ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ຈັດກອງປະຊຸມປຶກສາຫາລືຮ່າງຂອບການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນດຳເນີນງານແຫ່ງຊາດເພື່ອຄວາມສະເໝີພາບຍິງ-ຊາຍ

ຫາລື ຮ່າງຂອບການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ແຜນດຳເນີນງານແຫ່ງຊາດເພື່ອຄວາມສະເໝີພາບຍິງ-ຊາຍ

ຫາລື ຮ່າງຂອບການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດ  ແຜນດຳເນີນງານແຫ່ງຊາດເພື່ອຄວາມສະເໝີພາບຍິງ-ຊາຍ
ໃນລະຫວ່າງວັນທີ 12-13ມິຖຸນານີ້, ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ຈັດກອງປະຊຸມປຶກສາຫາລືຮ່າງຂອບການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນດຳເນີນງານແຫ່ງຊາດເພື່ອຄວາມສະເໝີພາບຍິງ-ຊາຍ ແລະ ແຜນດຳເນີນງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງແລະ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດສາມແຜນດໍາເນີນງານແຫ່ງຊາດ ປີ 2023 ແລະ6ເດືອນຕົ້ນປີ 2024 ພາຍໃຕ້ການເປັນປະທານຂອງທ່ານນາງ ຈັນໂສດາ ພອນທິບ ຮອງປະທານສູນກາງສະຫະພັນແມ່ຍິງລາວ ທັງເປັນຮອງປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ມີຜູ້ເຂົ້າຮ່ວມແບບເຊິ່ງໜ້າແລະ ແບບອອນລາຍຕາງໜ້າຈາກ ຄກມດ 18 ແຂວງ ໂດຍໄດ້ຮັບການສະໜັບສະໜູນດ້ານວິຊາການ ແລະ ການເງິນຈາກອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ.

ກອງປະຊຸມຄັ້ງນີ້ໄດ້ທົບທວນຄືນສາມແຜນດໍາເນີນງານແຫ່ງຊາດຄື: ແຜນດຳເນີນງານແຫ່ງຊາດເພື່ອຄວາມສະເໝີພາບຍິງ-ຊາຍ5 ປີ ຄັ້ງທີ IV (2021-2025), ແຜນດໍາເນີນງານແຫ່ງຊາດເພື່ອແມ່ ແລະ ເດັກ5 ປີ ຄັ້ງທີ III (2021-2025) ແລະ ແຜນດຳເນີນງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ5 ປີ ຄັ້ງທີ II (2021-2025) ແລະ ແນະນຳການຜັນຂະຫຍາຍຕິດຕາມຊຸກຍູ້ ແລະ ສະຫຼຸບລາຍງານການຈັດຕັ້ງປະຕິບັດແຜນດໍາເນີນງານແຫ່ງຊາດດັ່ງກ່າວ ເພື່ອໃຫ້ບັນດາຜູ້ເຂົ້າຮ່ວມເຂົ້າໃຈເພີ່ມຂຶ້ນໃນການຄົ້ນຄວ້າຮ່າງຂອບການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນດໍາເນີນງານແຫ່ງຊາດ ແລະ ການສະຫຼຸບຕີລາຄາແຕ່ລະໄລຍະ.

ຜ່ານການລາຍງານ ແລະ ການປຶກສາຫາລື ຕີລາຄາຜົນການຈັດຕັ້ງປະຕິບັດສາມແຜນດໍາເນີນງານແຫ່ງຊາດໃນປີ 2023 ແລະ 6 ເດືອນຕົ້ນປີ 2024 ທຽບໃສ່ແຜນ 5 ປີດັ່ງນີ້: ພະນັກງານເພດຍິງຕິດພັນກັບແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນຂັ້ນສູນກາງເທົ່າກັບ20,20% (ຫຼຸດຄາດໝາຍ8,8%) ຂັ້ນແຂວງເທົ່າກັບ 17,84%(ຫຼຸດຄາດໝາຍ 2,16%);ຂັ້ນເມືອງເທົ່າກັບ 20,38%(ລື່ນຄາດໝາຍ 0,38%);ຂັ້ນບ້ານເທົ່າກັບ 12,02% (ຫຼຸດຄາດໝາຍ 5,98%), ຄ່າດັດສະນີຄວາມບໍ່ສະເໝີພາບຍິງ-ຊາຍໃນປີ 2023-2024 ເພີ່ມຂຶ້ນເປັນ 0,467 ຈາກ 0,459 ໃນປີ 2019-2020(ເພີ່ມຂຶ້ນ 0,008, ຕາມແຜນການໃນປີ 2025ໃຫ້ຫຼຸດລົງຮອດ 0,430), ຄ່າດັດສະນີການພັດທະນາຄວາມສະເໝີພາບຍິງ-ຊາຍໃນປີ 2023-2024ຫຼຸດລົງເປັນ 0,919ຈາກ 0,927ໃນປີ 2019-2020(ຫຼຸດລົງ 0,008 ຕາມແຜນການຮອດປີ 2025ໃຫ້ເພີ່ມຂຶ້ນເປັນ 0,984), ອັດຕາການຕາຍຂອງເດັກລຸ່ມ 5 ປີຫຼຸດລົງຈາກ 46/1.000 ຄົນ ເປັນ 28/1.000 ຄົນໃນປີ 2023; ອັດຕາການຈົດທະບຽນການເກີດຫຼຸດລົງຈາກ 73% ເປັນ 65% ໃນປີ 2023; ອັດຕາສ່ວນຂອງເດັກຍິງອາຍຸລະຫວ່າງ 5-17 ປີທີ່ກ່ຽວຂ້ອງກັບການໃຊ້ແຮງງານເດັກຫຼຸດລົງຈາກ 42,5% ເປັນ 23,1% ໃນປີ 2023; ເດັກ ແລະ ໄວໜຸ່ມ ທີ່ແຕ່ງດອງ ແລະ ຢູ່ຮ່ວມກັນອາຍຸລະຫວ່າງ 15-19 ປີ: ເດັກຍິງ 26,6% (ເພີ່ມຂຶ້ນ 3,3% ຕາມຄາດໝາຍໃຫ້ຫຼຸດລົງຮອດ 9%), ເດັກຊາຍ10,2% (ເພີ່ມຂຶ້ນ 4,3% ຕາມຄາດໝາຍໃຫ້ຫຼຸດລົງຮອດ 3%), ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງປະຕິບັດສອດຄ່ອງກັບມາດຕະຖານສາກົນ ແລະ ນິຕິກຳພາຍໃນ ໂດຍມີ ມາດຕະຖານດໍາເນີນງານການຊ່ວຍເຫຼືອໃນສະຖານທີ່ປິ່ນປົວສຸຂະພາບ, ມາດຕະຖານດໍາເນີນງານການຊ່ວຍເຫຼືອດ້ານຂະບວນການຍຸຕິທຳ, ມາດຕະຖານດໍາເນີນງານການຊ່ວຍເຫຼືອດ້ານສັງຄົມ ແລະ ມາດຕະຖານດໍາເນີນງານການປະສານງານ, ການຄຸ້ມຄອງການປະສານງານ ແລະ ການສົ່ງຕໍ່; ພ້ອມນັ້ນ ກໍໄດ້ປັບປຸງພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຕ່າງໃນສະຖານທີ່ໃຫ້ບໍລິການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ຊຶ່ງມີສູນພັກເຊົາ

ຊົ່ວຄາວທີ່ປອດໄພທັງໝົດ 5ແຂວງ, ໂຮງໝໍທີ່ໃຫ້ການປິ່ນປົວທັງໝົດ 3ໂຮງໝໍ (ມະໂຫສົດ, ແມ່ ແລະ ເດັກ ແລະ ແຂວງສະຫວັນນະເຂດ) ແລະມີບໍລິການສາຍດ່ວນ 1362, 1300, 1527ຍັງໄດ້ສ້າງຄວາມເຂັ້ມແຂງໃຫ້ກັບບຸກຄະລາກອນທີ່ໃຫ້ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍໃນຂັ້ນສູນກາງ ແລະ 6ແຂວງຄື: ບໍ່ແກ້ວ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ສະຫວັນນະເຂດ, ຈຳປາສັກ ແລະ ອັດຕະປື.

ກອງປະຊຸມເຫັນດີໂດຍພື້ນຖານຕໍ່ຮ່າງຂອບການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນດໍາເນີນງານແຫ່ງຊາດ ແລະ ຈະປັບປຸງເປັນສະບັບສຸດທ້າຍເພື່ອສະເໜີຄະນະນໍາ ຄຊກມດ ຮັບຮອງ ແລະເປັນບ່ອນອີງໃຫ້ບັນດາ ຄກມດ ຂະແໜງການ ແລະ ທ້ອງຖິ່ນ ລາຍງານບັນດາຕົວຊີ້ບອກທີ່ສາມາດຈັດຕັ້ງປະຕິບັດໃນແຕ່ລະໄລຍະ.

ຂ່າວ: ສສຍລ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ