ຝົນຕົກໜັກ ແລະ ແສງແດດໜ້ອຍ ແມ່ນເກີດຈາກພາຍຸໄຕ້ຝຸ່ນທີ່ພັດເຂົ້າໃກ້ຍີ່ປຸ່ນເລື້ອຍໆ, ບວກກັບລະດູໃບໄມ້ຫຼົ່ນທີ່ຍາວນານ. ໂດຍຝົນຕົກຢ່າງຕໍ່ເນື່ອງມີຜົນກະທົບຢ່າງກວ້າງຂວາງຕໍ່ຊີວິດປະຈຳວັນ ແລະ ກິດຈະກຳທາງເສດຖະກິດ. ໂດຍສະເພາະ, ພາຍຸໄຕ້ຝຸ່ນດູຈວນ ຊຶ່ງພັດເຂົ້າໃກ້ຊາຍຝັ່ງມະຫາສະໝຸດປາຊີຟິກຕາເວັນອອກຂອງຍີ່ປຸ່ນໃນອາທິດແລ້ວນີ້ ໄດ້ນຳເອົາຝົນຕົກໜັກ, ດິນເຈື່ອນ ແລະ ນ້ຳຖ້ວມທີ່ທຳລາຍສະຖິຕິ ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດ 14 ຄົນຢູ່ໃກ້ກັບນະຄອນຫຼວງໂຕກຽວ.
ພາກກາງຂອງນະຄອນຫຼວງໂຕກຽວ ໄດ້ປະສົບກັບຝົນຕົກຕິດຕໍ່ກັນ 37 ວັນ ນັບແຕ່ວັນທີ 27 ສິງຫາ ຫາ ວັນທີ 2 ຕຸລາ ຜ່ານມາ ຊຶ່ງເປັນໄລຍະເວລາຝົນຕົກຕິດຕໍ່ກັນທີ່ຍາວນານທີ່ສຸດເທົ່າທີ່ເຄີຍມີມາ. ຢ່າງໃດກໍຕາມ, ມີການຄາດຄະເນວ່າພື້ນທີ່ສ່ວນໃຫຍ່ຂອງຍີ່ປຸ່ນຈະມີແສງແດດຫຼາຍຂຶ້ນໃນເດືອນຕຸລາ.
ຄໍາເຫັນ