອອກຢ່າງຕໍ່ເນື່ອງ, ໄດ້ເພີ່ມຂຶ້ນປະມານ 4,000 ຕື້ຢວນໃນຮອບ 5 ປີ ແລະ ຄາດວ່າຈະມີຫຼາຍກວ່າ 14,000 ຕື້ຢວນໃນປີ 2025, ຂະໜາດຕະຫຼາດອາດຈະສາມາດຄອງອັນດັບໜຶ່ງຂອງໂລກເປັນປີທີ 10 ຕິດຕໍ່ກັນ.
ສ ເກົາຫຼີ ຫ້າມໃຊ້ໂທລະສັບມືຖືໃນຫ້ອງຮຽນທົ່ວປະເທດ

ສ ເກົາຫຼີ ຫ້າມໃຊ້ໂທລະສັບມືຖືໃນຫ້ອງຮຽນທົ່ວປະເທດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 27 ສິງຫາ ຜ່ານມາວ່າ: ສ ເກົາຫຼີ ໄດ້ຜ່ານຮ່າງກົດໝາຍໃໝ່ ຫ້າມໃຊ້ໂທລະສັບມືຖື ແລະ ອຸປະກອນອັດສະລິຍະ ໃນເວລາຮຽນໃນໂຮງຮຽນທົ່ວປະເທດ. ໂດຍຈະມີຜົນບັງຄັບໃຊ້ນັບແຕ່ສົກຮຽນໃໝ່ ເດືອນມີນາ 2026 ເປັນຕົ້ນໄປ, ຖືເປັນຄວາມພະຍາຍາມຂອງທັງຝ່າຍລັດຖະບານ ແລະ ຝ່າຍຄ້ານ ເພື່ອແກ້ໄຂບັນຫາການຕິດໂທລະສັບມືຖື ຊຶ່ງຜົນການສຶກສາຫຼາຍຄັ້ງໄດ້ລະບຸວ່າ: ມີຜົນກະທົບທາງລົບຕໍ່ການພັດທະນາ ແລະ ການຮຽນຮູ້ຂອງເດັກນ້ອຍ ແລະ ໄວໜຸ່ມ.
ສະມັດຊາໃຫຍ່ ສປຊ ຮັບຮອງເອົາມະຕິສ້າງຕັ້ງອົງການທີ່ປຶກສາກ່ຽວກັບ AI ລະດັບໂລກ

ສະມັດຊາໃຫຍ່ ສປຊ ຮັບຮອງເອົາມະຕິສ້າງຕັ້ງອົງການທີ່ປຶກສາກ່ຽວກັບ AI ລະດັບໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ສິງຫາ ຜ່ານມາວ່າ: ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ (ສປຊ)ໄດ້ສ້າງຕັ້ງອົງການທີ່ປຶກສາກ່ຽວກັບປັນຍາປະດິດ (AI) ເພື່ອໃຫ້ປະເທດຕ່າງໆສາມາດຕັດສິນໃຈ ແລະ ເຈລະຈາກ່ຽວກັບເຕັກໂນໂລຊີດັ່ງກ່າວ.
ເປີດງານວາງສະແດງ ຜົນງານແຫ່ງຊາດ ຫວຽດນາມ

ເປີດງານວາງສະແດງ ຜົນງານແຫ່ງຊາດ ຫວຽດນາມ

ພິທີເປີດງານວາງສະແດງຜົນງານແຫ່ງຊາດ "80 ປີແຫ່ງເອກະລາດ - ເສລີພາບ-ຄວາມສຸກ" ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ວັນທີ 2 ກັນຍາ (1945-2025) ໄດ້ຈັດຂຶ້ນຢ່າງສົມກຽດ ໃນວັນທີ 28 ສິງຫານີ້ ທີ່ສູນວາງສະແດງແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ; ມີ ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍບັນດາສະຫາຍການນໍາຂັ້ນສູງ ອະດີດການນໍາຂັ້ນສູງຂອງພັກ-ລັດ ຫວຽດນາມ, ບັນດາແຂກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມປະມານ 6,000 ຄົນ.
ອິນເດຍ ຜ່ານຮ່າງກົດໝາຍຫ້າມການບໍລິການເກມອອນລາຍກ່ຽວກັບເງິນ

ອິນເດຍ ຜ່ານຮ່າງກົດໝາຍຫ້າມການບໍລິການເກມອອນລາຍກ່ຽວກັບເງິນ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ສະພາສູງຂອງລັດຖະສະພາອິນເດຍ ໄດ້ຜ່ານຮ່າງກົດໝາຍສົ່ງເສີມ ແລະ ຄວບຄຸມເກມອອນລາຍ ປີ 2025 ຊຶ່ງຫ້າມການບໍລິການເກມອອນລາຍທີ່ກ່ຽວຂ້ອງກັບເງິນ, ລວມທັງການໂຄສະນາ ແລະ ທຸລະກໍາທາງດ້ານການເງິນທີ່ກ່ຽວຂ້ອງ. ຫຼັງຈາກສະພາຕໍ່າຂອງລັດຖະສະພາອິນເດຍ​ຜ່ານ​ຮ່າງ​ກົດ ໝາຍ​ດັ່ງກ່າວ​ ​ໃນ​ວັນທີ 20 ສິງຫາ ຜ່ານມາ.
WHO-WMO ຮຽກຮ້ອງໃຫ້ທົ່ວໂລກພະຍາຍາມປົກປ້ອງຄົນງານຈາກຄື້ນຄວາມຮ້ອນ

WHO-WMO ຮຽກຮ້ອງໃຫ້ທົ່ວໂລກພະຍາຍາມປົກປ້ອງຄົນງານຈາກຄື້ນຄວາມຮ້ອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 23 ສິງຫາ ຜ່ານມາວ່າ: ບົດ​ລາຍ​ງານ​ສະບັບສົມບູນ ​ແລະ ຄຳແນະນຳທາງ​ດ້ານ​ເຕັກນິກ ​ຊຶ່ງ​ອົງການ​ອະນາ​ໄມ​ໂລກ (WHO) ​ແລະ ອົງການ​ອຸຕຸນິຍົມ​ວິທະຍາ​ໂລກ (WMO) ​ໄດ້​ປະກາດ​ຫວ່າງມໍ່ໆມານີ້, ໄດ້ຮຽກຮ້ອງ​ໃຫ້​ມີ​ການ​ເຄື່ອນ​ໄຫວ​ທົ່ວ​ໂລກ​ເພື່ອ​ແກ້​ໄຂ​ໄພ​ຂົ່ມຂູ່​ຂອງ​ຄື້ນຄວາມ​ຮ້ອນ​ທີ່ທະວີຄວາມຮຸ່ນແຮງຍິ່ງຂຶ້ນ​ຕໍ່​ແຮງ​ງານ​ໃນ​ທົ່ວ​ໂລກ. ພາຍຫຼັງ ​ປີ 2024, ​ເປັນ​ປີ​ທີ່​ຮ້ອນ​ທີ່​ສຸດ​ໃນ​ສະຖິຕິ, ດ້ວຍ​ອຸນຫະພູມ​ໃນ​ຕອນ​ກາງ​ເວັນ​ສູງ​ເຖິງ 40 ອົງສາ ​ແລະ ບາງພາກພື້ນສູງເຖິງ 50 ອົງສາ ຊຶ່ງກໍາລັງກາຍເປັນປະກົດການທີ່ນັບມື້ນັບເພີ່ມຂຶ້ນ.
ມຽນ​ມາ​ ຫັນ​ກະໂປະໝາກພ້າວ ເປັນສິນຄ້າ​ຫັດ​ຖະ​ກຳ​ ເພື່ອ​ສ້າງ​ລາຍ​ຮັບ

ມຽນ​ມາ​ ຫັນ​ກະໂປະໝາກພ້າວ ເປັນສິນຄ້າ​ຫັດ​ຖະ​ກຳ​ ເພື່ອ​ສ້າງ​ລາຍ​ຮັບ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ໂຮງງານຫັດຖະກຳ Gwat Gwat ຢູ່ນະຄອນຢາງກຸ້ງ ປະເທດມຽນມາ, ວາງສະແດງຜະລິດຕະພັນຈາກຄວາມຄິດສ້າງສັນຫຼາກຫຼາຍຊະນິດທີ່ເຮັດຈາກກະໂປະໝາກພ້າວທີ່ເຫຼືອຖິ້ມ ຊຶ່ງສະແດງໃຫ້ເຫັນວ່າຂີ້ເຫຍື້ອສາມາດປ່ຽນມາເປັນທັງສິລະປະ ແລະ ວັດຖຸທີ່ເປັນປະໂຫຍດໃຊ້ສອຍ.
ສາລະຄະດີ “ສາຍໃຍວັດທະນະທຳ ຂອງ ທ່ານ ສີ ຈິ້ນຜິງ” ຈະອອກອາກາດໃນສື່ຫຼັກປະເທດສະມາຊິກ SCO

ສາລະຄະດີ “ສາຍໃຍວັດທະນະທຳ ຂອງ ທ່ານ ສີ ຈິ້ນຜິງ” ຈະອອກອາກາດໃນສື່ຫຼັກປະເທດສະມາຊິກ SCO

ເນື່ອງໃນໂອກາດຈະມີກອງປະຊຸມສຸດຍອດອົງການຮ່ວມມືຊາງໄຮ້ (shanghai cooperation organization; SCO) ໃນປີ 2025 ນີ້. ໃນວັນທີ 25 ສິງຫາ ຜ່ານມາ, ສະຖານີໂທລະພາບສາກົນແຫ່ງປະເທດຈີນ (CGTN) ທີ່ນະຄອນຫຼວງປັກກິ່ງ ໄດ້ຈັດງານແນະນຳລາຍການ ສາລະຄະດີ “ສາຍໃຍວັດທະນະທຳ ຂອງ ທ່ານ ສີ ຈິ້ນຜິງ” ຜ່ານທາງໂທລະພາບ ຊຶ່ງຈະອອກອາກາດໃນສື່ຫຼັກຂອງບັນດາປະເທດສະມາຊິກ SCO, ໂດຍການເຂົ້າຮ່ວມ ຂອງທ່ານ ເສິ່ນໃຫ່ສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງ ຜູ້ອຳນວຍການໃຫຍ່ສະຖານີວິທະຍຸ-ໂທລະພາບສູນກາງ ແຫ່ງ ສປ ຈີນ, ທ່ານ ເຢີເມັກບາເຢຟ ເລຂາທິການໃຫຍ່ SCO ແລະ ທ່ານ ຈີເລບາເຢຟ ຜູ້ອຳນວຍການໃຫຍ່ ສະຖານີໂທລະພາບແຫ່ງຊາດກຽກກິດສະຖານ ພ້ອມດ້ວຍບັນດາສື່ຈາກສູນການສື່ສານຂ່າວສານສາກົນແຫ່ງ ສປ ຈີນ (CIPCC) ເຂົ້າຮ່ວມ.
ຫວຽດນາມ ຝຶກຊ້ອມໃຫຍ່ A80 ເທື່ອທີ 2 ຢູ່ສະໜາມຫຼວງບາດິ່ງ

ຫວຽດນາມ ຝຶກຊ້ອມໃຫຍ່ A80 ເທື່ອທີ 2 ຢູ່ສະໜາມຫຼວງບາດິ່ງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນຄ່ຳວັນທີ 24 ສິງຫາ ຜ່ານມາ, ຢູ່ສະໜາມຫຼວງບາດິ່ງ ທີ່ນະຄອນຫຼວງຮ່າໂນ້ຍ, ອານຸກຳມະການເດີນຂະບວນສວນສະໜາມສະແດງກ້ອນກຳລັງ ໄດ້ຈັດການຝຶກຊ້ອມກຳລັງປະກອບອາວຸດເຂົ້າຮ່ວມການເດີນຂະບວນສວນສະໜາມສະແດງກ້ອນກຳລັງໃນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ (19 ສິງຫາ 1945 – 19 ສິງຫາ 2025) ແລະ 80 ປີແຫ່ງວັນຊາດຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2025) ໂດຍເອີ້ນຫຍໍ້ວ່າ: A80.
ເພີ່ມເຕີມ