ດາວທຽມທ່ຽນລ້ຽນ 2-05 ແມ່ນດາວທຽມສົ່ງຕໍ່ຂໍ້ມູນໃນວົງໂຄຈອນຮ່ວມກັບໂລກລຸ້ນທີສອງຂອງຈີນ, ຕົ້ນຕໍແມ່ນຖືກນຳໃຊ້ເຂົ້າໃນການສະໜອງການບໍລິການສົ່ງຕໍ່ຂໍ້ມູນ ແລະ ວັດແທກຄວບຄຸມທາງໄກໃຫ້ແກ່ເຮືອບິນອະວະກາດບັນທຸກຄົນ ເຊັ່ນ: ຍານອະວະກາດ ສະຖານີອະວະກາດ ແລະ ອື່ນໆ ພ້ອມທັງສະໜອງການບໍລິການສົ່ງຕໍ່ຂໍ້ມູນ ແລະ ວັດແທກຄວບຄຸມທາງໄກໃຫ້ແກ່ດາວທຽມຊັບພະຍາກອນໃນວົງໂຄຈອນລະດັບກາງ ແລະ ລະດັບຕ່ຳ, ນອກຈາກນັ້ນ, ຍັງສາມາດໃຫ້ການສະໜັບສະໜູນດ້ານການວັດແທກຄວບຄຸມທາງໄກໃຫ້ແກ່ການຍິງສົ່ງເຮືອບິນອະວະກາດ.
ທ່ານ ສີຈິ້ນຜິງ ແລະ ທ່ານ ນາງ ເຜີງລີ້ຢວນ ຈັດງານລ້ຽງຕ້ອນຮັບແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 33
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນຕອນຄ່ຳວັນທີ 18 ພະຈິກ ຜ່ານມາ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ນາງ ເຜີງລີ້ຢວນ ພັນລະຍາ ໄດ້ຈັດງານລ້ຽງຢູ່ສູນແລກປ່ຽນສາກົນເຊີ່ນເຈີ້ນແຂວງກວາງຕຸ້ງຈີນ ເພື່ອຕ້ອນຮັບແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ຄັ້ງທີ 33.
ຄໍາເຫັນ