ເອດີບີລົງຊຸກຍູ້-ເກັບກໍາຂ້ໍມູນການຜະລິດພືດລະດູແລ້ງ ແລະ ການຄຸ້ມຄອງຊົນລະປະທານນໍ້າທາ-3

ເອດີບີລົງຊຸກຍູ້-ເກັບກໍາຂ້ໍມູນການຜະລິດພືດລະດູແລ້ງ ແລະ ການຄຸ້ມຄອງຊົນລະປະທານນໍ້າທາ-3
ຄະນະທົບທວນການຈັດຕັ້ງປະຕິບັດໂຄງການ ຈາກທະນາຄານພັດທະນາອາຊີ (ADB) ໄດ້ລົງຊຸກຍູ້, ເກັບກໍາຂໍ້ມູນການຜະລິດພືດລະດູແລ້ງ 2024 ແລະ ການຄຸ້ມຄອງຊົນລະປະທານນໍ້າທາ-3 ໃນວັນທີ 16 ມັງກອນຜ່ານມາທີ່ບ້ານໃຈ້ໃຕ້ ເມືອງຫຼວງນ້ຳທາແຂວງຫຼວງນ້ຳທາໂດຍມີທ່ານ ວິນວິໄລ ໄຊຍະພອນ ຮອງຫົວໜ້າກົມຊົນລະປະທານກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ນາງ ຄໍາຕັນ ຈັນທີ   ຫົວໜ້າທີມງານໂຄງການ ຈາກທະນາຄານພັດທະນາອາຊີ ( ADB ), ມີທ່ານ ສອນໄຊ ອຸດົມ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຫຼວງນ້ຳທາ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ກຸ່ມຜູ້ນໍາໃຊ້ນໍ້າຊົນລະປະທານນໍ້າທາ-3 ເຂົ້າຮ່ວມ.
ຈຸດປະສົງ ການລົງຊຸກຍູ້ ແລະ ເກັບກໍາຂໍ້ມູນຂອງຄະນະທີມງານໂຄງການ ຈາກທະນາຄານພັດທະນາອາຊີໃນຄັ້ງນີ້ ເພື່ອທົບທວນຄືນການຈັດຕັ້ງປະຕິບັດໂຄງການຊົນລະປະທານນໍ້າທາ-3 ກ່ຽວກັບ ການຜະລິດພືດລະດູແລ້ງ 2024 ແລະ ການຄຸ້ມຄອງນໍາໃຊ້ນໍ້າຊົນລະປະທານນໍ້າທາ-3 ໃນໄລຍະຜ່ານມາ ໂດຍໄດ້ສໍາພາດກຸ່ມເປົ້າໝາຍຜູ້ປູກພືດລະດູແລ້ງ, ຜູ້ນໍາໃຊ້ນໍ້າ, ການຄຸ້ມຄອງປົກປັກຮັກສາຊົນລະປະທານ, ການຄຸ້ມຄອງກອງທຶນ, ການເກັບເງິນບູລະນະຮັກສາຊົນລະປະທານ ແລະ ອື່ນໆ.
ໂຄງການຊົນລະປະທານນໍ້າທາ-3 ປະກອບມີ 3 ຫົວງານຍ່ອຍຄື: ຫົວງານນໍ້າທາ-3 ຕັ້ງຢູ່ບ້ານຫາດຍາວ, ຫົວງານນໍ້າດີ-1 ຕັ້ງຢູ່ບ້ານຫົວນາ, ຫົວງານນໍ້າດີ-2 ຕັ້ງຢູ່ບ້ານປ່າປົວະ  ທັງ 3 ຫົວງານ ມີຄອງເໝືອງຍາວທັງໝົດ 20.181 ແມັດ, ກວມເນື້ອທີ່ນາ 580 ກວ່າເຮັກຕາ ປະກອບມີ 10 ບ້ານ, ມີ 916 ຄອບຄົວ ທີ່ໄດ້ຮັບຜົນປະໂຫຍດ ຊຶ່ງໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 14 ກຸມພາ 2022 ແລະ ໄດ້ສໍາເລັດໃນວັນທີ 3 ມີນາ 2023 ໂດຍແມ່ນບໍລິສັດ ສີສະເກດ ກໍ່ສ້າງຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ມູນຄ່າທັງໝົດ 1.520.780 ໂດລາ ໂດຍແມ່ນທຶນຊ່ວຍເຫຼືອຂອງທະນະຄານພັດທະນາອາຊີ, ສໍາລັບຄອງເໝືອງເຂດທົ່ງນາຝັ່ງຊ້າຍຂອງແມ່ນໍ້າທາ ຮັບປະກັນໃນການສະໜອງນໍ້າໃຫ້ແກ່ການຜະລິດທັງລະດູແລ້ງ ແລະ ລະດູຝົນ, ການຜະລິດພືດລະດູແລ້ງ ປິ 2024 ຢູ່ເຂດທົ່ງນາຝັ່ງຊ້າຍຂອງແມ່ນໍ້າທາ ແມ່ນປູກໝາກຖົ່ວເຫຼືອງ ມີເນື້ອທີ່ທັງໝົດ 150 ເຮັກຕາ, ກວມເອົາ 4 ບ້ານ: ບ້ານທົ່ງໃຈ້ເໜືອ, ບ້ານທົ່ງໃຈ້ໃຕ້, ບ້ານປ່າປົວະ ແລະ ບ້ານນໍ້າທຸງ ໄດ້ເລີ່ມປູກໝາກຖົ່ວເຫຼືອງມາແຕ່ເດືອນທັນວາ 2023 ຄາດວ່າຈະປູກໃຫ້ສໍາເລັດໃນເດືອນກຸມພາ 2024, ສ່ວນຜົນຜະລິດຄາດວ່າຈະໃຫ້ໄດ້ 12 ໂຕນຕໍ່ເຮັກຕາ, ໂດຍແມ່ນບໍລິສັດເຖິງເຝີຍການຄ້າ ແລະ ສົ່ງເສີມກະສິກໍາ ຈໍາກັດຜູ້ດຽວ ເປັນຜູ້ລົງທຶນ ເພື່ອສົ່ງອອກໄປ ສປ ຈີນ. ສ່ວນປະຊາຊົນມີລາຍຮັບຈາກການເຊົ່າດິນນາ ແລະ ການອອກແຮງງານ ຈ້າງໄຖ,ຈ້າງປູກ,ການບົວລະບັດຮັກສາແລະອື່ນໆ ນໍາບໍລິສັດຜູ້ລົງທຶນ ເພື່ອມີລາຍຮັບເຂົ້າສູ່ຄອບຄົວ.
ຂ່າວ-ພາບ: ຫຼວງນ້ຳທາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ II ປະຈໍາປີ 2025

ກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ II ປະຈໍາປີ 2025

ໃນວັນທີ 19 ສິງຫາ ນີ້ ທີ່ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ດໍາເນີນກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ II ປະຈໍາປີ 2025, ໂດຍການເປັນປະທານຂອງທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການປະທານສະພາບໍລິຫານ ທຫລ ຊຶ່ງມີຮອງປະທານສະພາບໍລິຫານ, ສະມາຊິກສະພາບໍລິຫານ, ຮອງຜູ້ວ່າການ ທຫລ ແລະ ບັນດາກົມທີ່ກ່ຽວຂ້ອງ ທຫລ ເຂົ້າຮ່ວມ.
ສພທ ສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາ 6 ເດືອນຕົ້ນປີ

ສພທ ສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາ 6 ເດືອນຕົ້ນປີ

ໃນວັນທີ 20 ສິງຫາ ນີ້ ທີ່ຫ້ອງປະຊຸມຊັ້ນ 2 ສໍານັກງານສະພາທິດສະດີສູນກາງພັກ (ຫຼັກ6), ສະພາທິດສະດີສູນກາງພັກ (ສພທ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການປະຈໍາ 6 ເດືອນທ້າຍປີ 2025 ໂດຍການເປັນປະທານ ແລະ ກ່າວເປີດ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ປະທານ ສພທ; ມີບັນດາສະຫາຍຄະນະປະຈໍາ ສພທ, ສະມາຊິກ ສພທ ແລະ ພະນັກງານຫຼັກແຫຼ່ງຫ້ອງການ ສພທ ເຂົ້າຮ່ວມ.
ບໍລິສັດ ຝຸ່ນໂປຕາສ ປະກອບສ່ວນຊຸກຍູ້ ແຂວງຄໍາມ່ວນ 700 ລ້ານກວ່າກີບ

ບໍລິສັດ ຝຸ່ນໂປຕາສ ປະກອບສ່ວນຊຸກຍູ້ ແຂວງຄໍາມ່ວນ 700 ລ້ານກວ່າກີບ

ວັນທີ 19 ສິງຫານີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ, ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດ ໄດ້ປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງຄໍາມ່ວນ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ 408 ລ້ານກີບ ແລະ ຊ່ວຍເຫຼືອເຂົ້າໃນວຽກງານໄພພິບັດ ນໍ້າຖ້ວມ ມູນຄ່າ 300 ລ້ານກີບ. ໃນນີ້, ເງິດສົດ ແລະ ເຄື່ອງອຸປະໂພກ ປະກອບມີ: ເຂົ້າສານ 2 ໂຕ່ນ, ໝີ່ 10 ແກັດໃຫຍ່, ປາກະປ໋ອງ 10 ແກັດ ແລະ ນໍ້າດື່ມ 100 ແພັກ ລວມມູນຄ່າທັງໝົດ 708 ລ້ານກີບ, ຕາງໜ້າມອບໂດຍທ່ານ ເຈິ່ງ ໂຢວເຢ່ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດ ແລະ ຕາງໜ້າຮັບໂດຍທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ.
ໄຊຍະບູລີ ປາຖະກະຖາ 5 ວັນປະຫວັດສາດສໍາຄັນຂອງຊາດ ຂອງພັກ

ໄຊຍະບູລີ ປາຖະກະຖາ 5 ວັນປະຫວັດສາດສໍາຄັນຂອງຊາດ ຂອງພັກ

ໃນຕອນເຊົ້າວັນທີ 19 ສິງຫານີ້ ທີ່ສະໂມສອນໃຫຍ່ແຂວງໄຊຍະບູລີ ໄດ້ປາຖະກະຖາ 5 ວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກຂຶ້ນ, ເປັນກຽດເຂົ້າຮ່ວມປາຖະກະຖາຂອງທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີບັນດາການນໍາ ພ້ອມດ້ວຍພະນັກງານ-ລັດຖະກອນອ້ອມຂ້າງແຂວງເຂົ້າຮ່ວມ.
ຖວທ ເມືອງປາກກະດິງ ມອບໃບຢັ້ງຢືນຄອບຄົວວັດທະນະທຳໄໝ່ 181 ຄອບຄົວ

ຖວທ ເມືອງປາກກະດິງ ມອບໃບຢັ້ງຢືນຄອບຄົວວັດທະນະທຳໄໝ່ 181 ຄອບຄົວ

ທ້າຍອາທິດຜ່ານມານີ້ ຢູ່ທີ່ສະໂມສອນບ້ານນ້ຳເດື່ອ. ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີມອບໃບຢັ້ງຢືນຄອບຄົວວັດທະນະທຳ ທີ່ໄດ້ໄໝ່ ມີ 181 ຄອບຄົວ ຢູ່ບ້ານນ້ຳເດື່ອ. ພາຍໃຕ້ການເປັນປະທານຂອງທ່ານ ສີຕານ ສຸພັນທະວົງ ຮັກສາການຫົວໜ້າຫ້ອງການ ຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວເມືອງ.
ຍົກລະດັບຄວາມຮູ້ວຽກງານວິຊາສະເພາະໂຄສະນາອົບຮົມໃຫ້ພະນັກງານ

ຍົກລະດັບຄວາມຮູ້ວຽກງານວິຊາສະເພາະໂຄສະນາອົບຮົມໃຫ້ພະນັກງານ

ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີ ເປີດຊຸດຝຶກອົບຮົມວຽກງານວິຊາສະເພາະໂຄສະນາອົບຮົມໃຫ້ແກ່ພະນັກງານພາຍໃນ ຄອສພ ໃນວັນທີ 18 ສິງຫານີ້ ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມສູນກາງພັກ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍສຳມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.
ເມືອງໜອງບົກ ຈັດພິທີທຳລາຍສິນຄ້າໝົດອາຍຸໃນການບໍລີໂພກ

ເມືອງໜອງບົກ ຈັດພິທີທຳລາຍສິນຄ້າໝົດອາຍຸໃນການບໍລີໂພກ

ໃນອາທິດຜ່ານມານີ້, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໜອງບົກ ແຂວງຄໍາມ່ວນ ໄດ້ຈັດພິທີທຳລາຍສິນຄ້າເສຍຄຸນ (ໝົດອາຍຸໃນການບໍລິໂພກ) ຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຄຳມອນ ພົມພິພັກ ຮອງປະທານຄະນະກຳມະການປົກຄອງເມືອງ.
ການນໍາແຂວງເຊກອງ ເນັ້ນຂະແໜງສື່ມວນຊົນ ນໍາສະເໜີຂ່າວໃຫ້ໄດ້ຕາມ 4 ລັກສະນະ

ການນໍາແຂວງເຊກອງ ເນັ້ນຂະແໜງສື່ມວນຊົນ ນໍາສະເໜີຂ່າວໃຫ້ໄດ້ຕາມ 4 ລັກສະນະ

ໃນໂອກາດເຂົ້າຮ່ວມພິທີປາຖະກະຖາ ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໃນວັນທີ 15 ສິງຫາ 2025 ຜ່ານມາ, ທ່ານ ຂັນຕີ ສີລະວົງສາ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງໆເຊກອງ ໄດ້ເນັ້ນຂະແໜງສື່ມວນຊົນຂອງແຂວງ ນໍາສະເໜີຂ່າວໃຫ້ມີຄວາມວ່ອງໄວ ແລະ ຮັບປະກັນໄດ້ຕາມ 4 ລັກສະນະຕົ້ນຕໍ ຄື:
ເຈົ້າແຂວງຜົ້ງສາລີ ລົງເຄື່ອນໄຫວ ແລະ ແນະນຳວຽກ ຢູ່ເມືອງໃໝ່

ເຈົ້າແຂວງຜົ້ງສາລີ ລົງເຄື່ອນໄຫວ ແລະ ແນະນຳວຽກ ຢູ່ເມືອງໃໝ່

ຕອນບ່າຍຂອງວັນທີ 16 ສິງຫາຜ່ານມາ ທີ່ສະໂມສອນເມືອງໃໝ່ ແຂວງຜົ້ງສາລີ, ທ່ານ ພົນຕີ ສົມພອນ ມິດຕະພອນ ຮັກສາການເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຜົ້ງສາລີ ໄດ້ລົງພົບປະໂອ້ລົມຕໍ່ການນໍາ ແລະ ພະນັກງານຫຼັກແຫຼ່ງ ຂອງເມືອງໃໝ່ ໂດຍມີບັນດາຄະນະນຳຂອງເມືອງເຂົ້າຮ່ວມ.
ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ໜັງສືພິມປະຊາຊົນ ສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 75 ປີ (13/8/1950-13/8/2025) ຂຶ້ນ ໃນວັນທີ 15 ສິງຫານີ້ ທີ່ສຳນັກງານໜັງສືພິມປະຊາຊົນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຫົວໜ້າກົມ, ຮອງກົມ, ບັນດາຜູ້ອຳນວຍການສື່ສິ່ງພິມ, ວິທະຍຸ, ໂທລະພາບ, ອະດີດບັນນາທິການ, ພະນັກງານອາວຸໂສບຳນານ ແລະ ພະນັກງານເຂົ້າຮ່ວມ.
ເພີ່ມເຕີມ