ທ່ານ ເຟີດີນານ ມາກອສ ຈູເນຍ ປະທານາທິບໍດີຟີລິບປິນ ໄດ້ລົງນາມໃນກົດໝາຍສະບັບໃໝ່ໃນອາທິດນີ້. ໂດຍກົດໝາຍສະບັບດັ່ງກ່າວເປັນການປັບປຸງກົດໝາຍສະບັບປີ 1993 ທີ່ອະນຸຍາດໃຫ້ເຊົ່າທີ່ດິນໄດ້ເປັນເວລາ 50 ປີ ແລະ ສາມາດຕໍ່ອາຍຸໄດ້ອີກ 25 ປີ, ເພື່ອຊຸກຍູ້ໃຫ້ນັກລົງທຶນສ້າງນິຄົມອຸດສາຫະກຳ, ໂຮງງານ, ລວມເຖິງໂຄງການດ້ານການທ່ອງທ່ຽວ ແລະ ກະສິກຳໃນປະເທດ.
ບັນດາຜູ້ຊ່ຽວຊານກ່າວວ່າ: ກົດໝາຍສະບັບນີ້ຈະຊ່ວຍໃຫ້ຟີລິບປິນສາມາດແຂ່ງຂັນກັບປະເທດອື່ນໆໃນພາກພື້ນເຊັ່ນ: ໄທ ທີ່ມີໂຄງສ້າງພື້ນຖານທີ່ດີກວ່າ ໄດ້ຫຼາຍຂຶ້ນ. ພ້ອມກ່າວຕື່ມວ່າ: ການໃຫ້ເຊົ່າໃນໄລຍະຍາວຈະຊ່ວຍໃຫ້ນັກລົງທຶນມີເວລາຟື້ນຕົວຈາກການລົງທຶນ ແລະ ການສະໜັບສະໜູນໂຄງການຕ່າງໆເຊັ່ນ: ໂຮງແຮມ ທີ່ຈະຊ່ວຍກະຕຸ້ນການທ່ອງທ່ຽວ.
ຕາມຂໍ້ມູນຂອງທະນາຄານກາງຟີລິບປິນແລ້ວ, ການລົງທຶນໂດຍກົງຈາກຕ່າງປະເທດຢູ່ພາຍໃນປະເທດ ລະຫວ່າງເດືອນມັງກອນ ຫາ ເດືອນພຶດສະພາ ຫຼຸດລົງ 26.9% ເຫຼືອ 3 ຕື້ໂດລາ.
ຫຼາຍປະເທດໃນອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີຟີລິບປິນ ໄດ້ຈຳກັດສິດການເປັນເຈົ້າຂອງທີ່ດິນຂອງຕ່າງປະເທດ, ແຕ່ອະນຸຍາດໃຫ້ເຊົ່າເປັນເວລາຫຼາຍທົດສະວັດ.
ກົດໝາຍສະບັບໃໝ່ ຍັງໃຫ້ອຳນາດແກ່ປະທານາທິບໍດີໃນການກຳນົດໄລຍະເຊົ່າສັ້ນລົງ ສຳລັບນັກລົງທຶນທີ່ກ່ຽວຂ້ອງກັບການບໍລິການສຳຄັນ ຫຼື ອຸດສາຫະກຳທີ່ຖືວ່າເປັນພື້ນຖານດ້ານຄວາມໝັ້ນຄົງແຫ່ງຊາດ ຫຼື ໂຄງການທີ່ສຳຄັນຕໍ່ການພັດທະນາປະເທດຊາດ.
ນອກຈາກນີ້, ທ່ານ ມາກອສ ຍັງໄດ້ລົງນາມໃນກົດໝາຍອີກສະບັບ ເພື່ອເພີ່ມລາຍຮັບຂອງລັດຈາກການຂຸດຄົ້ນບໍ່ແຮ່ຂະໜາດໃຫຍ່ ດ້ວຍລະບົບພາສີທີ່ອີງໃສ່ກໍາໄລ ຊຶ່ງນັກລົງທຶນເຊື່ອວ່າຈະຊ່ວຍດຶງດູດການລົງທຶນໃໝ່.
ຄໍາເຫັນ