![]() |
ທ່ານ ຄໍາສຸກ ໄຊຍະສິງ ກໍາມະການພັກເມືອງ ຫົວໜ້າຫ້ອງວ່າການເມືອງ ຂຶ້ນຜ່ານມະຕິຄະນະປະຈຳສະພາປະຊາຊົນແຂວງວ່າດ້ວຍການແຕ່ງຕັ້ງຄະນະກຳມະການເລືອກຕັ້ງຂັ້ນເມືອງ,ຜ່ານຂໍ້ຕົກລົງການແຕ່ງຕັ້ງ ອະນຸກຳມະການເລືອກຕັ້ງຂັ້ນເມືອງໂດຍແຕ່ງຕັ້ງທ່ານ ໜານມອນ ແກ້ວສິງໄຊ ເປັນປະທານ, ທ່ານ ບຸນທັນ ປອນວັນນາ ເປັນຮອງປະທານ ແລະ ກຳມະການອີກ 23 ທ່ານ, ແຕ່ງຕັ້ງຄະນະປະຈໍາການອີກ 11 ທ່ານ ພ້ອມນັ້ນຍັງໄດ້ຜ່ານເອກະສານເຊື່ອມຊຶມຜັນຂະ ຫຍາຍມະຕິກົມການເມືອງສູນກາງພັກ, ຜ່ານເອກະສານກຳແໜ້ນເນື້ອໃນສໍາຄັນຂອງກົດໝາຍ ວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V,ຜ່ານດຳລັດຖະດຳລັດປະທານປະເທດ ເລກທີ 311/ປປທ ແລະ ຜ່ານຄຳແນະນໍາເລກທີ 18/ຄປລຊ,ກ່ຽວກັບການປ່ອນບັດ, ການນັບຄະແນນສຽງ ແລະ ການປະກາດຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V ພ້ອມທັງຜ່ານລາຍຊື່ຄະນະກຳມະການຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງຕື່ມອີກ.
ຕອນທ້າຍ, ທ່ານ ໜານມອນ ແກ້ວສິງໄຊ ໄດ້ເນັ້ນໜັກໃຫ້ຄະນະກຳມະການເລືອກຕັ້ງຂັ້ນເມືອງ ເອົາໃຈໃສ່ຕໍ່ກັບພາລະບົດບາດສິດ ແລະ ໜ້າທີຂອງຕົນ ໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ໃຫ້ສໍາເລັດລົງດ້ວຍດີ.
(ຂ່າວ: ນາງ ອຳພອນ ນວນລະວົງ)

ຄໍາເຫັນ