ຟຟລ ດໍາເນີນ 4 ມາດຕະການ ເພື່ອສ້າງຄວາມຍືນຍົງ ແລະເຂັ້ມແຂງ

ຟຟລ ດໍາເນີນ 4 ມາດຕະການ ເພື່ອສ້າງຄວາມຍືນຍົງ ແລະເຂັ້ມແຂງ
ໂດຍ: ຣັດສະໝີ ດວງສັດຈະ
ພັກ ແລະ ລັດຖະບານແຫ່ງ ສປປ ລາວ ໄດ້ມີແນວທາງ, ແຜນນະໂຍບາຍ ແລະ ຄວາມພະຍາຍາມສູງ ເພື່ອນໍາກະແສໄຟຟ້າ ກະຈາຍສູ່ຕົວເມືອງ, ເຂດພູດອຍ-ຊົນນະບົດ, ຫ່າງໄກສອກຫຼີກ ເປັນປະຖົມປັດໄຈພື້ນຖານໃນການພັດທະນາເສດຖະກິດ - ສັງຄົມ ຊຶ່ງນຳເອົາຄວາມສີວິໄລ ແລະ ຄວາມຈະເລີນຮຸ່ງເຮືອງ ມາສູ່ປະຊາຊົນລາວ ບັນດາເຜົ່າໃນທົ່ວປະເທດ.
ລັດວິສາຫະກິດໄຟຟ້າລາວ (ຟຟລ) ເປັນວິສາຫະກິດ ທີ່ມີມູນຄ່າຊັບສິນສູງ ທີ່ສຸດຂອງປະເທດ ໂດຍມີໜ້າທີ່ຈັດຕັ້ງປະຕິບັດຍຸດທະສາດຂອງພັກ-ລັດ ມອບໝາຍໃຫ້ ແລະ ເປັນຄວາມຮັບຜິດຊອບໜ້າທີ່ການເມືອງກໍຄືການປະຕິບັດໜ້າທີ່ສະໜັບສະໜູນ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະໃຫ້ເປັນຮູບປະທຳ ຮັບປະກັນການສະໜອງໄຟຟ້າໃຫ້ປະຊາຊົນລາວ ສາມາດມີໄຟຟ້າໃຊ້ຢ່າງພຽງພໍ ແລະ ທົ່ວເຖິງ ຕາມທິດທາງນະໂຍບາຍທີ່ລັດຖະບານກຳນົດໄວ້ ຊຶ່ງໃນຂະນະນີ້ ປະຊາຊົນລາວສາມາດມີໄຟຟ້າໃຊ້ແລ້ວເຖິງ 95% ຂອງຈໍານວນຄົວເຮືອນທັງໝົດ ໃນທົ່ວປະເທດ;ໃນບົດສະເໜີຂອງທ່ານ ຈັນທະບູນ ສຸກອາລຸນຜູ້ອໍານວຍການໃຫຍ່ ຟຟລ ຄັ້ງວັນທີ 16 ມັງກອນ 2023 ວ່າ: ປັດຈຸບັນທົ່ວປະເທດ ມີແຫຼ່ງຜະລິດໄຟຟ້າທັງໝົດ 89 ແຫ່ງ ທີ່ສະໜອງໄຟຟ້າ ໃຫ້ໄຟຟ້າລາວ ລວມກໍາລັງຕິດຕັ້ງ ທັງໝົດ 4.537 MW, ມີສະຖານີໄຟຟ້າແຮງສູງ 75 ແຫ່ງ, ມີລະບົບສາຍສົ່ງໄຟຟ້າແຮງສູງ 115 ກວ ແລະ 230 ກວ ຍາວ 9.974 Km ວົງຈອນ, ມີກຳລັງຕິດຕັ້ງໝໍ້ແປງຫຼາຍກວ່າ 6.000 MVA, ມີລະບົບຕາຂ່າຍຈຳໜ່າຍໄຟຟ້າ ພາກແຮງດັນກາງ ແລະ ແຮງດັນຕໍ່າ ຍາວ 55.600 Km ວົງຈອນ, ມີໝໍ້ແປງຢູ່ລະບົບຈຳໜ່າຍ 33.898 ໜ່ວຍ ລວມກຳລັງຕິດຕັ້ງຫຼາຍກວ່າ 5.600 MVA, ມີພະນັກງານທັງໝົດ 5.800 ຄົນ, ໃນນັ້ນ ເຮັດວຽກບໍລິຫານ, ສ້ອມແປງ ແລະ ຄຸ້ມຄອງລະບົບໄຟຟ້າ ກວມເອົາ 70% ຂອງພະນັກງານທັງໝົດມີ 19 ສາຂາ ແລະ ມີສູນບໍລິການລູກຄ້າ 149 ສູນ.
ເພື່ອດໍາເນີນທຸລະກິດຂອງ ຟຟລ ໃຫ້ມີຄວາມຍືນຍົງ ແລະ ເຂັ້ມແຂງ; ຟຟລ ກໍາລັງປະຕິບັດ 4 ມາດຕະການປະຕິຮູບຢ່າງຮີບດ່ວນ ຄື: ປະຕິຮູບອົງກອນ ໂດຍການປະຕິຮູບກົນໄກ ແລະ ຄົນ; ພ້ອມນັ້ນ, ຍັງຄົ້ນຄວ້າປັບປຸງໂຄງສ້າງລາຄາໄຟຟ້າໃຫ້ສອດຄ່ອງ, ເປັນທຳຕໍ່ຜູ້ຊື້ ແລະ ຜູ້ຂາຍ; ເຈລະຈາປັບປຸງສັນຍາ ຊື້-ຂາຍໄຟ ກັບບັນດາແຫຼ່ງຜະລິດໃຫ້ຫຼຸດລົງ ເພື່ອຫຼຸດຕົ້ນທຶນ; ແລະ ເຈລະຈາ ຂໍປັບໂຄງສ້າງໜີ້ກັບທະນາຄານ ແລະ ສະຖາບັນການເງິນຕ່າງໆ ໂດຍ ຟຟລ ຈະເຮັດໃຫ້ການບໍລິຫານ ແລະ ດໍາເນີນທຸລະກິດມີຄວາມໂປ່ງໃສ, ມີປະສິດທິພາບ, ກວດສອບໄດ້ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ກັບທຸກພາກສ່ວນ, ສ້າງຄວາມໝັ້ນຄົງທາງດ້ານພະລັງງານ, ຊື້ໄຟທີ່ມີຄຸນນະພາບ ແລະ ເປັນປະໂຫຍດ ໃຫ້ແກ່ລະບົບຂອງ ຟຟລ ໃນລາຄາທີ່ສົມເຫດສົມຜົນ, ຫຼຸດລາຄາສະເລ່ຍລວມຂອງການຊື້ໄຟໃຫ້ຕໍ່າລົງ, ການລົງທຶນໃໝ່ຕ້ອງຮັບປະກັນໃຫ້ມີປະສິດທິຜົນ, ສ້າງລາຍຮັບອື່ນໆ ຈາກທ່າແຮງຂອງ ຟຟລ ເພື່ອບໍ່ໃຫ້ລາຄາໄຟຟ້າພາຍໃນປະເທດສູງເກີນໄປ ແລະ ຄົ້ນຄ້ວາທຸລະກິດປິ່ນອ້ອມ ທີ່ມີທ່າແຮງ ເປັນຕົ້ນບໍລິການໃຫ້ເຊົ່າສາຍໃຍແກ້ວ Fiber Optic ເພື່ອເພີ່ມລາຍຮັບແກ່ອົງກອນ ແລະ ອື່ນໆ.
ອີງຕາມບົດລາຍງານຂອງລັດຖະບານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 31.10.2023 ວ່າ: ອີງຕາມມະຕິ 10/ລບ ກ່ຽວກັບແຜນປະຕິຮູບແຕ່ປີ 2021-2025 ໃນເບື້ອງຕົ້ນມີ 31 ຫົວໜ່ວຍ, ແບ່ງອອກ 4 ປະເພດການປະຕິຮູບ ໂດຍສະເພາະສືບຕໍ່ດໍາເນີນຂັ້ນຕອນການປະຕິຮູບ 19 ຫົວໜ່ວຍ ໃນນັ້ນ ມີລັດວິສາຫະກິດໄຟຟ້າລາວ ຊຶ່ງພາຍຫຼັງທີ່ລັດຖະບານຮັບຮອງແຜນປະຕິຮູບຢ່າງຮອບດ້ານຈາກກົມການເມືອງສູນກາງພັກ ແລະ ລັດຖະບານ ຊຶ່ງໄດ້ສໍາເລັດບັນດາໜ້າວຽກບຸລິມະສິດ ເປັນຕົ້ນ: ປັບປຸງໂຄງຮ່າງການຈັດຕັ້ງ ແລະ ບຸກຄະລາກອນຄືນໃໝ່, ຫັນການຄຸ້ມຄອງພະນັກງານຖາວອນມາໃຊ້ເປັນລະບົບ ວ່າຈ້າງຕາມສັນຍາແຮງງານ, ປັບປຸງໂຄງສ້າງໜີ້ ໂດຍເຈລະຈາກັບເຈົ້າໜີ້ ເພື່ອຢືດເວລາການຊໍາລະຕົ້ນທຶນ ແລະ ດອກເບ້ຍ, ປັບປຸງລາຄາໄຟ ພາກບໍ່ແມ່ນທີ່ຢູ່ອາໄສ ເພື່ອຫຼຸດຜ່ອນການຂາດທຶນ, ເຈລະຈາຫຼຸດມູນຄ່າໂຄງການຕ່າງໆທີ່ເຫັນວ່າມູນຄ່າສູງ, ຫຼຸດລາຍຈ່າຍບໍລິຫານ ແລະ ສ້າງລາຍຮັບເພີ່ມ.
ໃນຕໍ່ໜ້ານີ້ ຈະເລັ່ງການປະຕິຮູບດ້ານລະບົບການຖືບັນຊີດ້ານລາຍຮັບ - ລາຍຈ່າຍ ໃຫ້ໄດ້ມາດຕະຖານ, ປັບປຸງປະ ສິດທິພາບ ລະບົບສາຍສົ່ງ ແລະ ຈໍາໜ່າຍໃຫ້ທົ່ວເຖິງ ແລະ ມີຄວາມສະຖຽນ, ຄົ້ນຄວ້າກົນໄກການຜະລິດ ແລະ ບໍລິຫານກະແສໄຟຟ້າ ໃຫ້ພຽງພໍ; ສ້າງຄວາມເຂັ້ມແຂງດ້ານການເງິນ, ບໍ່ມີການເກື້ອກູນ ຈາກພາກລັດ ໂດຍກຸ້ມຕົນເອງ ແລະ ສາມາດສ້າງຜົນກໍາໄລ ດ້ວຍການແຍກໜີ້ສິນຄຸມເຄືອຜ່ານມາ ເປັນອັນສະເພາະ.
ການດຳເນີນທຸລະກິດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ສ້າງອຸດສາຫະກໍາໄຟຟ້າໃຫ້ເປັນຂະແໜງການຫຼັກໃນການພັດທະນາເສດຖະກິດ-ສັງຄົມ ແລະ ສ້າງລາຍຮັບໃຫ້ແກ່ປະເທດ, ພ້ອມທັງ ຊຸກຍູ້ສົ່ງເສີມຂະແໜງການປິ່ນອ້ອມໃຫ້ມີການພັດທະນາໄປຄຽງຄູ່ກັນ ເພື່ອສ້າງວຽກເຮັດງານທຳໃຫ້ປະຊາຊົນລາວບັນດາເຜົ່າ ແລະ ໄດ້ຊົມໃຊ້ໄຟຟ້າໃນລາຄາທີ່ສົມເຫດສົມຜົນ ໂດຍການປະຕິບັດ 2 ໜ້າທີ່ຍຸດທະສາດໃຫ້ສອດຄ່ອງນັ້ນ ຈຶ່ງໄດ້ເປັນພາລະໜ້າທີ່ ທີ່ໜັກໜ່ວງໃຫ້ ຟຟລ ແລະ ຈໍາເປັນຕ້ອງໃຊ້ທຶນຮອນອັນມະຫາສານເຂົ້າໃນການພັດທະນາລະບົບໂຄງລ່າງພື້ນຖານ ນັບຕັ້ງແຕ່ການລົງທຶນກໍ່ສ້າງແຫຼ່ງຜະລິດ (ສ່ວນໃຫຍ່ການລົງທຶນ ໂດຍນັກລົງທຶນຕ່າງປະເທດ); ການກໍ່ສ້າງສາຍສົ່ງ-ສະຖານີໄຟຟ້າແຮງສູງ, ກໍ່ສ້າງຕາຂ່າຍໄຟຟ້າແຮງກາງ ແລະ ແຮງຕໍ່າ, ຈົນຮອດໝໍ້ນັບໄຟທີ່ຕິດຕັ້ງຕາມຄົວເຮືອນຂອງປະຊາຊົນ ຊຶ່ງບັນດາທຶນຮອນເຫຼົ່ານັ້ນສ່ວນໜຶ່ງໄດ້ມາຈາກງົບປະມານຂອງລັດຖະບານ ແລະ ການຊ່ວຍເຫຼືອຂອງຕ່າງປະເທດ, ແຕ່ສ່ວນໃຫຍ່ມາຈາກການກູ້ຢືມສະຖາບັນການເງິນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ.
ຄຽງຄູ່ກັບການລົງທຶນພັດທະນາພື້ນຖານໂຄງລ່າງ, ຟຟລ ມີພັນທະ ທີ່ຕ້ອງແບກຫາບໜີ້ສິນ ທັງຕົ້ນທຶນ ແລະ ດອກເບ້ຍ ກູ້ຢືມຈາກສະຖາບັນການເງິນຕ່າງໆ; ປັດຈຸບັນເວົ້າໄດ້ວ່າ: ເປັນໄລຍະທີ່ ຟຟລ ຕ້ອງການທຶນຮອນຫຼາຍທີ່ສຸດ ເພື່ອມາແກ້ໄຂໜີ້ສິນ ທີ່ຮອດກຳນົດຕ້ອງຊຳລະຄືນ ແລະ ເປັນໄລຍະ ທີ່ຫຍຸ້ງຍາກທີ່ສຸດຂອງ ຟຟລ ບວກກັບສະພາບການຜັນຜວນຂອງເສດຖະກິດ ກໍຄືວິກິດດ້ານພະລັງງານ ທີ່ບັນດາປະເທດພາກພື້ນ ແລະ ສາກົນກຳລັງປະເຊີນ; ແຕ່ເຖິງແນວໃດກໍ່ຕາມ, ຂໍໃຫ້ເຊື່ອໝັ້ນວ່າ: ພາຍຫຼັງທີ່ພວກເຮົາສາມາດຜ່ານພົ້ນຈຸດວິກິດນີ້ໄປໄດ້ ໃນອະນາຄົດບໍ່ດົນນີ້ ສິ່ງທີ່ໄດ້ທຸ້ມເທ ແລະ ອຸທິດໄປນັ້ນຈະສາມາດສ້າງພື້ນຖານ ແລະ ສ້າງຄວາມສະດວກສະບາຍ ໃຫ້ຮຸ່ນລູກ-ຮຸ່ນຫຼານ ໃນຍຸກຕໍ່ໄປ ແລະ ຈະເລີ່ມແຕ່ບັດນີ້ເປັນຕົ້ນໄປ ຟຟລ ຈະເຮັດໃຫ້ການບໍລິຫານ ແລະ ດຳເນີນທຸລະກິດ ມີຄວາມໂປ່ງໃສ, ມີປະສິດທິພາບ, ກວດສອບໄດ້ ເພື່ອສ້າງຄວາມເຊື່ອໝັ້ນ ໃຫ້ກັບທຸກພາກສ່ວນ, ສ້າງຄວາມໝັ້ນຄົງທາງດ້ານພະລັງງານ, ໃນຂະນະດຽວກັນ ກໍຈະສ້າງລາຍຮັບອື່ນໆຈາກທ່າແຮງຂອງ ຟຟລ ເພື່ອບໍ່ໃຫ້ລາຄາໄຟຟ້າພາຍໃນປະເທດສູງເກີນໄປ.

ຄໍາເຫັນ

ຂ່າວເສດຖະກິດ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ເພີ່ມເຕີມ