ຂ່າວລະບຸວ່າ: ອັດຕາສ່ວນເດັກນ້ອຍດຳລົງຊີວິດຢູ່ເຂດເກີດການປະທະກັນໄດ້ເພີ່ມຂຶ້ນທົບສອງເທົ່າ, ຈາກ 10% ໃນທົດສະວັດ 1990 ຂຶ້ນເຖິງເກືອບ 19% ໃນປັດຈຸບັນ. ໃນທ້າຍປີຜ່ານມາ, ມີເດັກນ້ອຍ 47.2 ລ້ານຄົນ ຕ້ອງປະລະເຮືອນຊານຍ້ອນການປະທະກັນ ແລະ ການໃຊ້ຄວາມຮຸນແຮງ. ທ່າອ່ຽງນີ້ ຄາດວ່າສືບຕໍ່ເພີ່ມຂຶ້ນໃນປີນີ້ເມື່ອບັນດາການປະທະກັນພວມເພີ່ມຂຶ້ນຢູ່ ໄຮຕີ ແລະ ລີບັງ, ມຽນມາ, ປາແລັດສະຕິນ ແລະ ຊູດັງ.ພິເສດ ຢູ່ ເຂດກາຊາ, ການປະທະກັນພວມເກີດຂຶ້ນຢ່າງຮ້າຍແຮງ. ທ່ານ ໂຣສາເລຍ ບໍຣເລນຜູ້ຊ່ຽວຊານດ້ານສື່ມວນຊົນຂອງ UNICEF ໃຫ້ຮູ້ວ່າ: ເດັກນ້ອຍ ຢູ່ ເຂດກາຊາພວມຮັບມືກັບສະພາບອາກາດໜາວ, ພະຍາດ ແລະ ຖືກຜົນສະທ້ອນຢ່າງແຮງດ້ານຈິດຕະສາດ. ມີເດັກນ້ອຍຢ່າງໜ້ອຍສຸດແມ່ນ 17,492 ຄົນ ເສຍຊີວິດໃນເກືອບ 15 ເດືອນທີ່ເກີດການປະທະກັນ. ຕາມສະຖິຕິຂອງ UNICEF ແລ້ວ, ມີແມ່ຍິງແລະ ເດັກນ້ອຍປະມານ 96% ຢູ່ເຂດກາຊາ ບໍ່ສາມາດຕອບສະໜອງຄວາມຕ້ອງການດ້ານທາດບຳລຸງໂດຍພື້ນຖານ.
ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ທ່ານ ໂຮ່ກວັກຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຮຽກຮ້ອງໃນກອງປະຊຸມກ່ຽວກັບການພັດທະນາລະບົບນິເວດນະວັດຕະກຳແຫ່ງຊາດ ທີ່ຈັດຂຶ້ນໃນວັນທີ 14 ຕຸລາ ຜ່ານມາ ຢູ່ນະຄອນຫູວງຮ່າໂນ້ຍ ວ່າ, ໃຫ້ສຸມໃສ່ແກ້ໄຂຈຸດອຸດຕັນຂອງລະບອບລະບຽບການ ແລະ ຊຸກຍູ້ການສະໜອງ - ຄວາມຕ້ອງການ, ເພີ່ມທະວີການຄົ້ນຄວ້າຕາມຄວາມຕ້ອງການຂອງວິສາຫະກິດ ເພື່ອຫັນວິທະຍາສາດເຕັກໂນໂລຊີໃຫ້ກາຍເປັນກຳລັງໜູນຂອງການເຕີບໂຕເສດຖະກິດຢ່າງແທ້ຈິງ.
ຄໍາເຫັນ