G7 ເຫັນດີເປັນເອກະພາບຕໍ່ຮ່າງການພັດທະນາ AI

G7 ເຫັນດີເປັນເອກະພາບຕໍ່ຮ່າງການພັດທະນາ AI

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ສຳນັກຂ່າວສານ Kyodo ໄດ້ລົງຂ່າວບັນດາເຈົ້າໜ້າທີ່ຂອງກຸ່ມບັນດາປະເທດອຸດສາຫະກຳພັດທະນາ G7 ເຫັນດີເປັນເອກະພາບຕໍ່ຮ່າງບັນດາຫຼັກການແນະນຳໃຫ້ບັນດາບໍລິສັດພັດທະນາປັນຍາປະດິດ (AI) ປະເພດຕ່າງໆທີ່ມີຄວາມກ້າວໜ້າ, ໂດຍຫວັງຫຼຸດຜ່ອນບັນດາຄວາມສ່ຽງທີ່ກ່ຽວຂ້ອງ ຄື: ການລົບກວນ, ຂໍ້ມູນທີ່ຜິດພາດ ແລະ ບັນດາຄວາມວິຕົກກັງວົນກ່ຽວກັບບັນຫາສິດຄວາມເປັນສ່ວນຕົວ.

ຂ່າວລະບຸວ່າ: ກຸ່ມ G7 ລວມມີ: ອັງກິດ, ອາເມຣິກາ, ເຢຍລະມັນ, ຍີ່ປຸ່ນ, ຝຣັ່ງ, ການາດາ ແລະ ອີຕາລີ ໄດ້ປຶກສາຫາລືກ່ຽວກັບຄວາມຈຳເປັນຂອງບັນດາມາດຖານສາກົນ ເພື່ອຂຸດຄົ້ນເຕັກໂນໂລຊີທີ່ພວມພັດທະນາຄື: ChatGPT ໂດຍ ບໍລິສັດ OpenAI.

ກ່ອນໜ້ານັ້ນ, G7 ໄດ້ກ່າວເຕືອນກ່ຽວກັບບັນດາຄວາມສ່ຽງກ່ຽວກັບ AI ລວມມີ: ການລົບກວນ, ປຸກຄວາມຄຽດແຄ້ນ ແລະ ສວຍໃຊ້ແບບທາງໄກ ກໍຄືນາບຂູ່ເຖິງຄວາມປອດໄພຂອງເດັກນ້ອຍ, ສິດຄວາມເປັນສ່ວນຕົວ ແລະ ມີຄວາມສ່ຽງຄອບງຳຂໍ້ມູນ. G7 ມຸ່ງໄປເຖິງການຮຽບຮຽງບັນດາກົດແຫ່ງການປະພຶດສາກົນ ໃຫ້ແກ່ບັນດານັກພັດທະນາເຄື່ອງມື AI ກໍຄືບັນດາບົດແນະນຳໃຫ້ແກ່ຜູ້ສະໜອງ ແລະ ຜູ້ນຳໃຊ້ການບໍລິການ AI ເພື່ອສະກັດກັ້ນບັນດາເຕັກໂນໂລຊີທີ່ກ່ຽວຂ້ອງຖືກຮັບໃຊ້ໃຫ້ແກ່ບັນດາການກະທຳລະເມີດກົດໝາຍ.

ຄໍາເຫັນ

ຂ່າວຕ່າງປະເທດ

ເກັບ​ກຳ​ຄວາມ​ເຫັນ​ຜ່ານ​ທາງ​ອິນ​ເຕີ​ເນັດກ່ຽວ​ກັບ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິ​ດ - ສັງ​ຄົມ​ແຫ່ງ​ຊາດ​ຈີນ 5 ປີ ຄັ້ງ​ທີ 15

ເກັບ​ກຳ​ຄວາມ​ເຫັນ​ຜ່ານ​ທາງ​ອິນ​ເຕີ​ເນັດກ່ຽວ​ກັບ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິ​ດ - ສັງ​ຄົມ​ແຫ່ງ​ຊາດ​ຈີນ 5 ປີ ຄັ້ງ​ທີ 15

ໃນລະຫວ່າງວັນທີ 20 ພຶດສະພາ ຫາ 20 ມິຖຸນາປີນີ້, ຈີນໄດ້ຈັດການເກັບກຳຄວາມເຫັນຜ່ານທາງອິນເຕີເນັດກ່ຽວກັບການວາງແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ໂດຍໄດ້ຕັ້ງເວທີແລກປ່ຽນລະເພາະ ຫຼື ຄໍລຳຢູ່ຫຼາຍເວທີເພື່ອຮັບຟັງຄວາມເຫັນ ແລະ ຂໍ້ສະເໜີຈາກທົ່ວສັງຄົມ.
ອິນໂດເນເຊຍ-ມາເລເຊຍ-ໄທ ຂະຫຍາຍເຄືອຂ່າຍການເຮັດທຸລະກໍາດ້ວຍສະກຸນເງິນທ້ອງຖິ່ນ

ອິນໂດເນເຊຍ-ມາເລເຊຍ-ໄທ ຂະຫຍາຍເຄືອຂ່າຍການເຮັດທຸລະກໍາດ້ວຍສະກຸນເງິນທ້ອງຖິ່ນ

ຂ່າວຕ່າງປະເທດລາຍງານໃນວັນ 5 ສິງຫາ ຜ່ານມາວ່າ: ທະນາຄານແຫ່ງອິນໂດເນເຊຍ, ທະນາຄານກາງມາເລເຊຍ ແລະ ທະນາຄານແຫ່ງປະເທດໄທ ໄດ້ເພີ່ມທະນາຄານທີ່ເຂົ້າຮ່ວມໃນໂຄງການຕົວແທນບໍລິການແລກປ່ຽນເງິນຕາຂ້າມສະກຸນ (Cross-Currency Counterparty; ACCD) ເພື່ອແນໃສ່ຂະຫຍາຍການບໍລິການການເຮັດທຸລະກໍາທະວິພາຄີດ້ວຍສະກຸນເງິນທ້ອງຖິ່ນລະຫວ່າງສາມປະເທດ.
ສ ເກົາຫຼີ ມີພະນັກງານອາຍຸ 50 ປີຂຶ້ນໄປ ຫຼາຍກວ່າຜູ້ທີ່ມີອາຍຸ 20 ປີ

ສ ເກົາຫຼີ ມີພະນັກງານອາຍຸ 50 ປີຂຶ້ນໄປ ຫຼາຍກວ່າຜູ້ທີ່ມີອາຍຸ 20 ປີ

ຂ່າວຕ່າງປະເທດລາຍງານວ່າ: Leaders Index ບໍລິສັດຕິດຕາມຂໍ້ມູນຂອງອົງການຈັດຕັ້ງ ເປີດເຜີຍໃນວັນທີ 5 ສິງຫາ ຜ່ານມາວ່າ: ບໍລິສັດຊັ້ນນໍາຂອງ ສ ເກົາຫຼີ ມີພະນັກງານປະຈຳ ອາຍຸ 20 ປີ ໜ້ອຍກວ່າຜູ້ທີ່ມີອາຍຸ 50 ປີຂຶ້ນໄປ ຊຶ່ງສະທ້ອນໃຫ້ເຫັນເຖິງການຫຼຸດລົງຂອງການຈ້າງງານໄວໜຸ່ມ ທ່າມກາງສະພາບເສດຖະກິດທີ່ຊ້າລົງ.
ຍີ່ປຸ່ນ ມີມະຕິປັບຄ່າແຮງງານຂັ້ນຕໍ່າທົ່ວປະເທດ

ຍີ່ປຸ່ນ ມີມະຕິປັບຄ່າແຮງງານຂັ້ນຕໍ່າທົ່ວປະເທດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 5 ສິງຫາ ຜ່ານມາວ່າ: ຄະ​ນະ​ກຳມະການທີ່​ປຶກ​ສາ​ກະ​ຊວງ​ແຮງ​ງານ ຂອງ​ຍີ່​ປຸ່ນ​ ໄດ້​ມີມະຕິ​ໃນ​ວັນ​ທີ 4 ສິງ​ຫາ ຜ່ານມາ​ ປັບ​ຂຶ້ນ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ຊົ່ວ​ໂມງ​ໂດຍສະ​ເລ່ຍ​ທົ່ວ​ປະ​ເທດ​ 63 ເຢນ ຫຼື 6% ສູ່ລະດັບສູງສຸດແບບບໍ່ເຄີຍມີມາກ່ອນ ທີ່ 1,118 ເຢນ (7.6 ໂດ​ລາ) ສຳລັບ​ປີ​ງົບ​ປະ​ມານ 2025, ທ່າມກາງ​ຄ່າ​ຄອງ​ຊີບ​ທີ່​ເພີ່ມ​ຂຶ້ນ.
6 ເດືອນຕົ້ນປີນີ້ ຍອດມູນຄ່ານໍາເຂົ້າ ແລະ ສົ່ງອອກ ດ້ານການບໍລິການຂອງຈີນເພີ່ມຂຶ້ນ 8%

6 ເດືອນຕົ້ນປີນີ້ ຍອດມູນຄ່ານໍາເຂົ້າ ແລະ ສົ່ງອອກ ດ້ານການບໍລິການຂອງຈີນເພີ່ມຂຶ້ນ 8%

ຂ່າວສານຊີອາໄອລາຍງານ ໃນວັນທີ 5 ສິງຫາ ຜ່ານມາວ່າ: 6 ເດືອນຕົ້ນປີນີ້, ການ​ຄ້າການບໍລິການຂອງຈີນໄດ້ເຕີບໂຕຢ່າງໝັ້ນທ່ຽງ, ຍອດມູນຄ່ານໍາເຂົ້າ ແລະ ສົ່ງອອກດ້ານການບໍລິການບັນລຸ 3,887 ຕື້ 260 ລ້ານຢວນ, ເພີ່ມຂຶ້ນ 8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ການສົ່ງອອກມີເຖິງ 1,688 ຕື້ 300 ລ້ານຢວນ, ເພີ່ມຂຶ້ນ 15%; ການນໍາເຂົ້າມີເຖິງ 2,198 ຕື້ 960 ລ້ານຢວນ, ເພີ່ມຂຶ້ນ 3.2%. ມູນຄ່າການຄ້າການບໍລິການຂາດດຸນ 510 ຕື້ 660 ລ້ານຢວນ, ຫຼຸດລົງ 152 ຕື້ 210 ລ້ານຢວນ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ຫວຽດນາມ ​ສົ່ງ​ອອກ​ເກີນ​ດຸນ​​ຜະ​ລິດ​ຕະ​ພັນກະ​ເສດ ເຄື່ອງ​ປ່າ​ຂອງ​ດົງ ແລະ ສິນ​ໃນ​ນ້ຳ ​ບັນ​ລຸ 11 ຕື້ກວ່າໂດລາ

ຫວຽດນາມ ​ສົ່ງ​ອອກ​ເກີນ​ດຸນ​​ຜະ​ລິດ​ຕະ​ພັນກະ​ເສດ ເຄື່ອງ​ປ່າ​ຂອງ​ດົງ ແລະ ສິນ​ໃນ​ນ້ຳ ​ບັນ​ລຸ 11 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ອາຊີ ສືບຕໍ່ແມ່ນຕະຫຼາດສົ່ງອອກໃຫຍ່ສຸດຂອງຫວຽດນາມ ຊຶ່ງກວມເອົາ 42.6% ຂອງມູນຄ່າທັງໝົດ.
ແຂ່ງຂັນປະດິດສ້າງ ແລະ ວິສາຫະກິດຄິດມືອາຊີບຈີນ – ອາຊຽນ ຄັ້ງທີ 3

ແຂ່ງຂັນປະດິດສ້າງ ແລະ ວິສາຫະກິດຄິດມືອາຊີບຈີນ – ອາຊຽນ ຄັ້ງທີ 3

ຂ່າວສານຊີອາໄອລາຍງານວ່າ: ເມື່ອວັນທີ 30 ກໍລະກົດ ຜ່ານມາ, ການແຂ່ງຂັນການປະດິດສ້າງ ແລະ ວິສາຫະກິດຄິດມືອາຊີບຈີນ–ອາຊຽນ ຄັ້ງທີ 3 ໄດ້ຈັດຂຶ້ນຢູ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ໂດຍມີຫົວຂໍ້ວ່າ: “ຄວາມຮ່ວມມືດ້ານຄວາມຄິດຄົ້ນ ເພື່ອສ້າງຝັນໃຫ້ເປັນຈິງ” ຊຶ່ງໄດ້ດຶງດູດໂຄງການ ເຂົ້າຮ່ວມຈາກ 23 ປະເທດ ແລະ ພື້ນທີ່ ລວມທັງ ສປ ຈີນ (ຮວມທັງແຜ່ນດິນໃຫຍ່, ມາເກົ້າ ແລະ ໄຕ້ຫວັນ), ປະເທດອາຊຽນ 10 ປະເທດ, ສີລັງກາ, ບັງກະລາເທດ, ການາດາ, ສະຫະລັດ ອາເມຣິກາ, ອັງກິດ, ປາກິດສະຖານ, ອັຟການິສຖານ, ອຸສເບກິສຖານ, ເຟຈິ ແລະ ໂຮນລັງ ລວມທັງໝົດ 329 ໂຄງການ.
​ເຢຍ​ລະ​ມັນ​ ອາດ​ຈະ​ເປັນ​ປະ​ເທດ​​ສູນ​ເສຍ​ຜົນ​ປະ​ໂຫຍດ​ຫຼາຍ​ອັນ​ດັບ​ໜຶ່ງ​ຂອງ​ສະ​ຫະ​ພາບ​ເອີ​ຣົບ

​ເຢຍ​ລະ​ມັນ​ ອາດ​ຈະ​ເປັນ​ປະ​ເທດ​​ສູນ​ເສຍ​ຜົນ​ປະ​ໂຫຍດ​ຫຼາຍ​ອັນ​ດັບ​ໜຶ່ງ​ຂອງ​ສະ​ຫະ​ພາບ​ເອີ​ຣົບ

ຂ່າວສານຊີອາໄອລາຍງານ ຫວ່າງ​ມໍ່ໆ​ມາ​ນີ້ວ່າ: ທ່ານ ​ເຊີ​ເກ ບັ​ສ​ໂກ ຮອງ​ສາ​ສະ​ດາ​ຈານ​​ດ້ານເສດ​ຖະ​ສາດ​​ ມະ​ຫາ​ວິ​ທະ​ຍາ​ໄລ​ບາ​ເຊ​ໂລ​ນາ ​ປະ​ເທດ​ແອັ​ດ​ສະ​ປາຍ ​ກ່າວ​ວ່າ: ສະ​ຫະ​ພາບ​ເອີ​ຣົບ​​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໜ້ອຍ​ທີ່​ສຸດ​ໃນ​ສັນ​ຍາ​ການ​ຄ້າ​ສະ​ບັບ​ໃໝ່​ລະ​ຫວ່າງ​ສະ​ຫະ​ພາບ​ເອີ​ຣົບ​ ກັບ ສະຫະລັດ ​ອາ​ເມ​ຣິ​ກາ, ສ່ວນ​ເຢຍ​ລະ​ມັນ​ອາດ​ຈະ​ເປັນ​ປະ​ເທດ​ສູນ​ເສຍ​ຜົນ​ປະ​ໂຫຍດ​ຫຼາຍອັນ​ດັບ​ໜຶ່ງ​ຂອງ​ສະ​ຫະ​ພາບ​ເອີ​ຣົບ.
ຜົນການສຳຫຼວດ ຊາວ ສ ເກົາຫຼີ ນອນຫຼັບຫຼຸດລົງ - ຫຼັບຍາກເພີ່ມຂຶ້ນ

ຜົນການສຳຫຼວດ ຊາວ ສ ເກົາຫຼີ ນອນຫຼັບຫຼຸດລົງ - ຫຼັບຍາກເພີ່ມຂຶ້ນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ສິງຫາ ຜ່ານມາວ່າ: ຫ້ອງການສະຖິຕິຂອງ ສ ເກົາຫຼີ ໄດ້ເປີດເຜີຍຜົນຂອງການສໍາຫຼວດລ້າສຸດ ຊຶ່ງພົບວ່າໄລຍະເວລາການນອນຫຼັບຂອງຊາວ ສ ເກົາຫຼີ ຫຼຸດລົງເປັນຄັ້ງທໍາອິດໃນປີ 2024. ໂດຍໄລຍະເວລາການນອນຫຼັບສະເລ່ຍປະຈຳວັນຂອງຜູ້ທີ່ມີອາຍຸ 10 ປີຂຶ້ນໄປ ຢູ່ທີ່ 8 ຊົ່ວໂມງ 4 ນາທີ ໃນປີຜ່ານມາ ຊຶ່ງຫຼຸດລົງຈາກ 8 ຊົ່ວໂມງ 12 ນາທີໃນປີ 2019 ແລະ ຫຼຸດລົງຄັ້ງທໍາອິດນັບຕັ້ງແຕ່ເລີ່ມເກັບກໍາຂໍ້ມູນທຸກໆ 5 ປີໃນ 1999.
ໂຕໂຍຕ້າ ເພີ່ມກຳລັງການຜະລິດລົດທົ່ວໂລກ

ໂຕໂຍຕ້າ ເພີ່ມກຳລັງການຜະລິດລົດທົ່ວໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ສິງຫາ ຜ່ານມາວ່າ: ບໍລິສັດ ໂຕໂຍຕ້າ ມໍເຕີ ໄດ້ປັບປຸງແຜນເພີ່ມກຳລັງການຜະລິດລົດທົ່ວໂລກ ສຳລັບປີ 2025 ຂຶ້ນເປັນປະມານ 10 ລ້ານຄັນ ຊຶ່ງຖືເປັນຄັ້ງທໍາອິດໃນຮອບ 2 ປີທີ່ໂຕໂຍຕ້າຜະລິດລົດລື່ນກາຍ 10 ລ້ານຄັນ.
ເພີ່ມເຕີມ