ກອງປະຊຸມເຜີຍແຜ່ນະໂຍບາຍໃໝ່ກ່ຽວກັບດໍາລັດວ່າດ້ວຍປ່າສະຫງວນຢູ່ພາກກາງ

ດຳລັດວ່າດ້ວຍ ປ່າສະຫງວນແນໃສ່ປົກປັກຮັກສາຊີວະນານາພັນ

ດຳລັດວ່າດ້ວຍ ປ່າສະຫງວນແນໃສ່ປົກປັກຮັກສາຊີວະນານາພັນ
ໂດຍ: ອົງການອະນຸລັກສັດປ່າ ລັດຖະບານແຫ່ງສປປລາວໄດ້ຈັດກອງປະຊຸມເຜີຍແຜ່ນະໂຍບາຍໃໝ່ກ່ຽວກັບດໍາລັດວ່າດ້ວຍປ່າສະຫງວນຢູ່ພາກກາງ, ພາກເໜືອແລະພາກໃຕ້ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ປະສົບຜົນສຳເລັດໃນຂອບເຂດທົ່ວປະເທດ.


ກອງປະຊຸມເຜີຍແຜ່ດັ່ງກ່າວໄດ້ຈັດຂຶ້ນຢູ່ແຂວງບໍລິຄຳໄຊ, ອຸດົມໄຊແລະຈຳປາສັກໂດຍມີກະຊວງກະສິກຳແລະປ່າໄມ້, ກະຊວງຍຸຕິທຳ, ສຳນັກງານນາຍົກລັດຖະມົນຕີ, ກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ, ອົງການອະນຸລັກສັດປ່າ, ກອງຄຸ້ມຄອງອຸທິຍານແລະປ່າສະຫງວນແຫ່ງຊາດແລະພາກເອກະຊົນທີ່ເຮັດວຽກກ່ຽວກັບການທ່ອງທ່ຽວແບບອະນຸລັກເຂົ້າຮ່ວມ.
ສປປລາວໄດ້ມີປ່າສະຫງວນແຫ່ງຊາດທັງໝົດ 26 ແຫ່ງ ຊຶ່ງໃນນັ້ນ 7 ແຫ່ງໄດ້ຖືກປະກາດໃຫ້ເປັນ “ອຸທິຍານແຫ່ງຊາດ” ຊຶ່ງເປັນປະເພດປ່າສະຫງວນທີ່ໄດ້ຮັບການຄຸ້ມຄອງໃນລະດັບສູງເຊັ່ນ: ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ;ປ່າສະຫງວນແຫ່ງຊາດເຫຼົ່ານີ້ເປັນບ່ອນຢູ່ອາໄສຂອງຊີວະນານາພັນທີ່ອຸດົມສົມບູນແລະຊະນິດພັນທ້ອງຖິ່ນແລະຊະນິດພັນທີ່ກໍາລັງຖືກຄຸກຄາມ.
ປັດຈຸບັນ, ຊີວະນານາພັນຂອງສປປລາວຖືກຄຸກຄາມຍ້ອນການປ່ຽນແປງຂອງດິນຟ້າອາກາດ, ການຄ້າ-ຂາຍສັດປ່າທີ່ຜິດກົດໝາຍ, ການລ່າສັດ, ຄວບຄູ່ກັບອັດຕາການຕັດໄມ້ທຳລາຍປ່າທີ່ສູງຊຶ່ງສົ່ງຜົນໃຫ້ມີການຖືກຕັດຂາດແລະສູນເສຍຖິ່ນທີ່ຢູ່ອາໄສ.
ດຳລັດສະບັບໃໝ່ໄດ້ຖືກຮັບຮອງເອົາໃນເດືອນມິຖຸນາປີ 2023, ໄດ້ຍົກສູງມາດຕະຖານ, ບຸລິມະສິດ ແລະໂຄງສ້າງຂອງປ່າສະຫງວນ ໃຫ້ສອດຄ່ອງກັບບັນດາເປົ້າໝາຍແຫ່ງຊາດ ແລະບັນລຸມາດຕະຖານສາກົນ, ຊຸມຊົນທີ່ອາໄສຢູ່ບັນດາບ້ານອ້ອມຂ້າງຈະມີສ່ວນຮ່ວມໃນການຮ່ວມຄຸ້ມຄອງປ່າສະຫງວນໂດຍຜ່ານຮູບແບບການສົ່ງເສີມ“ບ້ານພັດທະນາທາງດ້ານປ່າໄມ້”ເພື່ອແນໃສ່ດຸ່ນດ່ຽງຜົນປະໂຫຍດລະຫວ່າງຄົນແລະທຳມະຊາດ.
ທ່ານສົມບູນວົງພະຈັນຮອງຫົວໜ້າກົມກົດໝາຍກະຊວງຍຸຕິທໍາກ່າວວ່າ:ການເຜີຍແຜ່ດຳລັດດັ່ງກ່າວເປັນຂີດໝາຍທີ່ສຳຄັນໃນການຈັດຕັ້ງປະຕິບັດບັນດານິຕິກຳທີ່ສຳຄັນເຫຼົ່ານີ້. ກອບວຽກນິຕິກຳແລະນະໂຍບາຍຂອງປ່າສະຫງວນໃນການຄຸ້ມຄອງແລະປົກປັກຮັກສາຂະແໜງປ່າໄມ້ຂອງລາວແມ່ນໄດ້ຖືກກໍານົດໄວ້ເພື່ອປະຕິບັດພັນທະສາກົນຂອງສປປລາວພາຍໃຕ້ຂໍ້ຕົກລົງຮ່ວມມືຫຼາຍຝ່າຍດ້ານສິ່ງແວດລ້ອມ”.

ກອງປະຊຸມເຜີຍແຜ່ນະໂຍບາຍປ່າສະຫງວນຄັ້ງນີ້ແມ່ນແນໃສ່ການນຳສະເໜີບັນດານະໂຍບາຍສະບັບໃໝ່ຂອງປ່າສະຫງວນແລະແຜນການຄຸ້ມຄອງແລະສະໜອງທຶນແບບຍືນຍົງໃຫ້ແກ່ປ່າສະຫງວນແຫ່ງຊາດຢູ່ສປປລາວແລະການເຂົ້າເຖິງກອງທຶນລັດຂອງປ່າສະຫງວນແຫ່ງຊາດເພື່ອຮັບປະກັນຄວາມເຂົ້າໃຈທີ່ຊັດເຈນແລະເພື່ອຮັບປະກັນການຈັດຕັ້ງປະຕິບັດຢ່າງປະສົບຜົນສຳເລັດ.
ທ່ານນາງຊີຊິວເລີຄົວຜູ້ຈັດການແຜນງານຂອງຄະນະຜູ້ແທນສະຫະພາບເອີຣົບປະຈໍາສປປລາວໄດ້ກ່າວໃນກອງປະຊຸມເຜີຍແຜ່ດຳລັດດັ່ງກ່າວ ຢູ່ພາກກາງວ່າ: “ສປປ ລາວມີປ່າດົງດິບທີ່ມີສະເໜ່ທີ່ສຸດໃນໂລກແລະມີພູມີທັດທີ່ເປັນເອກະລັກຫຼາຍແຫ່ງລວມທັງອຸທິຍານແຫ່ງຊາດແລະເຂດປ່າສະຫງວນ ຊຶ່ງເປັນທີ່ຍອມຮັບໃນດ້ານລະບົບນິເວດແລະຊີວະນານາພັນທີ່ເປັນເອກະລັກສະເພາະຂອງພວກມັນ,ຊັບສິນແຫ່ງຊາດຕ້ອງໄດ້ຮັບການປົກປັກຮັກສາແລະການປົກປັກຮັກສາເລີ່ມຕົ້ນດ້ວຍຄວາມຮັບຮູ້ແລະເຜີຍແຜ່ນະໂຍບາຍເພື່ອຮັບປະກັນການຈັດຕັ້ງປະຕິບັດຕາມແລະການບັງຄັບໃຊ້ກົດໝາຍທີ່ຖືກຕ້ອງແລະເໝາະສົມ”.
ແຜນການຄຸ້ມຄອງແລະສະໜອງທຶນແບບຍືນຍົງໃຫ້ແກ່ປ່າສະຫງວນແຫ່ງຊາດຢູ່ສປປລາວຈະອໍານວຍຄວາມສະດວກໃຫ້ແກ່ການຮ່ວມມືໃນການເຮັດວຽກຮ່ວມກັນເພື່ອສະໜອງທຶນແບບຍືນຍົງເຂົ້າໃນການຄຸ້ມຄອງປ່າສະຫງວນທົ່ວສປປລາວຊຶ່ງມັນເປັນເຄື່ອງມືທີ່ຈະຊ່ວຍປະສານກິດຈະກຳຂອງຄູ່ຮ່ວມງານແລະພາກສ່ວນທີ່ກ່ຽວຂ້ອງ ໃຫ້ສອດຄ່ອງແລະກົມກຽວກັບເປົ້າໝາຍຂອງນະໂຍບາຍປ່າສະຫງວນ.
“ອົງການອະນຸລັກສັດປ່າໄດ້ຮ່ວມມືກັບລັດຖະບານລາວ, ຊ່ຽວຊານດ້ານວຽກງານປ່າສະຫງວນແຫ່ງຊາດ, ຊາວບ້ານຜູ້ອະນຸລັກປ່າແລະພາກສ່ວນກ່ຽວຂ້ອງທີ່ສຳຄັນເພື່ອພັດທະນາແລະເຜີຍແຜ່ນິຕິກຳທີ່ສຳຄັນສະບັບດັ່ງກ່າວນີ້. ດຳລັດສະບັບນີ້ເປັນບາດກ້າວອັນໜັກແໜ້ນແລະອັນໃຫຍ່ຫຼວງໃນການປົກປັກຮັກສາຊີວະນານາພັນໃນສປປລາວເພື່ອຮັບປະກັນການຄຸ້ມຄອງແລະຄຸ້ມຄອງເຂດທີ່ອຸດົມສົມບູນທາງດ້ານຊີວະນານາພັນໃນປະເທດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ