ໄຟປ່າໃນເອີຣົບທຳລາຍພື້ນທີ່ເກືອບ 895,000 ເຮັກຕາ

ໄຟປ່າໃນເອີຣົບທຳລາຍພື້ນທີ່ເກືອບ 895,000 ເຮັກຕາ

ໄຟປ່າໃນເອີຣົບທຳລາຍພື້ນທີ່ເກືອບ 895,000 ເຮັກຕາ
ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ສິງຫາ ຜ່ານມາວ່າ: ສູນຄົ້ນຄວ້າຮ່ວມຂອງຄະນະກຳມາທິການເອີຣົບເປີດເຜີຍວ່າ: ໄຟປ່າໄດ້ທໍາລາຍພື້ນທີ່ທົ່ວສະຫະພາບເອີຣົບ (EU)ເກືອບ 895,000 ເຮັກຕາ ໃນປີ 2025 ຫຼາຍກວ່າໄລຍະດຽວກັນຂອງປີ 2024 ກວ່າ 4 ເທົ່າ ແລະ ເພີ່ມຂຶ້ນຫຼາຍກວ່າ 2 ເທົ່າ ເມື່ອທຽບກັບໂຕເລກ 439,568 ເຮັກຕາ ໃນອາທິດກ່ອນໜ້ານີ້ ຊຶ່ງຊີ້ໃຫ້ເຫັນເຖິງການແຜ່ລາມຢ່າງໄວວາຂອງໄຟປ່າໃນສອງສາມມື້ຜ່ານມາ.

 

ບົດລາຍງານຂໍ້ມູນປະຈໍາອາທິດຫຼ້າສຸດຂອງສູນດັ່ງກ່າວຊີ້ໃຫ້ເຫັນວ່າ: ໂຕເລກຂອງປີນີ້ສູງກວ່າຄ່າສະເລ່ຍໄລຍະ 19 ປີ ທີ່ 244,000 ເຮັກຕາ ຊຶ່ງປົກກະຕິແລ້ວຈະລາຍງານໃນກາງເດືອນສິງຫາ.

ມາຮອດປັດຈຸບັນ, ກວດພົບໄຟປ່າຂະໜາດໃຫຍ່ 1,736 ຄັ້ງໃນ EU. ໃນນັ້ນລວມທັງໄຟໄໝ້ປ່າທີ່ມີເນື້ອທີ່ກວ້າງກວ່າ 30 ເຮັກຕາ ຊຶ່ງຫຼາຍກວ່າໄລຍະດຽວກັນຂອງປີຜ່ານມາ (1,185 ຄັ້ງ) . ການເພີ່ມຂຶ້ນໄດ້ເຮັດໃຫ້ປະລິມານການຄາດຄະເນການປ່ອຍແກ໊ສກາກບອນດີອອກໄຊເພີ່ມສູງຂຶ້ນເປັນ 31,9 ລ້ານໂຕນ, ສູງກວ່າປີກາຍນີ້ເກືອບ 3 ເທົ່າ.

ສຳລັບການຄາດຄະເນອັນຕະລາຍຈາກໄຟປ່າ ໃນລະຫວ່າງວັນທີ 19-25 ສິງຫາ ລະບຸວ່າ: ສະຖານະການຢູ່ພາກໃຕ້ຂອງ EU ລວມທັງ ແອັດສະປາຍ, ຝຣັ່ງ, ອີຕາລີ, ແຫຼມບອລຂ່ານ ແລະ ເກຼັກ ຈະຜ່ອນຄາຍລົງ, ແຕ່ລະດັບຄວາມສ່ຽງຢູ່ເຂດພາກເໜືອ ແລະ ຕາເວັນຕົກສ່ຽງເໜືອຂອງທະວີບມີທ່າອ່ຽງເພີ່ມຂຶ້ນ.

ຂ່າວລະບຸວ່າ: ອຽກລັງ, ອັງກິດ, ແບນຊິກ, ໂຮນລັງ, ພາກເໜືອຂອງເຢຍລະມັນ, ໂປໂລຍ, ດານມາກ ແລະບາງສ່ວນຂອງສະວິດ ແລະ ແຟງລັງ ກໍາລັງປະເຊີນກັບຄວາມສ່ຽງໄຟປ່າທີ່ສູງຜິດປົກກະຕິ ຊຶ່ງຄາດວ່າຄວາມສ່ຽງຈະເພີ່ມຂຶ້ນຕາມແມ່ນໍ້າດານູບ ໃນໂອຕຣິດ, ຮົງກາຣີ, ແລະ ຣູມານີ.

EU ເກີດໄຟປ່າໂດຍສະເລ່ຍຫຼາຍກວ່າ 60,000 ຄັ້ງຕໍ່ປີ ຊຶ່ງທໍາລາຍພື້ນທີ່ປະມານ 500,000 ເຮັກຕາ, ເກືອບສອງເທົ່າຂອງພື້ນທີ່ລຸກຊຳບວກ ແລະ ໄດ້ເຮັດໃຫ້ມີຜູ້ບາດເຈັບ ຫຼື ເສຍຊີວິດ ແລະ ສ້າງຄວາມເສຍຫາຍທາງເສດຖະກິດປະມານ 2 ຕື້ເອີໂຣ.

ຄໍາເຫັນ

ຂ່າວຕ່າງປະເທດ

ຍີ່ປຸ່ນ ຈະຈຳກັດການຖືພາວເວີແບັງຂຶ້ນເຮືອບິນໄດ້ບໍ່ເກີນຄົນລະ 2 ອັນ

ຍີ່ປຸ່ນ ຈະຈຳກັດການຖືພາວເວີແບັງຂຶ້ນເຮືອບິນໄດ້ບໍ່ເກີນຄົນລະ 2 ອັນ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ກະຊວງທີ່ດິນ, ພື້ນຖານໂຄງລ່າງ, ການຂົນສົ່ງ ແລະ ການທ່ອງ ທ່ຽວຂອງຍີ່ປຸ່ນໄດ້ປະກາດວ່າ: ກໍາລັງກະກຽມອອກກົດລະບຽບໃໝ່ເພື່ອຈໍາກັດຜູ້ໂດຍສານຖືພາວເວີແບງຂຶ້ນເຮືອບິນໄດ້ບໍ່ເກີນຄົນລະສອງອັນ ແລະ ຮຽກຮ້ອງໃຫ້ຫຼີກລ່ຽງການໃຊ້ໃນລະຫວ່າງການບິນ ເພື່ອປ້ອງກັນຄວາມສ່ຽງຈາກໄຟ ໄໝ້ ຫຼັງຈາກເກີດເຫດການໄຟໄໝ້ຫຼາຍຄັ້ງທີ່ຜ່ານມາ.
OPEC+ ເພີ່ມ​ປະ​ລິ​ມານການຂຸດຄົ້ນ​ນ້ຳ​ມັນ

OPEC+ ເພີ່ມ​ປະ​ລິ​ມານການຂຸດຄົ້ນ​ນ້ຳ​ມັນ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 2 ມີນາ ຜ່ານມາວ່າ: ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ບັນດາຄູ່ຮ່ວມມື (OPEC+) ໄດ້ບັນລຸຂໍ້ຕົກລົງເບື້ອງຕົ້ນກ່ຽວກັບການເພີ່ມປະລິມານນ້ຳມັນ ໃນກອງປະຊຸມວັນທີ 1 ມີນາ ຜ່ານມາ. ເພື່ອແນໃສ່ຮັບມືກັບສະພາບການຂາດວັກຂາດຕອນໃນການຂົນສົ່ງທາງທະເລທີ່ຮ້າຍແຮງຢູ່ພາກພື້ນຕາເວັນອອກກາງ ພາຍຫຼັງບັນດາການຜັນແປດ້ານການທະຫານຄັ້ງຫຼ້າສຸດລະຫວ່າງ ອາເມລິກາ - ອິສຣາແອນ ແລະ ອີຣ່ານ.
ການສົ່ງອອກເຂົ້າຂອງອິນເດຍ ກຳລັງຕົກຢູ່ໃນຄວາມສ່ຽງ ທ່າມກາງຄວາມເຄັ່ງຕຶງໃນພາກພື້ນອາຊີຕາເວັນຕົກ

ການສົ່ງອອກເຂົ້າຂອງອິນເດຍ ກຳລັງຕົກຢູ່ໃນຄວາມສ່ຽງ ທ່າມກາງຄວາມເຄັ່ງຕຶງໃນພາກພື້ນອາຊີຕາເວັນຕົກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ມີນາ ຜ່ານມາວ່າ: ການສົ່ງອອກເຂົ້າຂອງອິນເດຍຕົກຢູ່ໃນຄວາມສ່ຽງທ່າມກາງຄວາມເຄັ່ງຕຶງທີ່ເພີ່ມຂຶ້ນໃນພາກພື້ນອາຊີຕາເວັນຕົກ, ໂດຍຜູ້ສົ່ງອອກສະແດງຄວາມກັງວົນກ່ຽວກັບບັນຫາການຈ່າຍເງິນທີ່ຊັກຊ້າ ແລະ ອຸປະສັກໃນການຂົນສົ່ງໄປອີຣ່ານ, ອັຟການິສະຖານ ແລະ ຫຼາຍປະເທດໃນອ່າວເປີເຊຍ.
ຫວຽດ​ນາມ - EAEU ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ

ຫວຽດ​ນາມ - EAEU ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 2 ມີນາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບທ່ານ ບາກີຊັນ ຊາກິນຕາເຢບ ປະທານສະພາ ຄະນະກຳມະການ ເສດຖະກິດ ອາຊີ - ເອີຣົບ (EAEU).
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນທຳລາຍສະຖິຕິສູງສຸດຂອງເດືອນກຸມພາ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນທຳລາຍສະຖິຕິສູງສຸດຂອງເດືອນກຸມພາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ມີນາ ຜ່ານມາວ່າ: ການສົ່ງອອກຂອງ ສ ເກົາຫຼີ ໃນເດືອນກຸມພາຜ່ານມາໄດ້ບັນລຸລະດັບສູງສຸດເປັນປະຫວັດການ, ໂດຍມີປັດໄຈສ່ວນໃຫຍ່ຈາກຄວາມຕ້ອງການເຊມິຄອນດັກເຕີທີ່ເຂັ້ມແຂງ ຊຶ່ງຖືເປັນສິນຄ້າສົ່ງອອກທີ່ສຳຄັນທີ່ເປັນຕົວຂັບເຄື່ອນເສດຖະກິດຂອງປະເທດ.
ຈຳນວນຜູ້ອົບພະຍົບເສຍຊີວິດ ແລະ ຫາຍສາບສູນທົ່ວໂລກເກີນ 7,600 ຄົນ

ຈຳນວນຜູ້ອົບພະຍົບເສຍຊີວິດ ແລະ ຫາຍສາບສູນທົ່ວໂລກເກີນ 7,600 ຄົນ

ຂ່າວຕ່າງປະເທດລາຍງານວ່າ: ໂຄສົກຂອງອົງການສະຫະປະຊາຊາດ (UN) ໄດ້ອ້າງອີງຂໍ້ມູນຈາກອົງການສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ວ່າ, ມີຜູ້ຄົນຢ່າງໜ້ອຍມີ 7,667 ຄົນຜູ້ເສຍຊີວິດ ຫຼື ຫາຍສາບສູນຕາມເສັ້ນທາງການເຄື່ອນຍ້າຍຖິ່ນຖານທົ່ວໂລກໃນປີ 2025.
ສາກົນເຕືອນ ຄວາມເຄັ່ງຕຶງພາກພື້ນຕາເວັນອອກກາງເພີ່ມຂຶ້ນ

ສາກົນເຕືອນ ຄວາມເຄັ່ງຕຶງພາກພື້ນຕາເວັນອອກກາງເພີ່ມຂຶ້ນ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 1 ມີນາ ຜ່ານມາວ່າ: ປະຕິກິລິຍາຕໍ່ບັນດາເຫດການບຸກໂຈມຕີທາງອາກາດໂດຍ ອິສຣາແອນ ແລະ ສະຫະລັດ ອາເມລິກາ ສົມທົບກັນແນໃສ່ ອີຣານ ພ້ອມກັບບັນດາການກະທຳໂຕ້ຕອບຂອງ ເຕເຮຣານ ໃນວັນທີ 28 ກຸມພາ ຜ່ານມາ. ໃນວັນດຽວກັນ, ຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນໄດ້ພ້ອມກັນຮຽກຮ້ອງໃຫ້ທຸກຝ່າຍຈົ່ງລະງັບໃຈ ແລະ ເດີນຕາມມາດຕະການທາງການທູດ; ພ້ອມກັນນັ້ນ ກໍກ່າວເຕືອນໄພຄວາມສ່ຽງສຳລັບສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນຕາເວັນອອກກາງ ເພີ່ມຂຶ້ນຢ່າງຮ້າຍແຮງ.
ບັນດາເມືອງທ່ອງທ່ຽວຂອງຍີ່ປຸ່ນປະກາດຂຶ້ນຄ່າທຳນຽມ

ບັນດາເມືອງທ່ອງທ່ຽວຂອງຍີ່ປຸ່ນປະກາດຂຶ້ນຄ່າທຳນຽມ

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ມີນາ ຜ່ານມາວ່າ: ອຳນາດການປົກຄອງທ້ອງຖິ່ນຫຼາຍແຫ່ງໃນພາກຕາເວັນຕົກຂອງປະເທດຍີ່ປຸ່ນໄດ້ເລີ່ມຈັດຕັ້ງປະຕິບັດການເພີ່ມຄ່າທຳນຽມທີ່ກ່ຽວຂ້ອງກັບການທ່ອງທ່ຽວ ນັບແຕ່ວັນທີ 1 ມີນາ ເປັນຕົ້ນໄປ ເພື່ອແກ້ໄຂບັນຫາການທ່ອງທ່ຽວຫຼາຍເກີນໄປ.
ເດືອນມັງກອນປີນີ້ ຈີນສາມາດດຶງດູດທຶນຕ່າງປະເທດ 92.01 ຕື້ຢວນ

ເດືອນມັງກອນປີນີ້ ຈີນສາມາດດຶງດູດທຶນຕ່າງປະເທດ 92.01 ຕື້ຢວນ

ຂ່າວສານຊີອາໄອລາຍງານໃນວັນທີ 1 ມີນາ ຜ່ານມາວ່າ: ອີງຕາມຂໍ້ມູນທີ່ກະຊວງການຄ້າຈີນແຈ້ງໃຫ້ຮູ້ໃນວັນທີ 28 ກຸມພາ ຜ່ານມາສະແດງໃຫ້ເຫັນວ່າ: ເດືອນມັງກອນປີ 2026, ທົ່ວປະເທດຈີນໄດ້ສ້າງຕັ້ງວິສາຫະກິດລົງທຶນຈາກນັກທຸລະກິດຕ່າງປະເທດໃໝ່ເຖິງ 5,306 ແຫ່ງ, ເພີ່ມຂຶ້ນ 25.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025, ທຶນຕ່າງປະເທດທີ່ນໍາໃຊ້ຕົວຈິງມີເຖິງ 92.01 ຕື້ຢວນ.
ກົດໝາຍ 6 ສະບັບ ຂອງຫວຽດນາມ ມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ມີນາ

ກົດໝາຍ 6 ສະບັບ ຂອງຫວຽດນາມ ມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ມີນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ນັບແຕ່ວັນທີ 1 ມີນາ ເປັນຕົ້ນໄປ, ກົດໝາຍໃໝ່ 6 ສະບັບເລີ່ມມີຜົນບັງຄັບໃຊ້, ລວມມີ ກົດໝາຍວ່າດ້ວຍປັນຍາປະດິດ 2025; ກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ 2025; ກົດໝາຍວ່າດ້ວຍການຟື້ນຟູ, ລົ້ມລະລາຍ 2025; ກົດໝາຍວ່າດ້ວຍການລົງທຶນ 2025; ກົດໝາຍວ່າດ້ວຍການວາງແຜນຜັງ 2025 ແລະ ກົດໝາຍວ່າດ້ວຍການປົກປ້ອງຄວາມລັບແຫ່ງລັດ 2025.
ເພີ່ມເຕີມ