ນັບແຕ່ຕົ້ນປີນີ້ມາ, ຈີນໄດ້ເປີດເສັ້ນທາງເດີນເຮືອການຄ້າຕ່າງປະເທດໂດຍກົງຫຼາຍສາຍໄປຍັງອາເມຣິກາລາຕິນ, ອາຊີຕາເວັນອອກສ່ຽງໃຕ້ ແລະ ອື່ນໆ. ປັດຈຸບັນ, ເສັ້ນທາງເດີນເຮືອກໍ່າປັ່ນຂົນສົ່ງຕູ້ສິນຄ້າສາກົນໄດ້ກວມເອົາຫຼາຍກວ່າ 100 ປະເທດ ແລະ ເຂດແຄວ້ນທົ່ວໂລກ.
ຫວ່າງມໍ່ໆມານີ້, ເສັ້ນທາງເດີນເຮືອປະຈຳອາທິດ ສາຍທຳອິດຂອງແຂວງ ຟູຈ້ຽນຈີນ ທີ່ມຸ່ງໜ້າໄປສູ່ຝັ່ງຕາເວັນອອກຂອງອາເມຣິກາໃຕ້ໂດຍກົງ ໄດ້ເປີດບໍລິການຢ່າງເປັນທາງການ ຊຶ່ງເປັນການເພີ່ມຊ່ອງທາງໃໝ່ໃນການເຊື່ອມໂຍງເຊື່ອມຈອດທາງທະເລລະຫວ່າງຈີນກັບບັນດາປະເທດທີ່ຮ່ວມກັນສ້າງ "ໜຶ່ງແລວ ໜຶ່ງເສັ້ນທາງ".
ຄໍາເຫັນ