ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ອົງການອະນາໄມໂລກ (WHO) ໄດ້ເປີດເຜີຍບົດລາຍງານ ໂດຍກ່າວເຕືອນວ່າ: ໃນທະວີບເອີຣົບຜູ້ທີ່ມີອາຍຸຕັ້ງແຕ່ 65 ປີຂຶ້ນໄປຈະມີຈຳນວນຫຼາຍກວ່າຜູ້ທີ່ມີອາຍຸຕ່ຳກວ່າ 15 ປີ ພາຍໃນປີ 2024 ສົ່ງຜົນໃຫ້ເກີດຄວາມທ້າທາຍໃໝ່ທາງສັງຄົມ, ເສດຖະກິດ ແລະ ສຸຂະພາບ.
WHO ໄດ້ຄາດຄະເນວ່າ: ປະຊາກອນຜູ້ທີ່ມີອາຍຸຫຼາຍກວ່າ 65 ປີ ຈະມີຈຳນວນຫຼາຍກວ່າຜູ້ທີ່ມີອາຍຸຕ່ຳກວ່າ 15 ປີ ພາຍໃນປີໜ້າ, ໃນພາກພື້ນເອີຣົບຕາມທີ່ WHO ກຳນົດ ຊຶ່ງມີທັງໝົດ 53 ປະເທດລວມເຖິງປະເທດໃນອາຊີກາງ. ບົດລາຍງານລະບຸວ່າ: ທ່າອ່ຽງນີ້ບົ່ງບອກເຖິງຄວາມທ້າທາຍໃໝ່ໃນດ້ານສັງຄົມ, ເສດຖະກິດ ແລະ ສຸຂະພາບ ຊຶ່ງຈຳເປັນຕ້ອງໃຫ້ຄວາມສຳຄັນກັບປະຊາກອນອາຍຸສູງ ທີ່ມີສຸຂະພາບແຂງແຮງ ເພື່ອຫຼຸດຜ່ອນຜົນກະທົບທີ່ເກີດຈາກປະຊາກອນຜູ້ອາຍຸສູງ. ສຳລັບການຫຼຸດຜ່ອນຜົນກະທົບຈາກປະຊາກອນຜູ້ອາຍຸສູງ WHO ໄດ້ຮຽກຮ້ອງໃຫ້ມີການດຳເນີນມາດຕະການຕ່າງໆ ເພື່ອຊ່ວຍໃຫ້ຜູ້ອາຍຸສູງສາມາດຮັກສາ ແລະ ປັບປຸງສຸຂະພາບກາຍ, ສຸຂະພາບຈິດ, ຄວາມເປັນອິດສະຫຼະ, ຄວາມເປັນຢູ່ທີ່ດີທາງສັງຄົມ ແລະ ຄຸນນະພາບຊີວິດ ຕະຫຼອດຈົນຮອດແນະນຳໃຫ້ມີນະໂຍບາຍທີ່ສົ່ງເສີມກິດຈະກຳດ້ານກິລາ ແລະ ວັດທະນະທຳ. ນອກຈາກນີ້, WHO ຍັງລະບຸຕື່ມວ່າ: ຜູ້ອາຍຸສູງສາມາດສ້າງສຸຸຂະພາບຂອງພວກເຂົາໃຫ້ດີຂຶ້ນໄດ້ດ້ວຍການຮັບປະທານອາຫານຢ່າງສົມດຸນ ອອກກຳລັງກາຍລະດັບປານກາງຢ່າງໜ້ອຍ 150 ນາທີຕໍ່ອາທິດ ເຊັ່ນດຽວກັບການເຮັດກິດຈະກຳທີ່ຊ່ວຍຮັກສາຄວາມສົມດຸນກັບຄວາມສາມາດໃນການເຄື່ອນໄຫວຂອງຮ່າງກາຍ.
WHO ກ່າວວ່າ: ການອອກກຳລັງກາຍ ສາມາດຫຼຸດຄວາມສ່ຽງຂອງການເສຍຊີວິດຈາກທຸກສາເຫດໄດ້ເຖິງ 35%.
ຄໍາເຫັນ