FAO ຄາດ​ວ່າ​ຣັດ​ເຊຍ​ຈະ​ເປັນ​ປະ​ເທດ​ສົ່ງ​ອອກເຂົ້າ​ສາ​ລີ​ອັນ​ດັບ​ໜຶ່ງ​ຂອງ​ໂລກ

FAO ຄາດ​ວ່າ​ຣັດ​ເຊຍ​ຈະ​ເປັນ​ປະ​ເທດ​ສົ່ງ​ອອກເຂົ້າ​ສາ​ລີ​ອັນ​ດັບ​ໜຶ່ງ​ຂອງ​ໂລກ

FAO ຄາດ​ວ່າ​ຣັດ​ເຊຍ​ຈະ​ເປັນ​ປະ​ເທດ​ສົ່ງ​ອອກເຂົ້າ​ສາ​ລີ​ອັນ​ດັບ​ໜຶ່ງ​ຂອງ​ໂລກ
ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ສື່​ມວນ​ຊົນ​ຣັດ​ເຊຍ​ອ້າງ​ອີງ​ຕາມ​ຂໍ້​ມູນ​ຂອງ​ອົງການ​ອາຫານ​ແລະ​ການ​ກະ​ເສດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ (FAO)​ ລາຍ​ງານ​ວ່າ: ຣັດ​ເຊຍຍັງ​ຈະ​ເປັນ​ປະ​ເທດ​ສົ່ງ​ອອກ​ເຂົ້າສາລີລາຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ໃນ​​ປີ​ກະສິກຳ​ປັດຈຸ​ບັນ​ແລະ ປີ​ຕໍ່​ໄປ ຊຶ່ງກວມ​ອັດຕາສ່ວນ​ຫຼາຍ​ກວ່າ 1/5 ຂອງ​ຍອດ​ຂາຍ​ເຂົ້າສາລີ​ທົ່ວ​ໂລກ.

 

FAOລາຍງານວ່າ: ການສົ່ງອອກເຂົ້າສາລີທົ່ວໂລກສຳລັບປີກະສິກຳ 2024-2025 ຈະຫຼຸດລົງປະມານ 8% ຢູ່ທີ່ 193.3 ລ້ານໂຕນ ຊຶ່ງຕໍ່າສຸດໃນຮອບ 4 ປີແລະຈະຟື້ນຕົວໄດ້ພຽງ 3.8% ຢູ່ທີ່200.6 ລ້ານໂຕນໃນລະດູການຕໍ່ໄປ, ໂດຍຣັດເຊຍຍັງຄົງມີທ່າອ່ຽງເປັນປະເທດສົ່ງອອກແຖວໜ້າຂອງໂລກ.

ການຄາດຄະເນການຂອງFAOລະບຸວ່າ: ການສົ່ງອອກເຂົ້າສາລີຂອງຣັດເຊຍສຳລັບປີກະສິກຳ 2024-2025ຈະຢູ່ທີ່ 42.6 ລ້ານໂຕນ ຊຶ່ງສູງກວ່າຄ່າສະເລ່ຍ 42 ລ້ານໂຕນໃນໄລຍະ3 ປີກ່ອນພຽງເລັກນ້ອຍ ແລະ ໂຕເລກນີ້ຈະເພີ່ມຂຶ້ນເປັນ 46.5 ລ້ານໂຕນໃນປີຕໍ່ໄປ.

ທັງນີ້, ຣັດເຊຍມີທ່າອ່ຽງຈະສະໜອງເຂົ້າສາລີສູ່ຕະຫຼາດໂລກພຽງແຕ່ 22% ແລະ 23% ສຳລັບປີກະສິກຳປັດຈຸບັນ ແລະ ປີຕໍ່ໄປ ຊຶ່ງສູງກວ່າຄ່າສະເລ່ຍ 20.7% ໃນໄລຍະສາມປີຜ່ານມາພຽງເລັກນ້ອຍ.

ດ້ານການສົ່ງອອກຂອງ ສະຫະພາບເອີຣົບ (EU) ຊຶ່ງເປັນຜູ້ສະໜອງເຂົ້າສາລີລາຍໃຫຍ່ອັນດັບສອງຂອງໂລກ ຄາດວ່າຈະຫຼຸດລົງເປັນ 24 ລ້ານໂຕນໃນປີນີ້ ຫຼັງຈາກສົ່ງອອກສະເລ່ຍ 32.7 ລ້ານໂຕນໃນໄລຍະ3 ລະດູການຜ່ານມາ. ໂດຍການສົ່ງອອກຄາດວ່າຈະຟື້ນຕົວເປັນ 30.7 ລ້ານໂຕນໃນປີໜ້າ.

ການາດາ ເປັນຜູ້ສະໜອງເຂົ້າສາລີລາຍໃຫຍ່ອັນດັບສາມຂອງໂລກໃນປີນີ້, ມີທ່າອ່ຽງຈະສົ່ງອອກເພີ່ມຂຶ້ນ19% ເມື່ອທຽບໃສ່ກັບຄ່າສະເລ່ຍ 26 ລ້ານໂຕນໃນຫຼາຍລະດູການທີ່ຜ່ານມາແລະຈະຫຼຸດລົງເປັນ 25.5 ລ້ານໂຕນໃນປີໜ້າ.

ຄໍາເຫັນ

ຂ່າວຕ່າງປະເທດ

ມຽນມາ ກະກຽມການເລືອກຕັ້ງປະທານາທິບໍດີໃນທ້າຍເດືອນມີນາ

ມຽນມາ ກະກຽມການເລືອກຕັ້ງປະທານາທິບໍດີໃນທ້າຍເດືອນມີນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 22 ມີນາ ຜ່ານມາວ່າ: ທ່ານ ອອງ ລິນ ດະເວ ປະທານສະພາສູງຄົນໃໝ່ຂອງ ມຽນມາ ແຈ້ງໃຫ້ຮູ້ວ່າ: ສະພາແຫ່ງຊາດ ມຽນມາ ຈະດໍາເນີນການເລືອກຕັ້ງປະທານາບໍດີຄົນໃໝ່ໃນວັນທີ 30 ມີນາ ຈະມາເຖິງນີ້, ດ້ວຍຂັ້ນຕອນການເລືອກຕັ້ງທີ່ປະຕິບັດຢ່າງເຂັ້ມງວດຜ່ານ 2 ໄລຍະ ຄື: ໄລຍະທີ 1, ລວມມີ ສະພາຕ່ຳ, ສະພາສູງ ແລະ ກຸ່ມຕາງໜ້າໃຫ້ກອງທັບ ແຕ່ລະຝ່າຍຈະສະເໜີຜູ້ສະໝັກຮັບເລືອກຕັ້ງສະຫາຍໜຶ່ງໃຫ້ດຳລົງຕຳແໜ່ງຮອງປະທານາທິບໍດີ. ຫຼັງຈາກນັ້ນ, ສະພາແຫ່ງຊາດຈະດຳເນີນການປ່ອນບັດເພື່ອເລືອກເອົາ 1 ໃນຈຳນວນ 3 ສະຫາຍນີ້ຮັບດຳລົງຕຳແໜ່ງປະທານາທິບໍດີ; 2 ສະຫາຍທີ່ຍັງເຫຼືອຈະດຳລົງຕຳແໜ່ງຮອງປະທານາທິບໍດີ.
ກອງປະຊຸມເວທີປຶກສາຫາລືລະດັບສູງ ວ່າດ້ວຍການພັດທະນາຂອງຈີນ ປະຈຳປີ 2026

ກອງປະຊຸມເວທີປຶກສາຫາລືລະດັບສູງ ວ່າດ້ວຍການພັດທະນາຂອງຈີນ ປະຈຳປີ 2026

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 22 ມີ​ນາ ຜ່ານມາ, ກອງປະຊຸມປະຈຳປີ 2026 ຂອງເວ​ທີປຶກສາຫາລືລະດັບສູງວ່າດ້ວຍການພັດທະນາຂອງຈີນ ໄດ້ເປີດຂຶ້ນ​ຢູ່ນະຄອນຫຼວງປັກກິ່ງຂອງຈີນ. ກອງປະຊຸມໃນປີນີ້ ມີຫົວຂໍ້ວ່າ: “ປະເທດຈີນໃນແຜນພັດທະນາເສດ​ຖະ​ກິດ 5 ປີ​ຄັ້ງທີ 15: ການພັດທະນາ​ທີ່ມີຄຸນນະພາບສູງ ແລະ ການຮ່ວມກັນສ້າງໂອກາດໃໝ່”, ແຂກທີ່ເຂົ້າຮ່ວມກອງປະຊຸມຈະຈັດກອງປະຊຸມສຳມະນາກ່ຽວກັບຫົວ​ຂໍ້​ຕ່າງໆ​ເຊັ່ນ: ການຫັນໄປສູ່ການພັດທະນາແບບສີຂຽວ ແລະ ກາກບອນຕໍ່າ, ການພັດທະນາອຸດສາຫະກຳໃນອະນາຄົດ, ການນຳໃຊ້ປັນຍາປະດິດເຂົ້າໃນອຸດສາຫະກຳ ແລະ ອື່ນໆ.
ແຟັງລັງ ຄອງຕຳແໜ່ງປະເທດທີ່ມີຄວາມສຸກທີ່ສຸດໃນໂລກ 9 ປີຕິດຕໍ່ກັນ

ແຟັງລັງ ຄອງຕຳແໜ່ງປະເທດທີ່ມີຄວາມສຸກທີ່ສຸດໃນໂລກ 9 ປີຕິດຕໍ່ກັນ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ບົດລາຍງານຄວາມສຸກຂອງໂລກ (World Happiness Report) ຊຶ່ງເຜີຍແຜ່ເມື່ອບໍ່ດົນມານີ້ວ່າ, ແຟັງລັງ ໄດ້ຄອງຕຳແໜ່ງປະເທດທີ່ມີຄວາມສຸກທີ່ສຸດໃນໂລກເປັນປີທີ 9 ຕິດຕໍ່ກັນ.
IEA ເລີ່ມປ່ອຍນ້ຳມັນສຳຮອງສຸກເສີນ

IEA ເລີ່ມປ່ອຍນ້ຳມັນສຳຮອງສຸກເສີນ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ອົງການພະລັງງານສາກົນ (IEA) ໄດ້ລາຍງານການປ່ອຍນໍ້າມັນເຊື້ອໄຟຈາກຄັງສຳຮອງສຸກເສີນເຂົ້າສູ່ຕະຫຼາດໃນເບື້ອງຕົ້ນ ພາຍໃຕ້ຂໍ້ຕົກລົງຂອງບັນດາປະເທດສະມາຊິກ. ໂດຍການປ່ອຍນໍ້າມັນເຊື້ອໄຟສຸກເສີນໂດຍລວມຈະເປັນນໍ້າມັນດິບສ່ວນໃຫຍ່, ໃນຂະນະທີ່ການປ່ອຍຈາກເອີຣົບສ່ວນໃຫຍ່ຈະເປັນຜະລິດຕະພັນນໍ້າມັນທີ່ກັ່ນແລ້ວ ແລະ ເສີມດ້ວຍການຜະລິດເພີ່ມເຕີມຈາກບັນດາປະເທດໃນທະວີບອາເມຣິກາ.
ຫວຽດນາມ ປະກາດຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດ

ຫວຽດນາມ ປະກາດຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 21 ມີນາຜ່ານມາ, ສະພາເລືອກຕັ້ງແຫ່ງຊາດ ຫວຽດນາມ ໄດ້ຈັດກອງປະຊຸມຖະແຫຼງຂ່າວປະກາດມະຕິຂອງສະພາເລືອກຕັ້ງແຫ່ງຊາດກ່ຽວກັບຜົນການປ່ອນບັດ ແລະ ບັນຊີລາຍຊື່ບັນດາຜູ້ໄດ້ຮັບການເລືອກຕັ້ງເຂົ້າເປັນສະມາຊິກສະພາແຫ່ງຊາດຊຸດທີ 16.
ນາຍົກນູແວນເຊລັງເຕືອນ ຂໍ້ຂັດແຍ່ງທີ່ຍືດເຍື້ອ ອາດກະທົບການສະໜອງນໍ້າມັນທົ່ວໂລກ

ນາຍົກນູແວນເຊລັງເຕືອນ ຂໍ້ຂັດແຍ່ງທີ່ຍືດເຍື້ອ ອາດກະທົບການສະໜອງນໍ້າມັນທົ່ວໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 19 ມີນາ ຜ່ານມາວ່າ: ທ່ານ ຄຣິສໂຕເຟີ ລູຊອນ ນາຍົກລັດຖະມົນຕີນູແວນເຊລັງ ໄດ້ເຕືອນວ່າ: ຂໍ້ຂັດແຍ່ງທີ່ຍືດເຍື້ອໃນຕາເວັນອອກກາງອາດຈະສົ່ງຜົນກະທົບຕໍ່ການສະໜອງນໍ້າມັນທົ່ວໂລກ ແລະ ລັດຖະບານນູແວນເຊລັງ ກຳລັງພິຈາລະນາເພີ່ມມາດຕະການຕອບໂຕ້ໃນອາທິດໜ້າ.
ຣັດເຊຍ ເປີດສູນທົດສອບ ຫຸ່ນຍົນ ແລະ ລະບົບຂັບຂີ່ອັດຕະໂນມັດ

ຣັດເຊຍ ເປີດສູນທົດສອບ ຫຸ່ນຍົນ ແລະ ລະບົບຂັບຂີ່ອັດຕະໂນມັດ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ເຊີເກ ໂຊເບຍນິນ ເຈົ້າຄອງນະຄອນຫຼວງມົສກູ ໄດ້ປະກາດວ່າ, ຣັດເຊຍ ໄດ້ເປີດສູນທົດສອບເຕັກໂນໂລຊີຫຸ່ນຍົນ ແລະ ລະບົບຂັບຂີ່ອັດຕະໂນມັດຢ່າງເຕັມຮູບແບບແຫ່ງທຳອິດຂອງຣັດເຊຍໃນນະຄອນຫຼວງມົສກູ ຊຶ່ງອອກແບບມາເພື່ອທົດສອບເຕັກໂນໂລຊີດັ່ງກ່າວທັງໃນດ້ານໂລຈິສຕິກ, ການຂົນສົ່ງ, ການກໍ່ສ້າງ ແລະ ການເຝົ້າລະວັງ.
ຈີນ ​ຮຽກ​ຮ້ອງ​ໃຫ້​​ທົບ​ທວນ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ໃນ​ການ​ຊຸກ​ຍູ້ ​ແລະ​​ ປົກ​ປ້ອງສິດ​ທິ​ມະ​ນຸດ

ຈີນ ​ຮຽກ​ຮ້ອງ​ໃຫ້​​ທົບ​ທວນ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ໃນ​ການ​ຊຸກ​ຍູ້ ​ແລະ​​ ປົກ​ປ້ອງສິດ​ທິ​ມະ​ນຸດ

ຂ່າວສານຊີອາໄອລາຍງານວ່າ: ເມື່ອບໍ່ດົນມານີ້, ກອງ​ປະ​ຊຸມ​ຄັ້ງ​ທີ 61 ຂອງ​ສະ​ພາສິດ​ທິ​ມະ​ນຸດ​​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ໄດ້​ຈັດ​ກອງ​ປະ​ຊຸມ​ອະ​ພິ​ປາຍ​ທົ່ວ​ໄປ​ກ່ຽວ​ກັບ​ບັນ​ຫາ​ສິດ​ທິ​ມະ​ນຸດ​ຂອງ​ປະ​ເທດ​ຕ່າງ​ໆ, ທ່ານ​ນາງ ຫຼີ​ຊ້ຽວ​ເມີຍ ຮອງ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໂດຍ​ເນັ້ນ​ໜັກ​ວ່າ: ວັນ​ທີ 15 ມີ​ນາ​ ​​ແມ່ນ​ວັນ​ຄົບ​ຮອບ 20 ປີ​ທີ່​ສະ​ມັດ​ຊາ​ໃຫຍ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ສ້າງ​ຕັ້ງ​ສະ​ພາ​ສິດ​ທິ​ມະ​ນຸດ, ແຕ່​ປັດ​ຈຸ​ບັນ ລັດ​ທິ​ຫຼາຍ​ຝ່າຍ ​ແລະ ​ວຽກ​ງານ​ສິດ​ທິ​ມະ​ນຸດ​ທົ່ວ​ໂລກ​ກຳ​ລັງຜະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ສາດ, ສະ​ຖາ​ນະ​ການ​ຂອງ​ພາກ​ພື້ນ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ສັນ​ຕິ​ພາບ ​ແລະ​ ຄວາມ​ໝັ້ນ​ຄົງ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ ແລະ​ ໄດ້​ສ້າງ​ໄພ​ພິ​ບັດ​ດ້ານ​ສິດ​ທິ​ມະ​ນຸດ ​ແລະ​ ມະ​ນຸດ​ສະ​ທຳ.
​ ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ສະ​ເໜີ​ ກາ​ຕາ ຍູ້​ແຮງ​ການ​ຮ່ວມ​ມື​ພະ​ລັງ​ງານ​

​ ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ສະ​ເໜີ​ ກາ​ຕາ ຍູ້​ແຮງ​ການ​ຮ່ວມ​ມື​ພະ​ລັງ​ງານ​

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ຫວ່າງມໍ່ໆມານີ້ ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ຄາລິດ ອາລີ ອັບດູລາ ອາເບນ ເອກອັກຄະລັດຖະທູດ ລັດ ກາຕາ ປະຈຳ ຫວຽດນາມ.
ວິກິດການໃນຕາເວັນອອກກາງ ເຮັດໃຫ້ລາຄານໍ້າມັນເຊື້ອໄຟເຮືອບິນສູງຂຶ້ນ

ວິກິດການໃນຕາເວັນອອກກາງ ເຮັດໃຫ້ລາຄານໍ້າມັນເຊື້ອໄຟເຮືອບິນສູງຂຶ້ນ

ຂ່າວຕ່າງປະເທດລາຍງານໃນວັນທີ 18 ມີນາ ຜ່ານມາວ່າ: ສາຍການບິນທົ່ວໂລກກຳລັງຄ່ອຍໆຂຶ້ນລາຄາໂດຍສານ ແລະ ຫຼຸດຖ້ຽວບິນໃນບາງເສັ້ນທາງ ຫຼັງຈາກລາຄານໍ້າມັນເຊື້ອໄຟເຮືອບິນເພີ່ມຂຶ້ນສູງ ຍ້ອນຂໍ້ຂັດແຍ້ງລະຫວ່າງສະຫະລັດ ອາເມຣິກາ, ອິສຣາເອນ ແລະ ອີຣານ ສ້າງຄວາມກົດດັນຢ່າງຫຼວງຫຼາຍຕໍ່ຄ່າໃຊ້ຈ່າຍໃນການດຳເນີນງານຂອງອຸດສາຫະກຳການບິນ.
ເພີ່ມເຕີມ