ຫາລື ຮ່າງຄູ່ມືອົບຮົມ ແລະ ເຄື່ອງມືສື່ສານສຳລັບ ການລຶບລ້າງການຈຳແນກໃນໂລກຂອງການເຮັດວຽກ

ຫາລື ຮ່າງຄູ່ມືອົບຮົມ ແລະ ເຄື່ອງມືສື່ສານສຳລັບ ການລຶບລ້າງການຈຳແນກໃນໂລກຂອງການເຮັດວຽກ

ຫາລື ຮ່າງຄູ່ມືອົບຮົມ ແລະ ເຄື່ອງມືສື່ສານສຳລັບ ການລຶບລ້າງການຈຳແນກໃນໂລກຂອງການເຮັດວຽກ
ກົມຄຸ້ມຄອງແຮງງານ ກະຊວງແຮງງານສະຫວັດດີການ ແລະ ສັງຄົມ (ຮສສ) ຮ່ວມກັບອົງການແຮງງານສາກົນ ຈັດກອງປະຊຸມປຶກສາຫາລືໃສ່ຮ່າງຄູ່ມືອົບຮົມ ແລະ ເຄື່ອງມືສື່ສານສຳລັບການລຶບລ້າງການຈຳແນກ (ລວມທັງຄວາມຮຸນແຮງທາງເພດ) ໃນໂລກຂອງການເຮັດວຽກ ໃນວັນທີ 21 ມັງກອນນີ້ ເພື່ອລະດົມ, ຮວບຮວມ ຄໍາຄິດຄໍາເຫັນ ແລະ ຂໍ້ສະເໜີຕ່າງໆຈາກພາກສ່ວນກ່ຽວຂ້ອງໃສ່ຮ່າງຄູ່ມືດັ່ງກ່າວ, ແນໃສ່ຮັບປະກັນໃຫ້ເນື້ອໃນແທດເໝາະກັບສະພາບຄວາມເປັນຈິງຂອງສປປ ລາວ ໃຫ້ມີປະສິດທິຜົນໃນການຈັດຕັ້ງປະຕິບັດ.
ຫາລ ຮາງຄມອບຮມ ແລະ ເຄອງມສສານສຳລບ ການລບລາງການຈຳແນກໃນໂລກຂອງການເຮດວຽກ - image 1
 

ໃນກອງປະຊຸມ, ຜູ້ຊ່ຽວຊານຂອງອົງການແຮງງານສາກົນ ໄດ້ປຶກສາຫາລື, ແລກປ່ຽນຄວາມຄິດເຫັນກ່ຽວກັບການຈຳແນກ ແລະ ຄວາມສະເໝີພາບໃນການເຮັດວຽກ; ສົ່ງເສີມຄວາມສະເໝີພາບຍິງ-ຊາຍທາງດ້ານໂອກາດ ແລະ ປະຕິບັດ; ຄວາມຮຸນແຮງ ແລະ ການລ່ວງລະເມີດໃນໂລກແຫ່ງການເຮັດວຽກ; ເຄື່ອງມືສຳລັບຜູ້ຈັດການຝ່າຍບຸກຄະລາກອນ ໂດຍການນຳໃຊ້ພາກປະຕິບັດທີ່ເປັນທໍາ ແລະ ປອດໄພ; ການສ້າງວັດທະນະທຳແຫ່ງຄວາມເຄົາລົບ ເປັນຕົ້ນ ນະໂຍບາຍ, ຂັ້ນຕອນ ແລະ ການສົ່ງເສີມສິດ ແລະ ອື່ນໆ.

 ທ່ານ ຄຳພັດ ອ່ອນລາສີ ຮອງຫົວໜ້າກົມຄຸ້ມຄອງແຮງງານກະຊວງ ຮສສ ໄດ້ກ່າວວ່າ: ການສ້າງຄູ່ມືອົບຮົມ ແລະ ເຄື່ອງມືສື່ສານ ສຳລັບການລຶບລ້າງການຈຳແນກ ໃນໂລກຂອງການເຮັດວຽກດັ່ງກ່າວ ແນໃສ່ສ້າງຄວາມເຂົ້າໃຈໃຫ້ພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບສົນທິສັນຍາຂອງອົງການແຮງງານສາກົນ ເລກທີ 111 ແລະ ຂອບກົດໝາຍທີ່ກ່ຽວຂ້ອງ ໃນການສົ່ງເສີມການລຶບລ້າງການຈໍາແນກໃນການຈ້າງງານ ເພື່ອເປັນການຮັບປະກັນວ່າ ວິທີການ ແລະ ບຸລິມະສິດ ໃນການປະຕິບັດມີຄວາມສອດຄ່ອງກັບໂຄງການ. ນອກຈາກນີ້, ຍັງຈະເປັນຂໍ້ມູນພື້ນຖານ ໃນການປັບປຸງກົດໝາຍ ວ່າດ້ວຍແຮງງານຂອງ ສປປ ລາວ ຊຶ່ງຈະນຳເອົາບັນດາເນື້ອໃນຂອງສົນທິສັນຍາ ຂອງອົງການແຮງງານສາກົນ ສະບັບເລກທີ 111 ໃສ່ໃນກົດໝາຍວ່າດ້ວຍແຮງງານ. ພ້ອມນີ້, ທ່ານ ຄຳພັດ ອ່ອນລາສີ ຍັງຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມເອົາໃຈໃສ່ໃນການຮັບຟັງ, ປະກອບຄໍາຄິດຄໍາເຫັນ ແລກປ່ຽນບົດຮຽນ ແລະ ປະສົບປະການນໍາຊ່ຽວຊານ ເພື່ອເຮັດໃຫ້ຄູ່ມືຝຶກອົບຮົມ ແລະ ເຄື່ອງມືສື່ສານ ສໍາລັບການລຶບລ້າງການຈໍາແນກ (ລວມທັງຄວາມຮຸນແຮງທາງເພດ) ໃນໂລກຂອງການເຮັດວຽກ ຂອງໂຄງການລຶບລ້າງການຈໍາແນກຢູ່ສະຖານທີ່ເຮັດວຽກ, ການລ່ວງລະເມີດ ແລະ ການນໍາໃຊ້ແຮງງານເດັກຢູ່ ສປປ ລາວ ເພື່ອສະໜັບສະໜູນການຄ້າ ແລະ ການປະຕິບັດລະບຽບການ ໃຫ້ສໍາເລັດຕາມແຜນການທີ່ກໍານົດໄວ້ ແລະ ໃຫ້ຄູ່ມືສອດຄ່ອດກັບສະພາບຄວາມເປັນຈິງຂອງ ສປປ ລາວ.

 ໂຄງການລຶບລ້າງການຈຳແນກຢູ່ທີ່ສະຖານທີ່ເຮັດວຽກ, ການລ່ວງລະເມີດ ແລະ ແຮງງານເດັກຢູ່ ສປປ ລາວ ເພື່ອສະໜັບສະໜູນການຄ້າ ແລະ ການປະຕິບັດຕາມລະບຽບການ ໄດ້ຮັບທຶນສະໜັບສະໜູນຈາກອົງການຈັດຫາງານ ແລະ ພັດທະນາສັງຄົມຂອງປະເທດການາດາ, ມີເປົ້າໝາຍເຮັດໃຫ້ພາກປະຕິບັດທາງດ້ານກົດໝາຍແຫ່ງຊາດ ໃຫ້ສອດຄ່ອງກັບມາດຕະຖານແຮງງານສາກົນ ຊຶ່ງເປັນສິ່ງສໍາຄັນໃນຂໍ້ຕົກລົງດ້ານການຄ້າເສລີ (FTAs) ແລະ ຄວາມຄາດຫວັງທີ່ປ່ຽນແປງໄປໃນຕ່ອງໂສ້ ການສະໜອງສິນຄ້າໃນທົ່ວໂລກ. ເພື່ອແກ້ໄຂບັນຫາດັ່ງກ່າວ, ໂຄງການຈະສຸມໃສ່ບາງຂະແໜງການຄ້າທີ່ສຳຄັນ ໂດຍເພີ່ມທະວີການສົນທະນາທາງສັງຄົມ ແລະ ສ້າງຄວາມສາມາດໃຫ້ອົງການຈັດຕັ້ງ ໃນການປ້ອງກັນການຈໍາແນກ ແລະ ການລ່ວງລະເມີດຢູ່ສະຖານທີ່ເຮັດວຽກ ທັງດ້ານກົດໝາຍ ແລະ ພາກປະຕິບັດ ເພື່ອລຶບລ້າງແຮງງານເດັກ. ນອກນັ້ນ, ຍັງເນັ້ນສົ່ງເສີມນະໂຍບາຍພົວພັນແຮງງານ ທີ່ສະໜັບສະໜູນການເຄົາລົບຫຼັກການ ແລະ ສິດທິພື້ນຖານໃນການເຮັດວຽກ. 

ຂ່າວ-ພາບ: ກິດຕາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ  ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດໂຮມລາວທີ່ເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າກໍຄືວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວຊຶ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ປະຊາຄົມສາກົນຮັບຮູ້ຄວາມເປັນເອກະລາດຂອງລາວທີ່ບໍ່ເຄີຍຖືກຮັບຮູ້ມາເປັນເວລາຫຼາຍຮ້ອຍປີເນື່ອງຈາກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງ ກ່າວນັ້ນແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ແລະ ການຕໍ່ສູ້ທາງການເມືອງຂອງລັດຖະບານລາວອິດສະຫຼະ ດ້ວຍການນໍາໃຊ້ວີທີທາງການທູດຢ່າງຕັ້ງໜ້າຜ່ານການໄກ່ເກ່ຍເຈລະຈາແລະ ອາໄສປັດໄຈທີ່ເອື້ອອໍານວຍຈາກພາຍນອກ ຊຶ່ງມີບົດບາດອັນສໍາຄັນຕໍ່ການປະກາດເອກະລາດ ແລະ ຕໍ່ຕ້ານກໍາລັງຂອງສັດຕູໃນໄລຍະນັ້ນ.
ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ໃນວັນທີ 12 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945 - 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄຕພ, ມີບັນດາສະຫາຍຄະນະນໍາ ຄຕພ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ ຄຕພ ເຂົ້າຮ່ວມ.
ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ໃນວັນທີ 9 ຕຸລາ 2026 ນີ້, ຢູ່ທີ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງທຸລະຄົມ ແຂວງວຽງຈັນ ໄດ້ເປີດບັ້ນດໍາເນີນຊີວິດການເມືອງປະຈໍາປີ 2026 ໂດຍການເປັນປະທານຂອງສະຫາຍ ພັທ ສິນນະຄອນ ແສງສັກດາ ຄະນະປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງທຸລະຄົມ, ມີຄະນະພັກ-ຄະນະບັນຊາ, ເລຂາໜ່ວຍພັກ, ສະມາຊິກພັກພາຍໃນພະແນກ ແລະ ກຸ່ມບ້ານເຂົ້າຮ່ວມ.
ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ເມື່ອບໍ່ດົນມານີ້ ທີ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ, ໄດ້ມີພິທີ ມອບ-ຮັບ ເຄື່ອງອຸປະໂພກ-ບໍລິໂພກ ,ໃຫ້ກຽດມອບໂດຍ ທ່ານ ສົງການ ສີວົງໄຊ ປະທານກຸ່ມຄອບຄົວ ຊຸບເປີ ໄບ້ ລາວ, ທ່ານ ຄຳນ້ອຍ ພະພັກພົມມະຈັນ ປະທານສອງລໍ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ຈັນສະໝອນ ຜາງທະວົງ ຮອງຜູ້ອຳນວຍການໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ມີບັນດາຄູ-ອາຈານ, ນັກຮຽນທີ່ມີບັນຫາດ້ານການໄດ້ຍິນ ແລະ ສາຍຕາ ເຂົ້າຮ່ວມ.
ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ວັນທີ 7 ຕຸລາ 2026 ທີ່ສະພາແຫ່ງຊາດ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ມອບເງິນຈຳນວນ 100 ລ້ານກີບ ໃຫ້ແຂວງຄຳມ່ວນ ເພື່ອສົມທົບຊ່ວຍເຫຼືອ ແລະ ບັນເທົາຄວາມເດືອດຮ້ອນແກ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມ.
ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໃນຄໍ່າຄືນຂອງ​ວັນທີ 6​-​7 ຕຸລາ​ 2026, ໜ່ວຍສີລະປະສະມັກຫຼິ້ນກອງພົນທີ 2 ໄດ້ສະແດງຮັບໃຊ້ໃນໂອກາດ​ກອງພົນທີ​ 2​ ພວມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ໂດຍມີສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະ,​ ມີພະນັກງານ​-ນັກຮົບ​ ແລະ​​ປະຊາຊົນ​ບັນດາ​ເຜົ່າ​ ເຂົ້າຮ່ວມຮັບຊົມ.
ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ​ ສະມາຊິກສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກ​ ເປັນ​ 1​ ໃນ​ 4​ ນັກທຸລະກິດແມ່ຍິງແຂວງຈໍາປາສັກ ທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນ​ ອາຊຽນ ຫຼື​ ASEAN Entrepreneurs​ Women Award ປີ​ 2026​ ເຊິ່ງຈັດຂຶ້ນ​ໂດຍເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ຫຼື​ ASEAN Women Entrepreneurs Network. ພິທີມອບ​ -​ ຮັບ ລາງວັນດັ່ງກ່າວ​ ຈັດຂຶ້ນ​ໃນວັນທີ 2 ຕຸລາ 2026 ທີ່ຜ່ານມາ ຢູ່ໂຮງແຮມ ອາມາລີ​ນະຄອນຫຼວງວຽງຈັນ ສປປ ລາວ.​ ໃຫ້ກຽດ​ມອບໂດຍ​ ທ່ານ​ ມະໄລທອງ ກົມທະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ​ ການຄ້າ.
ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

​ ວັນທີ 7 ຕຸລາ 2026, ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ພ້ອມດ້ວຍ ທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ແລະ ຄະນະນໍາ-ຊ່ຽວຊານຈາກສູນກາງ ແລະ ແຂວງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ. ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໂຂງ, ມີຫົວໜ້າຫ້ອງການການເງິນເມືອງ,ຫົວໜ້າຫ້ອງວ່າການເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ເພີ່ມເຕີມ