ຂ່າວລະບຸວ່າ: ໃນໄລຍະຈັດຕັ້ງປະຕິບັດ “ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15” ຈະຖືເອົາການຍົກສູງລະດັບການຮັບປະກັນຊີວິດການເປັນຢູ່ຂອງຄົນພິການເປັນໜ້າທີ່ອັນດັບໜຶ່ງ, ໂດຍຈະສຸມໃສ່ວຽກງານຫຼາຍດ້ານຄື: ຍົກສູງລະດັບການຮັບປະກັນຊີວິດການເປັນຢູ່ຂອງຄົນພິການ, ຍົກສູງຄຸນນະພາບດ້ານການບໍລິການສາທາລະນະສຳລັບຄົນພິການ, ຮັບປະກັນສິດ ແລະ ຜົນປະໂຫຍດທີ່ສະເໝີພາບຂອງຄົນພິການ, ຊຸກຍູ້ການນຳໃຊ້ວິທະຍາສາດເຕັກໂນໂລຊີເພື່ອຊ່ວຍເຫຼືອຄົນພິການ ແລະ ເຮັດໃຫ້ຊີວິດການເປັນຢູ່ທາງດ້ານຈິດໃຈຂອງຄົນພິການມີຄວາມອຸດົມສົມບູນ.
ທ່ານ ສີຈິ້ນຜິງ ແລະ ທ່ານ ນາງ ເຜີງລີ້ຢວນ ຈັດງານລ້ຽງຕ້ອນຮັບແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 33
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນຕອນຄ່ຳວັນທີ 18 ພະຈິກ ຜ່ານມາ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ນາງ ເຜີງລີ້ຢວນ ພັນລະຍາ ໄດ້ຈັດງານລ້ຽງຢູ່ສູນແລກປ່ຽນສາກົນເຊີ່ນເຈີ້ນແຂວງກວາງຕຸ້ງຈີນ ເພື່ອຕ້ອນຮັບແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ຄັ້ງທີ 33.
ຄໍາເຫັນ